ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຕ່ເລື້ອງຟ້ອງຮ້ອງ ປະທານາທິບໍດີ ຈົນເຖິງ ເງິນຊ່ວຍເຫລືອດ້ານໂຄວິດ-19 ສະມາຊິກ ສະພາ ສຫລ ເຮັດວຽກໜັກ ກ່ອນປິດປີ ແຫ່ງປະຫວັດສາດ ນີ້ລົງ


YEARENDER US CONGRESS WEB
please wait

No media source currently available

0:00 0:03:32 0:00

ເຊີນຊົມວີດີໂອ ພາກພາສາອັງກິດ

ຈາກການພິຈາລະນາຄະດີຟ້ອງຮ້ອງປະທານາທິບໍດີ ຫຼື impeachment ຢູ່ສະພາສູງ ທີ່ດົນໆເກີດຂຶ້ນຄັ້ງນຶ່ງ ຕະຫຼອດເຖິງໂຄງການຊ່ອຍເຫຼືອທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງ ສະຫະລັດ, ຊຶ່ງເປັນປີການເມືອງທີ່ວຸ້ນວາຍເຮັດໃຫ້ບັນດາສະມາຊິກສະພາຂອງອາເມຣິກາ ຕ້ອງເຮັດວຽກຢູ່ຕະຫຼອດເວລາ ແມ່ນກະທັງຫຼາຍໆທ່ານ ຕ້ອງໄດ້ເຮັດວຽກ ແລະລົງຄະແນນສຽງຜ່ານທາງໄກຫຼືທາງອິນເຕີເນັດເປັນຄັ້ງທຳອິດ ຍ້ອນໂຣກລະບາດໄວຣັສໂຄໂຣນານັ້ນ. ນັກຂ່າວວີໂອເອປະຈຳລັດຖະສະພາ ແຄດເຕີຣິນ ກິບສັນ (Katherine Gypson) ມີລາຍງານຄືນປີແຫ່ງປະຫວັດສາດຢູ່ທີ່ລັດຖະສະພາ ຫຼື Capitol Hill ຊຶ່ງ ໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການຟ້ອງຮ້ອງ ປະທານາທິບໍດີສະຫະລັດ ດໍໂນລ ທຣຳ ໄດ້ໃຊ້ທັງເວລາແລະຊັບພະຍາກອນຂອງລັດຖະສະພາ ໃນຂະນະທີ່ປີ 2020 ເລີ້ມຕົ້ນຂຶ້ນ…

ໃນມື້ທີ 13 ຂອງການຟ້ອງຮ້ອງທ່ານທຣຳ ທ່ານນາງ ຄາມາລາ ແຮຣິສ ຜູ້ທີ່ຄາດວ່າ ໄດ້ຖືກເລືອກໃໝ່ໃຫ້ເປັນຮອງປະທານາທິບໍດີ ກ່າວວ່າ “ທ່ານດໍໂນລ ທຣຳ ຈະຫລຸດພົ້ນຈາກການຮັບຜິດຊອບຕໍ່ການລະເມີດອຳນາດໃນຕຳແໜ່ງຂອງທ່ານ.”

ຄະດີຟ້ອງຮ້ອງປະທານາທິບໍດີສະຫະລັດ ພຽງຄັ້ງທີສາມໃນປະຫວັດສາດຂອງອາເມຣິກາ ທ່ານທຣຳ ໃນທີ່ສຸດກໍໄດ້ຖືກຍົກຟ້ອງຕໍ່ຂໍ້ກ່າວຫາຕ່າງໆ ທີ່ວ່າ ທ່ານໄດ້ນຳໃຊ້ການຊ່ອຍເຫຼືອຂອງສະຫະລັດແກ່ ຢູເຄຣນ ເປັນສິ່ງຕໍ່ລອງເພື່ອແນເປົ້າ ໝາຍໃສ່ດ້ານການເມືອງຂອງຄູ່ແຂ່ງ ຄື ທ່ານໂຈ ໄບເດັນນັ້ນ.

ໃນມື້ທີ 13 ຂອງການຟ້ອງຮ້ອງທ່ານທຣຳ ຫົວໜ້າຜູ້ພິພາກສາສານສູງສຸດ ທ່ານຈອນ ຣໍເບີດສ໌ ກ່າວວ່າ “ທ່ານປະທານາທິບໍດີ ບໍ່ມີຄວາມຜິດຕໍ່ຂໍ້ກ່າວຫາໃນມາດຕາທີນຶ່ງຂອງການຟ້ອງຮ້ອງປະທານາທິບໍດີ.”

ທ່ານເຄຊີ ເບີກາຕ໌ ອາຈານສອນລັດຖະສາດຢູ່ທີ່ມະຫາວິທະຍາໄລ ຈອຣຈ໌ ວໍຊິງຕັນ ກ່າວຜ່ານທາງສໄກ້ປ໌ ວ່າ “ໃນຂະນະທີ່ປະຫວັດສາດອາດຈະບໍ່ຈົດຈໍາ ຫຼືມັນອາດເປັນເລື້ອງທີ່ບໍ່ສຳຄັນ ກ່ຽວກັບວ່າ ຍ້ອນຫຍັງທີ່ທ່ານໄດ້ຖືກຟ້ອງຮ້ອງ ຂ້າພະເຈົ້າຄິດວ່າ ພັກເດໂມແຄຣັດ ໄດ້ພະຍາຍາມວາງພື້ນຖານ ຫຼືຢ່າງໜ້ອຍໄດ້ປັກທຸງໝາຍໄວ້ວ່າ ປະທານາທິບໍດີຄົນນີ້ ສົມຄວນຖືກຟ້ອງຮ້ອງ.”

ແຕ່ໂຣກລະບາດໄວຣັສໂຄໂຣນາ ກໍໄດ້ກາຍເປັນເລື້ອງທີ່ຄອບງຳການອະພິປາຍໃນດ້ານການເມືອງຢ່າງໄວວາ.

ພາຍໃນທ້າຍເດືອນມີນາ ມາດຕະການປິດເມືອງເພື່ອຢຸດຢັ້ງການແຜ່ລະບາດຂອງໄວຣັສ ໄດ້ກາຍເປັນໄພອັນຕະລາຍຕໍ່ເສດຖະກິດຂອງສະຫະລັດ ໂດຍກົດດັນໃຫ້ລັດຖະສະພາ ຮັບຜ່ານໂຄງການຊ່ອຍເຫຼືອທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງອາເມຣິກາ.

ທ່ານນາງແນນຊີ ເພໂລຊີ ປະທານສະພາຕ່ຳ ກ່າວວ່າ “ຊີວິດຄົນທັງຫຼາຍຢູ່ໃນຂັ້ນວິກິດ, ນີ້ບໍ່ແມ່ນເວລາສຳລັບການໃຊ້ຄຳເວົ້າສຽດສີ ຫຼືຫຼິ້ນການເມືອງກັນ.”

ການຮັບຜ່ານຮ່າງກົດໝາຍ CARES Act ມູນຄ່າ 3 ພັນຕື້ໂດລາ ເປັນຊ່ວງເວລາທີ່ບໍ່ຄ່ອຍເກີດຂຶ້ນຂອງຂໍ້ຕົກລົງໃນປີ 2020.

ທ່ານເບີກາຕ໌ ກ່າວຜ່ານທາງສໄກ້ປ໌ ວ່າ “ເມື່ອລັດຖະສະພາຢາກເຮັດບາງຢ່າງ ແມ່ນກະທັງໂຄງການທີ່ແພງຫຼາຍແບບບໍ່ໜ້າເຊື່ອ ທີ່ມີຂໍ້ກຳນົດຫຼາຍຢ່າງຢູ່ໃນມັນ ໂດຍພື້ນຖານແລ້ວພົວພັນກັບທຸກປັດໄຈດ້ານເສດຖະກິດນັ້ນ - ເມື່ອພວກເຂົາເຈົ້າຢາກຈະເຮັດສິ່ງໃດສິ່ງນຶ່ງ ພວກເຂົາເຈົ້າກໍສາມາດເຮັດໄດ້.”

ແຕ່ລັດຖະສະພາ ກໍຍັງສູ້ຊົນເພື່ອປັບປ່ຽນວິທີທາງໃໝ່ໃນການປະຕິບັດງານ ທີ່ຈະຫລີກລ້ຽງໄວຣັສດັ່ງກ່າວ.

ທ່ານນາງ ມໍລີ ໂອ’ຣວກຄ໌ ຢູ່ທີ່ມະຫາວະທະຍາໄລ ອາເມຣິກັນ ກ່າວວ່າ “ລັດຖະສະພາສະຫະລັດ ເປັນນຶ່ງໃນສະຖາບັນສຸດທ້າຍທີ່ໄດ້ທໍາການປ່ຽນແປງໃດໆ. ແລະແມ່ນກະທັງເມື່ອພວກເຂົາເຈົ້າບາງສ່ວນກໍໄດ້ເຮັດໄປ ດ້ວຍການພິຈາລະນາຄຳໃຫ້ການໂດຍຜ່ານທາງໄກ ແລະບາງສ່ວນກໍໄດ້ຖືກຈຳກັດໃຫ້ລົງຄະແນນສຽງຜ່ານທາງໄກ, ສຳລັບການອຳນວຍຄວາມສະດວກເຫຼົ່ານັ້ນ ແມ່ນເປັນການຊົ່ວຄາວແທ້ໆ ແລະບໍ່ໄດ້ຖືກຮັບເອົາຢ່າງເຕັມສ່ວນໂດຍບັນດາສະມາຊິກຂອງສະພາຕ່ຳ.”

ໃນເດືອນມິຖຸນາ ທ່າມກາງການປະທ້ວງຢູ່ທົ່ວປະເທດ ກ່ຽວກັບການເສຍຊີວິດຂອງທ້າວ ຈອຣຈ໌ ໂຟລຍ ໃນລະຫວ່າງການຄວບຄຸມຕົວຂອງຕຳຫຼວດນັ້ນ, ບັນດາສະມາຊິກສະພາ ແມ່ນບໍ່ສາມາດຮັບຜ່ານຂໍ້ສະເໜີການປະຕິຮູບຕຳຫຼວດທີ່ທ້າທາຍນັ້ນ.

ສະມາຊິກສະພາສູງ ທ່ານທິມ ສກັອດຕ໌ ສັງກັດພັກຣີພັບບລີກັນ ກ່າວວ່າ “ປະເທດຊາດໄດ້ມອບໂອກາດໃຫ້ພວກເຮົານໍາພາ….ໃຫ້ນຳພາ…..ແລະເພື່ອນມິດຂອງຂ້າພະເຈົ້າທັງຫຼາຍ ຢູ່ອີກຟາກນຶ່ງພຽງແຕ່ເວົ້າວ່າ ບໍ່.”

ຄວາມຜິດຫວັງຍັງມີຢູ່ຕໍ່ເນື່ອງ ໃນຂະນະທີ່ບັນດາສະມາຊິກບໍ່ສາມາດຕົກລົງກັນໄດ້ຫຼາຍເດືອນມາແລ້ວ ກ່ຽວກັບ ທຶນຊ່ອຍເຫຼືອໄວຣັສໂຄໂຣນາອີກຮອບນຶ່ງ ຮ່າງກົດໝາຍ HEROES Act ມູນຄ່າ 3 ພັນຕື້ໂດລາ ຂອງພັກເດໂມແຄຣັດ ບໍ່ສາມາດຜ່ານສະພາສູງໄດ້ ບ່ອນທີ່ພັກຣີພັບບລີກັນ ໄດ້ເຕືອນເຖິງການໃຊ້ຈ່າຍຫຼາຍເກີນໄປ.”

ທ່ານມິດຈ໌ ແມັກຄອນແນລ ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ກ່າວວ່າ “ຂ້າພະເຈົ້າ ຄິດວ່າສະຖານະການໃນປັດຈຸບັນນີ້ ຮຽກຮ້ອງໃຫ້ມີໂຄງການຊ່ອຍເຫຼືອ ຫຼາຍພັນຕື້ໂດລາ - ຂ້າພະເຈົ້າຄິດວ່າ ມັນຄວນແນເປົ້າໝາຍໃສ່ບັນຫາເຈາະຈົງແທ້ໆ.”

ໃນເດືອນຕຸລາ ຜູ້ພິພາກສາທ່ານນາງເອມີ ໂຄນີ ບາຣເຣັດຕ໌ ໄດ້ຖືກຢັ້ງຢືນໃຫ້ເປັນຜູ້ພິພາກສາສານສູງສຸດ ໂດຍບັນດາສະມາຊິກສະພາສູງຈາກພັກຣີພັບບລີກັນທີ່ມີສຽງສ່ວນຫຼາຍກວ່່າ ຕໍ່ສຽງຄັດຄ້ານຂອງບັນດາສະມາຊິກສະພາສູງຈາກພັກເດໂມແຄຣັດ.

ທ່ານຊັກ ຊູເມີຣ ຜູ້ນຳສຽງສ່ວນນ້ອຍສະພາສູງສັງກັດພັກເດໂມແຄຣັດ ກ່າວວ່າ “ພັກຣີພັບລີກັນທີ່ມີສຽງສ່ວນຫຼາຍໃນສະພາສູງ ໄດ້ຕັດສິນໃຈແລ້ວ ທີ່ຈະຕໍ່ຕ້ານເຈດຕະນາຂອງປະຊາຊົນ ແລະຢືນຢັນການແຕ່ງຕັ້ງໃຫ້ເປັນຜູ້ພິພາກສາສານສູງສຸດຕະຫຼອດຊີວິດ ທ່າມກາງຂອງການເລືອກຕັ້ງປະທານາທິບໍດີ.”

ການເລືອກຕັ້ງດັ່ງກ່າວນັ້ນ ໄດ້ຕັດສິນເອົາຜູ້ທີ່ຈະເຂົ້າດຳລົງຕຳແໜ່ງໃນທຳນຽບຂາວຄົນຕໍ່ໄປ ຄື ທ່ານໂຈ ໄບເດັນ ສັງກັດພັກເດໂມແຄຣັດ.

ແຕ່ປີ 2020 ໄດ້ປິດລົງດ້ວຍຄວາມບໍ່ແນ່ນອນຫຼາຍຂຶ້ນຢູ່ທີ່ລັດຖະສະພາ Capitol Hill. ການເລືອກຕັ້ງຂັ້ນຊີ້ຂາດ ໃນເດືອນມັງກອນປີໜ້ານີ້ ສຳລັບສອງບ່ອນນັງໃນສະພາສູງຂອງລັດຈໍເຈຍນັ້ນ ຈະຕັດສິນວ່າ ພັກໃດຈະຄວບຄຸມສະພາສູງສຳລັບສອງປີຂ້າງໜ້າ.

From a rare Senate impeachment trial to the largest aid package in US history, a tumultuous year in politics kept American lawmakers busy even as many worked and voted remotely for the first time because of the coronavirus pandemic. VOA's Congressional Correspondent Katherine Gypson looks back at an historic year on Capitol Hill.

The impeachment of US President Donald Trump consumed Congress as 2020 began…

(Senator Kamala Harris, Vice President-Elect)

“Donald Trump is going to get away with abusing his position of power.”

In just the third Senate impeachment trial in American history, Trump was ultimately acquitted of charges he leveraged U.S. aid to Ukraine to target political rival Joe Biden.

(Chief Justice John Roberts)

“The President of the United States is not guilty as charged in the first article of impeachment.”

(Casey Burgat, George Washington University)

“While history may not remember or it might be a footnote about exactly why he was impeached, I think the Democrats were trying to lay the groundwork, or at least planted a flag that this President deserved to be impeached.”

But the coronavirus pandemic quickly overwhelmed political debate.

By late March, lockdowns to stop the spread of the virus had endangered the U.S. economy – pushing Congress to pass the largest aid package in American history.

(Nancy Pelosi, Speaker of the House)

“Lives are at stake – this is not the time for name calling or playing politics.”

Passage of the $3 trillion CARES Act was a rare moment of agreement in 2020.

(Casey Burgat, George Washington University)

“When Congress wants to do something - even an incredibly expensive package that has a litany of provisions in it, that touches basically all factors in the economy - when they want to do something they can.”

But Congress struggled to adapt to new ways of operating to avoid the virus.

(Molly O’Rourke, American University)

“The United States Congress was one of the last institutions to make any adjustments. And even when they did with some remote hearings, and some limited remote voting, those accommodations were very temporary, and not fully embraced by all members of Congress.”

In June, amid nationwide protests over the death of George Floyd while in police custody, lawmakers failed to pass an ambitious police reform proposal.

(Senator Tim Scott, Republican)

“The country has given us an opportunity us to lead…to lead…and my friends on the other side just said no.”

Frustration continued as lawmakers failed for months to agree on another round of coronavirus aid. Democrats’ $3 trillion HEROES Act failed in the Senate, where Republicans warned of overspending.

(Mitch McConnell, Senate Majority Leader)

“I don’t think the current situation demands a multi-trillion package – I think it should be highly targeted.”

In October, Judge Amy Coney Barrett, confirmed to the U.S. Supreme Court by the Republican-majority Senate against Democratic objections.

(Chuck Schumer, Senate Minority Leader)

“The Republican Senate Majority decided to thwart the will of the people and confirm a lifetime appointment to the Supreme Court in the middle of a presidential election.”

That election decided the next occupant of the White House, Democrat Joe Biden.

But 2020 closed with more uncertainty on Capitol Hill. Runoff elections in January for Georgia’s two Senate seats will decide which party will control the Senate for the next two years.

XS
SM
MD
LG