ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈາກອັຟການິສຖານ ໄປຫາໂບລີເວຍ ພວກແມ່ຍິງ ພາກັນທ້າທາຍ ຄວາມຕາຍ ຕໍ່ສູ້ເພື່ອສິດທິ


From Afghanistan to Bolivia, Women Brave Death to Fight for Rights
please wait

No media source currently available

0:00 0:02:45 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ຈາກອັຟກາ​ນິສຖານ ​ໄປ​ຫາ ​ໂບລີ​ເວ​ຍ ບັນດາ​ແມ່ຍິງ​ພາກັນ
​ທ້າ​ທາຍ​ການ​ຂົ່ມຂູ່​ຕໍ່​ຊີວິດ​ຂອງ​ເຂົາ​ເຈົ້າ ແລະຕໍ່ສູ້ເພື່ອສິດ​ທິ
ຂອງ​ປະຊາຊົນ​ຂອງ​ເຂົາ​ເຈົ້າ ​ໂດຍ​ພາກັນ​ປົກປ້ອງ​ຄວາມສະ​
ເໝີ​ພາບທາ​ງ​ເພດ ​ເສລີພາບ​ໃນ​ການສະ​ແດງ​ອອກ ​ແລະ​ສິດ
ທິ​ຂັ້ນ​ພື້ນຖານຂອງ​ມະນຸດ. ນັກ​ຂ່າວ​ວີ​ໂອ​ເອ Sharon Behn
ມີ​ລາຍ​ງານກ່ຽວ​ກັບ​ແມ່ຍິງບາງ​ຄົນ ​ໃນຈຳນວນ 10 ຄົນ ທີ່​ໄດ້
​ຮັບ​ລາງວັນWomen of Courage Award ​ຫລື​ແມ່ຍິງ​ແຫ່ງ​
ຄວາ​ມ​ກ້າຫານຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ
ປະຈຳ​ປີ​ນີ້ ຊຶ່ງ​ດາ​ຣາຈະ​ນຳ​ເອົາ​ລາຍລະອຽດ ມາສະ​ເໜີ​ທ່ານ.

ລາ​ງວັນ Women of Courage Award ​ຫລື​ ​ແມ່ຍິງ​ແຫ່ງ​ຄວາມກ້າຫານ ຂອງ​ລັດຖະບານ​ສະຫະລັດ ​ແມ່ນໃຫ້ການ​ຮັບ​ຮູ້ແກ່​ພວກ​ແມ່​ຍິງ ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ພິລາດ​ອາດ​ຫານ​ເປັນ​ພິ​ເສດ ​ໃນ​ຂະນະ​ທີ່​ຕໍ່ສູ້​ເພື່ອ​ສັນຕິພາບ​ແລະ​ຄວາມ​ຍຸດ​ຕິ​ທຳ ​ແມ່ນ​ແຕ່​ພາຍ​ໃຕ້​ການ​ຂົ່ມຂູ່​ຂອງຄວາມ​ຮຸນ​ແຮງຫລື​ອັນຕະລາຍ​ຕໍ່​ຮ່າງ​ກາຍ ​ແລະຄວາມຕາຍ. ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ມອບລາງວັນ​ນີ້ ​ໃຫ້ທຸກໆ​ປີ​ເພື່ອສະ​ເຫລີ​ມສະຫລອງ ວັນ​ແມ່ຍິງ​ສາກົນ ຊຶ່ງ​ຕົກ​ຖືກ​ວັນ​ທີ 8 ມີນາ.

ຈາກ​ເຂດ​ແນວ​ໜ້າ​ຂອງ​ສົງຄາມ​ໃນ​ປະ​ເທດ​ຊີ​ເຣຍ ​ໄປ​ຫາ​ທ້ອງຖະໜົນ​ຂອງ​ປະ​ເທດມຽນ
ມາ ​ແລະເຂົ້າ​ໄປ​ຮອດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິ​ສຖານ ​ແມ່ຍິງ​ພວກ​ນີ້​ແມ່ນ​ໄດ້
ພາກັນ​ຕໍ່ສູ້ເພື່ອ​ໃຫ້​ມີ​ກາ​ນ​ປ່ຽນ​ແປງ.

Majd Chourbaji ​ຈາກຊີ​ເຣຍ ​ໄດ້​ຖືກ​ທຳ​ລະ​ມານ​ຢູ່​ໃນຄຸກ​ຂອງ​ປະທານາ​ທິບໍດີ Bashar
al-Assad. ບັດ​ນີ້ ນາງ​ຕໍ່ສູ້​ເພື່ອ​ສິດທິ​ຂອງ​ພວກນັກ​ໂທດ ອິງ​ຕາມ​ຮອງ​ລັດຖະມົນຕີ​ຕ່າງ
ປະເທດ Heather Higginbottom ຜູ້​ປະກາດ​ມອບ​ລາງວັນ.

ຮອງ​ລັດຖະມົນຕີ Heather Higginbottom ກ່າວ​ວ່າ “ຍ້ອນ​ການ​ຢືນ​ຢັດ​
ສູ້​ຊົນຂອງ​ນາງ ​ໃນ​ການ​ຕໍ່ສູ້​ເພື່ອ​ສິດທິ​ຂອງ​ພວກ​ນັກໂທດ​ການ​ເມືອງ ​
ແລະ​ຄວາມ​ພະຍາຍາມ​ຂອງ​ນາງ ​ເພື່ອ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ບັນດາ​ແມ່ຍິງ
ຊີ​ເຣຍ​ໄດ້​ຖືກ​ຮວມ​ເອົາ​ເຂົ້າ ​ໃນ​ການ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງຕ່າງໆ​ຢ່າງ​
ມີຄວາມ​ໝາຍນັ້ນ ພວກ​ເຮົາ​ຈຶ່ງ​ໃຫ້​ກຽດທ່ານ​ນາງ
Majd Chourbaji
ໃນ​ຖານະ​ເປັນ ແມ່​ຍິງ​ແຫ່ງຄວາມ​ກ້າຫານ
."

ທ່ານ​ນາງ Chourbaji ກ່າວ​ວ່າ ພວກ​ນັກ​ໂທດ​ໃນ​ຄຸກ​ຊີ​ເຣຍຖືກ​ສາດ​ນ້ຳ​ກົດ​ໃສ່. ​ແມ່ຍິງ​ກໍ
ຖືກ​ຂົ່ມ​ຂຶນ​ສຳ​ເລົາ. ຫລາຍໆ​ຄົນ​ໄດ້​ເສ​ຍຊີວິດ. ລາວ​ເວົ້າ​ວ່າ ລາວ​ຍັງ​ໄດ້​ຍິນສຽງຮ້ອງ​ກິ້ດ
ຂອງພວກ​ເຂົາ​ເຈົ້າ ​ຢູ່​ໃນ​ໃຈຂອງລາວຢູ່.

ທ່ານ​ນາງ Chourbaji ​ເວົ້າ​ວ່າ “ຜ່ານ​ລາງວັນ​ອັນ​ນີ້ ຂ້າພະ​ເຈົ້າ​ຫວັງ​ວ່າ
ຂ້າພະເຈົ້າ​ຈະ​ສາມາດ​ຖ່າຍ​ທອດ ສຽງ​ຂອງ​ຂອງ​ພວກ​ນັກ​ໂທດ​ຊີ​ເຣຍ ​
ແລະ​ພວກ​ອົບພະຍົບຊີເຣຍ ອອກ​ມາ​ໃຫ້​ຄົນ​ອື່ນ​ໄດ້​ຍິນ​ແລະ​ຮູ້ຈັກ. ມັນ
​ມີ​ຄວາມ​ມິດ​ງຽບບໍ່​ເອົາຫົວຊາ​ໃນລະດັບ​ສາກົນ ຕໍ່​ການ​ຕໍ່ສູ້​ຂອງ​ພວກ​
ນັກ​ໂທດ​ເຫລົ່າ​ນັ້ນ. ​ເຂົາ​ເຈົ້າ​ເປັນ​ພວກ​ທີ່​ຖືກຫລົງ​ລືມ.”


May Sabe Phyu ຕໍ່ສູ້​ເພື່ອ​ສິດທິ​ຂອງ​ແມ່ຍິງ ​ໃນ​ປະ​ເທດ​ມຽນມາ. ລາວ​ເວົ້າ​ວ່າ ຢູ່​ໃນ​
ປະ​ເທດ​ຂອງ​ລາວ ມີ​ໜ້ອຍ​ຄົນ​ທີ່​ຈະ​ຍອມຮັບ​ວ່າ​ມີ​ການຈຳ​ແນ​ກກີດ​ກັນ​ທາງ​ເພດ.

ທ່ານ​ນາງ May Sabe Phyu ​ເວົ້າ​ວ່າ “ຖ້າ​ທ່ານ​ຍອມຮັບ​ເອົາ​ໃນ​ສິ່ງທີ່​
ຜູ້​ຄົນຢາກໃຫ້​ທ່ານ​ຍອມຮັບ​ເອົາ ຊີວິດ​ຂອງ​ທ່ານ​ກໍ​ຈະ​ບໍ່​ມີ​ວັນ​ປ່ຽນ​ແປງ​
ໄປ​ເລີຍ. ຖ້າ​ທ່ານຢາກ​ເຫັນ​ການ​ປ່ຽນ​ແປງ ທ່ານ​ກໍ​ຈະ​ຕ້ອງ​ໄດ້​ລຸກ​ຂຶ້ນ​ຢືນ ​
ແລະ​ສົ່ງ​ສຽງຂອງ​ທ່ານອອກ​ມາ​ດັງໆ ​ເພື່ອ​ໃຫ້ການ​ປ່ຽນ​ແປງ​ນັ້ນ​ມີ​ຂຶ້ນ.”


ຢູ່​ໃນ​ເຂດ​ຮ່ອມ​ພູ SWAT ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິ​ສຖານ ບ່ອນ​ທີ່​ພວກ​
ຕາລີ​ບານ​ຍັງ​ເຄື່ອນ​ໄຫວ​ປະຕິບັດ​ການ​ຢູ່ ​ແລະ​ສາວ​ນ້ອຍ Malala Yousufzai ​ໄດ້​ຖືກ
​ຍິງນັ້ນ Tabassum Adnan ກໍ​ກຳລັງ​ນຳພາ​ການ​ຕໍ່ສູ້​ທີ່​ຄ້າຍຄື​ກັນ​ນັ້ນ.

ທ່ານ​ນາງ Adnan ກ່າວ​ວ່າ ພວກແມ່​ຍິງ​ຕ້ອງເວົ້າ​ອອກ​ມາ​ເພື່ອ​ສິດທິ​ຂອງ​ຕົນ​ເອງ​ ​ເຖິງ​
ແມ່ນຈະ​ປະ​ເຊີນໜ້າ​ກັບ​ໄພ​ຂົ່ມຂູ່​ກໍ​ຕາມ.

ທ່ານ​ນາງ Adnan ​ເວົ້າ​ວ່າ “ຂ້າພະ​ເຈົ້າ​ຢາກ​ໃຫ້​ບັນດາ​ແມ່ຍິງ​ປາ​ກິ​ສຖານ
ກຳຈັດຖິ້ມ​ຄວາມ​ຢ້ານ​ກົວ​ທີ່​ພວກ​ເຂົາ​ເຈົ້າ​ມີ​ຢູ່. ​ພວກ​ເຂົາ​ເຈົ້າ​ຈຳເປັນ​ຕ້ອງ
​ເວົ້າ​ອອກ​ມາ​ດັງໆ. ​ເມື່ອ​ໃດ​ທີ່​ແມ່ຍິງ​ປາ​ກິ​ສຖານ​ເວົ້າ​ອອກ​ມາ​ດັງໆ ຍົກ​ລະ
ດັບ​ສຽງ​ຂອງ​ເຂົາ​ເຈົ້າຂຶ້ນ​ດັງໆ​ແລ້ວ ພວກ​ເຮົາ​ກໍ​ຈະ​ແນ່​ໃຈໄດ້​ວ່າ ຮ່ວມ​ກັນ​
ພວກ​ເຮົາ​ຈະບັນ​ລຸ​ເປົ້າ​ໝາຍ ທີ່​ພວກ​ເຮົາ​ຈຳ​ເປັນ​ຕ້ອງ ບັນລຸ​ໃຫ້​ໄດ້ນັ້ນ.”


​ນັກ​ຂ່າວ​ໜັງສືພິມ Nadia Sharmeen ທີ່​ຖືກ​ທຸບ​ຕີ​ຈົນ​ເກືອບ​ຕາຍ​ ຍ້ອນ​ໄດ້​ລາ​ຍງານ​
ຂ່າວກ່ຽວ​ກັບ​ການ​ໂຮມ​ຊຸມນຸມ ​ຂອງ​ພວກ​ນັບຖື​ສາສະໜາ​ອິສລາມ​ຢ່າງຮຸນ​ແຮງ​ເຄັ່ງ​ຄັດ
​ນັ້ນ ​ໄດ້​ກ່າວ​ຕາງໜ້າ​ພວກ​ແມ່ຍິງ​ທັງ​ໝົດ ທີ່​ໄດ້ຮັບ​ລາງວັນ.

ທ່ານ​ນາງ Nadia Sharmeen ກ່າວ​ວ່າ “ລາງວັນ​ນີ້​ເຕືອນ​ໃຫ້​ພວກ​ເຮົາ​ຈື່​
ຈຳ​ວ່າ ພວກ​ເຮົາ​ຍັງ​ມີ​ອີກ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຈະ​ຕ້ອງ​ໄດ້​ເຮັດ ​ເພື່ອ​
ສັງຄົມ​ຂອງ​ພວກ​ເຮົາ ​ເພື່ອ​ສັນຕິພາບ​ຂອງ​ໂລກ ​ແລະ​ແນ່ນອນ ​ເພື່ອສົ່ງ​
ເສີມ​ສິດທິ​ຂອງ​ແມ່​ຍິງ​ໃຫ້​ກ້າວ​ໄກ​ໄປ​ໜ້າ. ​ແລະ​ສຳ​ຫລັບ​ການ​ຕໍ່ສູ້​ອັນ​
ຍາວ​ໄກ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ຜ່ານ​ຜ່າ​ນີ້ ​ແນ່ນອນ ລາງ​ວັນ​ອັນ​ນີ້​ແມ່ນ
​ເປັນ​ພຽງ​ການ​ເລີ້ມ​ຕົ້ນ ບໍ່​ແມ່ນ​ການ​ອາ​ວະສາ​ນ.”

ສະຫະລັດ ຊຸກຍູ້ ການສຶກສາສຳຫລັບແມ່ຍິງ ເນື່ອງໃນວັນແມ່ຍິງສາກົນປີນີ້:

XS
SM
MD
LG