ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂປແລນ ແລະປະເທດໃນເຂດທະເລບາລຕິກ ມີຄວາມເປັນຫ່ວງເພີ້ມຂຶ້ນ ຍ້ອນການຮຸກຮານຂອງຣັດເຊຍ


ແຜນທີ່ສະແດງໃຫ້ເຫັນ ຣັດເຊຍ, ຢູເຄຣນ ແລະບັນດາປະເທດໃນເຂດທະເລ ບາລຕິກ ຄື ແອສໂຕເນຍ ລັດເວຍ ແລະລີທົວເນຍ.
ແຜນທີ່ສະແດງໃຫ້ເຫັນ ຣັດເຊຍ, ຢູເຄຣນ ແລະບັນດາປະເທດໃນເຂດທະເລ ບາລຕິກ ຄື ແອສໂຕເນຍ ລັດເວຍ ແລະລີທົວເນຍ.

ອະດີດບັນດາປະເທດຄອມມິວນິສໃນພາກຕາເວັນອອກຢູໂຣບ ກຳລັງມີຄວາມ ເປັນຫ່ວງເພີ້ມ​ຂຶ້ນ ໃນອັນທີ່ເຂົາເຈົ້າເຫັນວ່າ ເປັນ​ນະ​ໂຍ​ບາຍ​ຕ່າວ​ປີ້ນ​ການ​ສູນ ເສຍ​ດິນ​ແດນຂອງຣັດເຊຍ ໂດຍທີ່ລັດຖະບານຂອງເຂົາເຈົ້າ ໄດ້​ຈັບ​ຕາຢ່າງລະ ມັດລະວັງເບິ່ງວິກິດການຢູ່ໃນຢູເຄຣນ​ເພື່ອ​ຮ່ອງຮອຍບ່ອນທີ່ຜູ້ນຳເຣັດເຊຍ​ທ່ານ ວລາດີເມຍ ປູຕິນ ອາດສ້າງບັນຫາໃຫ້ເກີດຂຶ້ນ.

ອັງກິດໄດ້ປະກາດໃນວັນຈັນທີ່ຜ່ານມານີ້ວ່າ ໜ່ວຍກ້າຕາຍ Royal Marine ທີ່ໄດ້ເຝິກຊ້ອມຢູ່ນໍເວ ຈະຖືກສົ່ງໄປໂປແລນເພື່ອເຂົ້າຮ່ວມໃນ “ແຜນ​ການ​ສຸກ​ເສີນ​ທີ່ອາດເກີດຂຶ້ນ.” ການເຄື່ອນໄຫວນີ້​ມີ​ຂຶ້ນ ໃນຂະນະທີ່​ມີຄວາມເຄັ່ງ​ຕຶງເພີ້ມຂຶ້ນ​ຢູ່ອ້ອມແອ້ມ ການສົ່ງກຳລັງຂອງຣັດເຊຍໄປ​ຍັງ​ເຂດ ຊາຍແດນຂອງຢູເຄຣນ ຊຶ່ງ​ເປັນການ​ເສີມ​ກຳ​ລັງທະຫານ ທີ່ໃຫຍ່ສຸດ ນັບແຕ່ປີ 1945 ເປັນ​ຕົ້ນ​ມາ.

ເຈົ້າໜ້າທີ່ປ້ອງກັນປະເທດອັງກິດຄົນນຶ່ງກ່າວວ່າ ການປ່ຽນ​ແປງນີ້​ແມ່ນກ່ຽວກັບ “ໃຫ້ການຄໍ້າປະກັນແກ່ບັນດາປະ​ເທດພາຄີ​ໃນຢູໂຣບຕາເວັນອອກ” ຜູ້ທີ່ຢ້ານວ່າ ປູຕິນກຳລັງຈະໃຊ້ຢູເຄຣນເປັນບ່ອນປຸກ​ລະ​ດົມ​ທັບ​ມ້າງເພື່ອທຳ​ລາຍຄວາມປອດ ໄພທີ່ໄດ້ຕົກລົງກັນ ຫຼັງສົງຄາມເຢັນໃນຢູໂຣບ ແລະສ້າງ​ເຂດອິດທິພົນ​ຂອງຣັດເຊຍຄືນໃໝ່ ໃນຢູໂຣບຕາເວັນອອກ.

ແລະນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ ໄດ້ກ່າວໃນວັນອັງຄານ ວານນີ້ວ່າ ທ່ານຕຽມພ້ອມທີ່ຈະສົ່ງເຮືອບິນລົບໄປບຸ​ລ​ກາ​ເຣຍແລະໂຣມາເນຍ ແລະ ກຳປັ່ນລົບໄປທະເລດຳ. ອັງກິດຈະບໍ່ຢ້ານກົວ” ນັ້ນ​ຄື​ຄຳ​ເວົ້າທີ່ທ່ານໄດ້ກ່າວ.

ອົງ​ການເນໂ​ຕ້ສັບປ່ຽນກຳ​ລັງ ທັງ​ເຂົ້າແລະອອກ ໃນພາກຕາເວັນອອກຢູໂຣບ ໃນອັນທີ່ພວກເຈົ້າໜ້າທີ່ຢູ່ກອງບັນຊາການຂອງພັນທະມິດຕາເວັນຕົກໃນບຣັສເຊີລສ໌ ບັນລະຍາຍວ່າ ມີ​ຂຶ້ນ​ຢ່າງສະໝໍ່າສະເໝີແຕ່​ບໍ່​ແມ່ນຖາວອນ ປັດຈຸບັນນີ້. ເຂົາເຈົ້າກ່າວວ່າ ການສົ່ງກຳລັງທະຫານ ໄດ້ມີຄວາມຕັ້ງໃຈໃຫ້​ມີ​ຂຶ້ນ​ແບບ​ບໍ່​ຮຸນ ແຮງ ສຳ​ລັບບັນດາປະເທດໃນ​ເຂດ​ທະ​ເລ​ບາ​ລຕິກ ໄປຫາທະເລດຳ ໃນຄວາມ ພະ​ຍາ​ຍາມ​ເພື່ອ​ສະ​ກັດ​ກັ້ນ ແຕ່ບໍ່ແມ່ນ​ເພື່ອ​ຍຸ​ໃຫ້ຣັດເຊຍ​ຮຸກ​ຮານ.

ນັບແຕ່ຣັດເຊຍໄດ້ປະ​ກາດ​ຮວມ​ເອົາ​ແຫຼມຄຣາຍເມຍ​ເຂົ້າ​ເປັນ​ດິນ​ແດນ​ຕົນ ໃນປີ 2014 ໄດ້ມີສີ່ກຸ່ມສູ້ລົບ ທີ່ມີກຳລັງຢູ່ 5,000 ຄົນ ໃນແອັສໂທເນຍ ລັດເວຍ ລີທົວເນຍ ແລະໂປແລນ ທີ່ນຳພາໂດຍສະຫະລັດ ເຢຍຣະມັນ ການາດາ ແລະອັງກິດ. ສະຫະລັດໄດ້ອອກຄຳສັ່ງ​ໃຫ້​ສົ່ງ​ທະ​ຫານອີກ 3,000 ຄົນ ​ໄປເພີ້ມ​ເພື່ອປ້ອງກັນ​ກຸ່ມພັນທະມິດ ຢູ່ທາງພາກຕາເວັນອອກຂອງເນໂ​ຕ້ ຊຶ່ງ​ຈຸ​ທຳ​ອິດໄດ້​ໄປເຖິງ ໃນວັນເສົາທີ່ຜ່ານມາ ຢູ່ຖານທັບ Rzeszow ທາງພາກຕາເວັນອອກສຽງໃຕ້ຂອງໂປແລນ. ແລະເຢຍຣະມັນ ກຳລັງຕຽມສົ່ງກຳລັງ ​ໄປ​ເສີມ ໜ່ວຍສູ້ລົບນ້ອຍ 1,200 ຄົນ ປັດຈຸບັນນີ້ ຢູ່ລີທົວເນຍ.

ເນໂຕ້ກຳລັງພິຈາລະນາການວາງກຳລັງທະຫານໄລຍະຍາວຢູ່ທາງພາກຕາເວັນອອກຂອງຢູໂຣບ ອີງ​ຕາມເລຂາທີິການໃຫຍ່ຂອງ​ກຸ່ມພັນທະມິດ ທ່ານເຈັນ​ສ໌ ສໂຕລເຕັນເບີກ (Jens Stoltenberg) ​ທີ່ໄດ້ກ່າວໃນວັນຈັນທີ່ຜ່ານມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG