ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ບັນດາອະດີດເຈົ້າໜ້າທີ່ ສະຫະລັດ ກຳລັງຢູ່ໃນໄຕ້ຫວັນ ເພື່ອສົ່ງສັນຍານ ເຖິງການສະໜັບສະໜຸນຂອງວໍຊິງຕັນ


ລັດຖະມົນຕີການຕ່າງປະເທດຂອງໄຕ້ຫວັນ ທ່ານໂຈເຊັບ ວູ, ຜູ້ທີສີ່ຈາກຂວາ, ຢືນຄຽງກັບຄະນະຜູ້ແທນຈາກອາເມຣິກາ ລວມມີ ອະດີດປະທານເສນາທິການຮ່ວມ ພົນເຮືອເອກ ໄມຄ໌ ມູລເລນ, ຜູ້ທີສາມຈາກຂວາ, ຂະນະທີ່ພວກເພິ່ນ ເດີນທາງຮອດສະໜາມບິນສົງຊານຂອງນະຄອນໄທເປ, ປະເທດໄຕ້ຫວັນ ເມື່ອວັນອັງຄານ ທີ 1 ມີນາ 2022.
ລັດຖະມົນຕີການຕ່າງປະເທດຂອງໄຕ້ຫວັນ ທ່ານໂຈເຊັບ ວູ, ຜູ້ທີສີ່ຈາກຂວາ, ຢືນຄຽງກັບຄະນະຜູ້ແທນຈາກອາເມຣິກາ ລວມມີ ອະດີດປະທານເສນາທິການຮ່ວມ ພົນເຮືອເອກ ໄມຄ໌ ມູລເລນ, ຜູ້ທີສາມຈາກຂວາ, ຂະນະທີ່ພວກເພິ່ນ ເດີນທາງຮອດສະໜາມບິນສົງຊານຂອງນະຄອນໄທເປ, ປະເທດໄຕ້ຫວັນ ເມື່ອວັນອັງຄານ ທີ 1 ມີນາ 2022.

ຄະນະຜູ້ແທນຂອງອະດີດເຈົ້າໜ້າທີ່ກະຊວງປ້ອງກັນປະເທດສະຫະລັດ ກຳລັງຢູ່ໃນປະເທດໄຕ້ຫວັນ ເພື່ອພົບປະກັບບັນດາຜູ້ນຳອະວຸໂສ ແລະສົ່ງສັນຍານເຖິງການສະໜັບສະໜຸນຕໍ່ປະເທດເກາະທີ່ປົກຄອງຕົນເອງນີ້ຂະນະທີ່ຣັດເຊຍບຸກລຸກ ຢູເຄຣນຢູ່ນັ້ນ ໄດ້ເນັ້ນຢ້ຳເຖິງໄພຂົ່ມຂູ່ ຕໍ່ລະບອບປະຊາທິປະໄຕໃນທົ່ວໂລກ.

ກຸ່ມດັ່ງກ່າວ ລວມມີອະດີດປະທານສະພາເສນາທິການຮ່ວມ ພົນເຮືອເອກ ໄມໂກລ ມູລເລນ (Michael Mullen) ອະດີດຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຮັບຜິດຊອບປະເທດອີຣັກ ແລະອັຟການິສຖານ ທ່ານນາງເມແກັນ ໂອຊູລລີວັນ (Meghan O’Sullivan) ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຜິດຊອບດ້ານນະໂຍບາຍ ທ່ານນາງມິແຊລ ຟລູນອຍ (Michele Flournoy) ແລະອະດີດຜູ້ອຳນວຍການອະວຸໂສ ສະພາຄວາມໝັ້ນຄົງແຫ່ງຊາດປະຈຳເອເຊຍ ທ່ານໄມຄ໌ ກຣີນ (Mike Green) ແລະ ທ່ານແອແວນ ເມແດໂຣສ (Evan Medeiros). ກຸ່ມທີ່ລວມເຂົ້າກັນທັງໝົດນີ້ ເພື່ອຮັບໃຊ້ບັນດາອະດີດປະທານາທິບໍດີ ສະຫະລັດ ທ່ານບີລ ຄລິນຕັນ ທ່ານຈອຣ໌ຈ ດັບໂບຢູ ບຸຊ ແລະທ່ານບາຣັກ ໂອບາມາ.

ເຈົ້າໜ້າທີ່ອະວຸໂສຂອງລັດຖະບານທ່ານໄບເດັນ ທ່ານນຶ່ງໃນວໍຊິງຕັນ ໄດ້ກ່າວຕໍ່ວີໂອເອ ກ່ຽວກັບຄວາມເປັນມາຂອງກຸ່ມດັ່ງກ່າວວ່າ “ການຄັດເລືອກຂອງບຸກຄົນທັງຫ້າທ່ານນັ້ນ ສົ່ງສັນຍານທີ່ສຳຄັນກ່ຽວກັບຄວາມໝັ້ນໝາຍຈາກສອງພັກການເມືອງຂອງສະຫະລັດ ຕໍ່ໄຕ້ຫວັນ ແລະລະບອບປະຊາທິປະໄຕຂອງຕົນ ແລະສະແດງໃຫ້ເຫັນເຖິງຄວາມໝັ້ນໝາຍຂອງລັດຖະບານທ່ານໄບເດັນ ແລະສະຫະລັດ ຕໍ່ໄຕ້ຫວັນນັ້ນ ຍັງຄົງໜຽວແໜ້ນຢູ່.”

ການເດີນທາງໄປໄຕ້ຫວັນໃນຄັ້ງນີ້ ມີຂຶ້ນພ້ອມກັນກັບການເດີນທາງໄປຢ້ຽມຢາມໂດຍອະດີດລັດຖະມົນຕີກະຊວງການຕ່າງປະເທດ ທ່ານໄມໂກລ ພອມພຽວ ຜູ້ທີ່ຈະໄປຮອດໄຕ້ຫວັນໃນວັນພຸດມື້ນີ້ ເພື່ອກ່າວຖະແຫລງຢູ່ທີ່ມູນນິທິ Prospect Foundation ທີ່ເປັນສາຂາຂຶ້ນກັບລັດຖະບານ. ທ່ານຍັງຈະພົບປະກັບຮອງປະທານາທິບໍດີລາຍ ຈິງ-ເຕ (Lai Ching-te) ແລະລັດຖະມົນຕີການຕ່າງປະເທດ ທ່ານໂຈເຊັບ ວູ (Joseph Wu).

ທ່ານໄມໂກລ ມາສຊາ ເຈົ້າໜ້າທີ່ທີ່ບໍ່ໄດ້ປະຈຳຢູ່ສະຖາບັນວິສາຫະກິດອາເມຣິກັນ ໄດ້ສັນນິຖານວ່າ ທ່ານມູລເລນ ອາດມາພ້ອມກັບຂໍ້ຄວາມໃຫ້ແກ່ຄະນະການນຳຂັນສູງຂອງໄຕ້ຫວັນ ແລະຈະກັບຄືນໄປດ້ວຍຄຳຕອບໃຫ້ແກ່ບັນດາເຈົ້າໜ໊າທີ່ຂອງທຳນຽບຂາວ.

ທ່ານມາສຊາ ໄດ້ກ່າວວ່າ ໃນຂະນະທີ່ທ່ານມູລເລນ ເປັນອະດີດເຈົ້າໜ້າທີ່ຢູ່ ບຸກຄົນທີ່ມີຕຳແໜ່ງຄືທ່ານນັ້ນ ມີນ້ຳໜັກໃນການສົ່ງຂໍ້ຄວາມໃນດ້ານການທູດຫຼາຍກວ່າເຈົ້າໜ້າທີ່ນັກການທູດທຳມະດາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG