ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ນາຍົກລັດຖະມົນຕີ ອິສຣາແອລ Ariel Sharon ເຖິງແກ່ ອະສັນຍະກໍາ (ສະໄລດ໌)


ທ່ານ Ariel Sharon ຕອນຍັງເປັນນາຍົກລັດຖະມົນຕີ, ປີ 2005.
ທ່ານ Ariel Sharon ຕອນຍັງເປັນນາຍົກລັດຖະມົນຕີ, ປີ 2005.
ອະດີດນາຍົກລັດຖະມົນຕີ ອິສຣາແອລ Ariel Sharon ເຖິງ
ແກ່ອະສັນຍະກໍາ ທີ່ໂຮງໝໍແຫ່ງນຶ່ງ ໃກ້ໆກັບນະຄອນຫລວງ
Tel Aviv ລວມອາຍຸໄດ້ 85 ປີ.

ທ່ານໄດ້ຕົກ ຢູ່ໃນສະພາບໂຄມ່າ ຄືບໍ່ຮູ້ສຶກໂຕ ມາຕັ້ງແຕ່ປີ
2006 ຫລັງຈາກທີ່ເປັນລົມສາລະບາດ ຂັ້ນຮ້າຍແຮງ.

ຜູ້ອໍານວຍການ ສູນກາງການແພດ Sheba ທ່ານ Shlomo Noy ເວົ້າວ່າ ທ່ານ Sharon ສິ້ນຊີວິດໄປ "ດ້ວຍຄວາມສະຫງົບ" ໃນວັນເສົາມື້ນີ້ ໂດຍມີຄອບຄົວຂອງທ່ານ ຢູ່ຄຽງຂ້າງ ແລະໂດຍທີ່ບໍ່ເຄີຍຮູ້ສຶກໂຕ ຢ່າງເຕັມທີ່ເລີຍ ຕະຫລອດເວລາ 7 ປີຜ່ານມາ.

ຢ່າງໃດກໍຕາມ ທ່ານ Noy ກ່າວວ່າ “ໃນໄລຍະນຶ່ງອາທິດຜ່ານມານີ້ ທ່ານ Sharon ໄດ້ດິ້ນຮົນ ດ້ວຍຄວາມເຂ້ມແຂງແລະຕັ້ງໃຈຢ່າງບໍ່ໜ້າເຊື່ອ ເພື່ອຕໍ່ສູ້ກັບການເຊື່ອມ ໂຊມລົງ ຂອງອາການຂອງທ່ານ.”

ບັນດາເຈົ້າໜ້າທີ່ການແພດ ໄດ້ກ່າວ ເມື່ອນຶ່ງອາທິດຜ່ານມາ ວ່າ ໝາກໄຂ່ຫລັງແລະ ອະໄວຍະວະທີ່ສໍາຄັນໆ ຂອງທ່ານໄດ້ເລີ້ມລົ້ມແຫລວ ບໍ່ທໍາງານແລ້ວ.

ທ່ານ Noy ກ່າວອີກວ່າ ໃນໄລຍະ 7 ປີຜ່ານມານີ້ ມີບາງເວລາທີ່ ທ່ານ Sharon ມີ ອາການຮູ້ສຶກໂຕ ແຕ່ກໍໃນຂັ້ນຕໍ່າທີ່ສຸດ ແລະບໍ່ສາມາດສື່ສານກັບທ່ານໄດ້.

ທ່ານ Ariel Sharon ແມ່ນເປັນຜູ້ນຶ່ງ ໃນບັນດາວີລະບູລຸດທະຫານ ຂອງອິສຣາແອລ ດົນນານກ່ອນທີ່ ທ່ານຈະກາຍມາເປັນນາຍົກລັດຖະມົນຕີ ໃນປີ 2001 ແລະທ່ານໄດ້ ເປັນລົມສາລະບາດ ຫລື stroke ທີ່ໄດ້ເຮັດໃຫ້ທ່ານເປັນອໍາມະພາດໄປນັ້ນ ໃນເວລາ
ທີ່ທ່ານກໍາລັງມີອໍານາດສູງສຸດ ແລະທ່ານໄດ້ຖືກແທນທີ່ໂດຍ ທ່ານ Ehud Olmert.

ນາຍົກລັດຖະມົນຕີຄົນປັດຈຸບັນຂອງອິສຣາແອລ ທ່ານ Benjamin Netanyahu ກ່າວ
ວ່າ "ມີຄວາມຮູ້ສຶກເສົ້າເສຍໃຈຢ່າງເລິກລໍ້າ" ຢູ່ໃນປະເທດຂອງຊາວຍິວ ກໍຄືອິສຣາແອລ
ກ່ຽວກັບການຈາກໄປຂອງທ່ານ Sharon ນັ້ນ. ທ່ານ Netanyahu ກ່າວຕໍ່ໄປວ່າ ອະດີດ
ຜູ້ນໍາທ່ານນີ້ ຈະຢູ່ໃນຫົວໃຈຂອງປະເທດຊາດ ຕະຫລອດໄປ.



Former Israeli Prime Minister Ariel Sharon has died at a hospital near Tel Aviv. He was 85.

He had been in a coma since 2006, after suffering a massive stroke.

Sheba Medical Center Director Shlomo Noy says Mr. Sharon died "in peace" on Saturday with his family at his side, without ever having regained full consciousness during the past seven years.

However, noy added, "Over the past week [Mr. Sharon] struggled with surprising strength and determination against the deterioration in his condition."

A week ago, medical officials said his kidneys and other vital organs had begun to fail.

At times during the past seven years, Noy said, the former military and political leader was in a state of "minimal consciousness," but there was never any communication with him.

Ariel Sharon was one of Israel's military heroes long before becoming prime minister in 2001, and the stroke that left him incapacitated came at the height of his power. He was replaced as prime minister by Ehud Olmert.

Israel's current prime minister, Benjamin Netanyahu, said there is "deep sorrow" in the Jewish state over Mr. Sharon's death. Mr. Sharon says the former leader will live forever in the nation's heart.
XS
SM
MD
LG