ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມ​ຝ່າຍ​ຂວາ ແລະ​ຊ້າຍ ໃນ​ສະ​ພາ​ ເຕືອນ​ບໍ່​ໃຫ້​ສະ​ຫະ​ລັດ ເຂົ້າ​ໄປ​ພົວ​ພັນ ໃນ​ປະ​ເທດ​ຢູ​ເຄ​ຣນ


ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ຫາ​ລື​ກ່ຽວ​ກັບ​ສະ​ຖາ​ນະ​ການ ລະ​ຫວ​່າງ​ຣັດ​ເຊຍ ແລະ​ຢູ​ເຄ​ຣນ ທີ່​ນະ​ຄອນ​ນິວຢອກ.
ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ຫາ​ລື​ກ່ຽວ​ກັບ​ສະ​ຖາ​ນະ​ການ ລະ​ຫວ​່າງ​ຣັດ​ເຊຍ ແລະ​ຢູ​ເຄ​ຣນ ທີ່​ນະ​ຄອນ​ນິວຢອກ.

ວິ​ກິດ​ການ​ໃນ​ຢູ​ເຄ​ຣນ ໄດ້​ເຮັດ​ໃຫ້​ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ແລະ​ເດ​ໂມ​ແຄ​ຣັດ​ສ່ວນ​ໃຫຍ່ ມີ​ຄວາມ​ເປັນ​ເອກ​ກະ​ພາບ​ກັນ ຊຶ່ງ​ເປັນ​ຊ່ວງ​ເວ​ລາ​ທີ່​ບໍ່ຄ່ອຍ​ໄດ້​ເຫັນ​ກັນ ລະ​ຫວ່າງ​ທັງ​ສອງ​ພັກ​ການ​ເມືອງ​ທີ່​ເຫັນ​ພ້ອມ​ນຳ​ກັນ​ວ່າ ສະຫະ​ລັດ​ຕ້ອງ​ໄດ້​ແຂງ​ຂັນ ຕ້ານ​ຢັນ​ການ​ຮຸກ​ຮານ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ.

ແຕ່​ກໍ​ມີ​ກຸ່ມ​ນ້ອຍໆ ພາຍ​ໃນ​ພັກ​ຣີ​ພັບ​ບ​ລີ​ກັນ ຊຶ່ງ​ໄດ້​ຮັບ​ອິດ​ທິ​ພົນ​ຢ່າງ​ໜັກ​ຈາກການ​ມີ​ທ່າ​ທີ ຂອງອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ​ຕໍ່​ປະ​ເທດ​ຣັດ​ເຊຍ ໄດ້ຕ້ອງ​ຕິ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ທີ່​ໄດ້​ຄັດ​ຄ້ານ​ຕໍ່​ແຜນ​ການ ​ຂອງ​ທ່ານ​ປູ​ຕິນກ່ຽວ​ກັບ​ຢູ​ເຄ​ຣນ ຊຶ່ງ​ບາງ​ຄົນ​ເຖິງ​ກັບ​ເວົ້າ​ໄປ​ວ່າ ​ຣັດ​ເຊຍມີ​ສິດ​ທີ່​ຈະ​ຮຸກ​ຮານ​ໄດ້.
ສະ​ມາ​ຊິກ​ຫົວ​ກ້າວ​ໜ້າຂອງ​ພັກ​ເດ​ໂມ​ແຄ​ຣັດ​ບາງ​ຄົນ​ໃນ​ສະ​ພາ​ຕ່ຳ​ກໍ​ໄດ້​ເຕືອນ​ວ່າ ບໍ່​ມີ​ການ​ແກ້​ໄຂ​ທາງ​ທະ​ຫານ ຕໍ່​ວິ​ກິດ​ການ​ນີ້.

ໃນ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ການ​ຖອນ​ທະ​ຫານ​ອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ ແລະ​ພວກ​ຕາ​ລີ​ບານ​ເຂົ້າ​ຄວບ​ຄຸມ​ໃນ​ທີ່​ສຸດ ຍັງ​ເປັນ​ເລື້ອງ​ ທີ່​ຫາ​ກໍ​ເກີດ​ຂຶ້ນ​ໃໝ່ໆ ໃນ​ຈິດ​ໃຈ​ຂອງ​ຊາວ​ອາ​ເມ​ຣິ​ກັນ​ນັ້ນ ຄວາມ​ວິ​ຕົກ​ກັງ​ວົນ​ສ່ວນ​ໃຫຍ່ ທັງ​ຈາກ​ຝ່າຍ​ຂວາ​ແລະ​ຝ່າຍ​ຊ້າຍ ແມ່ນ​ແນ​ໃສ່​ເພື່ອ​ຫຼີກ​ລ່ຽງ​ຕໍ່​ການ​ພົວ​ພັນ​ທາງ​ທະ​ຫານ​ໃນ​ຢູ​ໂຣບ.

ທ່ານ​ໄບ​ເດັນ​ໄດ້​ກ່າ​ວ​ຫຼາຍໆ​ຄັ້ງ​ແລ້ວ​ວ່າ ສະ​ຫະ​ລັດ​ຈະ​ບໍ່​ສົ່ງ​ກຳ​ລັງ​ທະ​ຫານ​ໄປ​ສູ້​ລົບ​ທາງ​ພາກ​ພື້ນ​ດິນ​ໃນ​ຢູ​ເຄ​ຣນ ​ແລະ​ມີແຕ່​ ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ ເທົ່າ​ນັ້ນ. ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ແລະ​ເດ​ໂມ​ແຄ​ຣັດ​ສ່ວນ​ໃຫ​ຍ່​ຕ່າງ​ກໍ​ເຫັນ​ພ້ອ​ມ ​ກັບ​ການ​ເອົາ​ທ່າ​ທີ​ຂອງ​ລັດ​ຖະ​ບານ​ທີ່​ວ່າປະ​ຊາ​ທິ​ປະ​ໄຕ​ທີ່​ຍັງບໍ່ທັນ​ເຂັ້ມ​ແຂງ​ຂອງ​ຢູ​ເຄ​ຣນນັ້ນ ຈະ​ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ.

ແຕ່​ຜູ້​ຈັດ​ລາຍ​ການ​ໂອ້​ລົມ​ທາງ​ໂທ​ລະ​ພາບ​ນິ​ຍົມ​ແນວ​ທາງ​ເດີມ ທັກ​ເກີ ຄາ​ລ​ສັນ ໄດ້​ສະ​ແດງ​ຄວາມ​ສົງ​ໄສ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ ຢູ​ເຄ​ຣນ​ເປັນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕທີ່​ສົມ​ຄວນ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ສະ​ຫະ​ລັດ​ຫຼື​ບໍ່.

ທ່ານ​ຄາ​ລ​ສັນ ກ່າວ​ຢູ່​ໃນ​ລາຍ​ການ​ຂອງ​ລາວ​ເມື່ອ​ອາ​ທິດນີ້​ ເຖິງ​ທ່ານ​ເຈກ ຊູ​ລ​ລີ​ວານ ຊຶ່ງ​ເປັນ​ທີ່​ປຶກ​ສາ​ຂອງ​ທ່ານ​ໄບ​ເດັນ ​ວ່າ “ມັນ​ຈະ​ເຮັດ​ໃຫ້​ທ່ານ​ເປັນ​ຫ່ວງ​ກັງ​ວົນທີ່​ທ່ານ​ໂຈ ໄບ​ເດັນ ນາງ​ຊູ​ຊານ ໄຣ​ສ໌ແລະ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງທີ່​ຍັງ​ເປັນ​ເດັກ​ນ້ອຍ ພວກ​ເຂົາ​ເຈົ້າ​ທັງ​ໝົດ ບອກ​ພວກ​ເຮົາ​ແບບ​ໜ້າ​ຊື່ໆ​ວ່າ ມັນ
ແມ່ນ​ປະ​ຊາ​ທິ​ປະ​ໄຕ.”

ທ່ານ​ຈອ​ສ ຮໍ​ລີ (Josh Hawley) ຊຶ່ງ​ເປັນ​ແຂກ​ປະ​ຈຳຂອງ​ລາຍ​ການ​ທ່ານ​ຄາ​ລ​ສັນ ກໍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ແບບ​ດຽວ​ກັນ ໃນ​ຈົດ​ໝາຍ​ທີ່​ສົ່ງ​ໄປ​ຫາ​ລັດ​ຖະມົນ​ຕີ​ການ​ຕ່າງ​ປະ​ເທດ ແອນ​ໂທ​ນີ ບ​ລິງ​ເກັນ ເມື່ອ​ວັນ​ທີ 1 ກຸມ​ພາ​ຜ່ານ​ມາ ທີ່​ກ່າ​ວ​ວ່າ ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຂອງ​ລັດ​ຖະ​ບານ​ທ່ານ​ໄດ​ເດັນຕໍ່​ການ​ເຂົ້າ
ເປັນ​ສະ​ມາ​ຊິກ​ໃນ​ອົງ​ການ​ເນ​ໂຕ້ ​ຂອງ​ຢູ​ເຄ​ຣນນັ້ນ ແມ່ນ​ທ້າ​ທາຍ​ຕໍ່​ສະ​ພາບ​ການ​ໂຕ​ຈິງ​ທາງ​ດ້ານ​ພູ​ມີ​ສາດ​ການ​ເມືອງ​ໃນ​ເວ​ລານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG