ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດສະເລີຍເສິກ ສະຫະລັດ ກ່າວວ່າ "ຈົ່ງລືມ ໃຫ້ອະໄພ ແລະຮັກຫອມສັດຕູ"


Former POW: 'Forget, Forgive and Love Our Enemies'
please wait

No media source currently available

0:00 0:02:25 0:00

ໃນວັນ​ຈັນ​ສຸດ​ທ້າ​ຍຂອງ​ເດືອນ​ພຶດສະພາມື້ນີ້ ຊາວ​ອາ​ເມຣິກັນ​ພາກັນໄວ້ ອາ​ໄລໃຫ້ແກ່
ບັນດາຜູ້​ທີ່​ໄດ້ສະຫລະຊີບ ​ໃນ​ຂະນະ​ທີ່​ພວມ​ຮັບ​ໃຊ້ ​ຢູ່ໃນ​ກອງທັບ​ສະຫະລັດທີ່​ເອີ້ນວ່າ
ວັນ Memmorial Day. ຈະ​ມີ​ການ​ໃຫ້ຄວາມ​ສົນ​ໃຈ​ເປັນ​ພິ​ເສດ ​ແກ່ບັນດານັກ​ລົບ​ອາ
​ເມຣິກັນ ຜູ້ທີ່​ໄດ້​ເສຍ​ຊີວິດ​ ​ໃນລະຫວ່າງ ​ສົງຄາ​ມຫວຽດນາມ​ ຊຶ່ງ​ເປັນ​ການ​ສູ້ລົບ​ ລະ
ຫວ່າງພວກຄອ​ມມິ​ວນິສ ຢູ່​ທາງ​ພາກ​ເໜືອ ແລະພວກ​ຕໍ່​ຕ້ານ​ຄອມ​ມິ​ວນິສ ຢູ່​ທາງ​ພາກ​
ໃຕ້.​ເມື່ອ​ບໍ່​ດົນ​ມານີ້ ນັກ​ຂ່າວວີ​ໂອ​ເອ ພະ​ແນ​ກພາສາ​ເຊີ​ເບຍ Nikoleta llic ​ ໄດ້ມີໂອ
ກາດ​ໂອ້​ລົມ ​ກັບຊາວ​ເອ​ເມຣິກັນ​ຄົນນຶ່ງ​ທີ່​ຖືກ​ຈັບເປັນ​ຊະ​ເລີຍ​ເສິກ ​ເປັນ​ເວລາ​ຫລາຍ​
ປີດັ່ງ ກິ່ງ​ສະຫວັນ ຈະ​ນຳ​ເອົາລາຍ​ລະອຽດ​ ມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຮ້ອຍ​ເອກ​ກອງທັບ​ອາ​ກາດ Guy Gruters ກ່າວ​ວ່າ ທ່ານ​ໄດ້​ອາສາ​ສະ ໝັກ​ໄປສູ້​ລົບ​
ໃນ​ສົງຄາມ​ຫວຽດນາມ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ລັດ​ລິ​ຄອມມິ​ວນິສ ​ແຜ່ ຂະຫຍາຍອອກ​ໄປ​
ທົ່ວ​ໂລກ. ທ່່ານ​ໄດ້​ໄປ​ຫວຽດນາມ ​ໃນຕົ້ນ​ປີ​ 1967 ຊຶ່ງ​ໄດ້​ບິນປະຕິບັດ​ງານສູ້​ລົບ 400
ຖ້ຽວ​ ​ແລະຖືກ​ຍິງ​ຕົກ​ສອງ​ເທື່ອ. ຮ້ອຍ​ເອກ Gruters ​ກ່າວ​ວ່າ “​ເທື່ອທຳ​ອິດ​ ຂ້າພະ​
ເຈົ້າ​ໄດ້​ຖືກຊ່ວຍໄວ້ໄດ້​ ໂດຍພວກ​ຜູ້​ຊາຍ​ທີ່​ອົງອາດ​ກ້າຫານ ພວກ​ນັກ​ບິນ jolly

greenຈາກ​ໜ່ວຍ​ກູ້​ໄພ​ເຮລິ​ຄອບເຕີ​ອາ​ເມຣິກັນ. ​ເທື່ອ​ທີ​ສອງ ພວກ​ເຮົາ​ທັງ​ໝົດ​ ​
ຖືກ​
ປ່ອຍ​ໄວ້ຕາມລຳພັງ​ຢູ່ພາກ​ເໜືອ​ຂອງຫວຽດນາມ ​ແລະ​ມັນ​ໃກ້ຈະ​ຄໍ່າ​ມືດ​ແລ້ວ
ຂ້າພະ​ເຈົ້າ​ສາມາດ​ຫາ​ທາງເຂົ້າ​ໄປ​ໃນ​ປ່າ ​ແລະ​ຫລົບໜີຈາກ​ກາ​ນຖືກ​ຈັບ ປະມານ
45 ນາທີ.”

ກອງ​ທະຫານ​ທີ່​ຈັບ​ທ່ານ​ໄດ້​ນັ້ນ ໄດ້​ນຳ​ໂຕ​ທ່ານ​ຂ້າມ​ທົ່ງ​ນາໄປ​ຫາບ້ານໆ​ນຶ່ງບ່ອນ ​ທີ່​
ທ່ານໄດ້​ຢູ່​ທີ່​ນັ້ນ​ນຶ່ງ​ມື້. ຫລັງ​ຈາກ​ນັ້ນ ກໍ​ໄດ້​ມີການ​ເດີນທາງ​ທີ່​ລຳບາກ ​ໂດຍ​ລົດ​ຂົນ​ສົ່ງ
ພວກ​ຊະ​ເລີຍ​ເສິກທັງ​ໝົດ ​ໄດ້​ນຳໄປ​ໂຮມ​ກັນ​ຢູ່ຄ້າຍ​ກັກ​ຂັງ​ແຫ່ງ​ນຶ່ງ ໃນ​ນະຄອນ​ຮາ​
ໂນ່ຍ.ນຶ່ງ​ອາທິດ​ຕໍ່​ມາ ທ່ານ ​ແລະ​ທະຫານອີກ​ສິບສອງ​ຄົນ ​ກໍ​ຖືກ​ສົ່ງ​ໄປ​ເຖິງ​ຄ້າຍກັກ
ຂັງ​ທີ່​ມີ​ຊື່​ສຽງ​ບໍ່ຄ່ອຍ​ດີ ທີ່​ເອີ້ນກັນ​ວ່າ​ “Hanoi Hilton.”

ຮ້ອຍເອກ Gruters ກ່າວ​ວ່າ “ນັ້ນ​ເປັນ​ບ່ອນ​ທີ່​ເຂົາ​ເຈົ້າຖືກ​ທາ​ລຸນ ​ເພື່ອ​ສອບ​ຖາມ​
ເອົາ​ຂໍ້​ມູນ​ທາງທະຫານ.”

ຮ້ອຍເອກ Gruters ກ່າວ​ວ່າ ທ່ານ​ໄດ້​ໄປຢູ່່​ຄ້າຍກັກ​ຂັງ​ຫົກ​ແຫ່ງ​ ໃນໄລຍະຫ້າ​ປີ ຈົນ
​ຮອດມື້​ຖືກປ່ອຍ​ ໃນ​ເດືອນ​ມີນາປີ 1973 ຫລັງ​ຈາກ​ຫວຽດນາມເໜືອໄດ້ ຖືກ​ບັງ​ຄັບ​
ໃຫ້ຮັບ​ເອົາການ​ເຈລະຈາ​ສັນຕິພາບ.

ຮ້ອຍ​ເອກ Gruters ກ່າວ​ວ່າ “​ໃນ​ເດືອນທັນວາ ​ປີ 1972 ກອງທັບ​ອາກາດ ແລະ
ກອງທັບ​ເຮືອສະຫະລັດ ​ໄດ້​ຖີ້ມລະ​ເບີດຢ່າງ​ໜັກ ​ໃສ່​ເປົ້າ​ໝາຍ​ ທາງ​ທະຫານ ​ຢູ່​
ໃນເຂດນະຄອນຫຼວງຮາ​ໂນ່ຍ ທີ່ຮ້ອງ​ກັນວ່າ ການ​ຖີ້ມລະ​ເບີດໃນ​ວັນ ຄຣິສ​ມັສ
ຂອງ​ປີ 1972. ​ໃນ​ໄລຍະ 11 ວັນ​ນັ້ນ ​ເຂົາ​ເຈົ້າ​ໄດ້​ຖີ້ມລະ​ເບີດ 400 ພັນ​ໂຕນ
ລົງ​ໃສ່​.”

​ເຖິງ​ແມ່ນ​ໄດ້​ຮັບ​ຄວາມທຸກ​ທໍລະ​ມານ​ໃນ​ນາມ​ຊະ​ເລີຍ​ເສິກ ​ແລະຍ້ອນ​ເປັນ​ສົງ​ຄາມທີ່​ບໍ່​
ໄດ້​ຮັບ​ຄວາມ​ນິຍົມ ຢູ່ທີ່ສະຫະລັດ​ ທ່ານ Gruters ກ່າວ​ວ່າ ຄວາມຮັບ​ຮູ້ໃນ​ການ​ຊັ່ງຊາ
ດັ່ງກ່າວ ​ແມ່ນ​ເປັນ​ທີ່​ຈະ​ແຈ້ງໃນປັດຈຸບັນ​ນີ້.

ຮ້ອຍ​ເອກ Gruters ກ່າວ​ວ່າ “​ຍ້ອນປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ນາຍົກ​ໄທ ​ແລະ​
ມາ​ເລ​ເຊຍ ປະທານາທິບໍດີ​ຟິລິບ​ປີນ ດັ່ງນັ້ນ​ຍ້ອນວ່າ​ສະຫະລັດໄດ້​ສູ້​ລົບ​ຢູ່ໃນຫວຽດ
ນາມ ​ເຂົາ​ເຈົ້າຈຶ່ງ​ມີ​ຄວາມ​ກ້າຫານ ໃນ​ການຕໍ່ສູ້​ກັບ​ພວກ​ກະບົດ​ຄອມມິ​ວນິສ
ຢູຸ່​ໃນ​
ປະ​ເທດ​ຂອງ​ເຂົາ​ເຈົ້າ ​ຢ່າງ​ເປັນ​ຜົນສຳ​ເລັດ. ​ຍ້ອນ​ຄວາ​ມກ້າຫານ​ຂອງ​ພວກ​ເຮົາ​ຢູ່​
ໃນ​ຫວຽດນາມ ຈຶ່ງມີ 450 ລ້ານ​ຄົນ ​ພາກັນ​ມີ​ອິສລະ​ພາບ​ໃນ​ທຸກ​ມື້​ນີ້ ທີ່​ອາດ​ໄດ້​ເປັນ
​ຄອມ​ມິ​ວນິສ​ໄປ​ແລ້ວ."

ບັດ​ນີ້ ຫລາຍ​ໆປີ​ຕໍ່​ມາ ທ່ານ Guy Gruters ​ແມ່ນ​ເປັນ​ນັກ​ເວົ້າ ຜູ້​ທີ່​ໄດ້​ໃຫ້ປາຖະກະ
ຖາວ່າ “ພວກ​ເຮົາ​ສົມ​ຄວນ​ລືມ ​ໃຫ້​ອະ​ໄພ ​ແລະ​ຮັກຫອມ​ສັດຕູ​ຂອງ​ພວກ​ເຮົາ.”

XS
SM
MD
LG