ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄົນຕ່າງປະເທດ ທີ່ອາໄສຢູ່ ໄທ ດຳລົງຊີວິດທີ່ຍາກລຳບາກ ຍ້ອນບໍ່ໄດ້ສັກຢາວັກຊີນກັນ COVID-19


ພະນັກງານສາທາລະນະສຸກ ສັກຢາວັກຊີນກັນ COVID-19 ຂອງ SINOVAX ໃຫ້ແມ່ຍິງຄົນນຶ່ງຢູ່ສູນເຍົາວະຊົນ ໄທ-ຍີ່ປຸ່ນ ໃນ ບາງກອກ, 14 ມິຖຸນາ, 2021. (AP Photo/Sakchai Lalit)
ພະນັກງານສາທາລະນະສຸກ ສັກຢາວັກຊີນກັນ COVID-19 ຂອງ SINOVAX ໃຫ້ແມ່ຍິງຄົນນຶ່ງຢູ່ສູນເຍົາວະຊົນ ໄທ-ຍີ່ປຸ່ນ ໃນ ບາງກອກ, 14 ມິຖຸນາ, 2021. (AP Photo/Sakchai Lalit)

ສູນກາງຄວບຄຸມ ແລະ ປ້ອງກັນພະຍາດຂອງ ສະຫະລັດ ຫຼື CDC ໄດ້ເຕືອນບັນດານັກເດີນທາງ ທີ່ຈະໄປປະເທດ ໄທ ນັ້ນ ໃຫ້ສັກຢາຢ່າງຄົບຖ້ວນ ກ່ອນ ເດີນທາງໄປປະເທດດັ່ງກ່າວ.

ປະຊາຊົນ ໄທ 12 ລ້ານກວ່າຄົນ ຈາກປະຊາກອນທັງໝົດ 69 ລ້ານ 6 ແສນກວ່າຄົນແມ່ນໄດ້ສັກຢາຄົບຖ້ວນ ແລະ ປະເທດດັ່ງກ່າວກໍກຳລັງຂາດແຄນຢາວັກຊີນກັນ COVID-19 ຢ່າງໜັກ. ນອກ ຈາກປະຊາຊົນ ໄທ ທີ່ຍາກຈະໄດ້ສັກຢາແລ້ວ, ຄົນຕ່າງປະເທດທີ່ອາໄສຢູ່ໃນປະເທດດັ່ງກ່າວແມ່ນມີໂອກາດນ້ອຍຫຼາຍທີ່ຈະໄດ້ຮັບຢາວັກຊີນ. ຄົນທີ່ຢູ່ໃນປະເທດ ໄທ ແມ່ນມີຄວາມສ່ຽງທີ່ຈະຕິດ COVID ສູງຫຼາຍ, ເຂົາເຈົ້າມີຄວາມຫວາດລະແວງຢູ່ຕະຫຼອດເວລາ ແລະ ຊີວິດມີຄວາມຫຍຸ້ງ ຍາກ.

ນັກສຶກສາ ລາວ ທີ່ຮຽນຢູ່ປະເທດ ໄທ ທ່ານນຶ່ງໄດ້ບອກພວກເຮົາວ່າ ລາວຍັງບໍ່ໄດ້ສັກຢາວັກຊີນເທື່ອ ແລະ ບໍ່ຮູ້ວ່າມື້ໃດຈະໄດ້ສັກ. ລາວໄດ້ກ່າວຕໍ່ພວກເຮົາວ່າ “ສຳລັບບ່ອນນ້ອງຢູ່ເອງແຕ່ລະມື້ກະມີຄົນຕິດຢູ່ຄືກັນ, ມື້ລະປະມານຫຼັກ 10 ເນາະ. ມື້ນີ້ກະສີ່ສິບປາຍ ຫ້າສິບຄົນແບບຊີ້ອີຫຍັງຫັ້ນນະ. ກະຖືວ່າໃຊ້ຊີວິດລຳບາກການຈະໄປຈະມາລະຫວາດລະແວງຫຼາຍ ເພາະວ່າເຮົາບໍ່ຮູ້ວ່າມີຢູ່ໃສ ກຸ່ມ ໃດແນ່ ສົມມຸດວ່າເປັນຂຶ້ນມາ ຕິດຂຶ້ນມາເປັນເລື່ອງທີ່ຫຍຸ້ງຍາກຫຼາຍ. ເພາະວ່າລະບົບໂຮງໝໍເຂົາກະບໍ່ສາມາດທີ່ຈະຮອງຮັບໄດ້ເຕັມທີ່ເທົ່າທີ່ຄວນ. ພະຍາຍາມເຊຟໂຕເອງ, ບໍ່ອອກໄປບ່ອນສ່ຽງລະກະອອກໄປຂ້າງນອກໃຫ້ໜ້ອຍທີ່ສຸດ ເພື່ອທີ່ຈະບໍ່ໃຫ້ໂຕເອງໄປພົບປະກັບຜູ້ຄົນໃນທີ່ຊຸມຊົນຫຼາຍໆ.”

ສູງກາງ CDC ໄດ້ກຳນົດໃຫ້ປະເທດ ໄທ ຢູ່ໃນກຸ່ມສ່ຽງ ລະດັບທີສາມ ເຊິ່ງ ແມ່ນສູງ ຈາກລະດັບທີ 4 ທີ່ແມ່ນສູງຫຼາຍ.

XS
SM
MD
LG