ບັນດາຜູ້ນຳຂອງໂລກອອກມາປະນາມຢ່າງໄວວາຕໍ່ການກໍ່ການ
ຮ້າຍທີ່ຮ້າຍແຮງສຸດໃນຝຣັ່ງ ໃນຮອບຫຼາຍໆທົດສະວັດ ຫຼັງຈາກ
ທີ່ພວກມືປືນ ໃສ່ໜ້າກາກ ໄດ້ຍິງສັງຫານ 12 ຄົນ ທີ່ສຳນັກງານ
ສັງສືພິມແຫ່ງນຶ່ງ ໃນນະຄອນປາຣີສ ທີ່ຮູ້ກັນດີວ່າ ເປັນໜັງສືພິມ
ຍົວະເຍີ້ຍຕະຫລົກຊວນຫົວນັ້ນ.
ການໂຈມຕີໃນວັນພຸດມື້ນີ້ໄດ້ສັງຫານບັນນາທິການ ທ່ານ Charlie Hebdo ພ້ອມທັງຕຳ ຫຼວດ 2 ຄົນ. ພວກໂຈມຕີໄດ້ຫລົບໜີໄປ ຫຼັງຈາກທີ່ໄດ້ຍິງສັງຫານ ໃນຕອນບ່າຍວານນີ້.
ຕໍ່ມາ ເຈົ້າໜ້າທີ່ຝຣັ່ງກໍສາມາດລະບຸໂຕພວກໂຈມຕີນີ້ວ່າແມ່ນຜູ້ໃດ ໃນການສືບສວນ ທີ່
ໄດ້ຮັບການຊ່ອຍເຫຼືອຈາກສະຫະລັດຢ່າງເຕັມທີ່.
ປະທານາທິບໍດີສະຫະລັດ ທ່ານ Barrack Obama ໄດ້ກ່າວວ່າ ສະຫະລັດ ຈະຢືນຢູ່ຄຽງບ່າຄຽງໄຫລ່ກັບຊາວຝຣັ່ງ ໃນເຫດໂສກນາດຕະກຳ ຄັ້ງນີ້.
“ຂ້າພະເຈົ້າຄິດວ່າ ພວກເຮົາທັງໝົດຮັບຮູ້ວ່າຝຣັ່ງ ແມ່ນເປັນພັນທະມິດທີ່ເກົ່າແກ່ທີ່ສຸດຂອ
ພວກເຮົາ ເປັນພັນທະມິດທີ່ເຂັ້ມແຂງທີ່ສຸດ. ພວກເຂົາເຈົ້າແມ່ນໄດ້ຢູ່ກັບພວກເຮົາມາຕະຫຼອດ ໃນທຸກວິນາທີ ທີ່ພວກເຮົາ...ນັບແຕ່ວັນທີ 11 ກັນຍາມາ ໃນການຮັບມືກັບກຸ່ມກໍ່ການຮ້າຍຕ່າງໆ ໃນທົ່ວໂລກ ທີ່ຂົ່ມຂູ່ພວກເຮົານັ້ນ. ສຳຫຼັບພວກເຮົາທີ່ຈະເຫັນການໂຈມຕີ ຂອງພວກຜີີມານທີ່ຂີ້ຂາດຕາຂາວ ທີ່ເກີດຂຶ້ນໃນທຸກມື້ນີ້ ຂ້າພະເຈົ້າຄິດວ່າ ມັນໄດ້ເນັ້ນໃຫ້ ເຫັນ ຕື່ມອີກຄັ້ງນຶ່ງວ່າ ເປັນຫຍັງມັນຈຶ່ງເລື່ອງທີ່ສຳຄັນຫລາຍ ສຳຫຼັບພວກເຮົາທີ່ຈະຮວມ
ຕົວກັນເປັນນຶ່ງດຽວກັບພວກເຂົາ ແບບດັ່ງພວກເຂົາທີ່ໄດ້ຢືນຄຽງຂ້າງເປັນນ້ຳນຶ່ງໃຈດຽວກັນກັບພວກເຮົາ.”
ທ່ານໂອບາມາ ໄດ້ເອີ້ນການໂຈມຕີໃນຄັ້ງນີ້ວ່າ ເປັນການໂຈມຕີຕໍ່ສິດເສລີພາບຂອງພວກ ນັກຂ່າວແລະສິດເສລິພາບໃນດ້ານການຂ່າວ. ທ່ານໄດ້ກ່າວວ່າ ມັນໄດ້ເນັ້ນໃຫ້ເຫັນວ່າເປັນຫຍັງພວກກໍ່ການຮ້າຍ ຈຶ່ງບໍ່ມັກສິດເສລີພາບເຫລົ່ານີ້. ປະທານາທິບໍດີຝຣັ່ງ ທ່ານ Francois Holland ໄດ້ເອີ້ນການໂຈມຕີຄັ້ງນີ້ວ່າ “ເປັນການໂຈມຕີກໍ່ການຮ້າຍ ຢ່າງບໍ່ມີ ການສົງໄສ
ໃດໆ,” ແລະກ່າວວ່າວ່າການໂຈມອີກຫຼາຍໆບັ້ນ ໄດ້ສ້າງຄວາມເສົ້າໂສກໃນຝຣັ່ງ ໃນຫຼາຍໆອາທິດຜ່ານມານີ້.
ນາຍົກລັດຖະມົນຕີອີຕາລີ ທ່ານ Matteo Renzi ໄດ້ກ່າວສະແດງຄວາມເສົ້າສະລົດໃຈກັບທ່ານເອກອັກຄະລັດຖະທູດຝຣັ່ງໃນນະຄອນໂຣມ. ທ່ານກ່າວເຖິງການໂຈມຕີໃນຝຣັ່ງຄັ້ງນີ້ວ່າ ເປັນການກະທຳທີ່ຕໍ່ຕ້ານກັບໂລກເສລີ.
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ກ່າວວ່າ ການກໍ່ອາຊະຍາກຳທີ່ໜ້າຢ້ານກົວ ບໍ່ຍຸຕິທຳ ແລະຊົ່ວຊ້າສາມານແບບເລືອດເຢັນ ເປັນການກະທຳທີ່ຕ້ອງການສ້າງຄວາມແບ່ງແຍກ ແຕ່ວ່າໂລກຂອງເຮົາ ບໍ່ຕ້ອງຫຼົງກົນພວກເຂົາ.
ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ໄດ້ກ່າວເຖິງການໂຈມຕີນີ້ວ່າ ເປັນການກະທຳທີ່ໂຫດຮ້າຍ ຕ່ຳຊາມ ໃນຂະນະທີ່ ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Markel ເອີ້ນເຫດຮ້າຍນີ້ວ່າ “ໜ້າລັງກຽດ.”
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ Tony Abbott ເອີ້ນການໂຈມຕີນີ້ວ່າ ເປັນການ ກໍ່
ໂທດກຳທີ່ໜ້າຂົນຫົວລຸກ ແຕ່ກໍເວົ້າວ່າ ການກໍ່ການແບບນີ້ແມ່ນຄາດວ່າຍັງຈະມີຂຶ້ນຕື່ມຍ້ອນ
ວ່າ ພວກຫົວຮຸນແຮງລັດອິສລາມ ໄດ້ປະກາດສົງຄາມກັບໂລກແລ້ວ.
ນັກສອນສາສະໜາອິສລາມຄົນນຶ່ງທີ່ເມືອງ Bordeaux ໄດ້ຮຽກຮ້ອງໃຫ້ຊາວມຸສລິມພາ ກັນ
ລົງສູ່ຖະໜົນຫົນທາງເພື່ອປະທ້ວງຕໍ່ການໂຈມຕີທີ່ປາຣີ ໂດຍເອີ້ນການໂຈມຕີນີ້ວ່າ ເກືອບ
ເທົ່າກັບເປັນການປະກາດສົງຄາມ. ທ່ານ Tareq Oubrou ກ່າວວ່າ ຫລັງຈາກ ໄດ້ພົບປະ
ກັບພະສັນຕະປາປາ Francis ທີ່ນະຄອນ Vatican ໃນວັນພຸດວານນີ້ແລ້ວ ການໂຈມຕີ
ຕໍ່ສຳນັກງານຂອງໜັງສືພິມ Charlie Hebdo ແມ່ນເທົ່າກັນກັບການໂຈມຕີ ເມື່ອວັນທີ 11 ກັນຍາ ສຳຫລັບຊາວອາເມຣິກັນ.
World leaders were quick to condemn the worst terrorist attack on French soil in decades, after masked gunmen shot and killed 12 people at a Paris newspaper known for its satirical humor.
The attack Wednesday killed the editor of Charlie Hebdo, as well as two police officers. The attackers sped away after their noontime shooting rampage. French authorities later identified them in an investigation in which the U.S. offered its full support.
U.S. President Barack Obama said the United States stands beside the people of France in the aftermath of this outrage.
"I think that all of us recognize that France is one of our oldest allies, our strongest allies.They have been with us at every moment when we've -- from 9/11 on, in dealing with some of the terrorist organizations around the world that threaten us.For us to see the kind of cowardly evil attacks that took place today I think reinforces once again why it's so important for us to stand in solidarity with them, just as they stand in solidarity with us."
Mr. Obama called it an attack on journalistic freedom and freedom of the press. He said it underscored how much the terrorists dislike these freedoms. French President Francois Hollande called the slayings ``a terrorist attack without a doubt,'' and said several other attacks have been thwarted in France "in recent weeks.''
Italian Prime Minister Matteo Renzi paid his respects to the French ambassador in Rome. He called the Paris shooting an attack against the free world.
U.N. chief Ban Ki-moon said the horrendous, unjustifiable and cold-blooded crime was meant to divide, but that the world must not fall into this trap.
British Prime Minister David Cameron said the attack was "sickening," while German Chancellor Angela Merkel called it "despicable."
Australian Prime Minister Tony Abbott called the attack a "horrific atrocity," but said more like it can be expected because Islamic State has declared war on the world.
The imam of one of France's major cities, Bordeaux, urged Muslims to take to the streets in protest of the Paris attack, calling it "almost an act of war." Tareq Oubrou said after meeting Pope Francis at the Vatican Wednesday that the attack on Charlie Hebdo was "tantamount to what September 11 meant to America."