ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດຕ່າງຊາດ ລົງທຶນ 4 ພັນກວ່າລ້ານ ໂດລາ ໃນເຂດ ເສດຖະກິດພິເສດ ຂອງລາວ


ພິທີວາງສິລາເລິກ ເພື່ອເລີ່ມການພັດທະນາ ເຂດເສດຖະກິດສະ ເພາະບຶງທາດຫຼວງ ຊຶ່ງເປັນນຶ່ງໃນຫຼາຍເຂດເສດຖະກິດສະເພາະ
ພິທີວາງສິລາເລິກ ເພື່ອເລີ່ມການພັດທະນາ ເຂດເສດຖະກິດສະ ເພາະບຶງທາດຫຼວງ ຊຶ່ງເປັນນຶ່ງໃນຫຼາຍເຂດເສດຖະກິດສະເພາະ
ບັນດາ​ ບໍລິສັດ​ຕ່າງ​ຊາດ​ ໄດ້​ພາກັນ​ລົງທຶນ​ ໃນ​ເຂດ​ເສດຖະກິດ​
ພິ​ເສດ ​ແລະ​ເຂດ​ເສດຖະກິດສະ​ເພາະທັງ​ສິບ​ແຫ່ງໃນ​ລາວ ຄິດ​
ເປັນ​ມູນ​ຄ່າ​ລວມຫຼາຍກວ່າ 4,260 ລ້ານ​ໂດ​ລ່າ​ແລ້ວ ​ໂດຍ​ສ່ວນ​
ໃຫຍ່​ເປັນການ​ລົງທຶນ​ຂອງ​ຈີນ.


ກະຊວງ​ແຜນການ​ ແລະ​ການ​ລົງ​ທຶນ ລາຍ​ງານ​ວ່າ ການ​ລົງທຶນ​
ຂອງ​ບັນດາບໍລິສັດ​ຕ່າງຊາດ​ຢູ່​ໃນ​ເຂດ​ເສດຖະກິດ​ພິ​ເສດ ​ແລະ
​ເຂດ​ເສດຖະກິດ​ສະເພາະ​ໃນ​ລາວ ທີ່​ມີ​ຢູ່ 10 ​ແຫ່ງ​ ໃນບັດ​ຈຸ​ບັນ​ນີ້ ມີ​ມູນ​ຄ່າ​ລວມກັນ​ເກີນ​
ກວ່າ 4,260 ລ້ານ​ໂດ​ລ່າ ​ໂດຍ​ເຂດ​ທີ່​ມີ​ການ​ລົງທຶນ​ຫຼາຍ​ທີ່ສຸດ ​ກໍ​ແມ່ນ​ເຂດ​ເສດຖະກິດ​
ພິ​ເສດ​ສາມຫຼ່ຽມ​ຄໍາ​ຢູ່​ໃນ​ເມືອງ​ຕົ້ນ​ເຜີ້ງ ​ແຂວງ​ບໍ່​ແກ້ວ ຊຶ່ງ​ມີ​ບໍລິສັດຕ່າງ​ຊາດ​ເຖິງ 20 ບໍລິ
ສັດ​ແລ້ວ ​ທີ່​ໄດ້​ເຂົ້າ​ໄປລົງທຶນ​ຢູ່​ໃນ​ເຂດ​ດັ່ງກ່າວ ​ແລະ​ທັງ​ໝົດ​ກໍ​ເປັນບໍລິສັດ​ເອກ​ກະ​ຊົນ​
ຈາກ​ປະ​ເທດ​ຈີນ ​ເນື່ອງ​ຈາກ​ວ່າ​ ກຸ່ມ​ລົງທຶນ​ພັດທະນາ​ເຂດ​ເສດຖະກິດ​ພິ​ເສດ​ສາມຫຼ່ຽມ
ຄໍານັ້ນ ​ເປັນ​ບໍລິສັດ​ເອກ​ກະ​ຊົນ​ຈາກ​ປ​ະ​ເທດ​ຈີນ.

ສ່ວນ​ເຂດ​ເສດຖະກິດ​ສະ​ເພາະ​ບໍ່​ເຕັນ​ແດນ​ງາມ ຊຶ່ງ​ຕັ້ງ​ຢູ່​ຊາຍ​ແດນ​ລະຫວ່າງ​ລາວ​ກັບຈີນ ​
ໃນ​ເຂດ​ແຂວງ​ຫຼວງ​ນໍ້າ​ທາ​ນັ້ນ ກໍ​ເປັນ​ອີກ​ເຂດ​ນຶ່ງ​ທີ່​ເປັນ​ການ​ລົງທຶນ​ຂອງ​ກຸ່ມ​ບໍລິສັດ​ຈາກ
ປະເທດ​ຈີນ ​ເຊັ່ນ​ດຽວ​ກັນ ​ໂດ​ຍ​ໃນ​ປັດຈຸບັນ​ ກຸ່ມ​ຜູ້​ລົງທຶນ​ກໍາ​ລັງ​ກໍ່ສ້າງ​ສາງ​ສິນຄ້າ ​ແລະສູນ
ກັກ​ກັນ​ພືດ​ ອັນ​ເປັນ​ສ່ວນ​ນຶ່ງຂອງ​ແຜນການ​ພັດທະນາ​ໃຫ້​ເປັນ​ເຂດ​ການ​ຄ້າ ​ແລະການບໍ
ລິການ ຢ່າງ​ຄົບ​ວົງ​ຈອນ ທີ່​ຈະໃຊ້​ເງິນ​ລົງທຶນ​ ເຖິງ 500 ລ້ານ​ໂດ​ລ່າ. ​

ໂດຍ​ກ່ອນ​ໜ້າ​ນີ້ ທາງ​ການ​ລາວ​ກໍ​ມີຄໍາ​ສັ່ງ​ໃຫ້​ປິດ​ບ່ອນ​ກາສິ​ໂນ​ຢູ່​ໃນ​ເຂດ​ເສດຖະກິດ​ສະ​
ເພາະ​ບໍ່​ເຕັນ​ແດນ​ງາມ​ໄປ​ແລ້ວ ຊຶ່ງ​ມີ​ສາເຫດມາ​ຈາກ​ບັນຫາ​ຍໍ່​ທໍ້​ທີ່​ເກີດ​ຂຶ້ນພາຍ​ໃນ​ບ່ອນ​
ກາສິ​ໂນ​ດັ່ງກ່າວ ທັງ​ກໍຍັງ​ໄດ້​ກາຍ​ເປັນສາ​ເຫດເຮັດ​ໃຫ້​ທາງ​ການ​ລາວ​ຕ້ອງ​ດໍາ​ເນີນ​ການ​
ທົບ​ທວນ​ແຜນການ​ສ້າງ​ຕັ້ງ​ເຂດ​ເສດຖະກິດ​ພິ​ເສດ ​ແລະ​ເຂດ​ເສດຖະກິດສະ​ເພາະ​ອີກ​
ເທື່ອ​ໃໝ່​ຢ່າງຮອບຄອບ​ອີກ​ດ້ວຍ.

ກາສິ​ໂນ kings' Roman ​ຢູ່​ໃນ​ເຂດ​ເສດຖະກິດພິເສດ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
ກາສິ​ໂນ kings' Roman ​ຢູ່​ໃນ​ເຂດ​ເສດຖະກິດພິເສດ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ທັງ​ນີ້​ ໂດຍ​ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະ
ມົນຕີ ຜູ້ຊີ້​ນໍາ​ວຽກ​ງານ ດ້ານ​ເສດຖະກິດ​ ຂອງ​ລັດຖະບານ​ລາວ
​ແລະ​ປະທານ​ຄະນະ​ກໍາມະການ​ຄຸ້ມ​ຄອງ​ເຂດ​ເສດຖະກິດພິ​ເສດ
​ແລະ​ເຂດ​ເສ​ດຖະກິດສະ​ເພາະ​ແຫ່ງ​ຊາດ ​ໄດ້​ໃຫ້ການ​ຊີ້​ແຈງ​ກັບ
​ວີ​ໂອ​ເອວ່າ ການ​ຄຸ້ມ​ຄອງເຂດ​ເສດຖະກິດ ທັງ 10 ​ແຫ່ງ​ ໃນ​ປັດຈຸ
ບັນ​ນີ້ ​ໄດ້​ດໍາ​ເນີນ​ໄປ​ພາຍ​ໃຕ້​ສະ​ພາວະ ​ທີ່​ຍັງ​ບໍ່​ມີ​ຄວາມຊັດ​ເຈນ
ໃນ​ບາງ​ດ້ານ ຕົວຢ່າງ​ກໍ​ຄື​ການ​ທີ່​ອະນຸຍາດ​ໃຫ້​ມີ​ບ່ອນ​ກາສິ​ໂນ​ຢູ່​
ໃນ​ເຂດ​ເສດຖະກິດ​ສະເພາະ​ບໍ່​ເຕັນ​ແດນ​ງາມ​ນັ້ນ ​ໄດ້​ເກີດ​ບັນຫາ​
ອາ​ຊະ​ຍາ​ກໍາ​ຫຼາຍ​ຂຶ້ນນັບ​ມື້ ຊຶ່ງ​ກໍ​ເຮັດ​ໃຫ້​ທາງ​ການລາວ​ຕ້ອງ​ສັ່ງ
​ປິດ​ບ່ອນ​ກາສິ​ໂນ​ດັ່ງກ່າວ​ ເປັນ​ເວລາ​ກວ່າ 1 ປີ​ມາ​ແລ້ວ.

ຍິ່ງ​ໄປ​ກວ່າ​ນັ້ນ ​ບັນຫາ​ດັ່ງກ່າ ​ຍັງ​ເຮັດ​ໃຫ້​ທາງ​ການ​ລາວ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ບໍ່​ອະນຸຍາດ
​ໃຫ້​ມີ​ບ່ອນ​ກາສິ​ໂນ​ຢູ່​ໃນ​ເຂດ​ເສດຖະກິດ​ພິ​ເສດ ທີ່​ຈະ​ສ້າງ​ຕັ້ງ​ຂື້ນ​ໃໝ່ ​ໃນ​ລະຍະ​ຕໍ່​ໄປ​ອີກ​
ດ້ວຍ ​ໂດຍ​ຈະ​ອະນຸຍາດ​ໃຫ້​ມີ​ບ່ອນ​ກາສິ​ໂນ ໄດ້​ສະ​ເພາະ​ເຂດ​ທີ່​ມີ​ຢູ່​ແລ້ວ​ເທົ່າ​ນັ້ນ ດັ່ງ​ທີ່
ທ່ານ​ສົມ​ສະຫວາດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ຍ້ອນ​ວ່າ​ກາສິ​ໂນ​ມັນເກີດ​ເລຶ່ອງກັນ ມີ​ການ​ຂ້າ​ກັນ​ແດ່ ອີສັງ​ກັນ​ແດ່ ​ແລ້ວ​ລັດຖະ
ບານ​ເຫັນ​ວ່າ​ມັນ​ເປັນ​ການ​ກະທົບກະ​ເທືອ​ນ​ເຖິງ​ການ​ພົວພັນ​ລາວ​ກັບ​ຈີນ ຈຶ່ງ​ໄປ​
ເຈລະຈາ​ກັບ​ຜູ້​ພັດທະນາ​ຫັ້ນ​ ​ແລະ​ໃນ​ທີ່​ສຸດ​ເຂົາ​ເຈົ້າກະ​ເຫັນ​ດີ​ວ່າ ຍົກ​ເລີກ​ບໍ່​ໃຫ້​
ມີ​ກາສິ​ໂນ ສະ​ນັ້ນ ລັດຖະບານ​ຈຶ່ງ​ເວົ້າ​ວ່າ ຢຸດ​ໄວ້​ກ່ອນ​ວ່າ​ຈັ່ງ​ຊັ້ນ​ສາ ​ແຕ່​ວ່າ​ອັນ
​ທີ່​ມີ​ແລ້ວ​ ກະ​ຈໍາ​ເປັນ​ຕ້ອງປະຕິບັດ​ຕາມ​ສັນຍາ ​ເມື່ອ​ໝົດ​ສັນຍາ​ແລ້ວ ​ແລ້ວ​ກະ​

ບໍ່​ຂະຫຍາຍ​ໃໝ່ ເຂົາວ່າ​ແນວ​ນັ້ນ​ແຫຼະ.”

​ແຕ່​ຢ່າງໃດ​ກໍ​ຕາມ ທາງ​ການລາວ​ກໍ​ໄດ້​ວາງ​ແຜນການ​ທີ່​ຈະ​ສ້າງ​ຕັ້ງ​ເຂດ​ເສ​ດຖະກິດ​ໃຫ້ໄດ້ ​
ບໍ່​ໜ້ອຍ​ກວ່າ 20 ​ແຫ່ງ​ພາຍ​ໃນ​ປີ 2015 ​ໂດຍ​ເຂດ​ທໍາອິດ​ກໍ​ແມ່ນ​ເຂດ​ເສດຖະກິດພິ​ເສດ
​ສະຫວັນ-​ເຊ​ໂນ​ໃນ​ແຂວງ​ສະຫວັນ​ນະ​ເຂດ​ ທີ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2003 ຕິດຕາມ​ດ້ວຍເຂດ​
ເສດຖະກິດ​ສະ​ເພາະ​ບໍ່​ເຕັນ​ແດນ​ງາມ​ ຢູ່​ແຂວງ​ຫຼວງ​ນໍ້າ​ທາ ທີ່​ສ້າງຕັ້ງຂຶ້ນ​ໃນ​ປີດ​ຽວກັນ ແຕ່
​ທີ່ຖື​ວ່າ​ໄດ້​ມີ​ການ​ພັດທະນາ​ຢ່າງ​ໄວວາ​ທີ່​ສຸດ ກໍ​ແມ່ນ​ເຂດ​ເສດຖະກິດ​ພິເສດສາມຫຼ່ຽມ​ຄໍາ
ທີ່ເມືອ​ງຕົ້ນ​ເຜີ້ງ ​ໃນ​ເຂ​ວງບໍ່​ແກ້ວ​ດັ່ງກ່າວ.

ສ່ວນ​ນະຄອນ​ວຽງ​ຈັນ ກໍ​ມີ​ຢູ່​ເຖິງ 5 ເຂດ ຄື​ນິຄົມ​ອຸດສາຫະກໍາແລະ​ການ​ຄ້າ ​ວຽງຈັນ-ໂນນ
ທອງ ​ເຂດ​ເສດຖະກິດ​ສະ​ເພາະ​ດົງ​ໂພ​ສີ ​ເຂດ​ເສດຖະກິດ​ສະ​ເພາະ​ລ່ອງ​ແຖງ-ວຽງ​ຈັນ ​ແລະ​ເຂດ​ພັດທະນາ​ກວມ​ລວມ​ໄຊ​ເສດ​ຖາ. ສ່ວນ​ທີ່​ເຂດ​ທີ່ 5 ນັ້ນ ​ເປັນ​ເຂດ​ທີ່​ສ້າງ​ຕັ້ງ​ຂຶ້ນໃໝ່
ກໍ​ຄືເຂດ​ເສດຖະກິດ​ສະ​ເພາະ​ບຶງ​ທາດ​ຫຼວງ ທີ່​ເປັນ​ການ​ລົງທຶນ​ຂອງ​ກຸ່ມ​ບໍລິສັດ​ຈາກ​ຈີນ​ ອີກ​ເຂດ​ນຶ່ງ.

ນອກຈາກ​ນີ້ ລັດຖະບານ​ລາວ​ຍັງ​ໄດ້ວາງ​ເປົ້າໝາຍ​ທີ່​ຈະ​ສ້າງ​ຕັ້ງ​ເຂດ​ເສດຖະກິດ​ພິ​ເສດ ​
ແລະ​ເຂດ​ເສດຖະກິດ​ສະ​ເພາ​ະ​ໃນ​ແຂວງ​ຕ່າງໆ ​ໃຫ້​ໄດ້​ທັງ​ໝົດ 41 ​ແຫ່ງ​ໃນ​ທົ່ວ​ປະ​ເທດ​
ອີກ​ດ້ວຍ ຫາກ​ແຕ່​ ກໍ​ຍັງ​ບໍ່ມີ​ການ​ກໍາໜົດ​ຢ່າງ​ຊັດ​ເຈນ​ວ່າ ຈະ​ດໍາ​ເນີນ​ການ​ໃຫ້​ບັນລຸ​ເປົ້າ
ໝາຍ​ດັ່ງກ່າວ ​ໄດ້ຢ່າງ​ແທ້​ຈິງ​ ເມື່ອ​ໃດ​ແທ້.
XS
SM
MD
LG