ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກສັງຄົມນິຍົມຝຣັ່ງ ໄດ້ເລືອກເອົາ ຜູ້ສະໝັກ ລົງແຂ່ງຂັນ ເປັນປະທານາທິບໍດີ ແລ້ວ


ທ່ານ Benoit Hamon ທັກທາຍ ກັບບັນດາຜູ້ສະໜັບສະໜູນ ຫຼັງຈາກ ໄດ້ຮັບໄຊຊະນະ ການຖືກສະເໜີຊື່ ລົງແຂ່ງຂັນ ເປັນ
ປະທານາທິບໍດີ ໃນນາມພັກສັງຄົມນິຍົມ ຢູ່ໃນນະຄອນຫຼວງ
ປາຣີ ຂອງຝຣັ່ງ, ວັນອາທິດ ທີ 29 ມັງກອນ 2017.
ທ່ານ Benoit Hamon ທັກທາຍ ກັບບັນດາຜູ້ສະໜັບສະໜູນ ຫຼັງຈາກ ໄດ້ຮັບໄຊຊະນະ ການຖືກສະເໜີຊື່ ລົງແຂ່ງຂັນ ເປັນ ປະທານາທິບໍດີ ໃນນາມພັກສັງຄົມນິຍົມ ຢູ່ໃນນະຄອນຫຼວງ ປາຣີ ຂອງຝຣັ່ງ, ວັນອາທິດ ທີ 29 ມັງກອນ 2017.

ພວກສັງຄົມນິຍົມ ໃນປະເທດຝຣັ່ງ ໄດ້ເລືອກເອົາອະດີດ ຣມຕ Benoit Hamon ໃຫ້ເປັນຜູ້ສະໝັກຂອງພວກເຂົາເຈົ້າ ເພື່ອລົງແຂ່ງຂັນເປັນປະທານາທານາທິບໍດີ ທີ່ພວກນັກວິເຄາະທັງຫຼາຍກ່າວວ່າ ເບິ່ງຊົງຄືຈະບໍ່ຊ່ອຍຫຽັງໃຫ້ດີຂຶ້ນ ເວລາ
ຊາວຝຣັ່ງ ເລີ່ມລົງຄະແນນສຽງເລືອກເອົາປະທານາທິບໍດີຮອບທຳອິດ ໃນເດືອນ ເມສາທີ່ຈະມາເຖິງນີ້.

ໃນການນັບຄະແນນສຽງທີ່ເກືອບຈະແລ້ວນັ້ນ ຜົນທີ່ອອກມາ ໃນວັນອາທິດວານນີ້ ເຫັນວ່າການເລືອກຕັ້ງຂັ້ນຕົ້ນ ສຳລັບພັກສັງຄົມນິຍົມ ບອກວ່າ ທ່ານ Hamon ໄດ້ຮັບຄະແນນເກືອບ 59​% ລື່ນຄູ່ແຂ່ງທີ່ນິຍົມສາຍກາງອະດີດ ນຍ ທ່ານ Manuel Valls. ແລະທ່ານ Manuel Valls ກໍໄດ້ຍອມຮັບເອົາການປາໄຊແລ້ວ.

ທ່ານ ຮາມົງ ໄວ 49 ປີ ກ່າວ ຕໍ່ພວກສະໜັບສະໜູນທີ່ຮ້ອງເຊຍໄຊຊະນະຢູ່ນັ້ນ ວ່າ “ປະເທດ ຂອງພວກເຮົາ ຕ້ອງການເດີນຊ້າຍ ແຕ່ຕ້ອງເປັນແບບທັນສະໄໝ ແບບ ວິວັດທະນາການຊ້າຍ ເພື່ອກ້າວສູ່ອະນາຄົດ.”

ພວກນັກວິເຄາະພາກັນເຫັນວ່າ ພັກສັງຄົມນິຍົມ ອ່ອນແອ ແລະ ຖືກແບ່ງແຍກ ແລະ ຂາດຄວາມນິຍົມ ຢູ່ໃນການເປັນປະທານາທິບໍດີ ຂອງທ່ານ Francois Hollandeມີໂອກາດໜ້ອຍ ຫຼື ບໍ່ມີເລີຍທີ່ຈະເຄື່ອນໄຫວໄປໜ້າ ໃນວັນທີ 23 ເດືອນເມສານີ້. ຖ້າບໍ່ມີຜູ້ໃດ ໄດ້ຮັບຄະແນນສຽງກາຍເຄິ່ງ ພວກຊະນະເລີດ ສອງຄົນ ຈະໄດ້ປະເຊີນ
ໜ້າກັນຕື່ມ ໃນວັນທີ 7​ ພຶດສະພາ.

ໃນການຢັ່ງຫາງສຽງ ຕອນຕົ້ນໆ ເຫັນວ່າ ທ່ານ ຮາມົງ ນຳໜ້າຄູ່ແຂ່ງ 4 ຄົນ.

ການເປັນຜູ້ສະໝັກ ແລະການຂາດຄວາມກະຕືລືລົ້ນ ທີ່ເຫັນໄດ້ຊັດ ຂອງພັກ ຂອງ
ທ່ານ ຄາດວ່າຈະເປັນການຊຸກຍູ້ທ່ານ Emmanuel Macron ທີ່ນິຍົມສາຍກາງ ຕໍ່ສູ້ກັບຄູ່ແຂ່ງຊັ້ນນຳ ຈາກພວກຝ່າຍຂວາ ແລະ ຂວາຈັດ.

France Politics
please wait
Embed

No media source currently available

0:00 0:01:14 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG