ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຖາ​ບັນ ນາຍຮ້ອຍ ທະຫານ​ເຮືອ​ ສຫລ ແບ່ງປັນ ຄວາມຮູ້ ໃຫ້ແກ່ ນັກສຶກສາ ຕ່າງປະເທດ (ວີດີໂອ)


Foreign Students Adapt to Rigors of US Naval Academy
please wait

No media source currently available

0:00 0:02:27 0:00

ສະ​ຖາ​ບັນ​ ນາຍຮ້ອຍທະຫານ​ເຮືອ ​ສະຫະລັດ​ ​ໃນ​ເມືອງ ປະຫວັດສາດ Annapolis, ລັດ Maryland.

ຕະຫຼອດປະຫວັດ​ສາດ ອັນຍາວ​ນານ ຂອງສະ​ຖາ​ບັນນາຍຮ້ອຍ
ທະຫານ​ເຮືອ​ ສະຫະລັດ​ ຫລື U.S. Naval Academy ນັ້ນ
ສະ​ຖາ​ບັນແຫ່ງ​ນີ້ ​ແມ່ນໄດ້​ສ້າງ​ຜູ້ນຳ​ທີ່​ໂດດ​ເດັ່ນ ​ມາ​ແລ້ວຫຼາຍ
ຄົນ​ເຊັ່ນອະດີດ​ປະທານາທິບໍດີ Jimmy Carter ​ແລະ ສະມາ
ຊິກ​ສະພາ​ສູ​ງ John McCain ​ເປັນຕົ້ນ. ສະ​ຖາ​ບັນ​ດັ່ງກ່າວ ​
ຈັດ​ກຽມ​ຊາຍໜຸ່ມ ​ແລະ ​ຍິງສາວ ໃຫ້​ເປັນ​ນາຍ​ທະຫານ​ ໃນ
ກອງທັບເຮືອ ຫຼື ກອງທັບນາ​ວິກະ​ໂຍທິນ​ ກໍ​ຄື Marines Corps
ຂອງ​ສະຫະລັດ. ​ແຕ່​ບໍ່​ແມ່ນ​ວ່າ ​ນັກ​ຮຽນ​ນາຍຮ້ອຍ ຂອງ​ສະ​ຖາ​
ບັນນີ້ ທີ່ພາສາ​ອັງກິດ​ເອີ້ນວ່າ​ Midshipmen ນັ້ນ ​ເປັນ​ຄົນອາ​
ເມຣິກັນທັງ​ໝົດ​. ຫຼາຍສິບ​ຄົນ​ເປັນ​ນັກ​ສຶກສາ ​ແລກປ່ຽນຊາວ​ຕ່າງ​
ຊາດ ​ທີ່ເດີນ​ທາງກັບ​ຄືນໄປ​ ຮັບໃຊ້ປະເທດຊາດຂອງ​ພວກ​ເຂົາ
​ເຈົ້າ ​ຫຼັງຈາກສຳ​ເລັດ​ການ​ສຶກສາ​ແລ້ວ. ຜູ້​ສື່ຂ່າວວີ​ໂອ​ເອ Ramon
Taylor ມີ​ລາຍ​ງານ​ເລື້ອງ​ນີ້ ຊຶ່ງ ​ໄຊ​ຈະ​ເຣີນສຸກ ຈະ​ນຳ​ມາສະ​ເໜີ​
ທ່ານ​ໃນ​ອັນ​ດັບຕໍ່​ໄປ.

David Ochy ​ຈາກປະ​ເທດປາ​ນາມາ ​ເປັນຜູ້​ນຶ່ງ​ໃນ​ຈຳນວນນັກ​ສຶກສາ​ແລກປ່ຽນຊາວ​ຕ່າງ​ຊາດ 60 ກວ່າຄົນ ຢູ່​ສະ​ຖາ​ບັນ​ນາຍຮ້ອຍທະຫານ​ເຮືອ​ສະຫະລັດ​ ​ໃນ​ເມືອງປະຫວັດສາດ Annapolis, ລັດ Maryland.

David Ochy ​ເວົ້າວ່າ:
ການໜີຈາກ​ບ່ອນ​ທີ່​ເຄີຍຢູ່ ​ສະນຸກ​ສຸກ​ສະບາຍ ທີ່​ບ້ານ​ເກີດ​ເມືອງ​ນອນ ​ເພື່ອມາ​
ທີ່​ນີ້​
ທີ່​ມີ​ວັດ​ທະ​ທຳ ​ແລະພາສາ​ທີ່ແຕກຕ່າງ​​ໄປຢ່າງ​ສິ້ນ​ເຊີງ ແລ້​ວຕ້ອງ​ໄດ້​ພະຍາ
ຍາມ​ປັບ​ຕົວ
​ໃຫ້​ເຂົ້າກັບ​ສະພາບການ​ນັ້ນ ມັນ​ເປັນ​ການ​ທ້າ​ທາຍ​ຫລາຍ.”

Santiago Gonzalez-Ayer ​ເປັນນັກ​ສຶກສາ​ແລກປ່ຽນຈາກ​ປະ​ເທດ ສະ​ເປ​ນ​.
Gonzalez-Ayer ​ເວົ້າວ່າ:
“ມັນ​ເປັນ​ການ​ເປີດ​ຂອບຟ້າ​ ແຫ່ງ​ວັດທະນະທຳ ທີ່​ເຮັດໃຫ້​ເຮົາໄດ້​ເຂົ້າ​ໃຈ​ ວັດທະ
ນະທຳ​ຂອງ​ຊາວ​ອາເມຣິກັນ​ດີ​ຂຶ້ນອີກ ​ແລະ
ກໍ​ພົວພັນກັບ ວັດທະນະ​ທຳ​ຫລາຍຂຶ້ນ.”

ສະ​ຖາ​ບັນ ນາຍຮ້ອຍທະຫານ​ເຮືອ​ ສະຫະລັດ ໄດ້ສ້າງຕັ້ງຂຶ້ນມາ ເມື່ອ​ປີ 1845 ​ໃນ​ພື້ນທີ່​
ຂອງປ້ອມ​ທະຫານ​ເກົ່າ. ພາລະກິດ​ ຂອງ​ສະ​ຖາ​ບັນ​ນີ້​ ແມ່ນ​ຈັດ​ກຽມ​ນັກ​ສຶກສາທັງຫຼາຍ​ເພື່ອຮັບ​ໜ້າ​ທີ່​ເປັນ​ນາຍ​ທະຫານ​ສະຫະລັດ ຢູ່​ໃນ​ກອງທັບ​ເຮືອ ຫຼື ກອງ​ທັບ​ນາ​ວິກະ​ໂຍທິນ
ຊຶ່ງ​ທາງ​ສະ​ຖາ​ບັນ​ ພະຍາຍາມ​ຈະພັດທະນາ ຄວາມ​ສາມາດ ​ບຸ​ກຄະ​ລິກ ​ແລະ ຄວາມ​ເອື້ອ
ເຟື້ອ​ເຜື່ອ​ແຜ່ ​ຮູ້ສຶກ​ຮັກ​ຫອມ​ເພື່ອນ​ມະນຸດ ຢູ່​ໃນ​ຕົວພວກ​ນັກຮຽນ​ນາຍຮ້ອຍ​ເຫລົ່າ​ນັ້ນ.

ຜູ້ອຳນວຍການ​ໂຄງການ​ນາໆ​ຊາດ ທ່ານ Tim Disher ກ່າວ​ວ່າ ກອງທັບ​ເຮືອສະຫະລັດ
​ໄດ້​ຮັບ​ຜົນ​ປະໂຫຍ​ດ ຈາກ​ການ​ເປີດ​ຮັບ​ນັກ​ສຶກສາ​ຈາກຕ່າງ​ປະ​ເທດ​ ​ໂດຍ​ສະ​ເພາະ ຢູ່​
ໃນ​ໂລກທີ່ມີການ​ເສື່​ອມຕໍ່ ກັນ ຫລາຍ​ຂຶ້ນ​ເລື້ອຍໆ ຜ່ານ​ທາງ​ເທັກ​ໂນ​ໂລຈີ ​ແລະ ສື່​ສັງຄົມ.

ທ່ານ Tim Disher ​ເວົ້າວ່າ:
“ມັນ​ເຄີຍ​ເປັນ​ແບບນີ້ ຕອນ​ຂ້າພະ​ເຈົ້າຮຽນຈົບ​ ຈາກ​ສະ​ຖາ​ບັນນາຍຮ້ອຍທະຫານ​
ເຮືອ ໃນ​ປີ 1981 ນັ້ນ ມີແຕ່​ນາຍ​ທະຫານ​ຊັ້ນ ອາວຸ​ໂສ​ທັງຫຼາຍ​ເທົ່າ​ນັ້ນ ທີ່​ໄດ້​ຮັບ​
ມອບໝາຍ​ໃຫ້​ພົວພັນ​ ກັບ​ກອງທັບ​ເຮືອ​ຕ່າງ​ປະ​ເທດ ຫຼື ຄູ່ຕຳ​ແໜ່​ງຂອງ​ພວກ​ເຮົາ​.
ແຕ່​ດຽວ​ນີ້ ມັນ​ບໍ່​ເປັນແບບ​ນັ້ນອີກ​ແລ້ວ. ພວກ​ເຮົາ​ເປັນກອງ​ທັບເຮືອ​ທີ່​ນ້ອຍ​ລົງ
​ແລະ ນັກ​ສຶກສາ​ຂອງ​ພວກເຮົາ ​ເຖິງ​ແມ່ນມີ​ຊັ້ນ​ເປັນ​ພຽງ​ນັກຮຽນ​ນາຍຮ້ອຍກໍຕາມ
ພວກ​ເຮົາ​ກໍມີ​ຄວາມສາມາດ ທີ່​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ພາຄີ​ຕ່າງປະ​ເທດ​ຂອງ​ພວກ​ເຮົາ​ໄດ້. ພວກ​ເຮົາ​ກຳລັງ​ສ້າງ​ເອກ​ອັກຄະ​ລັດຖະທູດ ຫນຸ່ມ​ນ້ອຍ ທັນທີ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ສັນຍາບັດ​ແລະ​ເຂົ້າ​ປະຈຳການ.”


ທ່ານ​ Tim Disher ກ່າວວ່າ ​ໂຄງການ​ແລກ​ປ່ຽນ​ ຍັງ​ໄດ້​ເສີມ​ສ້າງ ຄວາມ​ເຂັ້ມ​ແຂງ ​ໃຫ້​ແກ່
ການ​ສຶກສາ​ ຂອງ​ພວກ​ນັກຮຽນ​ນາຍຮ້ອຍ ທັງຫຼາຍ ດ້ວຍ​ການ​ເຜີຍ​ແບ​ເຂົາ​ເຈົ້າ ​ໃສ່​ຕ່າງປະ​ເທດ​ຫລາຍ​ຂຶ້ນ ແລະ ເສີມ​ຂະຫຍາຍຄວາມເຂົ້າ​ໃຈ ກ່ຽວ​ກັບ​ຕ່າງປະ​ເທດ.

ຮ້ອຍ​ໂທ Paul Angelo ​ຮຽນຈົບ​ຈາກ​ສະ​ຖາ​ບັນ​ນາຍຮ້ອຍທະຫານ ເຮືອ ​ໃນ​ປີ 2006.
​ຮ້ອຍ​ໂທ Angelo ​ເວົ້າວ່າ:
“​ໂລກ​ກຳລັງ​ນ້ອຍ​ລົງ ​ແລະ​ ນ້ອຍ​ລົງໄປ​ເລື້ອຍໆ. ​ໃນ​ມື້​ນຶ່ງ​ ນັກ​ສຶກສາ​ຂອງພວກ​ເຮົາ​ ກໍຈະ​ໄດ້ປະຕິ​ບັດ​ການ​ຢູ່​ເວທີ ຫຼື​ ສະພາບ​​ແວດ​ລ້ອມ ຕ່າງໆ ທີ່​ພວກ​ເຂົາ​ເຄີຍ
ໄດ້ຄົ້ນຄວ້າ​ມາ​ແລ້ວ​
ໃນ​ການພົວພັນກັນກັບ ພວກນັກຮຽນ​ນາຍຮ້ອຍ​ ຊາວ​ຕ່າງ
ປະ​ເທດ ຢູ່ທີ່​ສະ​ຖາ​ບັນ​ນີ້ ​ແລະ​ໃນ​ທາງ​ກັບກັນ. ມັນ​ເປັນ​
ສິ່ງ​ສຳຄັນ ທີ່ພັນທະ​ມິດ​ຂອງ​ເຮົາ​ ​ຈະ​ຕ້ອງຮູ້ຈັກ ຄັກ​ແນ່ວ່າ ພວກ​ເຮົາປະ​ຕິ​ບັດງານ ​ແລະ ດຳ​ເນີນ​ານ​ແບບ​ໃດ ​ໃນ​ຖານະ​ເປັນ​ກອງທັບ​ນັ້ນ."

ຫຼັງຈາກສຳ​ເລັດ​ໂຄ​ງການ​ແລກປ່ຽນ​ນັກສຶກສາ​ແລ້​ວ Santiago Gonzalez Ayer ມີແຜນ
ການ​ທີ່​ຈະ​ກັບ​ຄືນ​ໄປ​ ສະ​ເປ​ນ ​ແລະເຂົ້າຮັບ​ໜ້າ​ທີ່​ເປັນ​ນາຍ​ທະຫານ​ເຮືອ.

David Ochy ຢາກ​ທຳ​ງານ​ເປັນວິສະວະ​ກອນ​ຝ່າຍມະຫາ​ສະມຸດ ຢູ່​ປະ​ເທດຂອງ​ລາວ.
David Ochy ​ເວົ້າວ່າ:
ຂ້ອຍ​ເຫັນອະນາຄົດ ຂອງ​ຂ້ອຍ ​ຢູ່ Panama.”

ຄວາມຫວັງ​ກໍ​ແມ່ນວ່າ​ ນັກ​ສຶກສາ​ຊາວຕ່າງ​ຊາດ​ທັງຫຼາຍ ຈະ​ກັບ​ຄືນ​ສູ່​ພູມ​ລຳ​ເນົາ ​ພ້ອມ​ກັບ​ປະສົບ​ປະການ​ ທາ​ງວັດ​ທະ​ທຳອັນ​ອຸດົມ​ຮັ່ງມີ​ຂຶ້ນ ທີ່​ເຂົາ​ເຈົ້າໄດ້​ຮັບ ຈາກ​ການ​ໄດ້ມາ​ອາໄສຢູ່​ ແລະ ໄດ້ມີ​ສ່ວນ​ຮ່ວມ​ແບ່ງປັນ ກັບ​ເພື່ອນນັກຮຽນ​ນາຍຮ້ອຍທັງຫຼາຍ ​ໃນ​ສະ​ຖາ​ບັນ​ແຫ່ງ​ນີ້.
XS
SM
MD
LG