ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປະທານ ບໍລິສັດ ນິສສັນ ປະເຊີນກັບ ຂໍ້ກ່າວຫາໃໝ່ ສອງກະທົງ ໃນການກະທຳຜິດ ດ້ານການເງິນ


ພາບແຕ້ມໃນຫ້ອງສານ, ແຕ້ມໂດຍ ໂນບູໂຕຊີ ຄັດຊູຢາມາ, ສະແດງໃຫ້ເຫັນ ປະທານ ບໍລິສັດ ລົດຍົນ ຈຳກັດ ທ່ານ ຄາຣລອັສ ໂກສນ໌ ທີ່ຖືກປົດອອກຈາກຕຳແໜ່ງ ໃນລະຫວ່າງ ການ​ຟັງ​ຄຳ​ໃຫ້​ການ ເປີດດຳເນີນຄະດີ ຢູ່ສານນະຄອນໂຕກຽວ ປະ​ເທດຍີ່ປຸ່ນ, ວັນທີ 8 ມັງກອນ 2019.
ພາບແຕ້ມໃນຫ້ອງສານ, ແຕ້ມໂດຍ ໂນບູໂຕຊີ ຄັດຊູຢາມາ, ສະແດງໃຫ້ເຫັນ ປະທານ ບໍລິສັດ ລົດຍົນ ຈຳກັດ ທ່ານ ຄາຣລອັສ ໂກສນ໌ ທີ່ຖືກປົດອອກຈາກຕຳແໜ່ງ ໃນລະຫວ່າງ ການ​ຟັງ​ຄຳ​ໃຫ້​ການ ເປີດດຳເນີນຄະດີ ຢູ່ສານນະຄອນໂຕກຽວ ປະ​ເທດຍີ່ປຸ່ນ, ວັນທີ 8 ມັງກອນ 2019.

ອະດີດ ປະທານ ບໍລິສັດ ນິສສັນ ທ່ານ ຄາຣລອັສ ໂກສນ໌ ກຳລັງປະເຊີນກັບ ຂໍ້ກ່າວຫາ
ໃໝ່ ສອງກະທົງ ກ່ຽວກັບການກະທຳຜິດທາງດ້ານການເງິນ.

ອີງຕາມ ທະນາຍຄວາມຂອງທ່ານ ໂກສນ໌ ບັນດາໄອຍະການ ຂອງຍີ່ປຸ່ນ ໄດ້ ກ່າວຫາ
ທ່ານ ໂກສນ໌ ດ້ວຍການລະເມີດຄວາມເຊື່ອໝັ້ນ ໃນການໂອນການ ລົງທຶນສ່ວນຕົວ ທີ່
ຂາດທຶນ ໄປໃຫ້ບໍລິສັດ ນິສສັນ ເປັນການຊົ່ວຄາວ ໃນປີ 2008. ຂໍ້ກ່າວຫາອັນທີສອງ
ເກີດມາຈາກຂໍ້ຫາ ທີ່ທ່ານໂກສນ໌ ໄດ້ໃຫ້ຕົວເລກ ທີ່ຕ່ຳເກີນກວ່າຄວາມຈິງ ຂອງການ
ຊົດເຊີຍ ໄລຍະສາມປີຂອງທ່ານ ແຕ່ ປີ 2015 ຫາ 2017 ນັ້ນ.

ບໍລິສັດນິສສັນ ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ “ນິສສັນ ຈະບໍ່ຍອມຮັບ ໃນ
ກໍລະນີໃດໆ ຕໍ່ການກະທຳຜິດເຊັນນັ້ນ ແລະຮຽກຮ້ອງໃຫ້ລົງໂທດຢ່າງໜັກ.”

ທັງສອງຂໍ້ກ່າວຫາໃໝ່ ດັ່ງກ່າວ ແມ່ນເປັນການ​ເຄື່ອນ​ໄຫວ​ຫລ້າສຸດ ໃນບັນຊີການ
ກະທຳຄວາມຜິດ ຂອງທ່ານ ໂກສນ໌.

ທ່ານ ໂກສນ໌ ໄດ້ຖືກຄວບຄຸມໂຕ ໃນເດືອນພະຈິກປີກາຍນີ້ ໃນຂໍ້ສົງໄສວ່າ ສົມຮູ້ຮ່ວມ
ຄິດເພື່ອແຈ້ງລາຍຮັບຂອງທ່ານ ຢູ່ບໍລິສັດນິສສັນ ຕໍ່າກວ່າຄວາມເປັນຈິງ ປະມານເກືອບ
ເຄິ່ງນຶ່ງ ໃນລະຫວ່າງ ປີ 2010 ຫາ 2015.

ໃນເດືອນທັນວາ ປີກາຍນີ້ ທ່ານໄດ້ປະເຊີນກັບ ຂໍ້ກ່າວຫາຊຸດໃໝ່ ຈາກບັນດາ
ໄອຍະການ ຂອງຍີ່ປຸ່ນ ທີ່ກ່າວຫາທ່ານວ່າ ທ່ານໄດ້ດັດແປງການລົງທຶນສ່ວນຕົວ ຂອງ
ຕົນ ທີ່ຂາດທຶນ ໃນຈຳນວນ 16 ລ້ານໂດລາ ໃຫ້ບໍລິສັດນິສສັນ ຮັບເອົາການຂາດທຶນ
ນັ້ນແທນ. ອີງຕາມໄອຍະການຂອງໂຕກຽວ ທ່ານ ໂກສນ໌ ເປັນຜູ້ຕ້ອງສົງໄສ ວ່າ ໂອນ
ການຊື້ຂາຍຮຸ້ນສ່ວນຕົວ ໄປໃຫ້ບໍລິສັດນິສສັນ ເພື່ອຫລີກເວັ້ນ ການຈ່າຍເງິນ ມູນຄ່າ
16 ລ້ານໂດລາ.

Former Nissan chairman Carlos Ghosn faces two new charges of financial misconduct.

According to his lawyer, Japanese prosecutors charged Ghosn with breach of trust for temporarily transferring personal investment losses to Nissan in 2008.The second charge stems from allegedly understating his compensation for three years, from 2015 to 2017.

Nissan said in a statement, "Nissan does not in any way tolerate such misconduct and calls for strict penalties."

The two new charges are the latest in the list of Ghosn's legal woes.

He was detained in November on suspicion of conspiring to understate his Nissan income by about 50 percent between 2010 and 2015.

In December, he faced a new set of allegations from Japanese prosecutors, alleging that he manipulated Nissan into bearing the costs of $16 million in his personal investment losses.According to the Tokyo prosecutor, Ghosn is suspected of transferring personal trades to Nissan to avoid paying the $16 million.

XS
SM
MD
LG