ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວມມີການສົງໄສ ຢູ່ວ່າ ສຫລ ຈະຖອນໂຕ ອອກຈາກ ອົງ​ການເນໂຕ ຫຼືບໍ່


Foreign Policy Experts Fear Trump Might Pull the US Out of NATO
please wait

No media source currently available

0:00 0:02:13 0:00

ເຊີນເບິ່ງວີດິໂອ

ລາຍງານຂອງໜັງສືພິມ New York Times ເວົ້າວ່າ ປະທານາ ທິບໍດີ ດໍໂນລ ທຣຳ ໄດ້ບອກພວກຜູ້ຊ່ອຍວຽກ ໃນຫຼາຍໆໂອກາດ ໃນປີກາຍນີ້ ວ່າ ເພິ່ນຢາກໃຫ້​ສະ​ຫະ​ລັດ ຖອນໂຕອອກຈາກ ອົງການສົນທິສັນຍາ ອັດແລນ ຕິກເໜືອ ຫຼືເນໂຕ ຊຶ່ງໄດ້ມີມາຕັ້ງ
ແຕ່ ປີ 1949 ນັ້ນ. ໃນຂະນະທີ່ປະທານາທິບໍ ດີ ທຣຳ ເວົ້າກັບໄປກັບມາກ່ຽວກັບບັນຫາ
ດັ່ງກ່າວ ຕໍ່ມວນຊົນຢູ່ນີ້ ພວກນັກຊ່ຽວ ຊານ ທາງດ້ານນະໂຍບາຍຕ່າງປະເທດກໍເວົ້າ
ວ່າ ການເຄື່ອນໄຫວດັ່ງກ່າວ ຈະ ສ້າງຄວາມອ່ອນແອໃຫ້ແກ່ພັນທະມິດ ທັງຈະເປັນການ
ໃຫ້ກຳລັງໃຈ ແກ່ປະທາ ນາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຜູ້ຊຶ່ງໄດ້ຕ້ອງຕິເນໂຕ ມາຕະຫຼອດ ແຕ່ດົນນານ. ຊິນດີ ເຊນ ນັກຂ່າວດ້ານການທູດຂອງ ວີໂອເອ ປະຈຳວໍຊິງ
ຕັນ ສົ່ງລາຍງານເລື້ອງນີ້ມາ ຊຶ່ງ ສາລີ ຈະສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນເວລາປະມານ 70​ ປີ ເນໂຕ ໄດ້ຖືກແນມເຫັນວ່າ ເປັນເສົາຄໍ້າທີ່ຈຳ ເປັນ ສຳລັບສະ
ເຖຍລະພາບ ໂດຍປະທານາທິບໍດີຫຼາຍໆທ່ານ ຂອງສະຫະລັດ ລວມທັງສະມາຊິກລັດ​
ຖະ​ສະ​ພາ ​ພັກເດໂມແ​ຄຣັດ ແລະຣິພັບບລິກັນ ຄືກັນ.

ແຕ່ວ່າ ທັດສະນະຂອງທ່ານ ທຣຳ ກ່ຽວກັບພັນທະມິດດັ່ງກ່າວ ໃນລະຫວ່າງ ການໂຄ
ສະນາຫາສຽງຂອງເພິ່ນໄດ້ຫັນໜີໄປຈາກຄວາມເຫັນດີນຳກັນດັ່ງກ່າວ ທັງສອງຝ່າຍ. ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ:

“ໃຫ້ຂ້າພະເຈົ້າເວົ້າໃຫ້ທ່ານຟັງເໜາະວ່າ ເນໂຕ ໄດ້ໝົດສະໄໝໄປແລ້ວ ມັນ ລ່ວງເລີຍ
ມາ 67 ປີແລ້ວ ຫຼືດົນກວ່າ 60 ປີແລ້ວ ມັນມີຫຼາຍປະເທດ ມັນ ຄວບຄຸມລັດທິກໍ່ການ
ຮ້າຍບໍ່ໄດ້ ແມ່ນບໍ? ມັນຄວບຄຸມສະຫະພາບໂຊຫວຽດໄດ້ ຊຶ່ງປັດຈຸບັນບໍ່ມີຕົວຕົນອີກ.”

ນັບຕັ້ງແຕ່ການເລືອກຕັ້ງຂອງເພິ່ນເປັນຕົ້ນມາ ປະທານາທິບໍດີ ທຣຳ ໄດ້ເວົ້າວ່າ ເພິ່ນ
ບໍ່ໄດ້ຖືວ່າ ເນໂຕໄດ້ໝົດສະໄໝໄປແລ້ວ. ແຕ່ເພິ່ນກໍໄດ້ເວົ້າຊໍ້າແລ້ວຊໍ້າອີກ ໃຫ້ພັນ
ທະມິດ ຢູໂຣບ ເພີ້ມເງິນຄ່າສະມາຊິກ ຂອງພວກເຂົາເຈົ້າ ເຊັ່ນດຽວກັນ ກັບໃນຕອນ
ກອງປະຊຸມສຸດຍອດໃນເດືອນກໍລະກົດຜ່ານມານີ້ ໂດຍເວົ້າວ່າ ​“ນັບເປັນເວລາຫຼາຍ
ປີມາແລ້ວ ທີ່ພວກປະທານາທິບໍດີ ໄດ້ມາຮ່ວມກອງປະຊຸມ ເຫຼົ່ານີ້ ແລະເວົ້າເຖິງລາຍ
ຈ່າຍຕ່າງໆ ລາຍຈ່າຍອັນມະຫາສານສຳລັບ ສະຫະ ລັດ ຄວາມກ້າວໜ້າຢ່າງໃຫຍ່ ທີ່ໄດ້ເຮັດໄປ. ໝົດທຸກຄົນ ກໍເຫັນພ້ອມນຳກັນ ວ່າຈະເພີ້ມທະວີຄວາມໝາຍໝັ້ນຂອງ
ຕົນຢ່າງຫຼວງຫຼາຍ. ພວກເຂົາເຈົ້າຈະພາ ກັນຂຶ້ນໄປສູ່ລະດັບທີ່ບໍ່ເຄີຍໄດ້ຄິດໄວ້ກ່ອນ.”

ໃນການສະແດງປະຕິກິລິຍາ ຕໍ່ລາຍງານຂອງໜັງສືພິມ New York Times ໃນວັນອັງ
ຄານນັ້ນ ພວກນັກວິເຄາະເວົ້າວ່າ ການຈາກໄປເມື່ອບໍ່ດົນມານີ້ຂອງ ລັດຖະມົນຕີປ້ອງ
ກັນປະເທດ James Mattis ໄດ້ສ້າງຄວາມເປັນຫ່ວງ ໃຫ້ ພວກເຂົາເຈົ້າກ່ຽວກັບອະນາ
ຄົດຂອງເນໂຕ. ທ່ານ Mark Simakovsky ປະ ຈຳສະພາອັດແລນຕິກເວົ້າວ່າ “ຂ້າພະ
ເຈົ້າຄິດວ່າ ລັດຖະມົນຕີປ້ອງກັນປະເທດ James Mattis ໄດ້ເປັນຜູ້ ຢຸດຢັ້ງຕົ້ນຕໍ ຂອງ
ຄວາມທະເຍີທະຍານ ແລະຄວາມສົນໃຈທີ່ຢາກໜີອອກໄປ ຈາກພັນທະມິດດັ່ງກ່າວ. ການເອົາຜູ້ກ່ຽວອອກໄປ ໄດ້ກໍ່ໃຫ້ເກີດໂອກາດ ທີ່ບໍ່ ໜ້າເຊື່ອສຳລັບປະທານາທິບໍດີ ແລະ
ຫຼືວ່າຄົນອື່ນໆໃນລັດຖະບານຜູ້ທີ່ບໍ່ມອງ ເຫັນຄຸນຄ່າຂອງພັນທະມິດເນໂຕ ທີ່ຈະຊຸກຍູ້
ໃຫ້ມີການຖອນໂຕຕໍ່ໄປ.”

ຖ້າເລື້ອງນີ້ຫາກເປັນໄປ ປະທານາທິບໍດີຣັດເຊຍ ທ່ານ ວລາດິເມຍ ປູຕິນ ກໍຈະ ແມ່ນຜູ້ທີ່
ຈະໄດ້ຮັບຜົນປະໂຫຍດຫຼາຍກວ່າໝູ່ ດັ່ງທີ່ທ່ານ Simakovsky ໄດ້ ເຕືອນໄວ້ ໂດຍເວົ້າ
ວ່າ: “ມັນຈະເປັນຂອງຂວັນທີ່ມີຄວາມໝາຍສຳຄັນຫຼາຍ ສຳລັບເພິ່ນ ແລະເພິ່ນຈະ ເຫັນ
ວ່າເປັນການເປີດການເຊື້ອເຊີນ ໃຫ້ເພິ່ນເຂົ້າໄປຮຸກຮານ ໃນຢູໂຣບໃນ ອະນາຄົດ.”

ພວກນັກຊ່ຽວຊານບາງທ່ານກ່າວວ່າມັນອາດຈະເປັນເວລາສຳລັບສະພາສະຫະລັດ ໃຫ້
ສົ່ງສານໄປຫາປະທານາທິບໍດີໂດຍການລົງຄະແນນສຽງແບບເປັນສັນ ຍາລັກ ເພື່ອສະ
ແດງໃຫ້ຮູ້ວ່າ ເນໂຕມີຄວາມຈຳເປັນສໍ່າໃດ ສຳລັບຄວາມປອດ ໄພແຫ່ງຊາດສະຫະລັດ ແລະສະເຖຍລະພາບຂອງໂລກ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG