ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານຈອນ ໂບລຕັນ ກ່າວວ່າ ທ່ານ ຈະໄປໃຫ້ການ ໃນການດຳເນີນຄະດີຟ້ອງຮ້ອງຂອງປະທານາທິບໍດີ ດໍໂນລ ທຣຳ ຖ້າຫາກ ສະພາສູງ ອອກໝາຍຮຽກຕົວທ່ານ.
ເບື້ອງຫລັງໃນຄວາມເຫັນເມື່ອວັນຈັນວານນີ້ ຂອງທ່ານໂບລຕັນ ນັ້ນ ພັກເດໂມແຄຣັດ ອາດມີທ່າແຮງວ່າ ຈະໄດ້ຮັບຄຳໃຫ້ການທີ່ສຳຄັນ ໃນເລື້ອງທີ່ບໍ່ໄດ້ຖືກເປີດເຜີຍ ກ່ຽວກັບຄວາມພະຍາຍາມຂອງທ່ານທຣຳ ເພື່ອໃຫ້ຢູເຄຣນ ເປີດການສືບສວນສອບສວນ ທີ່ຈະເປັນຜົນປະໂຫຍດທາງດ້ານການເມືອງແກ່ທ່ານນັ້ນ.
ທ່ານໂບລຕັນ ເປັນນຶ່ງໃນຄະນະທີ່ປຶກສາຂອງທ່ານທຣຳ ປະຈຳທຳນຽບຂາວ ຊຶ່ງຜູ້ນຳລະດັບສູງ ພັກເດໂມແຄຣັດ ຂອງສະພາສູງ ທ່ານຊັກຄ໌ ຊູເມີ ກ່າວວ່າ ຄວນຖືກເອີ້ນຂຶ້ນມາໃຫ້ການ ໃນການດຳເນີນຄະດີຟ້ອງຮ້ອງປະທານາທິບໍດີ.
ແຕ່ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານມິດຈ໌ ແມັກຄອນແນລ ຜູ້ທີ່ກຳລັງປະສານງານກັບບັນດາທະນາຍຄວາມປະຈຳທຳນຽບຂາວຂອງທຣຳ ເພື່ອວາງແຜນຍຸດທະສາດໃນການດຳເນີນຄະດີຢູ່ນັ້ນ ໄດ້ຄັດຄ້ານຕໍ່ການຮຽກຕົວພະຍານໃດໆໂດຍຊຸກຍູ້ໃຫ້ຜູ້ນຳພັກເດໂມແຄຣັດຂອງສະພາສູງໃຫ້ຕອບກ່ຽວກັບເລື້ອງນີ້.
ທ່ານຊັກຄ໌ ຊູເມີ ສະມາຊິສະພາສູງ ແລະເປັນຜູ້ນຳສຽງສ່ວນນ້ອຍ ກ່າວວ່າ “ພວກເຮົາຂໍ ຄະດີຂອງປະທານາທິບໍດີ ແມ່ນອ່ອນແອຫຼາຍ ທີ່ບໍ່ມີຄົນຜູ້ໃດເລີຍ ຂອງປະທານາ ສາມາດປົກປ້ອງທ່ານໄດ້ ພາຍໃຕ້ຄຳສາບານ? ຄະດີຂອງປະທານາທິບໍດີ ແມ່ນອ່ອນແອຫຼາຍ ທີ່ບໍ່ມີຄົນຜູ້ໃດເລີຍຂອງປະທານາ ສາມາດປົກປ້ອງທ່ານໄດ້ ພາຍໃຕ້ຄຳສາບານ.”
ສຽງສ່ວນຫຼາຍໃນຈຳນວນສອງສ່ວນສາມ ຂອງສະມາຊິກສະພາສູງ 100 ທ່ານ ຈະຕ້ອງໄດ້ຮັບ ທີ່ຈະຕັດສິນໃຫ້ທ່ານທຣຳ ມີຄວາມຜິດ ເພື່ອປົດທ່ານອອກຈາກຕຳແໜ່ງ ໝາຍຄວາມວ່າ ຢ່າງໜ້ອຍ ສະມາຊິກສະພາສູງຈາກພັກຣີພັບບລີກັນ 20 ຄົນ ຈະຕ້ອງໄດ້ລົງຄະແນນສຽງ ຕໍ່ຕ້ານທ່ານປະທານາທິບໍດີ ຖ້າຫາກ ບັນດາ ສະມາຊິກສະພາສູງຈາກພັກເດໂມແຄຣັດທັງໝົດ 47 ຄົນ ລົງຄະແນນສຽງເອົາຜິດທ່ານທຣຳ ນຳດ້ວຍ.
Former U.S. national security adviser John Bolton says he would testify at President Donald Trump's impeachment trial if the Senate subpoenas him.
Behind Bolton's comment Monday, Democrats could potentially get key behind-the-scenes testimony about Trump's efforts to get Ukraine to launch investigations to benefit himself politically.
Bolton is one of four Trump White House aides the top Senate Democratic leader (Chuck Schumer) says should be called to testify at the impeachment trial.
But the Senate Majority Leader ( Mitch McConnell) , who is coordinating trial strategy with Trump's White House lawyers, has balked at calling any witnesses, promoting a Democratic Senate leader to issue this retort.
(Senator Chuck Schumer, US Minority Leader)
"We ask, is the president's case so weak that none of the president's men can defend him under oath? Is the president's case is so weak that none of the president's men can defend him under oath."
A two-thirds majority in the 100-member Senate would be required to convict Trump to remove him from office, meaning at least 20 Republicans would have to turn against the president if all 47 Democrats also vote to convict him.