ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີ​ສີ່ປະ​ເທດ ເພີ່ມ​ເຕີມ ລາຍ​ງານ​ກໍ​ລະ​ນີ ໄວ​ຣັ​ສ​ໂຄ​ໂຣ​ນາ ຄັ້ງ​ທຳ​ອິດ​ຂອງ​ເຂົາ​ເຈົ້າ


ປະ​ຊາ​ຊົນນັ່ງ​ຫ່າງ​ກັນ​ໃນ​ໄລ​ຍະ​ຕາມ​ຄຳ​ແນະ​ນຳ ໃນ​ລະ​ຫວ່າງ​ການ​ນຳ​ສະ​ເໜີ​ລົດໄຟ​ຟ້າລຸ້ນ​ໃໝ່ FIAT 500, ເມືອງ ມິ​ລານ, ປະ​ເທດ ອິ​ຕາ​ລີ. 4 ມີ​ນາ, 2020.
ປະ​ຊາ​ຊົນນັ່ງ​ຫ່າງ​ກັນ​ໃນ​ໄລ​ຍະ​ຕາມ​ຄຳ​ແນະ​ນຳ ໃນ​ລະ​ຫວ່າງ​ການ​ນຳ​ສະ​ເໜີ​ລົດໄຟ​ຟ້າລຸ້ນ​ໃໝ່ FIAT 500, ເມືອງ ມິ​ລານ, ປະ​ເທດ ອິ​ຕາ​ລີ. 4 ມີ​ນາ, 2020.

ມີ​ສີ່​ປະ​ເທດ​ເພີ່ມ​ເຕີມ​ໄດ້​ລາຍ​ງານ​ການ​ຢືນ​ຢັນ​ກໍ​ລະ​ນີ​ໄວ​ຣັ​ສ​ໂຄ​ໂຣ​ນາ ຄັ້ງ​ທຳ​ອິດ​ຂອງ​ເຂົາ​ເຈົ້າ ໃນ​ຂະ​ນະ​ທີ່ ອິ​ຕາ​ລີ ໄດ້​ປິດ​ໂຮງ​ຮຽ​ໝົດ​ທຸກ​ແຫ່ງ​ເປັນ​ເວ​ລາ 10 ວັນ.

ປະ​ເທດ ຊີ​ເລ, ຮັງ​ກາ​ຣີ, ໂປ​ແລນ ແລະ ສ​ໂລ​ເວ​ເນຍ ທັງ​ໝົດ​ໄດ້​ລາຍ​ງານ​ກໍ​ລະ​ນີ​ທຳ​ອິດ​ຂອງ​ເຂົາ​ເຈົ້າ​ໃນ​ວັນ​ພຸດ​ວານນີ້. ກໍ​ລະ​ນີໃນ​ປະ​ເທດ ຮັງ​ກາ​ຣີ ນັ້ນ​ແມ່ນ​ນັກ​ສຶກ​ສາ ອີ​ຣ່ານ ສອງ​ຄົນ ໃນ​ຂະ​ນະ​ທີ່​ຄົນ​ນຶ່ງ​ໃນ​ປະ​ເທດ ສ​ໂລ​ເວ​ເນຍ ແມ່ນ​ຄົນ​ໄຂ້​ຜູ້​ທີ່​ໄດ້​ເດີນ​ທາງ​ຜ່ານ​ປະ​ເທດ ໂມ​ຣັອກ​ໂຄ ແລະ ອິ​ຕາ​ລີ.

ອິ​ຕາ​ລີ ມີ​ຈຳ​ນວນ​ກໍ​ລະ​ນີ​ໄວ​ຣັ​ສ​ໂຄ​ໂຣ​ນາ ທີ່ຫຼາຍ​ທີ່​ສຸດ​ຂອງ ຢູ​ໂຣບ ດ້ວຍ 2,700 ກໍ​ລະ​ນີ ແລະ ເສຍ​ຊີ​ວິດ 100 ຄົນ. ລັດ​ຖະ​ບານ​ຂອງ​ເຂົາ​ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ເອີ້ນ​ວ່າ ການ​ຕັດ​ສິນ​ໃຈທີ່ “ຮອບ​ຄອບ” ເພື່ອ​ປິດ​ໂຮງ​ຮຽນ​ໝົດ​ທຸກ​ແຫ່ງ​ຈົນ​ຮອດ​ວັນ​ທີ 15 ມີ​ນາ.

ຫົວ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລ ທ່ານ ເທດ​ຣອ​ສ ອາ​ດາ​ນອມ ເກ​ເບ​ຣ​ເຢ​ຊຸ​ສ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ລາຍ​ງານ​ປະ​ຈຳ​ວັນ​ຂອງ​ທ່ານ​ໃນ​ວັນ​ພຸດ​ວານນີ້​ວ່າ 75 ປະ​ເທດ​ໄດ້​ລາຍ​ງານ​ກໍ​ລະ​ນີ​ການ​ຕິດ​ເຊື້ອ. ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ທຸ​ກ​ປະ​ເທດ​ດຳ​ເນີນ​ການ​ໃນ​ສິ່ງ​ທີ່​ທ່ານ​ເອີ້ນເປັນ​ພາ​ສາ​ ອັງ​ກິດ ​ວ່າ “3 C,” ຄື​ກໍ​ລະ​ນີ​ທຳ​ອິດ, ການ​ຈັດ​ກຸ່ມ​ກໍ​ລະ​ນີ​ທຳ​ອິດ, ແລະ ສັນ​ຍານ​ທຳ​ອິດ​ຂອງ​ການ​ຕິດ​ຕໍ່​ໃນ​ຊຸມ​ຊົນ.

ທ່ານ ໄດ້​ກ່າວ​ວ່າ “ຂໍ້​ຄວາມ​ຂອງ​ພວກ​ເຮົາ​ຕໍ່​ທຸກ​ປະ​ເທດ ບໍ່​ແມ່ນ​ຖະ​ໜົນ​ທາງ​ລ່ອງ. ພວກ​ເຮົາ​ສາ​ມາດ​ດັນ​ໄວ​ຣັ​ສນີ້​ກັບ​ຄືນມາ.” ແຕ່​ທ່ານ​ໄດ້​ກ່າວ​ວ່າ ທ່ານ​ເປັນ​ຫ່ວງບາງ​ປະ​ເທດ​ທີ່​ທ່ານບໍ່​ໄດ້​ເອີ້ນ​ຊື່ນັ້ນ, ທ່ານ​ເວົ້າ​ວ່າ “ລະ​ດັບ​ຄວາມ​ຍິນ​ດີ​ທາງ​ການ​ເມືອງ​ຈະ​ບໍ່​ເທົ່າ​ກັບ​ລະ​ດັບ​ໄພ​ຂົ່ມ​ຂູ່​ທີ່​ພວກ​ເຮົາ​ກຳ​ລັງ​ປະ​ເຊີນ​ຢູ່.”

ທ່ານ ເທດ​ຣອ​ສ ໄດ້​ກ່າວ​ວ່າ ທັງ​ໝົດ 75 ປະ​ເທດ​ທີ່​ຖືກ​ກະ​ທົບ​ໂດຍ​ໄວ​ຣັ​ສ​ໃນ​ປັດ​ຈຸ​ບັນ​ນີ້ ແລະ 119 ປະ​ເທດ​ທີ່​ຍັງ​ບໍ່​ໄດ້​ມີ​ກໍ​ລະ​ນີ​ທີ່​ຖືກ​ຢືນ​ຢັນ​ນັ້ນ ຕ້ອງ “ສອນ​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ, ໃຫ້​ຂະ​ຫຍາຍ​ການ​ຕິດ​ຕາມ, ຊອກ​ຫາ, ແຍກ​ໂດດ​ດ່ຽວ ແລະ ເບິ່ງ​ທຸກໆ​ກໍ​ລະ​ນີ, ເພື່ອ​ຕິດ​ຕາມ​ການ​ຕິດ​ຕໍ່​ທຸກໆ​ກໍ​ລະ​ນີ, ແລະ ໃຊ້​ວິ​ທີ​ການ​ທຸກ​ລັດ​ຖະ​ບານ ແລະ ສັງ​ຄົມທຸກ​ແຫ່ງ. ນີ້ບໍ່​ແມ່ນ​ວຽກ​ສຳ​ລັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ພຽງ​ຜູ້​ດຽວ​ເທົ່າ​ນັ້ນ.”

ສະ​ຫະ​ລັດ ໄດ້​ລາຍ​ງານ​ການ​ເສຍ​ຊີ​ວິດ​ກໍ​ລະ​ນີ​ທີ 11 ຂອງ​ເຂົາ​ເຈົ້າ, ເຊິ່ງ​ແມ່ນ​ຜູ້​ຊາຍ​ຊະ​ລາ​ຄົນ​ນຶ່ງ​ທີ່​ອາ​ໄສ​ຢູ່​ໃກ້​ກັບ​ເມືອງ ຊາ​ຄ​ຣາ​ເມັນ​ໂຕ, ລັດຄາ​ລິ​ຟໍ​ເນຍ. ການ​ເສຍ​ຊີ​ວິດ​ຂອງ​ລາວ​ໄດ້​ຖືກ​ປະ​ກາດ​ພາຍ​ໃນບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ຄົນ​ທີ 10 ໄດ້​ເສຍ​ຊີ​ວິດ​ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໃນ​ລັດ ວໍ​ຊິງ​ຕັນ, ບ່ອ​ທີ່​ການ​ເສຍ​ຊີ​ວິດ​ອື່ນໆ​ໃນ​ ສະ​ຫະ​ລັດ ໄດ້​ເກີດ​ຂຶ້ນ​ໃນ​ປັດ​ຈຸ​ບັນ​ນີ້.

ຜູ້​ເຄາະ​ຮ້າຍຫຼາຍ​ຄົນ​ກໍ​ແມ່ນ​ຄົນ​ຊະ​ລາ​ເຊັ່ນ​ກັນ ແລະ ອາ​ໄສ​ຢູ່​ບ້ານ​ພັກ​ຄົນ​ຊະ​ລາ. ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ເວົ້າ​ວ່າ ຜູ້​ອາ​ວຸ​ໂສ​ແມ່ນ​ມີ​ຄວາມ​ສ່ຽງ​ເປັນ​ພິ​ເສດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG