ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝຣັ່ງ ເອີ້ນທູດຂອງຕົນ ກັບຄືນປະເທດ ຍ້ອນການຜິດຖຽງກັນ ກັບ ອີຕາລີ


ພວກປະທ້ວງເສື້ອກັກສີເຫຼືອງ ລໍຖ້າການໄປເຖິງ ຂອງປະທານາທິບໍດີຝຣັ່ງ ທ່ານ Emmanuel Macron ໃນລະຫວ່າງການ
ປະຊຸມຂອງເພິ່ນ ກັບພວກເຈົ້າເມືອງທັງຫຼາຍ ໃນເຂດ
Saone-et-Loire department ໃນ Autun, ປະເທດຝຣັ່ງ ວັນທີ 7 ກຸມພາ 2019.
ພວກປະທ້ວງເສື້ອກັກສີເຫຼືອງ ລໍຖ້າການໄປເຖິງ ຂອງປະທານາທິບໍດີຝຣັ່ງ ທ່ານ Emmanuel Macron ໃນລະຫວ່າງການ ປະຊຸມຂອງເພິ່ນ ກັບພວກເຈົ້າເມືອງທັງຫຼາຍ ໃນເຂດ Saone-et-Loire department ໃນ Autun, ປະເທດຝຣັ່ງ ວັນທີ 7 ກຸມພາ 2019.

ຝຣັ່ງ ໄດ້ເອີ້ນທູດຂອງຕົນປະຈຳອີຕາລີກັບຄືນປະເທດ ຍ້ອນອັນທີ່ເອີ້ນວ່າ ການໂຈມ
ຕີ ທີ່ “ຮ້າຍແຮງທີ່ສຸດ” ຕໍ່ລັດຖະບານຟຣັ່ງ ໂດຍບັນດາຜູ້ນຳອີຕາລີ ເຮັດໃຫ້ສະຫະ
ພາບຢູໂຣບອ່ອນເພຍລົງໄປຕື່ມ ຍ້ອນການສູ້ຊົນກັບແບຣກຊີຕແລະການແບ່ງແຍກ
ແນວອື່ນໆ. ລີຊາ ບຣາຍອັນຕ໌ ມີລາຍງານເລື້ອງນີ້ເພີ້ມຕື່ມດັ່ງ ສາລີ ຈະສະເໜີທ່ານ ໃນອັນດັບຕໍ່ໄປ.

ກະຊວງການຕ່າງປະເທດຝຣັ່ງກ່າວວ່າ ໄດ້ເອີ້ນທູດຂອງຕົນກັບຄືນມາຈາກໂຣມ “ເພື່ອທຳການປຶກສາຫາລື” ລຸນຫຼັງອັນທີ່ເອີ້ນວ່າ “ການໂຈມຕີແບບບໍ່ມີພື້ນຖານຊໍ້າ
ແລ້ວຊໍ້າເລົ່າ ທັງບໍ່ມີພື້ນຖານ ແລະຖະແຫຼງການທີ່ສ້າງຄວາມໂມໂຫ” ໂດຍລັດຖະ
ບານອີຕາລີ ທີ່ຕົນສະເໜີແນະວ່າ ເປັນເປົ້າໝາຍແນໃສ່ ເພື່ອໃຫ້ໄດ້ຄະແນນສຽງ
ຊະນະ ຢູ່ໃນການເລືຶອກຕັ້ງຂອງສະພາຢູໂຣບໃນເດືອນພຶດສະພານີ້.

ທ່ານ ລຸຍກີ ດີ ມາອີໂອ ຮອງນາຍົກລັດຖະມົນຕີອີຕາລີ ໄດ້ພົບປະໃນວັນພຸດແລ້ວນີ້ ກັບພວກປະທ້ວງເສື້ອກັກເຫຼືອງຂອງຝຣັ່ງ ແລະລຸນຫຼັງຄວາມເຄັ່ງຕຶງທີ່ມີທະວີຂຶ້ນ ລະ
ຫວ່າງນະຄອນໂຣມກັບປາຣີ ເລື້ອງຕ່າງໆນັບໄປຕັ້ງແຕ່ເລື້ອງການເຂົ້າເມືອງ ໄປຫາ
ເລື້ອງວິກິດການຂອງລີເບຍດັ່ງທີ່ທ່ານນາງນາຕາລີ ລົວໂຊໄດ້ເວົ້າເປັນພາສາຝຣັ່ງນັ້ນ.

ທ່ານນາງນາຕາລີ ລົວໂຊ ລັດຖະມົນຕີກະຊວງກິດຈະການ ຢູໂຣບ ຂອງຝຣັ່ງ ຕໍ່ມາກໍ
ໄດ້ພະຍາຍາມຜ່ອນເບົາລົງ ຄວາມເຄັ່ງຕຶງທີ່ວ່ານັ້ນ. ໃນຂໍ້ຄວາມຕ່າງໆທີ່ໄດ້ປະກາດ
ອອກ ໃນວິທະຍຸຂອງຟຣ່ັງ ທ່ານນາງໄດ້ຮຽກຮ້ອງໃຫ້ລັດຖະບານທັງສອງ ມີການເຈ
ລະຈາກັນ ທາງດ້ານການເມືອງ. ໃນຂະນະທີ່ປາຣີແລະໂຣມ ຕ່າງກໍບໍ່ລົງລອຍກັນ ໃນ
ດ້ານການເມືອງ ທ່ານນາງກໍກ່າວວ່າ ລັດຖະບານທັງສອງ ຈະຕ້ອງສຸມຈິດສຸມໃຈ ໃສ່
ບັນຫາພາຍໃນທີ່ພົນລະເມືອງຂອງຕົນສົນໃຈ.

ພວກຜູ້ນຳອີຕາລີໄດ້ຕ້ອງຕິ ປະທານາທິບໍດີ ຝຣັ່ງ ທ່ານ ເອມມານູແອລ ມາກຣົງຢ່າງ
ໃຫຽ່ ພ້ອມທັງລັດຖະບານຂອງເພິ່ນ ເມື່ືອບໍ່ຫຼາຍເດືອນມານີ້.

ທ່ານ ດີ ມາອີໂອ ໄດ້ກ່າວຫາ ວ່າ ຝຣັ່ງສືບຕໍ່ເອົາອາຟຣິກາ ເປັນຫົວເມືອງຂຶ້ນ ທັງສົ່ງ
ເສີມ ໃຫ້ເກີດວິກິດການທາງດ້ານການເຂົ້າເມືອງນຳ. ທ່ານ ແມທຽວຊານວີນີ ຣັດຖະ
ມົນກະຊວງຕີ ພາຍໃນ ຂອງອີຕາລີ ບັນລະຍາຍວ່າ “ມາກຣົງເປັນປະທານາທິບໍດີທີ່ຂີ້
ຮ້າຍທີ່ສຸດ” ທັງເວົ້າວ່າ ທ່ານຫວັງວ່າ ຢາກໃຫ້ພວກລົງຄະແນນສຽງຝຣັ່ງ ບໍ່ເລືອກ
ເອົາເພິ່ນ. ນອກຈາກນັ້ນແລ້ວ ຝຣັ່ງແລະອີຕາລີ ຕ່າງກໍແຂ່ງຂັນກັນ ເພື່ອຢາກມີອິດ
ທິພົນ ໃນການແກ້ໄຂວິກິດການຂອງລີເບຍນຳ.

ສິ່ງສຸດທ້າຍສຳລັບຝຣັ່ງ ແມ່ນມີໄປ ຈາກການພົບພໍ້ຂອງ ດີ ມາອີໂອ ກັບພວກເສື້ອ
ກັກເຫຼືອງຝຣ່ັງ ຜູ້ຊຶ່ງມີແຜນການວ່າ ຈະລົງແຂ່ງຂັນ ຢູ່ໃນການເລືອກຕັ້ງ. ລຸນຫຼັງການ
ພົບປະກັນແລ້ວ ຜູ້ກ່ຽວກໍໄດ້ທວີດອອກໄປວ່າ “ລົມແຫ່ງການປ່ຽນແປງກຳລັງພັດຜ່ານ
ຈາກພູເຂົາອັນປສ໌” ເຂົ້າໄປໃນປະເທດຝຣັ່ງ.

ສິ່ງທີ່ໄປປະກອບ ໃສ່ຄວາມກັງວົນເປັນຫ່ວງ ຂອງອີຢູ ກໍຄືຄວາມສັບສົນບົ່ມຊ້ອນ
ເລື້ອງແບຣກຊິສ ແລະການແບ່ງແຍກລັດຖະບານໃນຢູໂຣບ ອັນມີລວມທັງການທະ
ວີຂຶ້ນ ຂອງຂະບວນການຕ່າງໆຂອງມະຫາຊົນ ດັ່ງທ່ານ ມໍໂຣເດີຟາກສ໌ ເວົ້າວ່າ

“ມັນເປັນທີ່ແຈ້ງຂາວວ່າ ສະຫະພາບ ຢູໂຣບ ໄດ້ຜ່ານຜ່າອຸບປະສັກມາຫຼາຍຢ່າງ. ບັນ
ຫາ ການທ້າທາຍກໍຄືວ່າ ຖ້າສະຫະພາບຢູໂຣບສູນຫາຍໄປ ຖ້າຢູໂຣບທຳລາຍສະຫະ
ພາບຢູໂຣບ ມັນກໍຈະບໍ່ມີແນວອື່ນອີກ.”

ນັກວິເຄາະຄົນຝຣັ່ງແລະອະດີດນັກການທູດ ທ່ານຟີລິບ ມໍໂຣເດີຟາກສ໌ກ່າວວ່າເພາະ
ສະນັ້ນຈຶ່ງວ່າ ການຜິດຖຽງກັນ ໂດຍສະເພາະອັນນີ້ ລະຫວ່າງປາຣີ ກັບໂຣມ ຈຶ່ງເປັນ
ເລື້ອງກັງວົນຫຼາຍ. ທ່ານກ່າວວ່າ“ຊາວຢູໂຣບຈະຕ້ອງໄດ້ລະວັງ ກ່ຽວກັບອະນາຄົດຂອງ
ພວກເຂົາເຈົ້າ. ເພາະສະນັ້ນຈຶ່ງວ່າ ມັນບໍ່ເປັນວິກິດການທີ່ສຳຄັນ ແຕ່ມັນເປັນວິກິດການ
ທີ່ເປັນອັນຕະລາຍ.”

ນອກຈາກນັ້ນແລ້ວ ທ່ານ ມໍໂຣ ເດີຟາກສ໌ ຍັງກ່າວວ່າ ຄວາມໂມໂຫຂອງອີຕາລີ ກ່ຽວກັບ
ການເຂົ້າເມືອງ ກໍແມ່ນມີແນວດີຢູ່. ອີງຕາມ ກຣີສ ແລ້ວກໍແມ່ນວ່າ ມັນກໍໜັກໜ່ວງຫຼາຍ ເລື້ອງພວກເຂົ້າເມືອງນີ້ ຢູ່ທົ່ວແຖບເມດີແຕຣາເນ ໃນເມື່ອປະເທດຝຣັ່ງແລະພວກປະ
ເທດອື່ນໆ ໃນຢູໂຣບ ບໍ່ຮັບເອົາພາລະໄປແບກຫາບ ຊ່ອຍກັນ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG