ການສຳຫຼວດສະບັບໃໝ່ ພວກນັກຂ່າວຕ່າງປະເທດ ທີ່ມີຫ້ອງການຢູ່ໃນປະເທດຈີນ
ເປີດເຜີຍວ່າ ສະພາບການໃນການເຮັດວຽກໄດ້ຊຸດໂຊມລົງຢູ່ໃນປະເທດຄອມມິວນິສ
ດັ່ງກ່າວ ໃນປີ 2018.
ເກືອບເຄິ່ງນຶ່ງຂອງສະມາຊິກ 109 ຄົນ ຂອງສະໂມສອນນັກຂ່າວຕ່າງປະເທດຢູ່ຈີນ
(FCCC) ຜູ້ທີ່ໄດ້ຕອບຄຳຖາມໃນການສຳຫຼວດກ່າວວ່າ ເຂົາເຈົ້າໄດ້ຖືກຕິດຕາມ ໃນ
ຂະນະທີ່ຫຼາຍກວ່າ 90 ເປີເຊັນໄດ້ມີຄວາມເປັນຫ່ວງກ່ຽວກັບຄວາມປອດໄພຂອງໂທ
ລະສັບເຂົາເຈົ້າ. ເກືອບນຶ່ງສ່ວນສີ່ຂອງພວກທີ່ຕອບຄຳຖາມໄດ້ລະມັດລະວັງ ກ່ຽວ
ກັບພວກເຈົ້າໜ້າທີ່ຈີນ ໄດ້ຕິດຕາມເຂົາເຈົ້າໂດຍໃຊ້ລະບົບສີ້ງຊອມສາທາລະນະ.
ບັນຫາທ້າທາຍຫຼາຍຢ່າງທີ່ນັກຂ່າວຕ່າງປະເທດປະເຊີນໜ້າຢູ່ ກໍໄດ້ແກ່ຂົງເຂດ
ຊິນຈຽງ ທາງພາກຕາເວັນຕົກຂອງປະເທດ ບ່ອນທີ່ຊາວວີເກີເກືອບເຖິງນຶ່ງລ້ານຄົນ
ແລະບັນດາສະມາຊິກຊາວມຸສລິມກຸ່ມອື່ນໆກຳລັງຖືກກັກຂັງຢູ່ໃນສູນຄຸມຂັງຕ່າງໆ.
ສະໂມສອນ FCCC ກ່າວວ່າ ຜູ້ຕອບຄຳຖາມ 24 ຄົນຂອງຈຳນວນ 27 ຄົນ ທີ່ໄດ້
ເດີນທາງໄປຊິນຈຽງ ກ່າວວ່າ ເຂົາເຈົ້າໄດ້ມີປະສົບການ ຖືກຮາວີລົບກວນ ໃນຂະ
ນະຢູ່ທີ່ນັ້ນ ໂດຍທີ່ 19 ຄົນໄດ້ຖືກສອບຖາມ ຫຼືບັງຄັບໃຫ້ລືບຂໍ້ມູນຂອງເຂົາເຈົ້າ.
ພວກນັກຂ່າວຫຼາຍຄົນຍັງໄດ້ມີປະສົບການຊັກຊ້າ ໃນການຂໍຕໍ່ວີຊາເຂົາເຈົ້າ ຫຼືຕໍ່
ວີຊາໃຫ້ເຂົາເຈົ້າ ແຕ່ພຽງສອງສາມເດືອນ ຊຶ່ງເປັນຜົນບັງຄັບເຂົາເຈົ້າຕ້ອງໄດ້ອອກ
ຈາກຈີນໄປ.
ໂຄສົກກະຊວງຕ່າງປະເທດຄົນນຶ່ງ ໄດ້ປະຕິເສດຕໍ່ຜົນການສຳຫຼວດດັ່ງກ່າວໃນ
ການຖະແຫຼງຂ່າວປະຈຳວັນວ່າ "ບໍ່ເປັນທີ່ໜ້າຖົກຖຽງ” ແລະບໍ່ໄດ້ສະທ້ອນເຖິງ
ແນວຄິດຂອງນັກຂ່າວຕ່າງປະເທດທັງໝົດ ຢູ່ໃນປະເທດຈີນ.