ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີຕ່າງປະເທດ ລາວ ຈະລາຍງານ ຄວາມກ້າວໜ້າ ໃນການປະຕິບັດເປົ້າໝາຍ ການພັດທະນາ


ເດັກນ້ອຍຮັກຮຽນ ລາວ ໄດ້ຮັບການສັກຢາກັນພະຍາດຢູ່ໂຮງຮຽນ.
ເດັກນ້ອຍຮັກຮຽນ ລາວ ໄດ້ຮັບການສັກຢາກັນພະຍາດຢູ່ໂຮງຮຽນ.

ລັດຖະມົນຕີວ່າການຕ່າງປະເທດຈະຕາງໜ້າລັດຖະບານ ລາວ ໃນການລາຍງານຕໍ່
ເວທີການເມືອງລະດັບສູງຂອງອົງການສະຫະປະຊາຊາດ ກ່ຽວກັບ ການຄືບໜ້າໃນ
ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນຍົງ.

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດ ຢືນຢັນວ່າ ທ່ານຈະ
ເປັນຜູ້ຕາງໜ້າຂອງລັດຖະບານ ລາວ ໃນການລາຍງານຕໍ່ເວທີການເມືອງລະດັບສູງ
(High Level Political Forum-HLPF) ຂອງອົງການສະຫະປະຊາຊາດ ທີ່ກຳນົດ
ຈະມີຂຶ້ນໃນວັນທີ 16-18 ກໍລະກົດ 2018 ນີ້ ຊຶ່ງເປັນການຖະແຫຼງລາຍງານໂດຍສະ
ໝັກໃຈຂອງທາງການ ລາວ ກ່ຽວກັບ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດເປົ້າ
ໝາຍການພັດທະນາຢ່າງຍືນຍົງໃນ ລາວ ນັບແຕ່ປີ 2015 ເປັນຕົ້ນມາ ດັ່ງທີ່ທ່ານ
ສະເຫຼີມໄຊ ໄດ້ໃຫ້ການຢືນຢັນວ່າ.

"ເພາະວ່າລາວເຮົາກໍເປັນນຶ່ງໃນບັນດາປະເທດຢູ່ໃນໂລກນີ້ທີ່ຖືກເລືອກໃຫ້ລາຍງານ
ໂດຍສະໝັກໃຈຕໍ່ກອງປະຊຸມສະຫະປະຊາຊາດໃນເດືອນກໍລະກົດທີ່ຈະມາເຖິງນີ້
ການລາຍງານນີ້ແມ່ນຖືວ່າເປັນການລາຍງານການຈັດຕັ້ງປະຕິບັດເປົ້າໝາຍການ
ພັດທະນາແບບຍືນຍົງຕະຫຼອດໄລຍະ 2 ປີກວ່າເພາະວ່າເປົ້າໝາຍການພັດທະນາ
ແບບຍືນຍົງໄດ້ຖືກຮັບຮອງເອົາໃນປີ 2015 ແລະ ມາຮອດປັດຈຸບັນນີ້ກະຖືວ່າເປັນປີ
ທີ 3 ຂອງການຈັດຕັ້ງປະຕິບັດ."

ກ່ອນໜ້ານີ້ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ປະເມີນວ່າ
ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມໃນໄລຍະ 5 ປີຜ່ານ
ມາ ລັດຖະບານ ລາວ ບໍ່ສາມາດບັນລຸເປົ້າໝາຍໃນ 6 ດ້ານກໍຄືເດັກອາຍຸຕໍ່າກວ່າ 5 ປີ
ຍັງມີສ່ວນສູງຕໍ່າກວ່າເກນເຖິງ 38 ເປີເຊັນ ສ່ວນເດັກທີ່ນໍ້າໜັກຕໍ່າກວ່າເກນກໍມີຢູ່ເຖິງ
27 ເປີເຊັນ ໃນຂະນະທີ່ເດັກທີ່ໄດ້ຮຽນຈົບຊັ້ນປະຖົມກໍເພີ່ມຂຶ້ນຢ່າງຊັກຊ້າ ສ່ວນອັດ
ຕາການເສຍຊີວິດຂອງເດັກອາຍຸຕໍ່າກວ່າ 1 ປີກໍສູງເຖິງ 45 ຄົນຕໍ່ 1000 ຄົນ ແລະ
ການເສຍຊີວິດຂອງແມ່ຍິງຂະນະຖືພາກໍສູງເຖິງ 197 ຄົນຕໍ່ 1 ແສນຄົນ ສ່ວນແມ່ຍິງທີ່
ເກີດລູກໂດຍໄດ້ຮັບການຊ່ວຍເຫຼືອຈາກແພດ ຫຼື ພະຍາບານກໍມີພຽງແຕ່ 53.9 ເປີເຊັນ
ເທົ່ານັ້ນໃນປີ 2015 ທີ່ຜ່ານມາ.

ທາງດ້ານຄະນະກຳມະການວ່າດ້ວຍນະໂຍບາຍເພື່ອການພັດທະນາຂອງສະພາເສດ
ຖະກິດ ແລະ ສັງຄົມຂອງອົງການສະຫະປະຊາຊາດໄດ້ຖະແຫຼງລາຍງານ ເມື່ອບໍ່ນານ
ມານີ້ວ່າ ລັດຖະບານສາມາດຈັດຕັ້ງປະຕິບັດໄດ້ 2 ໃນ 3 ເງື່ອນໄຂທີ່ເປັນເກນມາດຕະ
ຖານຂອງສະຫະປະຊາຊາດ ໃນການຫຼຸດພົ້ນອອກຈາກສະຖານະພາບຂອງການເປັນ
ປະເທດດ້ອຍພັດທະນາ ໂດຍເມື່ອປະເມີນຈາກການຈັດຕັ້ງປະຕິບັດຂອງລັດຖະບານ
ລາວ ໃນໄລຍະຜ່ານມາຈົນເຖິງປັດຈຸນນີ້ ກໍເຮັດໃຫ້ຄາດໝາຍໄດ້ວ່າ ສປປ ລາວ ຈະ
ຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາໄດ້ໃນປີ 2024 ເປັນຢ່າງຊ້າ.

ໂດຍທັງ 2 ເງື່ອນໄຂທີ່ລັດຖະບານ ລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວນັ້ນ ກໍຄືເກນ
ມາດຕະຖານຂັ້ນຕໍ່າຂອງຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ທີ່ເກນມາດຕະຖານ
ຂັ້ນຕໍ່າຂອງສະຫະປະຊາຊາດກຳນົດໄວ້ທີ່ລະດັບ 1,242 ໂດລາຕໍ່ຄົນ ແຕ່ລັດຖະບານ
ລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວທີ່ລະດັບ 1,996 ໂດລາຕໍ່ຄົນໃນປີ 2015 ແລະ
ດັດສະນີຊັບສິນມະນຸດ (HAI) ຊຶ່ງເກນມາດຕະຖານຂອງສະຫະປະຊາຊາດໄດ້ກຳນົດ
ໄວ້ທີ່ອັດສະເລ່ຍ 66 ເປີເຊັນ ລັດຖະບານ ລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວທີ່
ອັດຕາສະເລ່ຍ 72.8 ເປີເຊັນໃນປີ 2015 ຈຶ່ງເຫຼືອພຽງດັດສະນີຄວາມອ່ອນໄຫວທາງ
ເສດຖະກິດ (EVI) ເທົ່ານັ້ນທີ່ມາດຕະຖານຂອງສະຫະປະຊາຊາດກຳໄວ້ທີ່ລະດັບ
36.2 ເປີເຊັນຫາກແຕ່ລັດຖະບານ ລາວ ຍັງສາມາດຈັດຕັ້ງປະຕິບັດໄດ້ພຽງ 33.7 ເປີ
ເຊັນເທົ່ານັ້ນ.

ສ່ວນກະຊວງແຜນການ ແລະ ການລົງທຶນລາຍງານວ່າ ການຈັດຕັ້ງປະຕິບັດແຜນການ
ຫຼຸດຜ່ອນບັນຫາຄວາມຍາກຈົນຂອງປະຊາຊົນ ລາວ ໃນປີ 2017 ຍັງເຮັດໃຫ້ສະພາບ
ຊີວິດການເປັນຢູ່ຂອງປະຊາຊົນ ລາວ ຢູ່ໃນຕົວເມືອງກັບເຂດຊົນນະບົດມີການແຕກ
ໂຕນກັນຫຼາຍຂຶ້ນ ເຊິ່ງເຫັນໄດ້ຈາກອັດຕາຄວາມຍາກຈົນຂອງປະຊາຊົນໃນນະຄອນ
ຫຼວງວຽງຈັນຍັງເຫຼືອພຽງ 1 ເປີເຊັນເທົ່ານັ້ນ ຂະນະທີ່ຄວາມຍາກຈົນຂອງປະຊາຊົນຢູ່
ທີ່ແຂວງສາລະວັນຍັງສູງເຖິງ 49.8 ເປີເຊັນ.

ແຕ່ຢ່າງໃດກໍຕາມ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກໍຢືນຢັນວ່າ ເປົ້າໝາຍ
ຂອງລັດຖະບານ ລາວ ທີ່ຈະລົບລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງ ແລະ ເຮັດໃຫ້
ລາວຫຼຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ຢ່າງແທ້ຈິງໃນປີ 2020 ນັ້ນບໍ່ໄດ້ໝາຍ
ຄວາມວ່າຈະບໍ່ມີຄົນຍາກຈົນເຫຼືອຢູ່ໃນ ລາວ ເລີຍແຕ່ຢ່າງໃດ ຫາກແຕ່ໄດ້ແນໃສ່ເຮັດ
ໃຫ້ຊາຊົນ ລາວ ມີຢູ່ມີກິນ ໄດ້ຮັບການຮັກສາປິ່ນປົວເມື່ອເຈັບປ່ວຍ ລູກຫຼານໄດ້ເຂົ້າ
ຮຽນ ແລະ ສ້າງເງື່ອນໄຂໃຫ້ມີການຜະລິດສິນຄ້າ ແລະ ສະບຽງອາຫານທີ່ກຸ້ມຕົນເອງ
ໄດ້ຢ່າງແທ້ຈິງ.

XS
SM
MD
LG