ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດ ຕ່າງປະເທດ ໄປຢ້ຽມຢາມ ລັດ Rakhine ທີ່ໄດ້ເກີດ ຄວາມຮຸນແຮງ


Violence Against Muslim Minority and Police in Rakhine State, Myanmar
please wait

No media source currently available

0:00 0:00:49 0:00

ບັນດາ​ນັກ​ການ​ທູດ​ຕ່າງປະ​ເທດ ​ແລະ​ພະນັກງານ​ໃຫ້ການ​ຊ່ວຍ​ເຫລືອ ​ໄດ້​ຮັບອະນຸຍາດ​ໃຫ້​ເຂົ້າ​ໄປໃນ​ລັດ Rakhine ຂອງມຽນມາ​ ​ເປັນ​ເທື່ອ​ທຳ​ອິດໃນວັນ​ ສຸກ​ວານ​ນີ້ ​ໃນຮອບ​ຫລາຍ​ອາທິດ ​ຫລັງ​ຈາກ​ໄດ້​ເກີດ​ຄວາມ​ຮຸນ​ແຮງຕໍ່ຕ້ານ​ຕຳ ຫລວດ ​ແລະຊາວມຸສລິ​ມທີ່​ເປັນ​ຊົນ​ກຸ່ມ​ນ້ອຍ.

ລັດຖະບານ​ໄດ້​ຫ້າມ​ບໍ່​ໃຫ້ເດີນທາງ​ໄປ​ຍັງ​ເຂດ​ດັ່ງກ່າວ ​ນັບ​ແຕ່​ຕົ້ນ​ເດືອນ​ຕຸລາ ​ເປັນຕົ້ນມາ.

​ເອກ​ອັກຄະ​ລັດຖະທູດ​ສະຫະລັດປະຈຳ​ມຽນມາ ທ່ານ Scot Marciel ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ຫວັງ​ວ່າ​ນີ້​ເປັນ​ບາດກ້າວ​ທຳ​ອິດ​ໃນ​ການ​ອະນຸຍາດ ​ໃຫ້​ພວກ​ເຮົາ​ເຂົ້າ​ໄປ ເພື່ອ​ເລີ້ມ​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ.”

​ເອກ​ອັກຄະ​ລັດ​ຖະທູດ​ອັງກິດ ​ແລະ​ສະຫະພາບ​ຢູ​ໂຣບພ້ອມ​ດ້ວຍ​ບັນດາ​ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ຊາດ ​ກໍໄດ້​ຖືກ​ເຊື້ອ​ເຊີນ ​ໂດຍ​ລັດຖະບານມຽນມາ​ ໃຫ້ໄປ​ຢ້ຽມຢາມເຊັ່ນ​ກັນ​ ໃນ​ຕົ້ນ​ອາທິດ​ນີ້. ສອງ​ມື້ຫລັງ​ຈາກ​ການ​ຢ້ຽມຢາມລັດ Rakhine ​ແລ້ວຜູ້​ປະສານ​ງານ​ອົງການ​ສະ ຫະ​ປະຊາ​ຊາດ ທ່ານ​ນາງ Renata Lok-Dessallien ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ມຽນ ມາ ​ເລີ້​ມທຳ​ການ​ສືບສວນຢ່າງ​ອິດສະຫລະ ກ່ຽວ​ກັບ​ການ​ລະ​ເມີດ​ສິດທິ​ມະນຸດຢູ່​ທີ່​ນັ້ນ.

ຊາວ Rohingya ນັ່ງພັກຜ່ອນຢູ່ບ້ານເຮືອນທີ່ເພພັງ.
ຊາວ Rohingya ນັ່ງພັກຜ່ອນຢູ່ບ້ານເຮືອນທີ່ເພພັງ.

ກະຊວງ​ຕ່າງປະ​ເທດ​ສະຫະລັດ ພວກ​ນັກ​ເຄື່ອນ​ໄຫວ ​ແລະກຸ່ມປົກ​ປ້ອງສິດ​ທິມະ ນຸດ ​ຍັງ​ໄດ້​ສະ​ແດງຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ລາຍ​ງານ​ການ​ຂົ່ມ​ຂືນສຳ​ເລົາ ​ແລະ​ຄາດ​ຕະກຳ​ຢູ່​ໃນ​ລັດ Rakhine ​ແລະ​ເຂົາ​ເຈົ້າ​ໄດ້​ໄດ້​ຕັ້ງຄຳຖາມ​ຄືນ​ໃໝ່​ກ່ຽວ​ກັບໂອກາດ​ໃນ​ການ​ທີ່​ຈະ​ມີສັນຕິພາບເກີດ​ຂຶ້ນ​ຢູ່​ໃນ​ຂົງ​ເຂດ ຫຼັງ​ຈາກທີ່ໄດ້​ເກີດ​ຄວາ​ມ​ເຄັ່ງ​ຕຶງມາ​ຫລາຍ​ປີ​ແລ້ວ.

​ແຕ່​ທ່ານ​ນາງ Aung San Suu Kyi ຜູ້ນຳ​ທີ່​ແທ້​ຈິງ​ຂອງປະ​ເທດກ່າວ​ວ່າ ລັດ ຖະບານ​ຂອງ​ທ່ານ​ນາງ​ ຈະ​ບໍ່​ຖິ້ມ​ໂທດ​ໃສ່​ກຸ່ມໃດເທື່ອ​ຈົນ​ກວ່າ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ມີ​ຫລັກ​ຖານ​ທັງ​ໝົດ​ແລ້ວ.

ອ່່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG