ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ຟ​ຣີ​ດອມ​ຮ້າວ​ສ໌ ກ່າວ​ວ່າ ສື່​ສັງ​ຄົມ ຖືກ​ໃຊ້​ຫຼາຍ​ຂຶ້ນ ເພື່ອ​ສອດ​ແນມ​ ແລະ​ຊັກ​ຈູງການ​ເລືອກ​ຕັ້ງ


ອົງ​ການ​ຟ​ຣີ​ດອມ​ຮ້າວ​ສ໌ (Freedom House​) ຊຶ່ງ​ເປັນ​ກຸ່ມ​ສິ້ງ​ຊອມ​ສິດ​ເສ​ລີ​ພາບ​ປະ​ຊາ​ທິ​ປະ​ໄຕໄດ້​ອອກ​ລາຍ​ງານ​ເມື່ອ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາ ​ໂດຍໄດ້​ວາ​ດ​ພາບອັນ​ມືດ​ມົວ​ກ່ຽວ​ກັບ​ການ​ທີ່​ລັດ​ຖະ​ບານ​ຂອງ​ຫຼາຍໆ​ປະ​ເທດ​ພວມ​ນຳ​ໃຊ້​ສື່​ສັງ​ຄົມ. ລາຍ​ງານ​ຂອງ​ອົງ​ການ ຟ​ຣີ​ດອມ​ຮ້າວ​ສ໌ ກ່າວ​ວ່າ ລັດ​ຖະ​ບານ​ຂອງປະ​ເທດ​ຕ່າງໆ ສອດ​ແນມ​ເບິ່ງ​ປະ​ຊາ​ຊົນ​ຂອງ​ຕົນ ໃນ​ຂະ​ນະ​ທີ່​ອີກ​ຫຼາຍໆ​ປະ​ເທດຄວບ​ຄຸມ​ການ​ເລືອກ​ຕັ້ງ. Arash Arabasadi ມີ​ໂອ​ກາດ​ໂອ້​ລົມ​ກັບ​ຜູ້​ຂຽນ​ລາຍງານ​ສະ​ບັບ​ນີ້ ​ຊຶ່ງໄພ​ສານຈະນຳເອົາລາຍລະອຽດ ມາສະເໜີ ທ່ານ ໃນອັນດັບຕໍ່ໄປ.


ອີງ​ຕາມ​ລາຍ​ງານ​ສະ​ບັບ​ໃໝ່ທີ່​ຫາ​ກໍ​ນຳ​ອອກ​ເຜີຍ​ແຜ່ຂອງ​ອົງ​ການຟ​ຣີ​ດອມ​ຮ້າວ​ສ໌ ຊຶ່ງ​ເປັນ​ອົງ​ການ​ທີ່​ບໍ່​ຫວັງ​ຜົນ​ກຳ​ໄລແລະ​ມີ​ສຳ​ນັກ​ງານ​ໃຫຍ່ ຕັ້ງ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ແລ້ວ ສິ​ດ​ເສ​ລີ​ພາບ​ທາງ​ສື່​ສັງ​ຄົມ​ມີ​ທ່າ​ອຽງ​ສືບ​ຕໍ່​ຫລຸດ​ລົງ.

ຍາ​ນາງ​ອາ​ລ​ລີ ຟັງຄ໌ ​ຜູ້​ຂຽນ​ລາຍ​ງານ​ຮ່ວມ ສະ​ບັບ​ທີ່​ອອກ​ໃນ​ປີ 2019 ຂອງ​ອົງ​ການຟ​ຣີ​ດອມ​ຮ້າວ​ສ໌ ກ່າວ​ວ່າ “ສອງ​ເນື້ອ​ໄນ​ສຳ​ຄັນ ​ທີ່ພວກ​ເຮົາສຳ​ຫຼວດ​ເບິ່ງໃນ​ປີນີ້ ກໍ​ແມ່ນວ່າ ລັດ​ຖະ​ບານຂອງ​ປະ​ເທດ​ຕ່າງໆ​ໃຊ້​ສື່​ສັງ​ຄົມ​ແບບ​ໃດ ​ເພື່ອ​ບ່ອນ​ທຳ​ລາຍການ​ເລືອກ​ຕັ້ງ​ຂອງ​ພວກ​ເຂົາ​ເຈົ້າເອງ ​ແລະຕິດ​ຕາມ​ສອດ​ແນມ​ເບິ່ງ​ປະ​ຊາ​ຊົນ​ຂອງພວກ​ເຂົາ​ເຈົ້າ​.”

ຍາ​ນາງ​ອາ​ລ​ລີ ຟັງຄ໌ (Allie Funk) ນັກ​ວິ​ເຄາະ ທີ່​ເປັນ​ຜູ້​ຂຽນ​ລາຍ​ງານ​ຮ່ວມ​ຂອງອົງ​ການຟ​ຣີ​ດອມ​ຮ້າວ​ສ໌ ທີ່​ມີ​ຊື່​ວ່າ ອິດ​ສະ​ຫຼະ​ພາບ​ທາງ​ອິນ​ເຕີ​ແນັດ​ ໃນ​ປີ 2019. ລາຍ​ງານ​ກ່າວວ່າ 40 ຂອງ​ຈຳ​ນວນ 65 ປະ​ເທດທີ່​ມີ​ອິດ​ສະ​ຫຼະ​ພາບທາງ​ອິນ​ເຕີ​ແນັດ ແມ່ນ​ມີ​ໂຄງ​ການ​ຕິດ​ຕາມ​ສອດ​ແນມ ​ທີ່​ກ້າວ​ໜ້າ​ທາງ​ສື່​ສັງ​ຄົມ​.

ຍາ​ນາງ​ອາ​ລ​ລີ ຟັງຄ໌ ກ່າວ​ວ່າ “ພວກ​ເຮົາພົບ​ເຫັນ​ວ່າ ພວກ​ທີ່​ມີ​ບົດ​ບາດຢູ່​ພາຍ​ໃນ​ປະ​ເທດ ບໍ່​ວ່າ​ຈະ​ເປັນ​ລັດ​ຖະ​ບານ ​ຫຼື​ພວກ​ນັກ​ການ​ເມືອງ​ທີ່​ລົງ​ສະ​ໝັກ​ແຂ່ງ​ຂັນ​ເລືອກ​ຕັ້ງ ຄວາມ​ຈິງ​ແລ້ວ​ໄດ້​ພາ​ກັນ​ໃຊ້​ອິນ​ເຕີ​ແນັດເພື່ອ​ບ່ອນ​ທຳ​ລາຍ​ ​ການ​ເລືອກ​ຕັ້ງ​ທີ່​ເສລີ​ແລະ​ຍຸ​ຕິ​ທຳ​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າເອງ.”

ເຄື່ອງ​ມີ​ທີ່​ມັກ​ໃຊ້​ກັນ​ຫຼາຍ​ທີ່​ສຸດ ​ແມ່ນ​ການ​ກະ​ຈາຍ​ຂ່າວ​ຂໍ້​ມູນ​ທີ່​ບໍ່​ມີ​ຄວາມ​ຈິງ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ໂດຍ​ພວກ​ນັກ​ການ​ເມືອງ​ຂວາ​ຈັດ. ຍາ​ນາງຟັງ​ຄ໌ ກ່າວ​ວ່າ ​ອິດ​ທິ​ພົນ​ຂອງ​ສື່​ສັງ​ຄົມ​ໄດ້​ປາ​ກົດ​ຕົວ​ຂຶ້ນ​ມາ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ລະ​ດູ​ບານໃໝ່​ຂອງ​ອາ​ຣັບ. ທ່ານ​ນາງ​ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່​າ:

“ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ທຸກໆ​ຄົນເຂົ້າ​ໃຈ​ຢ່າງ​ເຖິງ​ຖອງ​ຫຼື​ບໍ່​ທີ່​ວ່າ​ລັດ​ຖະ​ບານ​ຈະ​ສວຍ ໃຊ້​ສິ່ງ​ດັ່ງ​ກ່າວ ຢ່າງວ່ອງ​ໄວຕໍ່​ພວກ​ເຮົາແບບ​ໃດ. ລັດ​ຖະ​ບານ​ປະ​ເທດ​ຕ່າງ​ໆ​ໄດ້​ຄິດ​ໄວ້​ແລ້ວ ຈົ່ງ​ລໍ​ຖ້າ​ເບິ່ງ. ພວກ​ເຮົາ​ສາ​ມາດ​ໃຊ້​ອິນ​ເຕີ​ແນັດ ​ຕໍ່​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ.”

ແຕ່​ຄວ​າມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ ​ທີ່​ຈະ​ຕັດ​ຮອນ​ສິດ​ເສ​ລີ​ພາບ​ທາງ​ອິນ​ເຕີແນັດສາ​ມາດພາ​ໃຫ້​ເກີດ​ຜົນ​ໃນ​ທາງ​ກົງ​ກັນ​ຂ້າມ​ໄດ້ ດັ່ງ​ກໍ​ລະ​ນີ​ ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ ໃນລະ​ດູ​ຮ້ອນ​ປີນີ້ ຫຼັງ​ຈາກວັງ​ເຄ​ຣັມ​ລິນ​ໄດ້​ຂັດ​ຂວາງ​ຜູ້ລົງ​ສະ​ໝັກ​ທີ່​ເປັນ​ນັກ​ການ​ເມືອງ​ພັກ​ຝ່າຍ​ຄ້ານ​ ພວກ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ກໍ​ໄດ້​ໃຊ້​ສື່​ສັງ​ຄົມຈັດ​ການ​ໂຮມຊຸມ​ນຸມປ​ະ​ທ້ວງຂຶ້ນ.

ຍາ​ນາງ​ອາ​ລ​ລີ ຟັງຄ໌ ກ່າວ​ວ່າ “ພວກ​ປະ​ທ້ວງ​ຢູ່​ທີ່ນັ້ນ ແມ່ນ​ຮູ້​ດີ​ວ່າ ລັດ​ຖະ​ບານບາງ​ທີ​ອາດ​ພວມ​ຈັບ​ຕາ​ຫຼື​ສອດ​ແນມ​ເບິ່ງ ດັ່ງ​ນັ້ນ​ພວກ​ເຂົາ​ເຈົ້າ​ຈຶ່ງ​ເລີ້ມ​ໃຊ້​ຄຳ​ເວົ້າທີ່​ເປັນ​ລະ​ຫັດ ສຳ​ລັບ​ຂະ​ບວນ​ການ​ປະ​ທ້ວງ​ຕ່າງໆ ແລະ​ພວກ​ເຂົາ​ເຈົ້າ​ກໍ​ເລີ້ມ​ຈັດແຈງກະ​ຈາຍ​ຂ່າວຕະ​ຫຼອດ​ທັງ​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ລັດ​ຖະ​ບານເພື່ອ​ສົ່ງ​ອາ​ຫານ​ແລະ​ນ້ຳ​ໄປ​ໃຫ້​ພວກ​ປະ​ທ້ວງຈຸ​ອື່ນໆ.”

ນີ້​ແມ່ນລາຍ​ງານ​ສະ​ບັບ​ທີ 10 ກ່ຽວ​ກັບ​ສິດ​ເສ​ລີ​ພາບ​ທາງ​ອິນ​ເຕີ​ແນັດ ທີ່​ໄດ້​ຖືກ​ພິມ​ເຜີ​ຍ​ແຜ່ນັບ​ແຕ່ ​ປີ 2009 ເປັນ​ຕົ້ນ​ມາ. ລາຍ​ງານ​ພົບ​ວ່າ ສິດ​ເສ​ລີ​ພາບ​ທາງ​ອິນ​ເຕີ​ແນັດ​ໄດ້​ຫຼຸດ​ນ້ອຍ​ຖອຍ​ລົງ​ທຸກໆ​ປີ​ນັບຕັ້ງ​ແຕ່ນັ້ນ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG