ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄອຍະການພິເສດ ສອບສວນ ການແຊກແຊງ ຂອງ ຣັດເຊຍ ອາດສັ່ງໃຫ້ ປ. ທຣຳ ໄປໃຫ້ ປາກຄຳ


ຈາກຊ້າຍ, ອະດີດຫົວໜ້າອົງການສັນຕິບານກາງ ທ່ານ ໂຣເບີດ ມັລເລີ ຜູ້ທີ່ໄດ້ຖືກສະເໜີ ເປັນໄອຍະການພິເສດ ທຳການສືບສວນສອບສວນ ການພົວພັນ ໃນການເລືອກຕັ້ງ ປະທານາທິບໍດີສະຫະລັດ ໃນປີ 2016 ຂອງຣັດເຊຍ, ແລະ ປະທານາທິບໍດີ ດໍໂນລ ທຣຳ.
ຈາກຊ້າຍ, ອະດີດຫົວໜ້າອົງການສັນຕິບານກາງ ທ່ານ ໂຣເບີດ ມັລເລີ ຜູ້ທີ່ໄດ້ຖືກສະເໜີ ເປັນໄອຍະການພິເສດ ທຳການສືບສວນສອບສວນ ການພົວພັນ ໃນການເລືອກຕັ້ງ ປະທານາທິບໍດີສະຫະລັດ ໃນປີ 2016 ຂອງຣັດເຊຍ, ແລະ ປະທານາທິບໍດີ ດໍໂນລ ທຣຳ.

ອະດີດທະນາຍຄວາມຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ
ໄອຍະການພິເສດທີ່ກຳລັງສອບສວນ ກ່ຽວກັບ ການແຊກແຊງ ເຂົ້າໃນການເລືອກຕັ້ງ
ປະທານາທິບໍດີ ປີ 2016 ຂອງຣັດເຊຍນັ້ນ ອາດຈະເອົາມາດຕະການດ້ານກົດໝາຍ ທີ່ ຈະບັງຄັບໃຫ້ ທ່ານປະທານາທິບໍດີ ໄປໃຫ້ປາກຄຳ ໃນເລື່ອງການສືບສວນສອບສວນນີ້.

ທ່ານຈອນ ດາວດ໌ ໄດ້ບອກທັງ ອົງການຂ່າວ ເອພີ ແລະ ຣອຍເຕີ້ ວ່າ ໄອຍະການພິເສດ
ທ່ານໂຣເບີດ ມັລເລີ ໄດ້ປຶກສາຫາລື ກັບທີມງານຝ່າຍກົດໝາຍຂອງ ປະທານາທິບໍດີ
ໃນລະຫວ່າງ ການພົບປະກັນ ເມື່ອຕົ້ນເດືອນມີນາຜ່ານມາ ກ່ຽວກັບເລື່ອງການອອກ
ໝາຍຮຽກຂອງສານ ຕໍ່ປະທານາທິບໍດີ ທຣຳ. ການໃຫ້ຄວາມເຫັນຂອງທ່ານດາວດ໌
ໄດ້ຢືນຢັນລາຍງານໃນເບື້ອງຕົ້ນ ທີ່ພິມອອກເຜີຍແຜ່ ໃນໜັງສືພິມ Washington
Post ມາແລ້ວ.

ທ່ານດາວດ໌ ໄດ້ລາອອກຈາກທີມງານຝ່າຍກົດໝາຍຂອງປະທານາທິບໍດີ ບໍ່ດົນຫຼັງຈາກ
ທີ່ໄດ້ພົບປະກັບ ທ່ານມັລເລີ.

ທ່ານມັລເລີ ຍັງໄດ້ກວດສອບເບິ່ງ ເລື່ອງທີ່ຄະນະໂຄສະນາຫາສຽງຂອງທ່ານ ທຣຳ ໄດ້
ປະສານງານ ກັບຣັດເຊຍ ເພື່ອແຊກແຊງເຂົ້າໃນການເລືອກຕັ້ງ ຫຼືບໍ່ ແລະ ທ່ານ ທຣຳ
ໄດ້ພົວພັນໃນການກີດກັ້ນ ການສືບສວນສອບສວນ ຫຼືບໍ່.

ທ່ານ ທຣຳ ໄດ້ປະຕິເສດ ຊ້ຳແລ້ວຊ້ຳອີກ ຕໍ່ຂໍ້ກ່າວຫາຕ່າງໆ ທີ່ວ່າ ຄະນະໂຄສະນາ
ຫາສຽງ ຂອງທ່ານ ສົມຮູ້ຮ່ວມຄິດ ກັບຣັດເຊຍ ເພື່ອປ່ຽນແປງການເລືອກຕັ້ງ ປີ 2016
ຊຶ່ງທ່ານເອີ້ນການສອບສວນຂອງທ່ານ ມັລເລີ ນັ້ນ ວ່າ “ການຫາເລື່ອງມາຈັບຜິດ.”

ໃນວັນອັງຄານວານນີ້ ໜັງສືພິມ New York Times ໄດ້ພິມເຜີຍແຜ່ ບັນຊີ ຂອງ 44
ຄຳຖາມ ທີ່ຕົນກ່າວວ່າ ທ່ານ ມັລເລີ ຢາກຈະຖາມ ທ່ານປະທານາ ທິບໍດີ ທຣຳ ອັນເປັນ
ສ່ວນນຶ່ງ ຂອງການສືບສວນຂອງທ່ານນັ້ນ. ໜັງສືພິມດັ່ງກ່າວ ໄດ້ລາຍງານວ່າ ບັນຊີນັ້ນ
ໄດ້ຖືກລວບລວມເອົາມາ ໂດຍພວກທະນາຍ ຄວາມຂອງທ່ານ ທຣຳ ອີງຕາມການອ່ານ
ຄຳຖາມເຫຼົ່ານັ້ນ ໃຫ້ແກ່ພວກເຂົາເຈົ້າຟັງ ຈາກພວກນັກສືບສວນຂອງໄອຍະການພິເສດ.

ສ່ວນໃຫຍ່ແລ້ວ ມັນເປັນຄຳຖາມແບບລັກສະນະທີ່ຊັກຊວນໃຫ້ຕອບໄດ້ ຢ່າງກວ້າງ
ຂວາງ ຫຼາຍໆປະເພດ ທີ່ກ່ຽວກັບ ການປົດອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ
ທ່ານໄມເກີລ ຟລິນ ແລະ ອະດີດຜູ້ອຳນວຍການ ອົງການສັນຕິບານກາງ FBI ທ່ານ
ເຈມສ໌ ໂຄມີ ຈົນເຖິງຄຳຖາມທົ່ວໄປ ໃນເລື່ອງທີ່ວ່າ ທ່ານທຣຳ ຮູ້ຈັກຫຍັງແດ່ ກ່ຽວກັບ
ຂໍ້ກ່າວຫາວ່າ ມີການປະສານງານກັນ ລະຫວ່າງ ຄະນະໂຄສະນາຫາສຽງຂອງທ່ານ
ກັບ ຣັດເຊຍ.

ທ່ານທຣຳ ໄດ້ປະນາມ ການເປີດເຜີຍ ຂອງພວກຄຳຖາມດັ່ງກ່າວ ຢູ່ໃນທວີດເຕີ
ເມື່ອວັນອັງຄານວານນີ້. ທ່ານໄດ້ຂຽນລົງທວີດເຕີ ວ່າ “ເປັນທີ່ໜ້າອັບອາຍແທ້ ທີ່ວ່າ
ພວກຄຳຖາມທີ່ພົວພັນກັບ ການຫາເລື້ອງຂອງພວກຣັດເຊຍ ‘ໄດ້ຮົ່ວໄຫລອອກມາ’
ໃຫ້ສື່ີມວນຊົນ. ບໍ່ມີຄຳຖາມ ກ່ຽວກັບການສົມຮູ້ຮ່ວມຄິດ ເລີຍ.”

Trump Russia Election Probe
please wait

No media source currently available

0:00 0:00:38 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG