ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຮຽນອາເມຣິກັນ ຊ່ວຍເຫລືອຜູ້ເຄາະຮ້າຍ ຈາກລະເບີດບໍ່ທັນແຕກ ຢູ່ລາວ (ສະໄລດ໌)


ບັນດານັກຮຽນ ແລະນາຍຄູຈາກ ມັດທະຍົມ Havard-Westlake ທີ່ໄປທັດສະນະສຶກສາ ແລະໃຫ້ການຊ່ວຍເຫລືອ ຜູ້ເຄາະຮ້າຍຈາກລະເບີດ ທີ່ພູກູດ ແຂວງຫລວງພະບາງ.
ບັນດານັກຮຽນ ແລະນາຍຄູຈາກ ມັດທະຍົມ Havard-Westlake ທີ່ໄປທັດສະນະສຶກສາ ແລະໃຫ້ການຊ່ວຍເຫລືອ ຜູ້ເຄາະຮ້າຍຈາກລະເບີດ ທີ່ພູກູດ ແຂວງຫລວງພະບາງ.
ໃນເດືອນ​ເມສາ ທີ່​ຜ່ານ​ມານີ້ ນັກ​ຮ​ຽນ ອາ​ເມ​ຣິ​ກັນ ກຸ່ມ​ນຶ່ງຈຳນວນ
13 ຄົນໄດ້​ເດີນທາງໄປ​ທັດສະນະ​ສຶກສາ ​ຢ້ຽມ​ຢາ​ມຂົງ​ເຂດ​ຊົນນະ
ບົດ ທີ່ ເມືອງພູ​ກູດ ​ແຂວ​ງ ຫລວງ​ພະ​ບາງ ​ແລະແຂວງ​ຊຽງ​ຂວາງ
​ເປັນ​ເວລາ​ສອງ​ອາທິດ ຊຶ່ງ​ເປັນ​ເຂດ​ນຶ່ງ​ທີ່ໄດ້​ຮັບ​ຜົນ​ສະ​ທ້ອນຈາກ
​ການ​ຖີ້ມ​ລະ​ເບີດ ທີ່ຍັງ​ຕົກ​ຄ້າງ​ມາຈາກ​ປາງ​ສົງ​ຄ​າມ​ໃນ​ລາວ.

ບັນດາ​ນັກຮຽນ​ເຫລົ່າ​ນີ້​ມາຈາກ ໂຮງຮຽນ​ມັດ​ທະ​ຍົມ Havard-
Westlake ຢູ່ພາກໃຕ້ຂອງລັດ California ​ຊຶ່ງ​ເປັນ​ໂຮງ​ຮຽນ​
ເອກ​ກະ​ຊົນ ສໍາລັບ​ນັກຮຽນຈາກຄອບຄົວ​ທີ່​ມີ​ຖານະ​ສູງ ເພາະວ່າ

ນັກຮຽນ ທ້າວ Max ກໍາລັງທໍາການບັນທຶກພາບ
ນັກຮຽນ ທ້າວ Max ກໍາລັງທໍາການບັນທຶກພາບ
ຄ່າຮຽນສູງ​ເຖິງ 35,000 ​ໂດ​ລາ​ຕໍ່​ປີ. ການ​ເດີນທາງໄປສຶກສາ
​ຄັ້ງ​ນີ້ ແມ່ນ​ໄດ້​ເປັນ​ຫລັກ​ສູດ​ການ​ຮຽນດ້ານ​ມະນຸດສະ​ທໍາ ​ເພື່ອ​
ໃຫ້ເຂົາ​ເຈົ້​າໄດ້​ເປີດ​ຫູ​ເປີດ​ຕາໄດ້​ເຫັນຄວາມທຸກ​ຍາກລໍາບາກ
ຂອງ​ປະຊາ​ຊາ​ຊົນ​ທ້ອງ​ຖິ່ນ ແລະຊອກຫາວິທີ່ທາງແກ້ໄຂຊ່ວຍ
ບັນເທົາທຸກແກ່ ບັນດາຜູ້ໄດ້ຮັບເຄາະຮ້າຍເຫລົ່ານີ້ ອັນ​ເປັນ​ປະ
ສົບ​ການ ​ແລະ​ເປັນບົດຮຽນຊີວິດ ທີ່ຊ່ວຍ​ໃຫ້​ເຂົາ​ເຈົ້າເປັນ​ຜູ້ນໍາ
ພາສັງຄົມ​ທີ່​ດີ​ໄດ້ໃນ​ອານາ​ຄົດ.

ເຖິງ​ແມ່ນ​ວ່າ​ສົງ​ຄາມ​ລັບ​ຢູ່​ໃນ​ລາວ ຈາກ​ປີ 1962 ຫາ​ປີ 1975
ໄດ້​ຍຸດ​ຕິ​ລົງ​ເປັນ​ເວ​ລາເກືອບ ສີ່​ທົດ​ສະ​ວັດແລ້ວ​ກໍ​ຕາມ ແຕ່​ວ່າ
​ບາດ​ແຜສົງ​ຄາມກໍ​ຍັງເຫລື​ອ​ໄວ້ໃຫ້​ເຫັນ​ຢູ່​ເທົ້າ​ທຸກວັນ​ນີ້. ​ບັນ​ດາ
ຜູ້​ສືບ​ຕໍ່ເຄາະ​ຮ້າຍຫລາຍໆ​ຄົນ ທີ່​ລອດ​ຊີ​ວິດ ແລະມີ​ປະ​ສົບ​ປະ​
ການ​ກັບ​ສົງ​ຄາມ ຍັງ​ສືບ​ຕໍ່ບອກເລົ່າເຖີງຄ​ວາມ​ລຳ​ບາກ​ຂອງການ​ດຳ​ລົງວິດຢູ່​ໃນ​ຂົງ​ເຂດ
ທີ່​ຖືກ​ຖິ້ມ​ລະ​ເບີດ​ໃສ່ນັ້ນ​ຢູ່​ຕະຫລອດ​ມາ.​

ຕົກ​ມາ​ເຖິງ​ສະ​ໄໝ​ປັດ​ຈຸ​ບັນ​ນີ້​ ບັນ​ດາ​ລູກ​ຫລານຜູ້ເກີດ​ໃໝ່ໃຫ​ຍ່​ລຸນ ​ທີ່​ບໍ່​ຮູ້ ບໍ່​ເຫັນ​ເຫດ​ການ ໄດ້ເປັນ​ຜູ້ຮັບ​ເຄາະກຳ​ຈາກ​ເສດ​ສົງ​ຄາມກໍ​ຄື ລະ​ເບີດ​ທີ່​ບໍ່​ທັນ​ແຕກ ຫລື UXO (Unxplode Ordinace) ທີ່​ຍັງ​ມີ​ຢາຍ​ຢູ່ໃນ​ພາກສ່ວນ​ໃຫຍ່​ຂອງ ປະ​ເທດ​ລາວ​ນັ້ນ.

ນັກຮຽນ ທ້າວ Milo ກໍາລັງໂຍນຊິ້ນສ່ວນລະເບີດ ທີ່ແຕກແລ້ວ
ນັກຮຽນ ທ້າວ Milo ກໍາລັງໂຍນຊິ້ນສ່ວນລະເບີດ ທີ່ແຕກແລ້ວ

ຈາກປີ 1964 ຫາ​ປີ 1973 ສະຫະລັດ ​ໄດ້​ຖີ້ມລະ​ເບີດປະ​ມານ
ສອງ​ລ້ານ​ຕັນ ລົງ​ໃສ່ແຜ່ນ​ດິນ​ລາວ ຈາກ 580,344 ຖ້ຽວ​ບິນ ​
ອ້າງ​ອິງ​ຕາມບັນ​ທຶກຖ້ຽວ​ບິນ​ຂອງ ກອງທັບສະ​ຫະ​ລັດ. ຄາດ​ກັນ
​ວ່າ ນຶ່ງ​ສ່ວນ​ສາມ​ຂອງ​ລະ​ເບີດທີ່​ຖີ້ມລົງ​ນັ້ນ ຍັງບໍ່​ທັນ​ແຕກ ຢູ່​ໃນ
​ນຶ່ງ​ສ່ວນ​ສາມ ຂອງ​ຜືນແຜ່ນ​ດິນ​ລາວ. ມີ​ພົນລະ​ເຮືອນປະ​ມ​ານ
50,000 ຄົນໄດ້​ຮັບ​ບາດ​ເຈັບຫລື​ເສຍ​ຊີ​ວິດ​ຈາກ​ລະ​ເບີດ​ຕົກ​
ຄ້າງ​ທີ່​ບໍ່​ທັນ​ແຕກ​ນັ້ນ. ​ນອກ​ຈາກ​ລູກ​ລະ​ເບີດ​ຕ່າງໆທີ່ຖີ້ມ​ລົງ​ໃສ່​
ແຜ່ນ​ດິນ​ລາວແລ້ວ​ ປະ​ມານ 270ລ້ານແມ່ນ​ລະ​ເບີດ​ລູກ​ຫວ່ານ. ​
ຊຶ່ງ​ມີ​ການຄາດຄະ​ເນ​ວ່າ 30 ເປີ​ເຊັນຫ​ລືປະມານ 80 ລ້ານ​ໜ່ວຍ
​ຍັງຕົກ​ຄ້າງບໍ່ທັນແຕກ ແລ​ະສືບ​ຕໍ່​ເປັນ​ອັນ​ຕ​ະ​ລາຍ ​ຕໍ່ການ​ດຳ​ລົງຊີ​ວິດ​ຂອງ​ປະຊາ​ຊົນລາວ
ຢູ່​ເທົ້າ​ທຸກວັນ​ນີ້.


ນັກຮຽນ ທ້າວ Jeff ກໍາລັງຖ່າຍຮູບ ຂຸມລະເບີດ ທີ່ກາຍມາເປັນສະປາ
ນັກຮຽນ ທ້າວ Jeff ກໍາລັງຖ່າຍຮູບ ຂຸມລະເບີດ ທີ່ກາຍມາເປັນສະປາ

ປັດ​ຈຸ​ບັນ​ນີ້ ລັດ​ຖະ​ບານ ສະ​ຫະ​ລັດ ໄດ້​ອະ​ນຸ​ມັດ​ງົບ​ປະ​ມານ
ສິບ​ລ້ານ​ໂດ​ລາ​ຕໍ່​ປີ ໃຫ້​ແກ່​ບັນ​ດາອົ​ງ​ການ​ເກັບ​ກູ້​ລະ​ເບີດ ທີ່​
ພາກັນປະ​ຕິ​ບັດ​ງານ​ຢູ່​ໃນ​ລາວ. ນອກ​ນັ້ນ​ກໍ​ມີ​ເງິນ​ບໍ​ລິ​ຈາກ​
ເພີ້​ມ​ເຕີມ ຈາກ​ສ່ວນເອກ​ກະ​ຊົນບຸກ​ຄົນ ແລະ​ບໍ​ລິ​ສັດ​ຕ່າງໆ. ​
ການ​ເກັບ​ກູ້​ລະ​ເບີດທີ່​ຍັງ​ຕົກ​ຄ້າງ​ບໍ່​ທັນ​ແຕກ ຢູ່​ໃນ ສ​ປ​ປ ລາວ
​ຍັງ​ຈະ​ດຳ​ເນີ​ນ​ໃຊ້​ເວ​ລາ​ຢູ່​ຕໍ່​ໄປ​ອີກ​ຫລາຍຮ້ອຍ​ປີ ຖ້າ​ຫາກວ່າ​ຍັງມີງົບ​ປະ​ມານ​ນຳມາໃຊ້ຈ່າຍ.​

ຊາວ​ອາ​ເມຣິກັນ ຈໍາ​ນວນ​ຫລວງ​ຫລາຍ ມີຄວາມ​ເສຍ​ໃຈ​ນໍາ​ການ
ກະທໍາ​ຂອງ ສະຫະລັດ ໃນສົງຄາມ​ລັບ ຢູ່​ໃນ​ປະ​ເທດ​ລາວ​ນັ້ນ ​ແລະ​ໄດ້​ພາກັນ​ພບລິ​ຈາກ​ເງິນ​ຊ່ວຍ​ເຫລືອ​ແກ່​ພວກ​ອົງການ​ຕ່າງໆ ທີ່​ເຮັດ​ວຽກ​ກ່ຽວ​ກັບ​ການ​ຊ່ວຍ​ເກັບ​ກູ້​ລະ​ເບີ​ດຢູ່​ລາວ ​ແລະ​ກໍ​ມີຈໍານວນ​ນຶ່ງ ທີ່​ເຮັດຫລາຍ​ກວ່າ​ນັ້ນ ໂດຍ​ໄດ້​ເຂົ້າ​ໄປ​ພົວພັນ​ ​ເພື່ອ​ໃຫ້​ເຫັນ​ສະພາບ​ໂຕ​ຈິງ​ໃນ ປະ​ເທດ​ທີ່​ໄດ້​ຮັບ​ເຄາະຮ່ວມ​ຢູ່​ໃນ​ນັ້ນ​ກໍ​ມີ ທ່ານ​ນາງ Alethea Tyler Paradis ອະ​ດີດ​ທະ​ນາຍ​ຄວາມ ອາ​ຈານສອນ​ວິຊາປະຫວັດສາດ ມະ​ນຸດ​ສະ​ທຳ ​ແລະ​ນັກ​ເຄື່ອ​ນ​ໄຫວ​ສັງຄົມ. ປັດ​ຈຸ​ບັນ​ນີ້ ທ່ານ​ນາງເປັນ​ເຈົ້າ​ຂອງ​ບໍ​ລິ​ສັດ​ນຳ​ທ່ຽວ ​ແລະ​ທັດສະນະ​ສຶກສາ Frienship Tours World ເພື່ອ​ຄົ້​ນ​ຄວ້າ​ສຶກ​ສາ ກ່ຽວ​ກັ​ບ​ບັນດາປະ​ເທດ​ທີ່​ພົ້ນ​ຈາກ​ສົງຄາມ ຊຶ່ງ​ທ່ານ​ນາງໄດ້​ເຫລົ່າ​ເຖິງ​ຈຸດ​ປະ​ສົງ ແລະ​ຂອງ​ໂຄງ​ການທ່ອງ​ທ່ຽວ​ສຶກ​ສາ ຕໍ່ ວີ​ໂອ​ເອ​ ​ວ່າ :


ທ່ານນາງ Alethea Tyler Paradis ແລະຜູ້ເຄາະຮ້າຍຄົນນຶ່ງ
ທ່ານນາງ Alethea Tyler Paradis ແລະຜູ້ເຄາະຮ້າຍຄົນນຶ່ງ

ລິງໂດຍກົງ

“ຂ້າພະ​ເຈົ້າ​ ​ເຄີຍ​ເປັນເປັນ​ທະນາຍຄວາມ ​ແຕ່​ວ່າ​ໄດ້​
ປ່ຽນໃຈບໍ່ຢາກ​ເດີນ​ເສັ້ນທາງ​ນັ້ນຕໍ່ໄປ​ອີກ ​ຈຶ່ງ​ໄດ້​ປ່ຽນ​
ໄປ
ພົວພັນ​ກັບການ​ສຶກສາ ​​ເພາະຂ້າພະ​ເຈົ້າ​ມີ​ຄວາມ
ຮູ້ສຶກ​ແ
ຮງ​ກ້າ ​ກ່ຽວກັບເລື້ອງຄວາມ​ທ່ຽງ​ທໍາ​ດ້ານ​ສັງ
ຄົ​ມ. ຂ້າພະ​ເຈົ້າ ​ເປັນ​ອາຈານ​ສອນ
ວິຊາປະ​ຫວັດ​ສາດ ກົດໝາຍ ​ແລະ​ມະນຸດ
ສະ​ທໍາ
ຢູ່​ທີ່ເມຶືອງ Santa Barbara​ລັດ California ຂັ້ນມັດທະຍົມ ແລະ​ມະຫາວິທະຍາ​ໄລ. ຂ້າພະ​ເຈົ້າສໍານຶກ​ໄດ້​ວ່າ ຖ້າຢາກ​ໃຫ້​ນັກຮຽນ​ສົນ​ໃຈ ​ແລະ
ຕື່ນ​ເຕັ້ນກັບ​ການ​ຮຽນປະຫວັດສາດ ເຮົາ​ກໍຕ້ອງ​ພາເຂົາ​ເຈົ້າ​ໄປ​ຍັງ​ທີ່​ເກີດ​ເຫດ. ເພາະສະ​ນັ້ນ ໃນເວ​ລາ​ທີ່ຂ້າ​ພະ​ເຈົ້າ​ເປັນ​ຄູສອນຢູ່​ນັ້ນຂ້າ​ພະ​ເຈົ້າກໍໄດ້​ແຕ່ງ​
ຫລັກສູດ​ການ​ຮຽນ​ກ່ຽວ​ກັບ ບັນດາປະ​ເທດ​ທີ່
ກໍາລັງ​ຟື້ນ​ໂຕຄືນຈາກສົງຄາມ.
ຂ້າພະ​ເຈົ້າ​ສົນ​ໃຈ​ຢາກ​ສິດສອນບົດຮຽນ​ກ່ຽວ​ກັບປະຊາ​ກອນ​ໂລກ ກ່ຽວ​ກັບນະ
ໂຍບາຍ​
ຕ່າງປະ​ເທດແລະ​ຜົນ​ກະທົບ ເພື່ີອ​ໃຫ້​ບັນດາ​ນັກຮຽນ​ສໍານຶກເຖິງ​ຜົນ​ສະທ້ອນຂອງ​ນະ​ໂຍບາຍ​ດ້ານ​ທະຫານ ອຸດສາຫະກໍາ ​ແລະເສດຖະກິດ​ທີ່​ສະ
ລັບຊັບຊ້ອນ​ ຂອງພວກ​ເຮົາ​ ທີ່​ມີ​ຕໍ່ບັນດາປະຊາຊົນ​ທີ່​ບໍ່​ແມ່ນ​ຄົນຕາ​ເວັນ​ຕົກ ​ຢູ່​ໃນ​ທົ່ວ​ໂລກ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ມໍລະດົກ​ຕົກ​ທອດ​ມາ​ຈາກ​ສົງຄາມ​ປະ​ຫວັດ​ສາດ ຊຶ່ງອັນທີ່​ຮູ້​ກັນ​ດີ​ ກໍ​ຄື ສົງຄາມ​ຫວຽດນາມ.

ໂຄງການ​ນີ້​ແມ່ນ​ເຊື່ອມ​ໂຍງ​ໃສ່​ກັບ
ຫລັກສູດ​ການຮຽນ ທີ່ພົວພັນ​ກັບພວກທີ່​ລອດ​ຊີວິດມາ​ໄດ້​ຢູ່ພາກ​ພື້ນດີິນ ​​ໃນບັນດາ​ປະ​ເທດ​ທີ່​ເຮົາ​ຈະ​ໄປສຶກສາ​ ແລະ​​ແທ້ໆ​
ແລ້ວ ກໍ​ແມ່ນພາ​ເດັກນ້ອຍໄປ​ພົບ​ພໍ້​ກັບ​ປະສົບ​ປະການ ​ແລະ​ໂອກາດ ​ແລະ​ຮຽນ​ຮູ້​ສະພາບ​ໂຕ​ຈິງ ທີ່​ສາມາດ​ດົນ​ໃຈ​ໃຫ້​ເຂົາ​ເຈົ້າ​ຢາກ
ໃຫ້ ການ​ຊ່ວຍ​ເຫລືອພວກ​ປະຊາຊົນທີ່ໄດ້​ຮັບ​ເຄາະ​.

ທ່ານ​ນາງ Alethea ໄດ້​ສ້າງບໍລິສັດຂອງຕົນເອງຂື້ນໃນປີ 2005ແລະໄດ້ເນັ້ນໜັກໃສ່ການ
ນໍາພາເດັກນ້ອຍໄປຢ້ຽມຢາມປະເທດ ທີ່ຫາກໍຟື້ນໂຕຈາກສົງຄາມແລະ ​ສຶກສາ​ກ່ຽວ​ກັບ​ປະ
ຫວັດສາດ. ​ໂຄ​ງກາ​ນນີ້​ໄດ້​ເລີ້ມ​ຕົ້ນ​ຈາກ​ ຫວຽດນາມ ແລະໄດ້ຂະຫຍາຍອອກໄປຫາກໍາ​ປູ​
ເຈຍ ຫວຽກ​ນາມ ລາວ ມຽນມາ ຄິວ​ບາ ​ແລະ ຣາວັນ​ດາ.

ພວກນັກຮຽນຍັງໄດ້ພາກັນຮຽນຮູ້ເຖິງ ວັດທະນະທໍາລາວ
ພວກນັກຮຽນຍັງໄດ້ພາກັນຮຽນຮູ້ເຖິງ ວັດທະນະທໍາລາວ

ນັກຮຽນຂອງທ່ານນາງແມ່ນ​ເລີ້ມ​ຈາກຊັ້ນ 7 ຫາຊັ້ນ 12 ​ໂດຍ​ສະ​
ເພາະ​ກ່ຽວ​ກັບ​ລາວນັ້ນ ຈໍານວນນຶ່ງ ບໍ່​ຮູ້​ຊໍ້າວ່າ ​ເມືອງລາວ​ຢູ່​ໃສ
ແລະກໍມີ​ຄົນຮູ້​ໜ້ອຍ​ທີ່​ສຸດ ຖ້າຫາກວ່າຮູ້​ກໍ​ແມ່ນ​ກ່ຽວ​ກັບ ​ເມືອງ​
ຫລວງ​ພະ​ບາງ ເມືອວມໍລະດົກໂລກບ່ອນ​ດືງດູດ​ນັກ​ທ່ອງ​ທ່ຽວ
ທີ່ໄປ​ເບິ່ງ​ຄູບາບິນ​ຖະບາດ. ນອກ​ນັ້ນ​ ກໍ​ແມ່ນ ບັນຫາ UXO
ຫລື​ລູກ​ລະ​ເບີດ ທີ່​ຍັງ​ບໍ່​ທັນ​ແຕກ ທີ່​ພົວພັນກັບ​ສົງຄາມ​ຫວຽດ
ນາມ. ແຕ່ວ່າໃນສະໄໝ ສົງຄາມຫວຽດນາມນັ້ນ ຄົນອາ​ເມຣິ
ກັນ​ສ່ວນໃຫຍ່ ກໍບໍ່ຮູ້ກ່ຽວ​ກັບ​ເມືອງ​ລາວ ​ບໍ່ຮູ້ວ່າລາວມີສ່ວນ
ພົວພັນແນວໃດ. ທ່ານນາງ Alethea ກ່າວຕໍ່ໄປວ່າ:

ລິງໂດຍກົງ

ໃນປີ 2012 ຂ້າພະ​ເຈົ້າ​ ​ໄດ້​ນໍາພາ​ນັກ​ຮຽນ 10 ຄົນ​ໄປ​ເມືອງ​ລາວ ​ແລະ​ໃນປີນີ້
ອີກ​ມີ ນັກ​ຮຽນ 13 ຄົນ ​ແຕ່​ລະເທຶ່ອພວກ​ເຮົາ​ໃຊ້​ເວລາ​ຢູ່​ສອງ​ອາທິດ ​ການໄປ​
ເທື່ອ​ນີ້
ພວກ​ເຮົາ​ຮ້ອງ​ວ່າ “ການ​ພະ​ຈົນ​ໄພ​ຂອງນັກ​ຂ່າວສືບສວນ” ຊຶ່ງ​ເຮົາ​ມີ​ນາຍ
ຄູ​
ສອນ ວີ​ດີ​ໂອ ໄດ້​ຮັບ​ລາງວັນ​ ຕິດຕາມ​ໄປ​ນໍາ ​ບັນດາ​ນັກຮຽນ​ໄດ້​ສຶກສາ​ຄົ້ນຄວ້າ
ກ່ຽວ​ກັບສາ​ເຫດ​ຂອງ​ຄວາມ​ເປັນ​ມາ
​ແລະ​ພວກ​ເຮົາ​ກໍ​ໄດ້​ຮັບ​ ຄວາມເຫລືອຈາກ​
ອົງການ
Give Children A Choice. ທ່ານ Dori ​ແລະ ທ່ານ​ນາງ Barbara
Shimoda ​ແນະ​ນໍາ​ໃຫ້​ພວກ​ເຮົາ​ຮູ້ຈັກ​ກັບ​ພວກ​ໄດ້​ຮັບ​ເຄາະ​ຈາກ​ລະ​ເບີດ​ບໍ່​ທັນ
ແຕກ. ​ໄດ້​ໄປ​ຢ້ຽມຢາມ​ເຮືອນ​ເຂົາ​ເຈົ້າ
ເພື່ອ​ທໍາ​ການສໍາ​ພາດ. ຫລັງຈາກ​ນັ້ນ​ ນັກ
ຮຽນກໍເອົາ​ໄປ
ຂຽນເປັນ​ເລື້ອງ​ເພື່ອ​ນໍາອອກ​ເຜີຍ​ແຜ່ ໃຫ້​ຜູ້​ຄົນ​ໄດ້​ຮູ້ຈັກກ່ຽວ​ກັບ​ຜົນ​
ກະທົບ​ຂອງ​ລະ​ເບີດ​ບໍ່​ທັນ​ແຕກ ​ແລະຮູ້
ວ່າ ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ນັ້ນ ​ເຂົາ​ເຈົ້າ​ຍັງດຳ​
ລົງ​ຢູ່​ກັບ​ຊີວິດ​ນີ້ຕໍ່​ໄປຢ່າງ​​ໃດ.

ອັນ​ນີ້ເປັນ​ໂຕ​ຢ່າງ​ທີ່​ດີ ຂອງ​ດ້ານ​ວິ​ສາ​ຫະກິດ​ສັງຄົມ​ຂອງ​ໂຄງການ​ຂອງ​ພວກ​ເຮົາ
ຄືເຮົາ​ໄດ້​ບອກນັກຮຽນ​ວ່າ ບໍ່​ແມ່ນ​ວ່າ​ພວກ​ເຮົາ​ຢາກ​ໃຫ້​ເຂົາເຈົ້າ​ໄດ້​ຮຽນ​ຮູ້ກ່ຽວ​ກັບ
​ຜູ້​ລອດ​ຊີວິດ​ຈາກ​ລະ​ເບີດ ທີ່​ຍັງ​ບໍ່​ທັນ​ແຕກ
​ເທົ່າ​ນັ້ນ ​ແຕ່​ຢາກ​ໃຫ້​ພວກ​ເຈົ້າ​ພາກັນ​
ຄຶດວ່າ ຈະ​ເຮັດ​ວິ​ທີ
ດ​ຈຶ່ງຈະ​ຊ່ວຍ​ໃຫ້ ຜູ້​ເຄາະ​ຮ້າຍ​ເຫລົ່າ​ນີ້​ສາມາດ​ກຸ້ມ​ໂຕ​ເອງ​ໄດ້
ຫລັງ​ຈາກ​ພວກ​ເຮົາ​ໜີ​ຈາກ​ໄປ
​ແລ້ວ ພວກ​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ ໂສກ​ນາດຕະກໍາ​
ຊີວິດຂອງ​ເຂົາ​ເຈົ້າ ​
​ແລະ​ຄວາມ​ລໍາບາກ​ຍາກ​ແຄ້ນ ແລະ​ເຮົາ​ຈະ​ສາມ​າດ ເຮັດ​ທຸກ​
ລະ​ກິດ
ອັນໃດເພື່ອ​ປະກອບ​ສ່ວນ​ໃນ​ການ​ຊ່ວຍ​ເຫ​ລື​ອ ຜູ້​ເຄາະ​ຮ້າຍເຫລົ່າ​ນີ້​​ໄດ້ ໃນ​
ໄລຍະ​ຍາວ.


ທ່ານ​ນາງ Alethea ​ໄດ້​ເລົ່າ​ເຖິງ​ຄອບຄົວ​ນຶ່ງ ທີ່​ພວກ​ນັກຮຽນ​ໄດ້ໄປ​ຢ້ຽ​ມຢາມ​ທີ່ຢູ່​ບ່ອນ​ສອກຫລີກຄື ຄອບ​ຄົວຂອງ​ເຢລີ ຂາ​ຂອງ​ລາວ​ສອງ​ເບື້ອງ​ໄດ້​ຖືກ​ລະ​ເບີດຂາດ​ອອກ. ລາວ​
ມີ​ລູກ 6 ຄົນ ​ແລະ​ລູກ​ຊາຍ​ອາຍຸ 15 ປີ​ຂອງ​ລາວຈະ​ຕ້ອງ​ໄດ້​ອອກ​ໂຮງຮຽນ​ເພື່ອ ເພື່ອ​ມາ
ເບິ່ງ​ແຍງ​ຊຸກ​ຍູ້​ຄອບຄົວ ​ເຂົາ​ເຈົ້າບໍ່​ມີນໍ້າ​ໃຊ້ ບໍ່​ມີ​ຫ້ອງ​ນໍ້າ. ສະພາບ​ການດັ່ງກ່າວ ​ເຖິງ​ກັບ​
ເຮັດໃຫ້​ພວກ​ນັກຮຽນ​ອຶ້ງ​ໄປ ​ເພາະ​ເຂົາ​ເຈົ້າບໍ່​ເຄີຍ​ເຫັນ​ຄວາ​ມທຸກ​ຍາກ​ຄື​ດັ່ງ​ນີ້​. ​ດັ່ງ​ນັ້ນ
ພວກ​ເຮົາ​ກໍ​ເລີຍ​ມາ​ລົມ​ກັນ​ວ່າ ຈະ​ຊ່ວຍ​ຄອບຄົວ​ນີ້​ໄດ້​ແນວ​ໃດ ກໍ​ເລີ​ມີ​ຜູ້​ສະ​ເໜີ​ ​ຂື້ນ​ມາ​ວ່າ
ຄັນ​ຊັ້ນ​ກະ​ຊ່ວຍ​ອຸບ​ປະກອນເຄື່ອງຈັກ​ປູກ​ຝັງ​ເດ້ ຈະ​ເປັນ​ຢ່າງ​ໃດເພື່ອໃຫ້​ລາວ​ນໍາ​ເອົາ​ມາ​
ໃຊ້ໃນ​ການ​ປູກຝັງ ​ແລະ​ເປັນ​ເຄືອງ​ມື​ທຸລະ​ກິດ ໃຫ້​ເພື່ອນ​ບ້ານ​ເ​ຊົ່າ​ໃຊ້ ​ເພື່ອ​ເປັນ​ລາຍ​ໄດ້
​ເຂົ້າ​ ​ຄອບຄົວ. ​ເມື່ອຄອບຄົວ​ໄດ້​ຍິນ​ດັ່ງ​ນັ້ນ​ ກໍ​ພາກັນ​ດີ​ໃຈ ​ແຕ່ກໍ​ສະ​ແດງ​ຄວາມສົງ​ໃສ​ວ່າ
ນັກຮຽນ​ພວກ​ນີ້ຈະ​ພາກັນ​ເຮັດ​ໄດ້​ຄື​ເວົ້າ​ຫລືບໍ່? ທ່ານ​ນາງ Alethea ອະທິບາຍ​ຕໍ່​ວ່າ :

ລິງໂດຍກົງ

ພວກ​ນັກຮຽນພາກັນ​ກະ​ຕືລື​ລົ້ນ ຫລັງຈາກກັບ​ມາ​ຮອດ​ບ້ານ ​ເຂົາ​ເຈົ້າ​ພາກັນ​ເລີ້ມ​
ຫາ​ລາຍ​ໄດ້​ຢູ່​ໃນໂຮງຮຽນ​ຂອງ​ເຂົາ​ເຈົ້າ ​ແລະ​ໄດ້​ພາກັນ​ຈັດ​ຕັ້ງ
ສະມາຄົມທີ່​ ມີ​ຊື່ວ່າ
No UXO ຫລື​ “ບໍ່​ໃຫ້​ມີ​ລູກ​ລະ​ເບີດ​ທີ່​ຍັງ​ບໍ່​ແຕກ​” ​
​ແລະ​ຊ່ວຍ​ກັນ​ປຸກລະ​ດົມ​ສ້າງ​
ຄວາມ​ຕື່ນ​ຕົວ​ກ່ຽວ​ກັບ​ບັນຫາ​ນີ້.
​ເຂົາ​ເຈົ້າ​ຕັ້ງ​ເປົ້າ​ໝາຍ​ໄວ້ວ່າ ຈະ​ຫາ​ເງິນ​ໃຫ້​ໄດ້
5000 ​ໂດ​ລາ ​ແລະ​ປັດຈຸບັນ​ນີ້ ກໍ​ຫາ​ໄດ້ແລ້ວ 1,200 ​ໂດ​ລາ ​ແລະ​ຈະ​ມີ​ທຶນ​ມາ​ສົມ
ທົບ​ອີກ ນອກຈາ​ກນັ້ນ​ເຂົາ​ເຈົ້າຍັງ​ຈະ​ໃຊ້ ວິ​ດີ​ໂອ
ທີ່​ຜະລິດ​ອອກຂອງ​ເຂົາ​ເຈົ້າ​ໃນ​
ການ
ຫາ​ລາຍ​ໄດ້ໄປ​ຊ່ວຍຜູ້​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ທີ່​ຍັງ​ຕົກ​ຄ້າງ​ບໍ່​ທັນ​ແຕກ​ນັ້ນ.

ທ່ານ​ນາງ Alethea ​ເວົ້າ​ວ່າ ພວກ​ນັກ​ຮຽນ ຈະ​ນໍາເອົາ​ເງີ​ນທີ່​ຫາ​ມາ​ໄດ້​ນີ້​ໄປ​ຊື້​ລົດໄຖ​ນາ ​
ຫລື​ລົດ Tractor ໄປ​ມອບ​ໃຫ້​ຄອບຄົວ ຢາ​ລີ ເພື່ອນໍາ​ໄປ​ປະກອບ​ການ​ທໍາ​ມາ​ຫາ​ກິນ ​ໃຊ້​
ບໍລິການຮັບ​ຈ້າງ​ຕາມໝູ່​ບ້ານ ຊຶ່ງລົດ​ໄຖ​ນາດັ່ງ​ກ່າວ​ນີ້​ຈະ​ແມ່ນ ລູກ​ຊາຍ​ຂອງ ເຢລີ ​ເປັນ
​ຜູ້​ຂັບ. ນອກຈາກ​ສໍາພາດ​ບັນດາ​ຜູ້​ໄດ້​ຮັບ​ເຄາະ​ຮ້າ​ບ​ແລ້ວ ນັກຮຽນ​ຍັງ​ໄດ້​ຄົ້ນ​ຄວ້າ​ສຶກສາ​
ວ່າ​ປະ​ເທດ​ລາວໄດ້​ເຂົ້າໄປ​ພົວພັນ​ກັບ ສົງຄາມ​ຫວຽດນາມ​ຢ່າງໃດ ​ແລະ​ໄດ້​ໄປ​ເຫັນ​ສະ
ຖານ​ທີ່​ປະຫວັດສາດທີ່​ພົວພັນ​ກັບ​ສົງຄາມ​ດັ່ງກ່າວ ​ເຊ່ນ​ໄດ້​ໄປ​ຢ້ຽມຢາມ​ຖໍ້າ​ບ່ອນ​ທີ່ ຄະ
ນະ​ປະ​ເທດລາວເຄີຍໄດ້​ໃຊ້​ເປັນ​ກອງ​ບັນຊາ​ການ ຊຶ່ງ​ຢູ່​ໃນ​ນັ້ນ ພວກ​ນັກຮຽນ​ໄດ້ເຫັນ
ກ້ອງຢາ​ penicillin ເກົ່າທີ່ໃຊ້​ເປັນຢາ​ແກ້​ເຈັບ​ປວດ​ບາດ​ແຜ ທີ່​ໄດ້ຈາກ​ການ​ສູ້​ລົບ.

ນັກຮຽນຄົນນຶ່ງພົບເຫັນແກ້ວຢາ Pennicillin ເປົ່າຢູ່ໃນຖໍ້າ
ນັກຮຽນຄົນນຶ່ງພົບເຫັນແກ້ວຢາ Pennicillin ເປົ່າຢູ່ໃນຖໍ້າ

ທ່ານ​ນາງ Alethea ມີ​ແຜນການ​ຈະ​ກັບ​ໄປ​ປະ​ເທດ​ລາວ​ອີກ ​
ໃນລະດູ​ໃບ​ໄມ້​ປົ່ງ​ປີໜ້າ ຊຶ່ງ​ຕາມ​ປົກກະຕິ​ແລ້ວ ທ່ານ​ນາງ​ຈະ
​ເດີນທາງ​ໄປ​ປະ​ເທດ​ເປົ້າ​ໝາຍ​ຂອງ​ການ​ຊ່ວຍ​ເຫລືອຈາ​ກ
ໂຄງການ​ດັ່ງກ່າວ​ຂອງ​ທ່ານ​ນາງ​ປີ​ລະ​ເທື່ອ​ ​ແລະ​ລູກ​ຄ້າ ຂອງ
ທ່ານ​ນາງ​ກໍ​ຄື​ພວກ​ນາຍຄູ ທີ່​ພາ​ນັກຮຽນ​ໄປ​ທັດສະນະ​ສຶກສາ​
ສະພາບ​ການ ​ໂຕ​ຈິງ ກ່ຽວ​ກັບ​ຜົນ​ກະທົບ​ຈາກ​ລະ​ເບີດ​ບໍ່​ທັນ​
ແຕກ ກໍ​ຄື​ມໍລະ​ດົກ​ຕົກ​ທອດ​ຈາກ​ສົງຄາມ​ນັ້ນ​ເອງ.




ທ່ານ​ສາມາດ ຕິດ​ຕາມ ​ແລະ​ຮຽນຮູ້​ໄດ້​ຈາກ ​ແວບ​ໄຊ​ ຢູ່​ຂ້າງ​ລຸ່ມ​ນີ້:
www.friendshiptoursworld.com/
http://www.givechildrenachoice.org/kayeng-yang-update-kayeng-needs-your-help
htt http://www.givechildrenachoice.org/meet-kayeng-yang-blinded-and-disfigured-us-bombie-35-years-later p://www.givechildrenachoice.org
XS
SM
MD
LG