ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກລົບເກົ່າສະ​ໄໝສົງຄາມຫວຽດນາມ 4 ຄົນ ໄດ້ຮັບຫຼຽນກຽດຕິຍົດ ຈາກປະທານາທິບໍດີໂຈ ໄບເດັນ


ວີດີໂອ ພາສາອັງກິດ ລາຍງານ ກ່ຽວ​ກັບນັກລົບເກົ່າໃນ​ສະ​ໄໝສົງຄາມຫວຽນນາມ 4 ຄົນ ໄດ້ຮັບຫຼຽນກຽດຕິຍົດ

ປະທານາທິບໍດີ ໂຈ ໄບເດັນ ໄດ້ມອບຫຼຽນກຽດຕິຍົດ ຫຼື Medal of Honor ຊຶ່ງເປັນຫຼຽນໄຊທີ່ສູງສຸດຂອງປະເທດ ສຳລັບຄວາມກ້າຫານ ໃຫ້ແກ່ທະຫານກອງທັບບົກ ສະຫະລັດ 4 ຄົນ ຕໍ່ການປະຕິບັດໜ້າທີ່ຂອງພວກເຂົາ ເຈົ້າ ໃນລະຫວ່າງສົງຄາມຫວຽດນາມ. ນັກຂ່າວວີໂອເອ ປະຈຳທຳນຽບຫ້າແຈ ຄາຣລາ ບາບ ມີລາຍລະອຽດຕື່ມ ກ່ຽວກັບເລື້ອງລາວ ຄວາມພິລະອາດຫານຂອງພວກເຂົາເຈົ້າ ຊຶ່ງໄຊຈະເລີນສຸກ ຈະນຳລາຍອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປະທານາທິບໍດີ ໂຈ ໄບເດັນ ແຂວນຫຼຽນກຽດຕິຍົດ ໃສ່ຄໍຂອງ ສິບໂທ ເດີໄວ້ຕ໌ ເບີດແວລ, ພັນຕີ ຈອນ ດັຟຟີ ແລະ ສິບໂທ ເດັນນິສ ຟູຈີ.

ທ່ານຈອນ ຄາເນຊີໂຣ ໄດ້ຮັບເອົາຫຼຽນກຽດຕິຍົດ ໃນນາມຂອງພໍ່ລາວ.....

ຈ່າຕີ ແອດເຫວີດ ຄາເນຊີໂຣ ຜູ້ທີ່ໄດ້ເສຍຊີວິດ ໃນລະຫວ່າງການສູ້ລົບ.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວວ່າ “ຂ້າພະເຈົ້າໝາຍຄວາມວ່າ ພຽງແຕ່ໄດ້ຍິນສິ່ງທີ່ແຕ່ລະຄົນໄດ້ເຮັດ ກໍໜ້າແປກໃຈ ພວກເຂົາ​ເຈົ້າ​ໄດ້ເຮັດເກີນກວ່າ ແລະກາຍບົດບາດໜ້າທີ່ຂອງພວກເຂົາເຈົ້າ. ມັນເປັນປະໂຍກທີ່ໃຊ້ກັນຢູ່ສະເໝີ ແຕ່ມັນກໍມີຊີວິດຂຶ້ນມາ ເມື່ອທ່ານເຫັນພວກຜູ້ຊາຍເຫຼົ່ານີ້.”

​ທ່ານຄາເນຊີໂຣ ໄດ້ຂັບໄລ່ພວກທະຫານຫວຽດນາມເໜືອສາມກຸ່ມ ດ້ວຍການຍິງປືນເຂົ້າໃສ່ ແລະດ້ວຍລະເບີດມືຫຼາຍລູກ ໃນລະຫວ່າງການດັກຊຸ້ມໂຈມຕີ ໃນເດືອນທັນວາ ປີ 1966 ໂດຍອຳນວຍໃຫ້ ໜ່ວຍທະຫານຂອງທ່ານ ຖອນອອກໄປໄດ້ຢ່າງປອດໄພ. ທ່ານໄດ້ຖືກຍິງ ແລະເສຍຊີວິດ ໃນການສູ້ລົບບໍ່ເທົ່າໃດເດືອນຫຼັງຈາກນັ້ນ.

ທ່ານເບີດແວລ ເປັນຊາວອາເມຣິກັນພື້ນເມືອງ ຫຼື ຊາວອິນເດຍແດງຄົນທຳອິດ ທີ່ໄດ້ຮັບຫຼຽນກຽດຕິຍົດ ສຳລັບການປະຕິບັດໜ້າທີ່ ໃນຫວຽດນາມ.

ເມື່ອສັດຕູໄດ້ໂຈມຕີຖານທັບອາກາດຂອງທ່ານ ຕັ້ງຢູ່ໃກ້ໆນະຄອນໄຊງ່ອນ ໃນເດືອນມັງກອນ ປີ 1968 ທ່ານເບີດແວລ ໄດ້ຊ່ອຍຊີວິດຜູ້ບັນຊາການກອງລົດຖັງຂອງທ່ານ ແລະ--ເຖິງແມ່ນວ່າ ທ່ານໄດ້ຮັບບາດເຈັບຢູ່ໃບໜ້າ ແລະລຳໂຕ ກໍຕາມ--ທ່ານກໍຍັງຕໍ່ສູ້ເພື່ອຊ່ອຍຍົກຍ້າຍທະຫານຄົນອື່ນໆທີ່ໄດ້ຮັບບາດເຈັບ ອອກໄປ.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວວ່າ “ເມື່ອລາວຖືກສັ່ງການໃຫ້ຂຶ້ນເຮືອບິນເຮລິຄັອບເຕີ ເພື່ອນຳສົ່ງໄປໂຮງໝໍ ລາວກໍປະຕິບັດຕາມ -- ອັນນີ້ແຫລະ ຂ້າພະເຈົ້າພົບວ່າ ໜ້າອັດສະຈັນ -- ລາວຫາກພຽງແຕ່ຄານລົງອີກດ້ານນຶ່ງ ກັບຄືນໄປສູ້ລົບຕໍ່.”

ສ່ວນທ່ານດັຟຟີ -- ໄດ້ຮັບບາດເຈັບສອງຄັ້ງ ໃນຂະນະດຽວກັນອົດທົນກັບການເປັນຊາວອາເມຣິກັນພຽງຄົນດຽວລຳພັງ ຢູ່ໃນຖານທັບຂອງທ່ານ ທີ່ໄດ້ຖືກປິດລ້ອມໃນເດືອນເມສາ ປີ 1972 -- ຊຶ່ງທ່ານໄດ້ເຄື່ອນຕົວເຂົ້າໄປໃກ້ໆຈຸດທີ່ໝັ້ນຂອງສັດຕູ ເພື່ອຮ້ອງຂໍການໂຈມຕີທາງອາກາດ. ຕໍ່ມາທ່ານກໍໄດ້ຮັບບາດເຈັບຄັ້ງທີສາມ ໃນການຍິງຄຸມກັນໃຫ້ພັນທະມິດ ຊຶ່ງເປັນກອງທັບບົກຫວຽດນາມໃຕ້ ທີ່ກຳລັງຖອຍໜີ ຂະນະທີ່ປົກປ້ອງຜູ້ທີ່ໄດ້ຮັບບາດເຈັບອື່ນໆ ໃນລະຫວ່າງການໂຈມຕີນັ້ນ.

ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ “ໃນທີ່ສຸດ ເຄື່ອງບິນ ໄດ້ກຽມພ້ອມທີ່ຈະບິນອອກໄປ ນຶ່ງໃນພັນທະມິດຊາວຫວຽດນາມຂອງທ່ານ ໄດ້ຖືກຍິງຢູ່ຕີນ ເຮັດໃຫ້ລາວ ລົ້ມຫງາຍຫຼັງອອກຈາກເຮລິຄັອບເຕີ. ພັນຕີ ດັຟຟີ ຄົ້ວຈັບລາວໄວ້ໄດ້ ແລ້ວດຶງລາວກັບເຂົ້າມາໃນເຮືອບິນກັບທ່ານ ໂດຍຊ່ອຍຊີວິດອີກຄົນນຶ່ງໄວ້ໄດ້ໃນລະຫວ່າງທາງ.”

ແລະເມື່ອເຮືອບິນເຮລິຄັອບເຕີນຳສົ່ງຄົນບາດເຈັບຂອງທ່ານຟູຈີ ໄດ້ຕົກໃນລະຫວ່າງປະຕິບັດການກູ້ໄພ ໃນປີ 1971 ແທນທີ່ວ່າ ຈະເຮັດໃຫ້ເພື່ອນທະຫານຕົກຢູ່ໃນໄພອັນຕະລາຍ ທ່ານໄດ້ໂບກມື ໃຫ້ຍົກເລີກການພະຍາຍາມຍົກຍ້າຍພວກເຂົາ. ທ່ານຟູຈີ ໄດ້ຮັກສາບາດແຜໃຫ້ພວກທີ່ໄດ້ຮັບບາດເຈັບ ຂະນະດຽວກັນ ໂທຫາອຳນາດທາງອາກາດຂອງອາເມຣິກາ ເພື່ອຂັບໄລ່ການໂຈມຕີ ໃນຕະຫຼອດໄລຍະເວລາ 17 ຊົ່ວໂມງຕໍ່ມາ.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວວ່າ “ພວກເຮົາຈະໃຫ້ກຽດ ຕະ ຫຼອດໄປແກ່ຄ້ຳໝັ້ນໝາຍຂອງທ່ານ ຕໍ່ລູກເຮືອຂອງທ່ານ ຕໍ່ພັນທະມິດຂອງທ່ານ ແລະຕໍ່ປະເທດຂອງທ່ານ.”

ການໃຫ້ກຽດແກ່ຄວາມກ້າຫານ ທີ່ໄດ້ສະແດງອອກມາດົນນານແລ້ວນັ້ນ ແຕ່ກໍບໍ່ໄດ້ລືມເລືອນເລີຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

President Joe Biden has awarded the Medal of Honor, the nation’s highest award for valor, to four U.S. Army soldiers for their actions during the Vietnam War. VOA Pentagon correspondent Carla Babb has more on their heroic stories.

President Joe Biden placing the Medal of Honor on the necks of Specialist 5 Dwight Birdwell, Major John Duffy, and Specialist 5 Dennis Fujii.

John Kaneshiro accepted the award on behalf of his father…

Staff Sergeant Edward Kaneshiro, who died in combat.

((US President Joe Biden))

“I mean, it’s just astounding when you hear what each of them have done. They went far above and beyond their duty. It’s a phrase always used but it takes on life when you see these men.”

Kaneshiro repelled three North Vietnamese groups with gunfire and grenades during an ambush in December 1966, allowing the rest of his unit to safely withdraw. He was shot and killed in combat a few months later.

Birdwell is the first Native American honored for action in Vietnam.

When the enemy attacked his air base near Saigon in January 1968, Birdwell rescued his tank commander and -- even though he was wounded in the face and torso --remained in the fight to help evacuate other wounded soldiers.

((US President Joe Biden))

“When he was ordered to load onto the medevac (medical evacuation) helicopter, he complied -- this I find amazing -- only to crawl right back off the other side to keep on fighting.”

Duffy — wounded twice while enduring as the lone American on his surrounded base in April 1972 — moved closer to enemy positions to call in air strikes. He was then wounded a third time, covering the allies’ [Vietnamese Army’s?] retreat while protecting others who’d been hurt during the attack.

((President Joe Biden))

“Finally, the airship was ready to depart, one of his Vietnamese allies was shot in the foot, causing him to fall backwards out of the helicopter. Major Duffy caught him and dragged him back in on board with him, saving one more life along the way.”

And when Fujii’s medevac helicopter crashed during a rescue operation in 1971, rather than place his fellow troops in danger, he waved off evacuation attempts. Fujii treated the wounded while calling in American airpower to repel attacks over the following 17 hours.

((U.S. President Joe Biden))

“We will forever honor your commitment to your crew, your allies and to your country.”

Honoring bravery displayed long ago but not forgotten.

XS
SM
MD
LG