ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາທິປະໄຕ ໃນທົ່ວໂລກ ໄດ້ຕົກຕ່ຳລົງ ເປັນປີທີ 12 ລຽນຕິດ


Freedom House: Democracy Scores for Most Countries Weaken for 12th Consecutive Year
please wait

No media source currently available

0:00 0:02:53 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ປີ 2017 ແມ່ນປີທີ 12 ລຽນຕິດ ຂອງການຫຼຸດລົງ ໃນເສລີພາບທົ່ວໂລກ, ອີງຕາມບົດ
ລາຍງານໂລກປະຈຳປີ ຂອງອົງການ ຟຣີດັອມ ຮາວສ໌ “Freedom House”. ໃນເວ
ລາດຽວກັນ ບັນດາຜູ້ຊ່ຽວຊານກໍໄດ້ກ່າວວ່າ ຈີນ, ຣັດເຊຍ, ແລະ ເກົາຫຼີເໜືອ ແມ່ນ
ລວມຢູ່ໃນປະເທດອື່ນໆນັ້ນ, ເຮັດໃຫ້ຄວາມໝັ້ນຄົງທົ່ວໂລກຕົກຢູ່ໃນຄວາມສ່ຽງເພີ່ມ
ຂຶ້ນ, ມັນມີສັນຍານຕ່າງໆ ກ່ຽວກັບ ຄວາມຄືບໜ້າ ແລະ ການພັດທະນາໃນທົ່ວໂລກ
ຜ່ານພາກພື້ນອື່ນໆ ລວມມີ ເຂດລາຕິນອາເມຣິກາ ແລະ ອາຟຣິການຳ. ນັກຂ່າວວີໂອ
ເອ ເອລິຊາເບັດ ເຊີເນັຟ “Elizabeth Cherneff” ມີລາຍງານ ເຊິ່ງ ພຸດທະສອນ ຈະ
ນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຄວາມເປັນປະຊາທິປະໄຕໄດ້ຫຼຸດລົງ ແລະ ຖືກໂຈມຕີຈາກເກືອບທຸກມຸມຂອງໂລກ.

ນັ້ນແມ່ນອີງຕາມລາຍງານໃໝ່ຂອງອົງການ ຟຣີດັອມ ຮາວສ໌ "Freedom House"
ທີ່ໄດ້ຕິດຕາມເສລີພາບທາງສັງຄົມ ແລະ ເສລີພາບປະຊາທິປະໄຕໃນຫຼາຍປະເທດ.

ທ່ານ ອາຈ໌ ພຸດດິງຕັນ "Arch Puddington" ນັກວິຊາການຂອງອົງການ ຟຣີດັອມ
Freedom House ກ່າວວ່າ “ເປັນປີທີ 12 ລຽນຕິດກັນ, ຄວາມເສລີພາບໄດ້ຫຼຸດລົງ
ໃນທົ່ວໂລກ. ແລະ ພ້ອມກັນນີ້ພວກເຮົາໝາຍຄວາມວ່າ ມັນມີິຫຼາຍປະເທດເພີ່ມຂຶ້ນ,
ໃນກໍລະນີນີ້, ໃນກໍລະນີຂອງປີ 2017, ຫຼາຍປະເທດໄດ້ສະແດງໃຫ້ເຫັນການຫຼຸດ
ລົງໃນຄວາມເສລີພາບ ຫຼາຍກວ່າ ສະແດງໃຫ້ເຫັນການປັບປຸງໃຫ້ດີຂຶ້ນ.”

ໃນນັ້ນກໍລວມມີປະເທດ ສະຫະລັດ, ເຊິ່ງການກວດສອບເລື່ອງ ຣັດເຊຍ ແຊກແຊງເຂົ້າ
ໃນການເລືອກຕັ້ງປີ 2016 ທີ່ກຳລັງດຳເນີນຢູ່ ໄດ້ເຮັດໃຫ້ສະຖານະພາບຂອງປະເທດ
ອ່ອນແອລົງ ໃນຖານະປະເທດຕົວຢ່າງສຳລັບປະຊາທິປະໄຕ.

ການໂຄສະນາບິດບຽດຂໍ້ມູນຂອງ ຣັດເຊຍ ໃນຕະຫຼອດການເລືອກຕັ້ງທັງຫຼາຍຂອງ
ຢູໂຣບ ກໍຍັງຖືກອ້າງອີງດັ່ງກັບ ປັດໃຈຂອງການທຳ ລາຍມາດຕະຖານຄວາມປະຊາທິ
ປະໄຕໃນທົ່ວໂລກ.

ໃນປະເທດຕ່າງໆເຊັ່ນ ຈີນ, ບັນດາຜູ້ຊ່ຽວຊານໄດ້ເຫັນຕົວຢ່າງຂອງການປາບປາມ
ແລະ ການປິດບັງທີ່ເພີ່ມທະວີຂຶ້ນ ພາຍໃຕ້ຜູ້ນຳຂອງປະເທດ ທ່ານ ສີ ຈິ່ນຜິງ.

ການຫຼົບໜີຈາກລັດ ຣາໄຄນ໌ ປະເທດ ມຽນມາ ຂອງຊາວມຸສລິມ ໂຣຮິງຢາ ຈຳນວນ
ຫຼາຍ ເຂົ້າໄປໃນປະເທດ ບັງກລາແດັສ ໄດ້ເນັ້ນໃຫ້ເຫັນວິກິດການດ້ານມະນຸດສະທຳ
ທີ່ຮ້າຍແຮງຂຶ້ນ ທຽບເທົ່າກັບທີ່ຫຼາຍປະເທດ ລວມທັງ ສະຫະລັດ ເອີ້ນວ່າການກວາດ
ລ້າງຊົນເຜົ່າ.

ລຸນຫຼັງການຂັບໄລ່ປະທານາທິບໍດີ ຊິມບາບເວ ທ່ານ ໂຣເບີດ ມູກາເບ "Robert
Mugabe" ອອກຈາກຕຳແໜ່ງນັ້ນ, ບັນດາຜູ້ຊ່ຽວຊານໄດ້ສະແດງຄວາມຮູ້ສຶກໃນແງ່ດີ
ສຳລັບອະນາຄົດທາງການເມືອງຂອງປະເທດນັ້ນ.

ທ່ານ ອາຈ໌ ພຸດດິງຕັນ ກ່າວວ່າ “ປະເທດ ຊິມບາບເວ ໄດ້ຕົກຕໍ່າລົງໃນຄະແນນສຳລັບ
ປີ 2017 ຂອງພວກເຮົາ ແຕ່ສ່ວນໃຫຍ່ແມ່ນຍ້ອນເລື່ອງທີ່ປະທານາທິບໍດີ ມູກາເບ ໄດ້
ຖືກຂັບໄລ່ອອກ ໂດຍວິທີທີ່ບໍ່ແມ່ນປະຊາທິປະໄຕ ແລະ ທ່ານຖືກຄົນອື່ນສືບທອດຕຳ
ແໜ່ງດ້ວຍວິທີທີ່ບໍແມ່ນປະຊາທິປະໄຕ. ສະນັ້ນພວກເຮົາຫວັງວ່າ ຄຳສັນຍາບາງຢ່າງທີ່
ໄດ້ຖືກເວົ້າອອກມານັ້ນ, ກ່ຽວກັບ ການປະຕິຮູບ ແລະ ການປົດປ່ອຍ ແລະ ການເລືອກ
ຕັ້ງປະຊາທິປະໄຕທີ່ຈິງຈັງໃນປີຂ້າງໜ້ານັ້ນ, ພວກເຮົາຫວັງວ່າ ຄຳສັນຍາພວກນີ້ຈະຖືກ
ປະຕິບັດດ້ວຍຜົນສຳເລັດ.”

ມັນມີສັນຍານຕ່າງໆ ກ່ຽວກັບ ຄວາມກ້າວໜ້າໃນທົ່ວພາກພື້ນ ອາເມຣິກາໃຕ້ ແລະ
ອາເມຣິກາ ກາງ, ລວມທັງປະເທດ ເມັກຊິໂກ, ເຊິ່ງບັນດາຜູ້ລົງຄະແນນສຽງຈະເລືອກ
ເອົາປະທານາທິບໍດີຄົນໃໝ່ໃນປີນີ້.

ທ່ານ ອາຈ໌ ພຸດດິງຕັນ ກ່າວວ່າ “ນຶ່ງໃນບັນດາຜູ້ລົງແຂ່ງຂັນໃນການເລືອກຕັ້ງນັ້ນ ມີ
ພື້ນຖານປະຊານິຍົມ ແລະ ຖ້າທ່ານຫາກໄດ້ຊະນະນັ້ນ, ມັນອາດຈະມີການປ່ຽນແປງ
ທີ່ໜ້າສົນໃຈໃນນະໂຍບາຍຕ່າງໆຂອງ ເມັກຊິໂກ.”

ເຖິງແມ່ນວ່າຈະມີສົງຄາມດຳເນີນຢູ່ປະເທດ ອີຣັກ ແລະ ອັຟການິສຖານ ນັ້ນ, ບັນດາຜູ້
ຊ່ຽວຊານ Freedom House ກ່າວວ່າ ເຂົາເຈົ້າຈະຕິດຕາມເບິ່ງການເລືອກຕັ້ງໃນປີນີ້
ຂອງທັງສອງປະເທດດັ່ງກ່າວ ສຳລັບສັນຍານຕ່າງໆ ກ່ຽວກັບ ຄວາມກ້າວໜ້າເພີ່ມເຕີມ
ຕໍ່ລັດຖະບານພົນລະເຮືອນ.

ແລະ ໃນຂໍ້ຄິດເຫັນ ກ່ຽວກັບ ບັນດາປະເທດທີ່ຢູ່ໃກ້ຄຽງ ຈີນ ແລະ ເກົາຫຼີເໜືອ ນັ້ນ, ບັນ
ດາຜູ້ຊ່ຽວຊານໄດ້ເຫັນວ່າ ມີສັນຍານການພັດທະນາທາງການເມືອງຢ່າງຕໍ່ເນື່ອງສຳລັບ
ປະເທດ ເກົາຫຼີໃຕ້ ແລະ ເກາະໄຕ້ຫວັນ.

ທ່ານ ອາຈ໌ ພຸດດິງຕັນ ກ່າວວ່າ “ເລື່ອງກໍແມ່ນເຈົ້າມີລັດຖະບານທີ່ຖືກເລືອກເອົາ
ຢ່າງເປັນປະຊາທິປະໄຕ ເຊິ່ງມີຄວາມເຕັມໃຈທີ່ຈະດຳພເນີນການປະຕິຮູບດ້ານການ
ເມືືອງນັ້ນ ແມ່ນສິ່ງທີ່ເປັນໃນແງ່ບວກເຊັ່ນກັນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG