ຊາວໜຸ່ມສ່ວນໃຫຍ່ໂດຍທົ່ວໄປແລ້ວ ເຂົາເຈົ້າຈະບໍ່ຄ່ອຍເຂົ້າເຮືອນຄົວ ເພື່ອແຕ່ງອາ
ຫານກິນຫຼາຍປານໃດ ເພາະວ່າຕອນຢູ່ບ້ານກັບພໍ່ແມ່ນັ້ນ, ການແຕ່ງກິນສ່ວນຫຼາຍກໍ
ຈະແມ່ນແມ່ເປັນຜູ້ເຮັດ, ສະນັ້ນແລ້ວ ເມື່ອເຂົາເຈົ້າອອກຈາກເຮືອນຂອງເຂົາເຈົ້າ
ເພື່ອໄປຮຽນຕໍ່ມະຫາວິທະຍາໄລຢູ່ຕ່າງຖິ່ນ ເຂົາເຈົ້າຈະເຮັດກິນບໍ່ເປັນ ຫຼືບໍ່ກໍບໍ່ມີເວ
ລາ, ສະນັ້ນເຂົາເຈົ້າຈະຊອກຊື້ອາຫານທີ່ກິນງ່າຍໆ ແລະ ບໍ່ຄ່ອຍເປັນອາຫານເພື່ອ
ສຸຂະພາຍປານໃດ. ເຊິ່ງ ພຸດທະສອນ ຈະນຳເອົາລາຍງານ ເລື່ອງອາຫານການກິນ
ທີ່ອາດເຮັດໃຫ້ນັກສຶກສາປີທຳອິດຢູ່ມະຫາວິທະຍາໄລ ມີນ້ຳໜັກເພີ່ມຂຶ້ນມາສະເໜີ
ທ່ານໃນອັນດັບຕໍ່ໄປ.
ຈະມີໃຜອົດບໍ່ກິນຈືນມັນຝຣັ່ງ, ພິສຊາ ແລະ ກະແລັມ ໄດ້ແດ່?
ບໍ່ແມ່ນທ້າວ ກຸນນາ ແຄໂຣລ ແນ່ນອນ, ລາວແມ່ນນັກສຶກສາຢູ່ມະຫາວິທະຍາໄລ
ອາເມຣິກັນ ໃນນະຄອນຫຼວງ ວໍຊິງຕັນ.
“ແຮມເບີເກີ, ຈືນມັນ, ພິສຊາປ່ຽງນຶ່ງ ແລະ ນໍ້າອັດລົມ ໂຄກ,” ແມ່ນອາຫານທີ່ມັກຂອງ
ລາວ, ອີງຕາມການກ່າວຂອງຜູ້ທີ່ໄດ້ຍ້າຍມາຈາກເຂດ ບຣຸກລິນ ຂອງນະຄອນ
ນິວຢອກ ນັ້ນ.
ດ້ວຍອາຫານຈຳນວນຫຼວງຫຼາຍຢູ່ໂຮງອາຫານ ແລະ ບໍ່ມີໃຜເດົາລາຍການອາຫານ
ໄດ້ນັ້ນ, ນັກສຶກສາປີທຳອິດທັງຫຼາຍ, ຈະພາກັນເຂົ້າໄປຊື້ກິນ ແລະ ກໍເຮັດໃຫ້ຮ່າງ
ກາຍມີນ້ຳໜັກຫຼາຍຂຶ້ນ.
ຫຼື ເຂົາເຈົ້າຕຸ້ຍຂຶ້ນແທ້ບໍ?
ການສຶກສາໃນບົດຂຽນ ກ່ຽວກັບ ສຸຂະພາບໃນມະຫາວິທະຍາໄລ ເມື່ອສິບປີທີ່ຜ່ານ
ມາໄດ້ສະເໜີວ່າ ນັກສຶກສາປີທຳອິດ ບໍ່ໄດ້ມີນ້ຳໜັກຂຶ້ນຄືທີ່ເຄີຍເປັນ, ເປັນການໃຫ້
ຄວາມຫວັງ ຕໍ່ຜູ້ທີ່ກຳລັງສຶກສາ ແລະ ຕໍ່ສູ້ກັບໂຣກອ້ວນຊາວ ອາເມຣິກັນ, ເຊິ່ງໃນປີ
2008, ຊາວອາເມຣິກັນອາຍຸ 20 ປີ ແລະ ສູງກວ່າມີ 66.9 ເປີເຊັນ. ປັດຈຸບັນນີ້, ຊາວ
ອາເມຣິກັນ ທີ່ມີນ້ຳໜັກເກີນຂະໜາດ ແລະ ເປັນໂຣກອ້ວນແມ່ນໄດ້ເພີ່ມຂຶ້ນເຖິງ 71
ເປີເຊັນ, ອີງຕາມສູນກາງເພື່ອການຄວບຄຸມໂຣກ ສະຫະລັດ.
ຕົວເລກດັ່ງກ່າວນັ້ນເຮັດໃຫ້ມີຊາວອາເມຣິກັນ ເກືອບເຖິງ 30 ເປີເຊັນເປັນຜູ້ທີ່ບໍ່ມີນ້ຳ
ໜັກເກີນ ໃນປີ 2016.
ຜູ້ຂຽນ ກ່ຽວກັບ ການສຶກສາດັ່ງກ່າວ, ທ່ານນາງ ນິໂຄລ ແອລ ມິຮາໂລປູລັອສ (Nicole
L Mihalopoulos) ແລະ ເພື່ອນນັກຄົ້ນຄວ້າທັງຫຼາຍ ໄດ້ຄົ້ນພົບວ່າ ນັກສຶກສາປີ
ທຳອິດສ່ວນໃຫຍ່ໃນ 125 ຄົນທີ່ໄດ້ສຶກສານັ້ນບໍ່ໄດ້ຕຸ້ຍຂຶ້ນ 7 ກິໂລ ຫຼື ຫຼາຍກວ່ານັ້ນ,
ບໍ່ມີການປ່ຽນແປງ ຫຼື ຕຸ້ຍຂຶ້ນພຽງກິໂລດຽວ. ຕົວເລກທີ່ດີທີ່ສຸດສຳລັບຜູ້ທີ່ບໍ່ມີການປ່ຽນ
ແປງແມ່ນ 33 ເປີເຊັນ, ຕຸ້ຍຂຶ້ນ ນຶ່ງຫາສອງກິໂລແມ່ນ 30 ເປີເຊັນ, ຕຸ້ຍຂຶ້ນ 3 ຫາ 6
ກິໂລ 17 ເປີເຊັນ, ຫຼື ນ້ຳໜັກຫຼຸດແມ່ນ 15 ເປີເຊັນ.
ການສຶກສາດັ່ງກ່າວຍັງໄດ້ເປີດເຜີຍວ່າ ພວກນັກສຶກສາຜູ້ທີ່ມີ “ປະຫວັດເສດຖະກິດ
ສັງຄົມຕ່ຳນັ້ນ ມີນ້ຳໜັກເພີ່ມຂຶ້ນຫຼາຍກວ່າ,” ແຕ່ການໄດ້ສຶກສາໃນລະດັບມະຫາວິ
ທະຍາໄລ “ຈະເຮັດໃຫ້ນ້ຳໜັກຫຼຸດລົງຢ່າງຕໍ່ເນື່ອງ.” ແຕ່ແນວໃດກໍຕາມ, ມັນຈະແກ່
ຍາວໄປຮອດຊ່ວງອາຍຸກາງຄົນເທົ່ານັ້ນ.
ໃນຂະນະທີ່ການສຶກສາອື່ນໆໄດ້ສະແດງໃຫ້ເຫັນຜົນສະຫຼຸບທີ່ແຕກຕ່າງກັນນັ້ນ,
ການສຶກສາວິເຄາະລວມຜົນໃນເດືອນກຸມພາ 2017 ໄດ້ຄົ້ນພົບຜູ້ທີ່ເປັນນັກສຶກສາ
ປີທຳອິດ 15 ປອນ ເປັນເລື່ອງຂີ້ຕົວະຫຼາຍກວ່າຄວາມຈິງ. ຄຳວ່າ “ນັກສຶກສາປີທຳ
ອິດ 15 ປອນ ຫຼື Freshman 15” ແມ່ນຄຳເວົ້າທີ່ມັກຖືກໃຊ້ໃນ ສະຫະລັດ ທີ່ອ້າງ
ເຖິງຈຳນວນນ້ຳໜັກ, ທີ່ຖືກຈັດຢູ່ 15 ປອນ ຫຼື 7 ກິໂລ ທີ່ເພີ່ມຂຶ້ນໃນຮ່າງກາຍຂອງ
ເຂົາເຈົ້າ ໃນລະຫວ່າງການຮຽນປີທຳອິດຢູ່ມະຫາວິທະຍາໄລຂອງພວກນັກສຶກສາ.
ອາຈານເສດຖະສາດ ທ່ານ ຊາລສ໌ ໂບມ ຈາກມະຫາວິທະຍາໄລພາກກາງລັດ ເທັນ
ເນັສຊີ ໄດ້ກ່າວຫຼັງຈາກການສຶກສາຂໍ້ມູນຈາກການສຳຫຼວດການພັດທະນາການຂອງ
ຊາວໜຸ່ມແຫ່ງຊາດວ່າ “ຂ້າພະເຈົ້າພົບວ່າ ການເຂົ້າຮຽນມະຫາວິທະຍາໄລປີທຳອິດ
ແມ່ນຄາດວ່າຈະມີນ້ຳຂຶ້ນພຽງປະມານ 1 ປອນເທົ່ານັ້ນ.” ຂໍ້ມູນຊຸດນັ້ນ ປະກອບມີຂໍ້
ມູນຂອງຫຼາຍພັນຄົນ, ຫຼາຍຄົນໄດ້ຖືກສຳຫຼວດໃນຫຼາຍທົດສະວັດທີ່ຜ່ານມາ.
ນາງ ອາແມນດາ ສລິ້ງ, ນັກໂພຊະນາການ ທີ່ໄດ້ລົງທະບຽນຢູ່ມະຫາວິທະຍາໄລ
ອາເມຣິກັນ ໃນນະຄອນຫຼວງ ວໍຊິງຕັນ, ໄດ້ເຫັນພ້ອມວ່າ ນັກຮຽນປີທຳອິດ 15 ປອນ
ອາດເປັນເລື່ອງເລົ່າ ໃນຕຳນານຫຼາຍກວ່າຄວາມເປັນຈິງ.
ນາງ ສລິ້ງ ກ່າວວ່າ “ຂ້າພະເຈົ້າບໍ່ເຊື່ອວ່ານັກສຶກສາປີທຳອິດ 15 ປອນຈະມີຢູ່ຈົນ
ເຖິງປັດຈຸບັນນີ້ ດັ່ງທີ່ມັນອາດໄດ້ເປັນໃນຫຼາຍທົດສະວັດທີ່ຜ່ານມາ. ການຫຼຸດລົງ
ຂອງການມີນ້ຳຂຶ້ນ ແມ່ນເບິ່ງຄືວ່າ ຈະເປັນການປະສານກັນຂອງການສະໜອງອາ
ຫານເພື່ອສຸຂະພາບຢູ່ມະຫາວິທະຍາໄລ ກັບການລະວັງໃນການເລືອກອາຫານ.”
ທາງເລືອກໃນການເປັນມັງສະວີລັດເພື່ອສຸຂະພາບ ແລະ ປາສະຈາກໂປຣທີນຈາກ
ເຂົ້າແມ່ນມີຫຼາຍຂຶ້ນກວ່າເກົ່າ. ຮ້ານອາຫານຈານດ່ວນຫຼາຍແຫ່ງກໍມີສະລັດ ແລະ
ຜັກຕ່າງໆເປັນອາຫານຈານປະກອບ. ພວກນັກສຶກສາມະຫາວິທະຍາໄລແມ່ນຄົນ
ທີ່ຂະຫຍັນຂັນແຂງ. ນັກສຶກສາປີທຳອິດຫຼາຍຄົນມັກຍ່າງ ຫຼື ຂີ່ລົດຖີບ ຫຼາຍກວ່າ
ແຕ່ກີ້, ເປັນການຊ່ວຍເຜົາຜານພະລັງງານແຄລໍຣີ.
ໂຮງອາຫານ ແລະ ການບໍລິການອາຫານ ໄດ້ພະຍາຍາມທີ່ຈະເຮັດໃຫ້ແຜນອາຫານ
ຂອງເຂົາເຈົ້າເປັນຕາຢາກກິນກວ່າໝີ່ສຳເລັດຮູບ ແລະ ຂົ້ວມັກກະໂຣນີໃສ່ ເນີຍແຂງ,
ເຊິ່ງແມ່ນອາຫານຕາມຫໍພັກ ທີ່ມີມາດົນນານ. ໃນຂະນະທີ່ມັນງ່າຍ ແລະ ກໍໄວນັ້ນ,
ອາຫານດັ່ງກ່າວແມ່ນເຕັມໄປດ້ວຍພະລັງງານແຄລໍຣີ ແລະ ບໍ່ມີທາດບຳລຸງລ້ຽງ. ໝີ່
ລົດໄກ່ຫໍ່ນຶ່ງ ມີປະລິມານທາດໂຊດຽມທີ່ແນະນຳໃຫ້ພໍລິໂພໃນແຕ່ລະວັນເຖິງ 1 ສ່ວນ
3, ໃນຂະນະທີ່ມັນໃຫ້ແຄລໍຣີປະມານ 1 ສ່ວນ 10 ຂອງ 2000 ແຄລໍຣີ ທີ່ຖືກຈັດໃຫ້
ເປັນປະລິມານບໍລິໂພກມາດຕະຖານສຳລັບຜູ້ໃຫຍ່ຄົນນຶ່ງ.