ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ຊາຍສີ່ຄົນ ຖືກແຂວນຄໍ ຍ້ອນການຂົ່ມຂືນ ທີ່ຮ້າຍແຮງ ໃນປີ 2012 ທີ່ນະຄອນຫຼວງອິນເດຍ


ພວກແມ່ຍິງ ພາກັນປະທ້ວງຕໍ່ການຂົ່ມຂືນທີ່ຮ້າຍແຮງໃນອີນເດຍ ປີ 2012.
ພວກແມ່ຍິງ ພາກັນປະທ້ວງຕໍ່ການຂົ່ມຂືນທີ່ຮ້າຍແຮງໃນອີນເດຍ ປີ 2012.

ຫຼັງຈາກແປດປີທີ່ຜ່ານມາຂອງການຂົ່ມຂືນໝູ່ທີ່ໂຫດຮ້າຍທາລຸນ ແລະສັງຫານ ນັກຮຽນກາຍະພາບບຳບັດ ອາຍຸ 23 ປີ ໃນນະຄອນນິວເດລີ ໄດ້ກໍ່ໃຫ້ເກີດ ຄວາມໂກດແຄ້ນ ອອກໄປຢູ່ທົ່ວໂລກ ຜູ້ຊາຍສີ່ຄົນໄດ້ຖືກຕັດສິນລົງໂທດປະ ຫານຊີວິດດ້ວຍການແຂວນຄໍ ໃນຕອນເຊົ້າມືດວັນສຸກມື້ນີ້ທີ່ຄຸກ ມີການຮັກສາ ຄວາມປອດໄພສູງຂອງນະຄອນດັ່ງກ່າວ.

ສານສູງສຸດຮ້ອງວ່າເປັນການກະທຳຜິດຢ່າງ “ທາລຸນທີ່ສຸດ ປ່າເຖື່ອນ ແລະ ຜີສາດ” ການຂົ່ມຂືນໝູ່ໃນປີ 2012 ໄດ້ສັ່ນສະເທືອນຈິດສໍານຶກຂອງອິນເດຍ ແລະຫັນປ່ຽນພາໃຫ້ມີຄວາມເປັນຫ່ວງ ໃນການກໍ່ຄວາມຮຸນແຮງທາງເພດ ຕໍ່ ບັນດາແມ່ຍິງໃນອິນເດຍ.

ນາງຈອຍຕີ ຊິງ ໄດ້ຖືກຂົ່ມຂືນ ແລະທາລຸນດ້ວຍທ່ອນເຫລັກ ໂດຍຜູ້ຊາຍຫ້າ ຄົນ ແລະຜູ້ຊາຍບໍ່ເຖິງກະສຽນຄົນນຶ່ງຢູ່ເທິງລົດເມ ທີ່ລາວໄດ້ຂີ່ກັບໝູ່ຜູ້ຊາຍຄົນ
ນຶ່ງຫຼັງຈາກເຂົາເຈົ້າໄດ້ໄປເບິ່ງຮູບເງົາໃນຄືນນຶ່ງ. ເຂົາເຈົ້າໄດ້ປ່ອຍໃຫ້ລາວ ເລືອດໄຫລອອກຈົນຕາຍຢູ່ແຄມຖະໜົນ ແລະສອງອາທິດຕໍ່ມາ ລາວໄດ້ເສຍ ຊີວິດຍ້ອນບາດແຜທີ່ໄດ້ຮັບບາດເຈັບ.

ບໍ່ເທົ່າໃດນາທີ່ຫຼັງຈາກເຂົາເຈົ້າໄດ້ຖືກແຂວນຄໍແລ້ວ ແມ່ຂອງຜູ້ເຄາະຮ້າຍ ນາງອາຊາ ເດີວີ ກ່າວວ່າ ວິນຍານລູກສາວຂອງລາວຈະໄປສູ່ສຸຂະຕິ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

More than seven years after the brutal gang rape and murder of a 23-year old physiotherapy student in New Delhi sparked outrage across the world, four men convicted of the crime were hanged at dawn Fridayin a high-security city prison.

Called the “most brutal, barbaric and diabolical” crime by the Supreme Court, the2012gang rape shook India’s conscience and turned the spotlight on sexual violence against women in India.

Jyoti Singh was raped and tortured with a metal rod by five men and a juvenile on a bus she had boarded with a male friend after watching a film onenight. They left her bleeding on the side of the road and she died two weeks later due to the injuries she sustained.

Minutes after their hanging, the victim’s mother, Asha Devi, saidher daughter’s soul would rest in peace.

XS
SM
MD
LG