ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົບຮອບ 45 ປີ ທີ່ມະນຸດຄົນທຳອິດ ຂຶ້ນໄປຍ່າງ ຢູ່ເທິງໜ້າດວງຈັນ (ສະໄລດ໌/ວີດີໂອ)


Nature of Space Exploration Enters New Age
please wait

No media source currently available

0:00 0:03:10 0:00

ເບິ່ງລາຍງານໂທລະພາບ ທີ່ກ່ຽວພັນກັບຂ່າວນີ້:

ເມື່ອ 45 ປີຜ່ານມາ​ແລ້ວ ​ໃນ​ວັນທີ 20 ກໍລະກົດ ປີ 1969 ມະນຸດ
ໄດ້​ຂຶ້ນ​ໄປຍ່າງ​ຢູ່​ເທິງ​ໜ້າ​ດວງ​ຈັນ ​ເປັນ​ເທື່ອທຳ​ອິດ​.

ໃນ​ມື້​ນັ້ນ ທ່ານ Neil Armstrong ນັກ​ບິນ​ອະວະກາດ​ສະຫະລັດ
​ໄດ້ກ່າວປະ​ໂຫຍ​ກທີ່​ມີ​ຊື່​ສຽງ​ຕະຫຼອດ​ມາ ​ໃນຕອນ​ທີ່​ທ່ານ​ໄດ້​ເປັນ​
ມະນຸດ​ຄົນ​ທຳ​ອິດ ທີ່​ຂຶ້ນໄປ​ຍ່າງ​ຢູ່​ເທິງ​ໜ້າ​ດວງ​ຈັນ ຊຶ່ງ​ທ່ານເວົ້າ​
ວ່າ:“ນັ້ນ​ແມ່ນ​ບາດກ້າວ​ນຶ່ງ​ນ້ອຍໆ​ສຳລັບຄົນ ແຕ່​ເປັນ​ບາດ
ກ້າວກະໂດດ​ອັນ​ຍິ່ງ​ໃຫຍ່​ອັນ​ນຶ່ງສຳລັບມະນຸດຊາດ.”
​ ໃນ​
ເວລາບໍ່​ເທົ່າ​ໃດ​ນາທີ​ຕໍ່​ມາ ທ່ານ Edwin “Buzz” Aldrin ​ເພື່ອນ
​ນັກ​ບິນອະວະກາດ​ອະ​ເມຣິກັນນຳ​ກັນ ກໍໄດ້​ອອກ​ຍ່າງຮ່ວມ​ກັບ​
ທ່ານ Armstrong ​ຢູ່ເທິງ​ໜ້າ​ດວງ​ຈັນ​.



​ໃນ​ກາງ​ປີ 1969 ສະຫະລັດ​ໄດ້​ແຕກ​ແຍກ​ກັນ​ ກ່ຽວ​ກັບ​ສົງຄາມ​ໃນ​ຫວຽດນາມ ປະ​ເຊີນ
ກັບ​ການ​ປະ​ທ້ວງ​ຮຽກຮ້ອງເອົາສິດທິ​ພົນລະ​ເມືອງ​ຕ່າງໆ ​ແລະ​ຍັງບໍ່​ທັນ​ຟື້ນ​ຄືນ​ຈາກ
​ຄວາມ​ຕື່ນ​ຕົກ​ໃຈ​ນຳ​ການ​ລອບ​ສັງຫານ​ທ່ານ Martin Luther King, Jr. ​ແລະທ່ານ
Robert Kennedy ຜູ້​ສະໝັກ​ເປັນປະທານາທິບໍດີ​ສະຫະລັດ ​ໃນ​ປີ 1968 ນັ້ນ​. ​
ແຕ່​ປະ​ເທດ​ໄດ້​ເຕົ້າ​ໂຮມກັນ​ຄືນ​ໃນ​ເດືອນ​ກໍລະ​ກົດປີ​ນັ້ນ ​ເພື່ອ​ເບິ່ງ​ການຖ່າຍ​ທອດ
​ການ​ຂຶ້ນ​ສູ່​ອະວະກາດ​ຂອງ​ຍານອະວະກາດ Apollo 11 ທາງ​ໂທລະພາບ​.

ອົງການ​ນາ​ຊາ ກະ​ປະມານ​ວ່າ ມີ​ປະຊາຊົນ​ໃນ​ຈຳນວນ​ຫຼາຍ​ກວ່າ ​ເຄິ່ງຕື້ ຫຼື 500 ລ້ານ​
ຄົນໃນ​ທົ່ວ​ໂລກ​ ພາກັນເບິ່ງ​ການ​ລົງ​ສູ່​ໜ້າ​ດວງ​ຈັນ​ຂອງ​ຍານ​ອະວະກາດ Apollo 11.
ບັນດາ​ນັກ​ບິນ​ອະວະກາດ​ຂອງ​ອົງການ​ນາ​ຊາ ​ໄດ້​ກັບ​ຄືນ​ໄປ​ຍັງ​ດວງຈັນ​ອີກ​ຫຼາຍຄັ້ງ
ນັບ​ແຕ່​ນັ້ນ​ມາ ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ ບໍ່​ມີ​ມະນຸດ​ຄົນ​ໃດ​ອີກ ​ໄດ້​ໄປ​ລົງ​ຢູ່​ເທິງ​ໜ້າ​ດວງຈັນ
ນັບແຕ່​ປີ 1972 ​ເປັນ​ຕົ້ນ​ມາ.

lunarlanding20july14
please wait
Embed

No media source currently available

0:00 0:00:36 0:00

Forty-five years ago, on July 20, 1969, man first walked on the moon.

Astronaut Neil Armstrong famously said that day as he became the first person to walk on the moon, "that is one small step for man, one giant leap for mankind." Fellow American astronaut Edwin "Buzz" Aldrin joined Armstrong on the moon a few minutes later.

In the middle of 1969, the United States was divided over the war in Vietnam, rocked by civil rights protests and still reeling from the 1968 assassinations of Martin Luther King, Jr. and presidential candidate Robert Kennedy. But the nation came together in July of that year to watch the historic Apollo 11 mission on television.

NASA estimates that more than half a billion people worldwide watched the televised lunar landing.

NASA astronauts returned to the moon on multiple missions; however, no human has touched down on the moon's surface since 1972.

XS
SM
MD
LG