ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ມີນາ ໒໐໒໔

ຢາ​ເສບ​ຕິດ​ຕ່າງ​ປະ​ເທດ, ກຸ່ມ​ກະ​ບົດ ເຮັດ​ໃຫ້ ຟີ​ລິບ​ປິນ ເສີມ​ຂະ​ຫຍາຍ​ ການ​ປ້ອງ​ກັນ​ປະ​ເທດ


ລັດ​ຖະ​ມົນ​ຕີ​ໂຍ​ທາ ຟີ​ລິບ​ປິນ ທ່ານ ອາ​ເທີ ຕູ​ກາ​ເດ ກວດ​ກາ​ລະ​ບົບ​ອາ​ວຸດ​ 50-caliber ທີ່​ໃຊ້​ຣີ​ໂມດ​ຄວບ​ຄຸມ ເຊິ່ງ​ຕິດ​ຕັ້ງ​ໃສ່​ກຳ​ປັ່ນ​ຍາມ​ຊາຍ​ຝັ່ງ ອະ​ເໜກ​ປະ​ສົງ BRP ທັບ​ບາ​ຕາ​ຮາ ຂອງ ຟີ​ລິບ​ປິນ ໃນ​ລະ​ຫວ່າງ​ການ​ສະ​ເຫຼີມ​ສະຫຼອງວັນ​ຄົບ​ຮອບ 118 ປີ​ຂອງ​ເຂົາ​ເຈົ້າ.
ລັດ​ຖະ​ມົນ​ຕີ​ໂຍ​ທາ ຟີ​ລິບ​ປິນ ທ່ານ ອາ​ເທີ ຕູ​ກາ​ເດ ກວດ​ກາ​ລະ​ບົບ​ອາ​ວຸດ​ 50-caliber ທີ່​ໃຊ້​ຣີ​ໂມດ​ຄວບ​ຄຸມ ເຊິ່ງ​ຕິດ​ຕັ້ງ​ໃສ່​ກຳ​ປັ່ນ​ຍາມ​ຊາຍ​ຝັ່ງ ອະ​ເໜກ​ປະ​ສົງ BRP ທັບ​ບາ​ຕາ​ຮາ ຂອງ ຟີ​ລິບ​ປິນ ໃນ​ລະ​ຫວ່າງ​ການ​ສະ​ເຫຼີມ​ສະຫຼອງວັນ​ຄົບ​ຮອບ 118 ປີ​ຂອງ​ເຂົາ​ເຈົ້າ.

ການ​ສົ່ງ​ກຳ​ປັ່ນ​ຍາມ​ຊາຍ​ຝັ່ງ ຟີ​ລິບ​ປິນ ສອງ​ລຳ​ໄປ​ທະ​ເລ ຊູ​ລູ ທຳ​ມະ​ດາ​ແລ້ວ​ອາດ​ລົງ​ທະ​ບຽນ​ເພື່ອ​ໃຫ້​ມີ​ແສງ​ແວັບ​ວັບ​ຢູ່​ເທິງ​ຈໍ​ເຣ​ດາ​ຂອງ​ການ​ເຂື່ອນ​ໄຂ​ທາງ​ທະ​ເລ​ຂອງ​ໂລກ. ແຕ່​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ ແລະ ການ​ສະ​ໜັບ​ສະ​ໜູນ​ໃຫ້​ກຸ່ມ​ກະ​ບົດ​ມຸ​ສ​ລິມ​ຫົວ​ຮຸນ​ແຮງ ຂ້າມ​ທະ​ເລຈາກ​ປະ​ເທດ​ອື່ນ​ເຂົ້າ​ໄປ​ໃນ ຟີ​ລິບ​ປິນ ແມ່ນ​ສອງ​ຢ່າງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ດີ້ນ​ຮົນ​ເພື່ອ​ສະ​ກັດ​ກັ້ນ. ກອງ​ທັບ​ເຮືອ ຈີນ ໄດ້​ມີ​ຄວາມ​ແຂງ​ແກ່ນ​ຂຶ້ນກວ່າ​ເກົ່າ​ຢູ່​ຫ່າງ​ອອກ​ໄປ​ເຊັ່ນ​ກັນ, ແລະ ຈີນ ກໍ​ຂັດ​ແຍ້ງ ກ່ຽວ​ກັບ ເຂດແດນ​ໃນ​ທະ​ເລກັບ ຟີ​ລິບ​ປິນ ດ້ວຍ.

ຟີ​ລິບ​ປິນ ຕາມ​ປະ​ຫວັດ​ສາດ​ແລ້ວ​ມີ​ການ​ປ້ອງ​ກັນ​ທີ່​ອ່ອນ​ແອ, ໂດຍ​ສະ​ເພາະ​ໃນ​ທະ​ເລ. ຂໍ້ມູນການ​ຄົ້ນ​ຄວ້າ​ຈາກ​ເວັບ​ໄຊ້ GlobalFirePower.com ໄດ້​ຈັດ​ໃຫ້​ກອງ​ກຳ​ລັງ​ຕິດ​ອາ​ວຸ​ດ​ຂອງ ຟີ​ລິບ​ປິນ ຢູ່​ທີ່​ອັນ​ດັບ​ທີ 64 ໃນ​ໂລກ. ປະ​ເທດ​ທີ່​ຢູ່​ໃກ້​ຄຽງ​ເຊັ່ນ ຈີນ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ໄຕ້​ຫວັນ ແລະ ຫວຽ​ດ​ນາມ ທັງ​ໝົດ​ມີ​ອັນ​ດັບ​ສູງກວ່າ.

ບັນ​ດາ​ນັກ​ວິ​ເຄາະ​ເຊື່ອ​ວ່າ ການ​ລາດ​ຕະ​ເວດ​ທະ​ເລ ຊູ​ລູ ຂອງ​ລັດ​ຖະ​ບານ ມະ​ນີ​ລາ, ເຊິ່ງ​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ທີ 18 ພະ​ຈິກ​ທີ່​ຜ່ານ​ມາ ແລະ ຈະ​ຄວບ​ຄຸມ​ທະ​ເລ​ຈີນ​ໃຕ້​ທີ່​ຢູ່​ກົງ​ກັນ​ຂ້າມ​ດ້ວຍ​ນັ້ນ, ໄດ້​ສະ​ແດ​ງ​ໃຫ້​ເຫັນ​ວ່າ​ປະ​ເທດ​ດັ່ງ​ກ່າວ ແມ່ນ​ພ້ອມ​ຢ່າງ​ເປັນ​ພິ​ເສດ​ໃນ​ປັດ​ຈຸ​ບັນ​ນີ້ ເພື່ອ​ຂະ​ຫຍາຍ​ການ​ປ້ອງ​ກັນ​ປະ​ເທດ. ຄວາມ​ຮ້າຍ​ແຮງ​ຂອງ​ບັນ​ຫາ​ຕ່າງໆ​ ທີ່​ໄປ​ເຖິງ​ປະ​ເທດ​ໝູ່​ເກາະ​ນັ້ນ​ຈາກ​ຕ່າງ​ປະ​ເທດ ແມ່ນ​ໄດ້​ເຮັດ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່​ມີ​ກຳ​ລັງ​ໃຈຫຼາຍ​ເປັນ​ພິ​ເສດ, ອີງ​ຕາມ​ການ​ກ່າວ​ຂອງ​ເຂົາ​ເຈົ້າ.

ທ່ານ ແອ​ຣອນ ຣາ​ເບ​ນາ, ນັກ​ຄົ້ນ​ຄວ້າ​ຢູ່​ມູນ​ນິ​ທິ ເສັ້ນ​ທາງ​ເພື່ອ​ຄວາມ​ກ້າວ​ໜ້າ ອາ​ເຊຍ-ປາ​ຊີ​ຟິກ, ເຊິ່ງ​ແມ່ນ​ອົງ​ກາ​ນ​ຄົ້ນ​ຄວ້າ​ໃນ​ນະ​ຄອນຫຼວງ ມະ​ນີ​ລາ ໄດ້​ກ່າວ​ວ່າ “ຖ້າ​ມັນ​ບໍ່​ຖືກ​ເຮັດ​ໃຫ້​ແລ້ວ​ໄວ, ພວກ​ເຮົາ​ຈະ​ບໍ່​ມີ​ກອງ​ກຳ​ລັງຍັບ​ຢັ້ງ​ຕິດ​ອາ​ວຸດ ຫຼື ຍາມ​ຊາຍ​ຝັ່ງທີ່​ໜ້າ​ເຊື່ອ​ຖືຫຼາຍ, ສະ​ນັ້ນ​ພວກ​ເຮົາ​ຕ້ອງ​ໄດ້​ໃຊ້​ເງິນເພື່ອ​ປັບ​ປຸງ​ສະ​ຖ​ະ​ການ​ທີ່ບໍ່​ດີ.”

ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ ໂຣດ​ຣິ​ໂກ ດູ​ເຕີ​ເຕ ໄດ້​ກ່າວ​ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ​ວ່າ ການ​ໃຊ້ຢາ​ເສບ​ຕິດໄດ້​ຮ້າຍ​ແຮງ​ຂຶ້ນ​ໃນ​ສ່ວນ​ນຶ່ງ ຍ້ອນ​ຢາ​ດັ່ງ​ກ່າວ​ໄດ້​ຖືກ​ລັກ​ລອບ​ນຳ​ເຂົ້າ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ເວັບ​ໄຊ້​ຂ່າວ​ພາຍ​ໃນ​ປະ​ເທດ Philstar Global. ທ່ານ​ໄດ້​ສາ​ບານ​ໃນ​ເວ​ລາ​ຖືກ​ເລືອກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ປີ 2016 ວ່າ​ຈະ​ລົບ​ລ້າງ​ຢາ​ເສບ​ຕິດ, ແລະ ຜູ້​ວິ​ຈານ​ທ່ານ​ໄດ້​ເວົ້າ​ວ່າ ຜູ້​ຕ້ອງ​ສົງ​ໄສ​ກ່ຽວ​ກັບ​ຢາ​ເສບ​ຕິດ​ໄດ້​ຖືກ​ຂ້າ​ຕາຍ​ແລ້ວ​ໂດຍບໍ່​ໄດ້​ຖືກ​ດຳ​ເນີນ​ຄະ​ດີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG