ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຕ່າງຊາດ ມີພື້ນທີ່ສຳປະທານປູກຕົ້ນໄມ້ ເຖິງ 486,600 ເຮັກຕາ ຢູ່ໃນ ລາວ


ປ່າສະຫງວນແຫ່ງຊາດ ນາກາຍ, ແຂວງຄຳມ່ວນ, ສປປ ລາວ.
ປ່າສະຫງວນແຫ່ງຊາດ ນາກາຍ, ແຂວງຄຳມ່ວນ, ສປປ ລາວ.

ບໍລິສັດຕ່າງຊາດມີພື້ນທີ່ສຳປະທານປູກຕົ້ນໄມ້ຄິດເປັນເນື້ອທີ່ລວມເຖິງ 486,600 ເຮັກ
ຕາຢູ່ໃນ ລາວ ໂດຍລັດຖະມົນຕີ ລາວ ຢືນຢັນວ່າ ຈະເພີ່ມການປົກຫຸ້ມຂອງປ່າໄມ້ໃຫ້
ເຖິງ 70 ເປີເຊັນ ຂອງພື້ນທີ່ໃຫ້ໄດ້ໃນປີ 2020.

ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ຖະແຫຼງວ່າ ສະ
ພາບປ່າໄມ້ໃນ ລາວ ໃນປັດຈຸບັນນີ້ມີຄວາມໜາແໜ້ນ ຫຼື ການປົກຫຸ້ມຄິດເປັນ 67.2 ເປີ
ເຊັນຂອງພື້ນທີ່ທັງໝົດໃນທົ່ວປະເທດ ຫຼື ມີເນື້ອທີ່ປະມານ 15.91 ລ້ານເຮັກຕາ ໃນນີ້
ແບ່ງເປັນປ່າປ້ອງກັນ 7.98 ລ້ານເຮັກຕາ, ປ່າສະຫງວນ 4.93 ລ້ານເຮັກຕາ, ປ່າຜະລິດ
3.1 ລ້ານເຮັກຕາ ແລະ ປ່າໄມ້ທີ່ປູກໂດຍບັນດາບໍລິສັດຕ່າງຊາດທີ່ໄດ້ຮັບສຳປະທານທີ່
ດິນຈາກລັດຖະບານ ລາວ ໃນພື້ນທີ່ລວມ 486,600 ເຮັກຕາ ອັນເຮັດໃຫ້ຈະຕ້ອງດຳເນີນ
ມາດຕະການເພີ່ມພື້ນທີ່ປ່າໄມ້ໃຫ້ໄດ້ອີກ 584,000 ເຮັກຕາ ຄິດເປັນ 2.8 ເປີເຊັນຂອງ
ພື້ນທີ່ທັງໝົດ ເພື່ອທີ່ຈະເຮັດໃຫ້ບັນລຸເປົ້າໝາຍການເພີ່ມການປົກຫຸ້ມຂອງປ່າໄມ້ໃຫ້ເຖິງ
70 ເປີເຊັນຂອງພື້ນທີ່ທັງໝົດໃນປີ 2020.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນກໍບໍ່ແມ່ນ
ເລື່ອງງ່າຍ ເພາະວ່າປ່າໄມ້ທີ່ປູກໃນເຂດສຳປະທານຂອງບໍລິສັດຕ່າງຊາດນັ້ນ ເປັນສິດ
ຂອງບໍລິສັດຕ່າງຊາດ ທີ່ຈະຕັດເພື່ອນຳມາແປຮູບເປັນຜະລິດຕະພັນສຳເລັດຮູບ ເພື່ອ
ຕອບສະໜອງພາຍໃນ ລາວ ແລະ ສົ່ງອອກໄປຕ່າງປະເທດໄດ້ຕາມສັນຍາສຳປະທານ
ພ້ອມກັນນັ້ນ ລັດຖະບານ ລາວ ຍັງຈະຕ້ອງປາບປາມການລັກລອບຕັດໄມ້ຢ່າງເດັດຂາດ
ອີກດ້ວຍ ດັ່ງທີ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫຼງຢືນຢັນວ່າ

“ລັດຖະບານໄດ້ເປີດໂອກາດໃຫ້ຜູ້ປູກໄມ້ສາມາດນຳໃຊ້ໄມ້ປູກຂອງຕົນເອງ ເພື່ອມາຜະ
ລິດເປັນສິນຄ້າຜະລິດເປັນສຳເລັດຮູບເພື່ອສົ່ງຂາຍ ຫຼືວ່າໃຊ້ພາຍໃນປະເທດຂອງພວກ
ເຮົາ ລວມທັງໄມ້ທີ່ພວກເຮົາຍຶດເອົາມາ ຫຼືວ່າອັນຖືກຕ້ອງແລ້ວຂາຍເຂົ້າໂຮງງານ ກໍຕ້ອງ
ຜະລິດເປັນຜະລິດຕະພັນສຳເລັດຮູບ ເພື່ອສົ່ງອອກໄດ້ ແລະ ເວລາດຽວກັນນັ້ນ ຕ້ອງ
ສະກັດກັ້ນເລື່ອງການໄປຕັດໄມ້ທຳມະຊາດເພື່ອສົ່ງອອກໄມ້ທ່ອນ ຕ້ອງສະກັດກັ້ນສຸດ
ຂີດ.”

ທັງນີ້ໜ່ວຍສະເພາະກິດຂອງລັດຖະບານ ລາວ ໄດ້ຈັດຕັ້ງປະຕິບັດຄຳສັ່ງນາຍົກລັດຖະ
ມົນຕີ ເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດ ນັບ
ຈາກເດືອນພຶດສະພາ 2016 ເປັນຕົ້ນມາ ແລະ ໄດ້ມີຄຳສັ່ງປິດໂຮງງານປຸງແຕ່ງໄມ້ທີ່ລະ
ເມີດຄຳສັ່ງດັ່ງກ່າວນີ້ແລ້ວ 1,545 ແຫ່ງຈາກການກວດກາທັງໝົດ 2,857 ແຫ່ງ ໃນນີ້
ເປັນໂຮງງານປຸງແຕ່ງໄມ້ຂະໜາດໃຫຍ່ ແລະ ຂະໜາດກາງ 355 ແຫ່ງ ແລະ ໂຮງງານ
ຂະໜາດນ້ອຍ 1,190 ແຫ່ງ ພ້ອມກັນນັ້ນຍັງກວດພົບການລະເມີດຄຳສັ່ງເລກທີ 15/ນຍ
ເຖິງ 630 ກໍລະນີ ຈັບຜູ້ກະທຳຜິດໄດ້ 700 ຄົນລວມເຖິງພະນັກງານລັດດ້ວຍ 421 ຄົນ
ແລະ ສັ່ງປິດໂຮງເລື່ອຍ 1,206 ແຫ່ງ.

ການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ດັ່ງກ່າວ ນອກຈາກຈະມີເປົ້າໝາຍເພື່ອເພີ່ມ
ການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 37,000 ເຮັກຕາຕໍ່ປີ ໂດຍແນໃສ່ການເພີ່ມການປົກຫຸ້ມ
ຂອງປ່າໄມ້ໃຫ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດຕາມແຜນຍຸດທະສາດປ່າໄມ້ແຫ່ງຊາດ
ເຖິງປີ 2020 ດ້ວຍການຊຸກຍູ້ໃຫ້ປູກຕົ້ນໄມ້ໃນເຂດອ່າງນໍ້າໃນເຂດເຂື່ອນໄຟຟ້າ ແລະ
ເຂດຊົນລະປະທານຕ່າງໆ ລວມທັງຈະຕ້ອງຍຸຕິການຖາງປ່າເຮັດໄຮ່ໃຫ້ໄດ້ຢ່າງສິ້ນເຊີງ
ດ້ວຍແລ້ວ ກໍຍັງແນໃສ່ການພັດທະນາຜະລິດຕະພັນໄມ້ຂອງລາວ ໃຫ້ໄດ້ມາດຕະຖານ
ແລະ ເປັນທີ່ຍອມຮັບໃນຕະຫຼາດຕ່າງປະເທດ.

ສະເພາະໃນປີ 2018 ລັດຖະບານ ລາວ ໄດ້ມີຄຳສັ່ງປິດໂຮງງານໄມ້ທີ່ບໍ່ໄດ້ມາດຕະຖານ
952 ແຫ່ງ ແລະ ນຳໄມ້ທີ່ຍຶດໄດ້ອອກປະມູນຂາຍໄດ້ໃນມູນຄ່າລວມ 51 ກວ່າຕື້ກີບ ແຕ່
ກໍຍັງມີການລັກລອບຕັດໄມ້ເກີດຂຶ້ນຢູ່ເລື້ອຍມາ ໂດຍນັກທຸລະກິດໄມ້ໄດ້ວ່າງຈ້າງປະຊາ
ຊົນໃນທ້ອງຖິ່ນໃຫ້ລັກລອບຕັດໄມ້ໃຫ້ກັບພວກຕົນ ທັງນີ້ໂດຍອົງການອະນຸລັກສິ່ງແວດ
ລ້ອມ Global Witness ລາຍງານວ່າພື້ນທີ່ໆມີການລັກລອບຕັດໄມ້ຫຼາຍທີ່ສຸດໃນ ລາວ
ກໍຄືເຂດຊາຍແດນ ລາວ ທີ່ຕິດຕໍ່ກັບຊາຍແດນ ຫວຽດນາມ ແລະ ຈີນ ໂດຍສະເພາະກໍ
ແມ່ນເຂດແຊວງຜົ້ງສາລີ ແລະ ຫຼວງນໍ້າທາ ນັ້ນ ກໍຄືເຂດທີ່ມີການລັກລອບຕັດໄມ້ ແລະ
ຂົນສົ່ງໄປ ຈີນ ສ່ວນແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ
ແລະ ອັດຕະປືນັ້ນ ກໍເປັນເຂດທີ່ມີການລັກລອບຕັດໄມ້ ແລະ ຂົນສົ່ງໄປຫວຽດນາມ ລວມ
ເຖິງເຂດປ່າສະຫງວນແຫ່ງຊາດນາກາຍ ພາຍໃນແຂວງຄຳມ່ວນ ທີ່ໄດ້ມີການວ່າຈ້າງປະ
ຊາຊົນ ລາວ ໃນທ້ອງຖິ່ນໃຫ້ລັກລອບຕັດໄມ້ ແລະ ລັກລອບຂົນສົ່ງໄປຊາຍແດນ ຫວຽດ
ນາມ ໃນຕອນກາງຄືນນັ້ນຍັງເກີດຂຶ້ື້ນຢູ່ເລື້ອຍມາ.

XS
SM
MD
LG