ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການລົງທຶນຂອງຕ່າງປະເທດ ໃນແຂວງອຸດົມໄຊ ຫຼຸດລົງກວ່າ 18 ເປີເຊັນໃນປີ 2016-2020, ແຕ່ການລົງທຶນຂອງ ຈີນ ຍັງມີທ່າອຽງເພີ່ມຂຶ້ນນັບມື້


ໂຄງການທາງລົດໄຟ ລາວ-ຈີນ.
ໂຄງການທາງລົດໄຟ ລາວ-ຈີນ.

ການລົງທຶນຂອງຕ່າງປະເທດໃນແຂວງອຸດົມໄຊ ມີມູນຄ່າຫຼຸດລົງກວ່າ 18 ເປີເຊັນໃນຊ່ວງປີ 2016-2020 ແຕ່ການລົງທຶນຂອງ ຈີນ ຍັງມີທ່າອຽງເພີ່ມຂຶ້ນນັບມື້ ໂດຍສະເພາະການລົງທຶນໃນດ້ານ ໂລຈິສຕິກ ນັ້ນ.

ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ຖະແຫຼງວ່າການລົງທຶນຂອງຕ່າງປະເທດໃນແຂວງອຸດົມໄຊ ໃນຊ່ວງປີ 2016-2020 ມີຈຳນວນທັງໝົດ 493 ໂຄງການທີ່ຄິດເປັນມູນຄ່າການລົງທຶນລວມເກີນກວ່າ 2,493 ຕື້ກີບ ຫຼຸດລົງເກີນກວ່າ 18 ເປີເຊັນເມື່ອທຽບກັບການລົງທຶນຂອງຕ່າງປະເທດໃນຊ່ວງປີ 2011-2015 ເພາະຖືກກະທົບຈາກການລະບາດຂອງພະຍາດໄວຣັສ COVID-19 ເປັນສຳຄັນ ຊຶ່ງກໍເຊັ່ນດຽວກັນກັບການລົງທຶນພາກລັດ ແລະ ທຶນຊ່ວຍເຫຼືອຈາກຕ່າງປະເທດທີ່ຈັດຕັ້ງປະຕິບັດໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ດັ່ງທີ່ທ່ານ ສົມຈິດ ໄດ້ໃຫ້ການຢືນຢັນວ່າ

“ປະຕິບັດການລົງທຶນໄດ້ທັງໝົດ 801 ໂຄງການ ມູນຄ່າ 4,898.5 ຕື້ກີບ ເທົ່າກັບ 70.6 ເປີເຊັນຂອງແຜນການ ໃນນັ້ນການລົງທຶນຂອງລັດປະຕິບັດໄດ້ 199 ໂຄງການໃນມູນຄ່າ 377.3 ຕື້ກີບ ເທົ່າກັບ 47.2 ເປີເຊັນຂອງແຜນການທຶນການຊ່ວຍເຫຼືອເພື່ອການພັດທະນາ 109 ໂຄງການມູນຄ່າ 928.1 ຕື້ກີບ ຫຼື່ນແຜນ 4 ເປີເຊັນ ດຶງດູດເອົາການລົງທຶນຂອງຕ່າງປະເທດໄດ້ 493 ໂຄງການມູນຄ່າ 2,493.1 ຕື້ກີບ.”

ແຕ່ຢ່າງໃດກໍຕາມ ໃນໄລຍະດຽວກັນນີ້ກໍປາກົດວ່າບັນດາບໍລິສັດເອກະຊົນຈາກ ຈີນ ຍັງພາກັນເຂົ້າ ມາລົງທຶນໃນແຂວງອຸດົມໄຊເພີ່ມຂຶ້ນນັບມື້ ເຖິງແມ່ນວ່າຈະມີການລະບາດຂອງໄວຣັສ COVID-19 ກໍຕາມ.​ ທັງນີ້ບັນດາບໍລິສັດ ຈີນ ໄດ້ເນັ້ນໜັກການລົງທຶນໃນພາກກະສິກຳ, ພາກບໍລິການ ແລະ ທ່ອງທ່ຽວ ທັງຍັງມີບໍລິສັດ ຈີນ ທີ່ສົນໃຈການລົງທຶນໃນດ້ານ ໂລຈິສຕິກ ອີກດ້ວຍ ເພາະວ່າເລັງເຫັນຜົນປະໂຫຍດຈາກການຂົນສົ່ງ ແລະ ການກະຈາຍສິນຄ້າທີ່ຈະສະດວກວ່ອງໄວຂຶ້ນຈາກການທີ່ທາງລົດໄຟ ລາວ-ຈີນ ໃນຊ່ວງທີ່ຜ່ານແຂວງອຸດົມໄຊ ມີໄລຍະທາງຍາວທີ່ສຸດໃນ ລາວ ດັ່ງທີ່ທ່ານ ອ່ອນແກ້ວ ອຸ່ນອາລົມ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໄດ້ໃຫ້ການຢືນຢັນວ່າ

“ສະພາບການລົງທຶນທີ່ນັກລົງທຶນສົນໃຈຢູ່ແຂວງອຸດົມໄຊເຮົານີ້ ສ່ວນໃຫຍ່ກະແມ່ນລົງທຶນທາງດ້ານກະສິກຳ, ການບໍລິການ ແລະ ການທ່ອງທ່ຽວນີ້ ແລະ ກະມີຈຳນວນນຶ່ງເຂົາເຈົ້າກະສົນໃຈມາເຮັດເລື່ອງໂລຈິສຕິກ ເພາະວ່າຢູ່ແຂວງອຸດົມໄຊເຮົາ ມັນມີທ່າແຮງອັນນຶ່ງກະຄືວ່າທາງລົດໄຟນີ້ ຜ່ານຫຼາຍກວ່າໝູ່ຫັ້ນແຫຼະໃນ 400 ກວ່າກິໂລແມັດນີ້ ທາງລົດໄຟຜ່ານແຂວງອຸດົມໄຊນີ້ກະຖືວ່າ 160 ກວ່າກິໂລແມັດ ແລະ ກະມີສະຖານີລົດໄຟຢູ່ 3 ແຫ່ງ ເພື່ອພັດທະນາເລື່ອງການຂົນສົ່ງ ເລື່ອງເຮັດໂລຈິສຕິກ ຕິດພັນກັບການທ່ອງທ່ຽວ.”

ທ່ານ ອ່ອນແກ້ວ ໝັ້ນໃຈວ່າການລົງທຶນໃນແຂວງອຸດົມໄຊຈະກັບຄືນສູ່ສະພາວະປົກກະຕິໃນໄວໆນີ້ ໂດຍສະເພາະແມ່ນການລົງທຶນຂອງນັກທຸລະກິດ ຈີນ ແລະ ໄທ ທີ່ໄດ້ດຳເນີນການສຶກສາ ແລະ ສຳຫຼວດພື້ນທີ່ເພື່ອຮອງຮັບການລົງທຶນຂະໜາດໃຫຍ່ 3 ໂຄງການສຳເລັດແລ້ວໃນປີ 2019 ທີ່ຜ່ານມາ ຈຶ່ງຄາດວ່າຈະເລີ່ມການລົງທຶນຕົວຈິງໃນປີ 2020 ນີ້ຄືໂຄງການລົງທຶນຂອງບໍລິສັດ AMATA ຈາກ ໄທ, ໂຄງການຂອງບໍລິສັດດອກງິ້ວຄຳຈາກ ຈີນ ແລະ ໂຄງການຂອງກຸ່ມບໍລິສັດບໍ່ເຕັນແດນງາມຈາກ ຈີນ ເຊັ່ນກັນ.

ສ່ວນທ່ານນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດຢືນຢັນວ່າ ປະຊາຊົນ ລາວ ຍັງບໍ່ເຫັນດີກັບໂຄງການລົງທຶນຂອງບໍລິສັດ AMATA ທີ່ຈະພັດທະນາເຂດເມືອງໃໝ່ທັນສະໄໝ ແລະ ຜະລິດສິນຄ້າກະສິກຳປອດສານພິດ ຫຼື Smart and Eco City ທີ່ເຊື່ອມຕໍ່ກັບທາງລົດໄຟ ລາວ-ຈີນ ໃນແຂວງອຸດົມໄຊນັ້ນ ເພາະເຊື່ອວ່າໂຄງການນີ້ຈະສົ່ງຜົນກະທົບຢ່າງກວ້າງຂວາງ ຈຶ່ງຮຽກຮ້ອງໃຫ້ມີການກວດກາຢ່າງຮອບຄອບກ່ອນຈະມີການອະນຸຍາດໃຫ້ສຳປະທານໂຄງການ.

ທັງນີ້ບໍລິສັດ AMATA ຈະພັດທະນາເມືອງທັນສະໄໝ ແລະ ເຂດພັດທະນາກະສິກຳສະອາດຢູ່ໃນພື້ນທີ່ 5,000 ເຮັກຕາ. ສ່ວນບໍລິສັດດອກງິ້ວຄຳຈາກ ຈີນ ຊຶ່ງໃນປັດຈຸບັນກໍເປັນເຈົ້າຂອງສຳປະ ທານເຂດເສດຖະກິດພິເສດສາມຫຼ່ຽມຄຳໃນແຂວງບໍ່ແກ້ວດ້ວຍນັ້ນ ກໍຈະລົງທຶນພັດທະນາເມືອງໃໝ່ທີ່ເຊື່ອມຕໍ່ກັບສະຖານີລົດໄຟ 9 ແຫ່ງໃນເຂດແຂວງອຸດົມໄຊ ແລະ ບໍລິສັດບໍ່ເຕັນແດນງາມ ຈະລົງທຶນພັດທະນາເຂດເສດຖະກິດພິເສດພູຫຼັກຄຳທີ່ເມືອງນາໝໍ້ ແລະ ພັດທະນາເມືອງໃໝ່ບົນເນື້ອທີ່ 3,000 ເຮັກຕາຢູ່ທີ່ອ່າງນໍ້າໃນເຂດເມືອງໄຊ, ແຂວງອຸດົມໄຊ ຕາມລຳດັບ.

XS
SM
MD
LG