ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ ປະ​ທາ​ນາ​ທິ​ບໍ​ດີ ​ເຄັນ​ຢາ ທ. ແດນ​ນີ​ລ ອາ​ຣັບ ມອຍ ໄດ້​ເສຍ​ຊີ​ວິດ ແລ້ວ


ອະ​ດີດ ປະ​ທາ​ນາ​ທິ​ບໍ​ດີ ຂອງ​ເຄນ​ຢາ ທ. ແດນ​ນີ​ລ ອາ​ຣັບ ມອຍ
ອະ​ດີດ ປະ​ທາ​ນາ​ທິ​ບໍ​ດີ ຂອງ​ເຄນ​ຢາ ທ. ແດນ​ນີ​ລ ອາ​ຣັບ ມອຍ

ທ່ານ​ແດນ​ນີ​ລ ອາ​ຣັບ ມອຍ ອະ​ດີດ​ຄູ​ສອນ ຜູ້​ທີ່​ໄດ້​ກາຍ​ມາ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ເຄັນ​ຢາ ທີ່​ໄດ້​ດຳ​ລົງ​ຕຳ​ແໜ່ງ​ມາ​ເປັນ​ເວ​ລາ​ດົນ​ນານ ແລະ​ໄດ້ເຮັດ​ໜ້າ​ທີ່​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ມາໄດ້ຫຼາຍ​ປີ ຕະຫຼອດ​ໄລ​ຍະ​ຂອງ​ການ​ປາບ​ປາມ ແລະ​ຄວາມ​ສັບ​ສົນ​ວຸ້ນ​ວາຍ​ທາງ​ດ້ານ​ເສດ​ຖະ​ກິດ ຍ້ອນ​ການ​ສໍ້​ລາດ​ບັງຫຼວງ​ທີ່​ມີ​ຢ່າງ​ແຜ່ຫຼາຍນັ້ນ ​ແມ່ນໄດ້​ເສຍ​ຊີ​ວິດ​ແລ້ວ ຮວມ​ອາ​ຍຸ​ໄດ້ 95 ປີ ອີງ​ຕາມ​ລາຍ​ລາຍງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ການ​ເສຍ​ຊີ​ວິດ​ຂອງ​ທ່ານ ມອ​ຍ ໄດ້​ຖືກ​ປະ​ກາ​ດ​ໂດຍ ປະ​ທາ​ນາ​ທິ​ບໍ​ດີ ອູ​ຮູ​ຣູ ເຄັນ​ຢາ ໃນການ​ກ່າວ​ຖະ​ແຫລງ​ ຢູ່​ໂທ​ລະ​ພາບ​ຂອງ​ລັດ ໃນ​ວັນ​ອັງ​ຄານ​ມື້​ນີ້.

ທ່ານ ມອຍ ຜູ້​ທີ່​ໄດ້​ປົກ​ຄອງ​ເຄັນ​ຢາ ມາ​ເປັນ​ເວ​ລາ 24 ປີ ໄດ້​ເຂົ້າ​ຮັກ​ສາ​ໃນ​ໂຮງ​ໝໍ​ມາ ​ໄດ້ນຶ່ງ​ເດືອນກວ່າ​ແລ້ວ.

ເຖິງ​ແມ່ນ​ຈະ​ຖືກ​ເອີ້ນ​ວ່າ ເປັນ​ຈອມ​ຜະ​ເດັດ​ການ ໂດຍ​ບັນ​ດາຜູ້ຕ້ອງ​ຕິ​ກໍ​ຕາມ ທ່ານ ມອຍ ກໍ​ຍັງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຢ່າງ​ແຂງ​ຂັນ ຈາກ​ຊາວ​ເຄັນ​ຢາຫຼາຍໆ​ຄົນ ແລະ​ໄດ້​ຖືກມອງ​ເຫັນ​ວ່າ ເປັນ​ຜູ້​ທີ່​ມີ​ບົດ​ບາດ​ໃນ​ການ​ປອງດອງ​ຊາດ ໃນ​ເວ​ລາ​ທີ່​ທ່ານ​ໄດ້​ເຂົ້າ​ກຳ​ອຳ​ນາດ ຫຼັງ​ຈາກ​ທີ່ ປະ​ທາ​ນາ​ທິ​ບໍ​ດີ ໂຈ​ໂມ ເຄັນ​ຢາ​ຕາ ຜູ້​ທີ່​ໄດ້​ກໍ່​ຕັ້ງ​ປະ​ເທດນັ້ນ ໄດ້​ເສຍ​ຊີ​ວິດ​ລົງ​ ເມື່ອ​ປີ 1978 ໃນ​ຂະ​ນະ​ທີ່​ດຳ​ລົງ​ຕຳ​ແໜ່ງ​ຢູ່ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ຄົນ​ບາງ​ສ່ວນ ທີ່​ເປັນ​ພັນ​ທະ​ມິດ​ກັບ ທ່ານ ເຄັນ​ຢາ​ຕາ ຜູ້​ທີ່​ລົ້ມ​ປ່ວຍນັ້ນ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ປ່ຽນ​ແປງ​ລັດ​ຖະ​ທຳ​ມະ​ນູນ ເພື່ອ​ກີດ​ກັນ​ທ່ານ ມອຍ ຊຶ່ງ​ໃນ​ເວ​ລາ​ນັ້ນ ທ່ານ​ເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ບໍ່​ໃຫ້​ເຂົ້າ​ກຳ​ອຳ​ນາດ​ຢ່າງ​ອັດ​ຕະ​ໂນ​ມັດ ເມື່ອ​ທ່ານ​ເຄັນ​ຢາ​ຕາ ໄດ້​ເສຍ​ຊີ​ວິດ​ແລ້ວ.

ສະ​ນັ້ນ​ແລ້ວ ທ່ານ ມອຍ ກໍ​ໄດ້​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່ໄພ​ຂົ່ມ​ຂູ່​ຫຼາຍ​ຢ່າງ ໃນ​ລະ​ຫວ່າງ​ຊ່ວງ​ໄລ​ຍະ​ທີ່ບໍ່​ແນ່ນອນ​ດັ່ງ​ກ່າວ​ນັ້ນ ທີ່ເຮັດ​ໃຫ້​ທ່ານ ​ຫລົບ​ໜີຈາກ​ບ້ານ​ເກີດ​ຂອງ​ທ່ານ ທີ່​ເອີ້​ນ​ວ່າ Rift Valley ເມື່ອ​ທ່ານ​ໄດ້​ຍິນ​ຂ່າວ​ຂອງ​ການ​ເສຍ​ຊີ​ວິດ​ຂອງ​ທ່ານ​ເຄັນ​ຢາ​ຕາ ແລ້ວການ​ກັບ​ຄືນມາ​ຂອງ​ທ່ານ ຈະ​ເກີດ​ຂຶ້ນ​ໄດ້ກໍ​ຕໍ່​ເມື່ອ ໄດ້​ຮັບ​ການຄ້ຳ​ປະ​ກັນ​ໃນ​ດ້ານ​ຄວາມ​ປອດ​ໄພ​ຂອງ​ທ່ານ ເສຍ​ກ່ອນ​ເທົ່າ​ນັ້ນ.

ໃນ​ປີ 1982 ລັດ​ຖະ​ບານ​ຂອງ​ທ່ານ​ມອຍ ກໍ​ໄດ້​ຊຸກ​ຍູ້​ຜ່ານ​ລັດ​ຖະ​ສະ​ພາ ການ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ ທີ່​ໄດ້​ເຮັດ​ໃຫ້​ເຄັນ​ຢາ ກາຍ​ເປັນ​ປະ​ເທດ​ທີ່​ມີ​ພັກ​ດຽວ ຢ່າງສົມ​ບູນແບບ. ​ໃນເວ​ລາ​ຕໍ່​ມາ​ ​ປີ​ດຽວ​ກັນ​ນັ້ນ ກອງ​ທັບ ສາ​ມາດ​ລະ​ງັບ​ການພະ​ຍາ​ຍາມກໍ່​ລັດ​ຖະ​ປະ​ຫານ​ໂດຍ ບັນ​ດາ​ສະ​ມາ​ຊິກ​ຝ່າຍ​ຄ້ານ ແລະ​ພວກນາຍ
​ທະ​ຫານ​ຈາກກອງ​ທັບ​ອາ​ກາດ​ຈຳ​ນວນ​ນຶ່ງ. ຢ່າງ​ໜ້ອຍ 159 ຄົນ ໄດ້​ຖືກ​ສັງ​ຫານ.

ຕໍ່​ຈາກ​ນັ້ນ​ມາ ລັດ​ຖະ​ບານ​ຂອງ​ທ່ານ​ມອຍ ກໍ​ໄດ້​ທຳ​ການ​ປາບ​ປາມຫຼາຍ​ຂຶ້ນ ໃນ​ການ​ຮັບ​ມື​ກັບ​ພວກ​ທີ່ບໍ່​ເຫັນ​ດີ​ເຫັນ​ພ້ອມ ອີງ​ຕາມ​ລາຍ​ງານ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ຍຸ​ຕິ​ທຳ​ທີ່​ແທ້​ຈິງ ແລະ​ການ​ປະ​ນີ​ປະ​ນອມ ຂອງ​ລັດ​ຖະ​ບານ ທີ່​ໄດ້​ປະ​ເມີນ​ຜົນ​ການ​ປົກ​ຄອງ​ຂອງ​ທ່ານ​ມົວ.

ບັນ​ດາ​ນັກ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ ແລະ​ພວກຄົນ​ອື່ນໆ ຜູ້​ທີ່​ມີ​ຄວາມ​ກ້າ​ຫານ​ທີ່​ຈະ​ຄັດ​ຄ້ານ​ຕໍ່​ການ​ປົກ​ຄອງ​ຂອງ​ທ່ານ​ມອຍ ນັ້ນ ກໍ​ໄດ້​ຖືກ​ຄວບ​ຄຸມ​ຕົວ​ເລື້ອຍ​ມາ ແລະ​ຖືກ​ທໍ​ລະ​ມານ ອີງ​ຕາມ​ລາຍ​ງານ​ດັ່ງ​ກ່າວ ​ທີ່​ໄດ້​ກ່າວ​ໄປ ໂດຍ​ເນັ້ນ​ໃຫ້​ເຫັນ​ເຖິງ ການ​ກັກ​ຂັງ ແລະ​ການ​ລອບ​ສັງ​ຫານ ​ທີ່ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ລວມ​ທັງ​ການ​ສັງ​ຫານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ໂຣ​ເບີດ ອູ​ໂກ ນຳ​ດ້ວຍ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG