ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດປະທານ ກຸ່ມທະນາຄານແຫ່ງລັດ ຂອງຈີນ ໄຊນາ ເອເວີໄບຣທ໌ ຖືກຈັບກຸມ ໃນຖານ​ສົງ​ໄສ ສໍ້ລາດບັງຫຼວງ


ແຟ້ມຮູບ-ອະດີດປະທານທະນາຄານແຫ່ງລັດ China Everbright ທ່ານຕັງ ຊວງໜິງ (Tang Shuangning) ປາກົດໂຕຢູ່ທີ່ຕະຫຼາດຫຼັກຊັບໃນຮົງກົງ ໃນວັນທີ 20 ທັນວາ 2013. ບັນດາໄອຍະການກ່າວວ່າ ໃນວັນທີ 15 ມັງກອນ 2024, ທ່ານຕັງ ຖືກຈັບໃນຂໍ້ຫາສໍ້ລາດບັງຫຼວງ.
ແຟ້ມຮູບ-ອະດີດປະທານທະນາຄານແຫ່ງລັດ China Everbright ທ່ານຕັງ ຊວງໜິງ (Tang Shuangning) ປາກົດໂຕຢູ່ທີ່ຕະຫຼາດຫຼັກຊັບໃນຮົງກົງ ໃນວັນທີ 20 ທັນວາ 2013. ບັນດາໄອຍະການກ່າວວ່າ ໃນວັນທີ 15 ມັງກອນ 2024, ທ່ານຕັງ ຖືກຈັບໃນຂໍ້ຫາສໍ້ລາດບັງຫຼວງ.

ບັນດາໄອ​ຍະ​ການ​ຈີນ​ກ່າວ​ວ່າ ອະ​ດີດ​ປະ​ທານ​ທະ​ນາ​ຄານແຫ່ງ​ລັດ​ຂອງ​ຈີນ​ ໄຊນາ ເອເວີໄບຣທ໌ (China Everbright) ຖືກ​ຈັບ​ກຸມ​ໃນ​ຖານ​ສົງ​ໄສ ສໍ້​ລາດ​ບັງ​ຫຼວງ ​ແລະ​ຮັບ​ເງິນ​ສິນ​ບົນ, ອີງຕາມລາຍງານຂອງອົງການຂ່າວ AP.

ການປະກາດຈັບກຸມ ທ່ານຕັງ ຊວງໜິງ (Tang Shuangning) ມີຂຶ້ນລຸນຫຼັງທີ່ທ່ານຖືກຂັບໄລ່ອອກຈາກພັກຄອມມູນິສຈີນ ໃນຕົ້ນເດືອນນີ້ ເນື່ອງຈາກການລະເມີດລະບຽບວິໄນ ແລະກົດຫມາຍ, ເຊິ່ງເປັນສ່ວນນຶ່ງຂອງການປາບປາມການສໍ້ລາດບັງຫຼວງທີ່ຍາວນານ ໃນຂະແຫນງການເງິນ.

ປະທານ​ປະ​ເທດ​ຈີນ ທ່ານສີ ຈິ້ນຜິງ, ​ໃນ​ຕົ້ນ​ເດືອນ​ນີ້​ ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ເພີ້ມ​ທະວີ​ການ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ຂະ​ແໜງ​ການ​ເງິນ, ຂະແໜງພະລັງງານ ​ແລະ​ພື້ນຖານ​ໂຄງ​ລ່າງ, ໂດຍສືບ​ຕໍ່ປຸກລະດົມ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ ນັບຕັ້ງ​ແຕ່​ທ່ານ​ຂຶ້ນ​ກຳ​ອຳນາດແຕ່​ປີ 2012.

ຜູ້ດໍາລົງຕໍາແໜ່ງຕໍ່ຈາກ ທ່ານຕັງ, ທ່ານ ຫຼີ ຊຽວເຜັງ (Li Xiaopeng) ກໍຖືກສົງໄສວ່າ ມີການຮັບສິນບົນ, ແລະກໍຖືກຂັບໄລ່ອອກຈາກພັກ ພ້ອມທັງຍົກຍ້າຍທ່ານ ອອກຈາກຫ້ອງ​ການ​.

HONG KONG (AP) — Chinese prosecutors say the former chairman of state-owned Chinese bank China Everbright Group has been arrested on suspicion of corruption and bribery. The announcement of Tang Shuangning's arrest came after he was expelled from the Chinese Communist Party earlier this month over violations of disciplines and laws, part of a lengthy crackdown on corruption in the financial sector. Chinese president Xi Jinping earlier this month pledged to intensify a crackdown on graft in the finance, energy and infrastructure sectors, continuing his campaign to fight corruption since he came to power since 2012. Tang's successor Li Xiaopeng was also suspected of graft, expelled from the party and removed from public office.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG