ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຍົກຍ້າຍຖິ່ນຖານ 4 ຄົນຖືກພົບເຫັນເສຍຊີວິດ ຢູ່ຕາມເສັ້ນທາງ ລະຫວ່າງ ເຂດຊາຍແດນ ໂປແລນ ແລະ ເບລາຣຸສ


ຜູ້ອາໄສຢູ່ນະຄອນຫຼວງ ວໍຊໍ ໄຕ້ທຽນຢູ່ຕໍ່ໜ້າສຳນັກງານໃຫຍ່ປ້ອງກັນເຂດຊາຍແດນແຫ່ວງຊາດ ໃນນະຄອນຫຼວງ ວໍຊໍ, ປະເທດ ໂປແລນ. 20 ກັນຍາ, 2021.
ຜູ້ອາໄສຢູ່ນະຄອນຫຼວງ ວໍຊໍ ໄຕ້ທຽນຢູ່ຕໍ່ໜ້າສຳນັກງານໃຫຍ່ປ້ອງກັນເຂດຊາຍແດນແຫ່ວງຊາດ ໃນນະຄອນຫຼວງ ວໍຊໍ, ປະເທດ ໂປແລນ. 20 ກັນຍາ, 2021.

ບັນດາອົງການຕ່າງໆຂອງສະຫະປະຊາຊາດໄດ້ຮຽກຮ້ອງການສືບສວນສອບສວນ ກ່ຽວກັບ ການເສຍຊີວິດຂອງ 4 ຄົນ ເຊິ່ງສົບຂອງເຂົາເຈົ້າໄດ້ຖືກພົບເຫັນຢູ່ເຂດຊາຍແດນລະຫວ່າງ ໂປແລນ ແລະ ເບລາຣຸສ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີລາຍງານສຳລັບວີໂອເອ ຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ສາມຄົນ ໃນຜູ້ທີ່ເສຍຊີວິດທີ່ຖືກພົບເຫັນຢູ່ເຂດຊາຍແດນຟາກຂອງປະ ເທດ ໂປແລນ ໄດ້ຖືກລະບຸຕົວ ໂດຍບັນດາເຈົ້າໜ້າທີ່ ໂປແລນ ວ່າເປັນຜູ້ຊາຍຊາວ ອີຣັກ ແລະ ຄົນທີສີ່ທີ່ຖືກລະບຸຕົວໂດຍບັນດາເຈົ້າໜ້າທີ່ ເບລາຣຸສ ແມ່ນແມ່ຍິງຊາວ ອີຣັກ, ຜູ້ທີ່ເຂົາເຈົ້າເວົ້າວ່າຖືກພົບເຫັນພາຍໃນພຽງບໍ່ເທົ່າໃດແມັດຈາກເຂດຊາຍແດນ.

ໂຄສົກຂອງອົງການເພື່ອການຍົກຍ້າຍຖິ່ນຖານສາກົນ ທ່ານນາງ ຊາຟາ ເຊລີ, ໄດ້ກ່າວຕໍ່ວີໂອເອວ່ານີ້ແມ່ນການຕາຍທີ່ຖືກບັນທຶກເທື່ອທຳອິດຂອງກຸ່ມຜູ້ຂໍລີ້ໄພ ແລະ ຜູ້ຍົກຍ້າຍຖິ່ນຖານທີ່ໄດ້ເດີນ ທາງຜ່ານປະເທດ ເບລາຣຸສ ເພື່ອຂໍລີ້ໄພໃນປະເທດ ລິທົວເນຍ, ລັດເວຍ ແລະ ໂປແລນ.

ທ່ານນາງເວົ້າວ່າ ສອງຄົນທີ່ໄດ້ເສຍຊີວິດມີລາຍງານວ່າໄດ້ຕາຍຍ້ອນອຸນຫະພູມໃນຮ່າງກາຍຕໍ່າກວ່າປົກກະຕິ. ທ່ານນາງໄດ້ກ່າວຢໍ້າວ່າຜູ້ຍົກຍ້າຍຖິ່ນຖານຫຼາຍຄົນທີ່ໄດ້ເດີນທາງຮອດເຂດຊາຍ ແດນບັນດາປະເທດສະຫະພາບ ຢູໂຣບ ແມ່ນ ໄດ້ຖືກສຳພັດ ກັບສະພາບອາກາດຫຼາຍຢ່າງ ແລະ ປະເຊີນກັບການມີອຸຫະພູມໃນຫ່າງກາຍຕໍ່າກວ່າປົກກະຕິຍ້ອນເຂົາເຈົ້າບໍ່ມີສິ່ງປ້ອງກັນຈາກອາ ກາດທີ່ໜາວ.

ທ່ານນາງເວົ້າວ່າ ອົງການເພື່ອການຍົກຍ້າຍຖິ່ນຖານສາກົນ ແລະ ອົງການອົບພະຍົບສະຫະປະຊາ ຊາດ ແມ່ນໄດ້ມີຄວາມເປັນຫ່ວງກັບລາຍງານ ກ່ຽວກັບ ການຕ້ານຢັນໃນບັນດາປະເທດທີ່ຕັ້ງຢູ່ເຂດຊາຍແດນປະເທດ ຢູໂຣບ ທີ່ວ່ານີ້.

ທ່ານນາງ ເຊລີ ກ່າວວ່າ “ຜູ້ຂໍລີ້ໄພ ແລະ ຜູ້ຍົກຍ້າຍຖິ່ນຖານບໍ່ຄວນຖືກໃຊ້ໂດຍປະເທດຕ່າງໆເພື່ອຈຸດປະສົງທາງການເມືອງ. ການຕ້ານຢັນແມ່ນຂັດກັບພັນທະຂອງແຕ່ລະປະເທດ” ພາຍໃຕ້ກົດ ໝາຍສາກົນ ແລະ ປະເທດຕ່າງໆຕ້ອງເຮັດວຽກຮ່ວມກັນເພື່ອແກ້ໄຂສະຖານະການໃນເວລານີ້ ແລະ ຕ້ອງໃຫ້ບູລິມະສິດດ້ານສິດທິມະນຸດ.”

ມີການເພີ່ມຂຶ້ນຂອງຜູ້ຍົກຍ້າຍຖິ່ນຖານ ແລະ ຜູ້ຂໍລີ້ໄພໃນສອງສາມເດືອນທີ່ຜ່ານມາ, ໂດຍທີ່ຫຼາຍພັນຄົນໄດ້ມຸ່ງໜ້າໄປປະເທດ ໂປແລນ, ລິທົວເນຍ ແລະ ລັດເວຍ. ມີລາຍງານວ່າເຂົາເຈົ້າມາຈາກ ອາຟຣິກາຕາເວັນຕົກ, ພາກຕາເວັນອອກກາງ ແລະ ເອເຊຍກາງ.

ອີງຕາມລາຍງານຂອງສື່ມວນຊົນນັ້ນ, ບັນດາປະເທດທີ່ຕັ້ງຢູ່ເຂດຊາຍແດນຂອງສະຫະພາບຢູ ໂຣບ ໄດ້ຕ້ານຢັນຕໍ່ສິ່ງທີ່ເຂົາເຈົ້າເຫັນວ່າເປັນນະໂຍບາຍໂດຍເຈຕະນາຂອງປະທານາທິບໍດີ ເບລາຣຸສ ທ່ານ ອາເລັກແຊນເດີ ລູຄາເຊັນໂກ ເພື່ອເຮັດໃຫ້ເສດຖະກິດຂອງເຂົາເຈົ້າບໍ່ໝັ້ນຄົງດ້ວຍການບອກຜູ້ຍົກຍ້າຍຖິ່ນຖານຢ່າງບໍ່ຖືກຕ້ອງວ່າ ເຂົາເຈົ້າມີແຕ່ສາມາດເຂົ້າສະຫະພາບຢູໂຣບຢ່າງຖືກກົດໝາຍໄດ້ດ້ວຍການຜ່ານປະເທດຂອງທ່ານ.

ທ່ານນາງ ເຊລີ ໄດ້ກ່າວວ່າ ປະຊາຊົນໄດ້ໃຊ້ເສັ້ນທາງທີ່ອັນຕະລາຍ ແລະ ບໍ່ປົກກະຕິເພື່ອໄປຫາສະຫະພາບ ຢູໂຣບ. ທ່ານນາງເວົ້າວ່າຫຼາຍຄົນອາດຖືກປະຖິ້ມຫຼາຍອາທິດ, ໂດຍປາສະຈາກການຊ່ວຍເຫຼືອໃດໆ ຫຼື ການບໍລິການພື້ນຖານ. ທ່ານນາງເວົ້າວ່າເຂົາເຈົ້າໄດ້ອາໄສຢູ່ພາຍໃຕ້ສະພາບ ທີ່ເປັນຕາຢ້ານ, ປາສະຈາກທີ່ພັກອາໄສ, ຖືກສຳພັດກັບສະພາບອາກາດຕ່າງໆ ແລະ ປະເຊີນກັບອຸນ ຫະພູມໃນຮ່າງກາຍຕໍ່າກວ່າປົກກະຕິ.

ທ່ານນາງ ເຊລີ ກ່າວວ່າ “ພວກເຮົາຮຽກຮ້ອງສຳລັບການເຂົ້າຫາໃນທັນທີຕໍ່ທຸກຄົນທີ່ຖືກກະທົບ ເພື່ອທີ່ຈະສະໜອງການຊ່ວຍເຫຼືອດ້ານການແພດຊ່ວຍຊີວິດ, ອາຫານ ແລະ ນໍ້າ. ແຕ່ພ້ອມກັນນັ້ນ, ການປົກປ້ອງທຸກຢ່າງທີ່ຈຳເປັນທີ່ຕ້ອງຖືກຄວບຄຸມ. ມັນຍາກສຳລັບພວກເຮົາທີ່ຈະເຂົ້າໃຈສິ່ງທີ່ກຳລັງເກີດຂຶ້ນຢ່າງແທ້ຈິງຢູ່ເທິງພາກພື້ນດິນ. ມັນຕ້ອງມີເຈົ້າໜ້າທີ່ຈາກທັງສອງຝ່າຍເພື່ອສືບສວນ ສອບສວນສະຖານະການດັ່ງກ່າວ.”

ອົງການເພື່ອການຍົກຍ້າຍຖິ່ນຖານສາກົນ ແລະ ອົງການອົບພະຍົບສະຫະປະຊາຊາດໄດ້ຮຽກຮ້ອງ ໃຫ້ທຳການສືບສວນສອບສວນໃນທັນທີ ກ່ຽວກັບ ການຕາຍຂອງຜູ້ຍົກຍ້າຍຖິ່ນຖານ 4 ຄົນນັ້ນ. ເຂົາເຈົ້າຍັງຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ທີ່ກ່ຽວຂ້ອງຊອກຫາທາງເລືອກຫຼາຍຢ່າງເພື່ອສ້າງເສັ້ນ ທາງທີ່ປອດໄພສຳລັບການຍົກຍ້າຍຖິ່ນຖານ ແລະ ເພື່ອຫຼີກລ້ຽງໂສກນາດຕະກຳທີ່ຄ້າຍຄືກັນບໍ່ໃຫ້ເກີດຂຶ້ນອີກ.

ເຂົາເຈົ້າສະເໜີວ່າ, ສິ່ງດັ່ງກ່າວນີ້ຄວນປະກອບມີການເຂົ້າເຖິງການຂໍລີ້ໄພແລະ ຂັ້ນຕອນການຮວບຮວມຄອບຄົວໃໝ່, ພ້ອມກັບການອາສາສະໝັກເດີນທາງກັບປະເທດ ສຳລັບຜູ້ທີ່ບໍ່ຕ້ອງການ ການປົກປ້ອງຂອງສາກົນ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG