ຂອງປະຊາຊົນທົ່ວໄປນັ້ນ ຖືວ່າຢູ່ໃນລະດັບຕໍ່າທີ່ສຸດປະເທດນຶ່ງ
ໃນໂລກ. ສະຖານະການດັ່ງກ່າວນີ້ ແມ່ນຮ້າຍແຮງເປັນພິເສດ ຢູ່
ໃນລັດກະຈິນ ບ່ອນທີ່ພວກກຸ່ມກະບົດຊົນເຜົ່າໄດ້ທໍາການສູ້ລົບກັບ
ລັດຖະບານມຽນມາ ໃນໄລຍະນຶ່ງປີຜ່ານມານີ້.
ກຸ່ມໃຫ້ການຊ່ວຍເຫຼືອຕ່າງໆເຊັ່ນ ກຸ່ມສິ້ງຊອມສິດທິມະນຸດ Human Rights Watch ໄດ້ຕັກເຕືອນວ່າ ສະຖານະການດັ່ງກ່າວນີ້ກໍາລັງຄືບຄານ ໃກ້ຈະເຖິງຂັ້ນວິກິດການສຸຂະພາບຢູ່ແລ້ວ ຈຶ່ງບໍ່ໜ້າແປກໃຈເລີຍ ທີ່ຄວາມຕ້ອງການພະນັກງານການຊ່ວຍເຫຼືອເພີ່ມຕື່ມນັ້ນ ແມ່ນຈໍາເປັນທີ່ສຸດໃນຂະນະນີ້.
ກຸ່ມເຄື່ອນໄຫວ ເຣນເຈີ້ມຽນມາເສລີ The Free Burma Rangers ຫຼື ເອີ້ນຫຍໍ້ວ່າ FBR ຖືກຈັດຕັ້ງຂຶ້ນມາໃນປີ 1997 ເພື່ອຊ່ວຍເຫຼືອແລະໃຫ້ການເຝິກອົບລົມທີມງານຊົນເຜົ່າບັນເທົາທຸກ ຢູ່ໃນເຂດທີ່ເກີດເສິກສົງຄາມ ຂອງມຽນມາ.
ແລະເວລານີ້ ກໍມີອາສາສະໜັກຫຼາຍຄົນຈາກກຸ່ມ FBR ມາເຄື່ອນໄຫວໃຫ້ການຊ່ວຍເຫລືອ ຢູ່ລັດກະຊິນ ເຊ່ນທ້າວ Alia ຊົນເຜົ່າກະຫຼ່ຽງ.
ນາຍ ເອເລຍກ່າວວ່າ: “ໃນຖານະກຸ່ມ FBR ນີ້ ພວກເຮົາຢາກສະໜັບ ສະໜຸນແລະເຝິກອົບລົມ ປະຊາຊົນຊາວກະຈິນ ໃນທຸກໆດ້ານທີ່ພວກເຮົາ ຮູ້ມາແລ້ວ ແລະພວກເຮົາຢາກບອກໃຫ້ໂລກຮູ້ກ່ຽວກັບຄວາມລະກໍາລໍາບາກຂອງຊາວກະຈິນ ແລະສະພາບຊີວິດຄວາມເປັນຢູ່ຂອງພວກເຂົາເຈົ້າ ແລະບັນຫາຕ່າງໆທີ່ພວກເຂົາເຈົ້າປະເຊີນຢູ່ໃນເວລານີ້ ວ່າມັນເປັນຢ່າງໃດ.
ເພື່ອຊ່ວຍພວກທີ່ມາຮັບການອົບລົມທັງຫຼາຍ ຕຽມຕົວຮັບມືກັບສິ່ງທ້າທາຍນານາປະການ ຂອງການປະຕິບັດງານຢູ່ໃນເຂດສູ້ລົບກັນນັ້ນ ການຝຶກຝົນ ຂອງພວກອາສາສະໝັກ ມັກຈະຜັກດັນເຂົາເຈົ້າ ໄປຈົນສຸດຂີດ.
ແຕ່ເລຶ່ອງນີ້ ມັນບໍ່ແມ່ນເປັນເກມ ຫຼືພາລະກິດ ຂອງສະເພາະແຕ່ພວກຜູ້ຊາຍເທົ່ານັ້ນ.
ແມ່ຍິງຊາວກະຈິນກຸ່ມນຶ່ງ ກໍຍັງຂໍເຂົ້າມາຮ່ວມນໍາ ໂດຍຫວັງທີ່ຈະຊ່ວຍບັນທຶກເກັບກໍາເຫດການກະທໍາຮຸນແຮງຕ່າງໆ ຕໍ່ປະຊາຊົນພົນລະເຮືອນ ຕາມທີ່ມີລາຍງານຂ່າວນັ້ນ. ນາງ Archa Lupa ກໍເປັນຜູ້ນຶ່ງໃນຈໍານວນອາສາສະມັກແມ່ຍິງກະຈິນ. ນາງກ່າວວ່າ:
“ມັນສໍາຄັນທີ່ສຸດ ທີ່ຕ້ອງເອົາຄວາມເປັນຈິງແທ້ໃຫ້ໄດ້. ມີຂ່າວລືກັນຫລາຍ ຢ່າງຕ່າງໆນາໆ ບໍ່ຮູ້ວ່າຂ່າວລືໃດຜິດຖືກກັນແທ້ ດັ່ງນັ້ນຂ້ອຍຢາກຮຽນຮູ້ ຫຼາຍຂຶ້ນກ່ຽວກັບວິທີສະໜອງລາຍງານຂ່າວທີ່ທ່ຽງກົງກ ນັ້ນຫຼະ ທີ່ດົນໃຈໃຫ້ຂ້ອຍຢາກຮຽນຮູ້ຫຼາຍຂຶ້ນ.”
ສໍາລັບພວກຊາວໜຸ່ມນ້ອຍຊົນເຜົ່າກະຈິນແລ້ວ ການຂັດແຍ້ງສູ້ລົບກັນນີ້ ແມ່ນໄດ້ກະທົບກະເທືອນຕໍ່ຈິດໃຈຂອງເຂົາເຈົ້າຢ່າງສຸດແສນ. ເພື່ອຊ່ວຍພວກເຂົາເຈົ້າຮັບມືກັບຄວາມຫົດຫູ່ໃຈນີ້ ກຸ່ມເຣນເຈີ້ມຽນມາເສລີ ຈຶ່ງໄດ້ ຕັ້ງໂຄງການ ທີ່ຊື່ວ່າ the Good Life Club ຫຼື ສະໂມສອນຊີວິດທີ່ຜາສຸກ ຂຶ້ນມາ ຊຶ່ງເປັນໂຄງການນຶ່ງ ທີ່ອາສາສະໝັກ Nor Thaung ເວົ້າວ່າ ພະຍາຍາມຈະວຍເຮັດໃຫ້ຈິດໃຈຂອງພວກເດັກນ້ອຍເຫຼົ່ານັ້ນ ຜ່ອງໃສມີຊີວິດຊີວາຂຶ້ນ.
“ພວກເດັກນ້ອຍຫຼາຍໆຄົນມີຄວາມຢ້ານກົວ ເວລາພວກເຂົາເຈົ້າຕົກຢູ່ໃນລະຫວ່າງກາງການສູ້ລົບກັນ ແລະເຮັດໃຫ້ພວກເຂົາເຈົ້າສະດຸ້ງຕົກໃຈຫຼາຍທີ່ສຸດ. ໃນຄວາມຮູ້ສຶກຂອງພວກເຂົາເຈົ້າແລ້ວ ພວກເຂົາເຈົ້າທໍ້ແທ້ໃຈ ແລະຄວາມນຶກຄິດເຖິງອະນາຄົດ ເຮັດໃຫ້ພວກເຂົາເຈົ້າຫົດຫູ່ໃຈ ຂ້ອຍຢາກຊ່ວຍລະບາຍຄວາມອຸກອັ່ງຂອງພວກເຂົາເຈົ້າ ແລະເຮັດໃຫ້ເຂົາເຈົ້າ ຮູ້ສຶກດີຂຶ້ນ.”
ຄະນະອາສາສະໝັກໃໝ່ລຸ້ນນີ້ ກໍາລັງກຽມທີ່ຈະອອກໄປປະຕິບັດງານຊ່ວຍເຫລືອ ໃນຊ່ວງເວລາທີ່ຮ່ອງຮອຍໃດໆຂອງສັນຍາຢຸດຍິງໃນການຂັດແຍ້ງ ລະຫວ່າງພວກຊົນເຜົ່າ ຍັງຢູ່ຫ່າງໄກຫລາຍນັ້ນ.