ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ​ລິ​ສັດລົດ Ford ຫວຽດ​ນາມ ໄດ້​ປະ​ກາດ ​ການ​ລົງ​ທຶນ 82 ລ້ານ​ໂດ​ລາ ເພື່ອ​ຫັນ​ປ່ຽນ​ ການ​ນຳ​ໃຊ້​ລົດ​ຈັກ ເປັນ​ລົດ​ໃຫຍ່


ລົດ Ford Aspire ຈອດ​ຢູ່​ຫ້າງ​ຂາຍ​ລົດ, ນະ​ຄອນຫຼວງ ນິວ​ເລີ, ອິນ​ເດຍ. 1 ພະ​ຈິກ, 2018.
ລົດ Ford Aspire ຈອດ​ຢູ່​ຫ້າງ​ຂາຍ​ລົດ, ນະ​ຄອນຫຼວງ ນິວ​ເລີ, ອິນ​ເດຍ. 1 ພະ​ຈິກ, 2018.

ບໍ​ລິ​ສັດລົດ ຝອດ ຫວຽດ​ນາມ ໄດ້​ປະ​ກາດ​ການ​ລົງ​ທຶນ 82 ລ້ານ​ໂດ​ລາ​ຂອງ​ເຂົາ​ເຈົ້າ​ເພື່ອ​ຂະ​ຫຍາຍ​ການ​ຜະ​ລິດ, ເຊິ່ງ​ຈະ​ເລັ່ງ​ການ​ຫັນ​ປ່ຽນ​ຫາ​ລົດ​ໃຫຍ່ ໃນ​ປະ​ເທດ​ຄອມ​ມູ​ນິ​ສ​ ເຊິ່ງ​ເປັນ​ທີ່​ຮູ້​ຈັກ​ກັນ​ດີກວ່າ​ສຳ​ລັບ​ລົດ​ຈັກ​ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ເຂົາ​ເຈົ້າ​ນັ້ນ.

ບໍ​ລິ​ສັດ​ຜ​ະ​ລິດ​ລົດ​ຍົນ​ດັ່ງ​ກ່າວ​ຈະ​ໃຊ້​ເງິນ​ເພື່ອ​ຊື້​ເຄື່ອງ​ຈັກ​ຕ່າງໆ​ຄື ຫຸ່ນ​ຍົນ​ທີ່​ເຊື່ອມ​ຕໍ່​ກັບ​ອິນ​ເຕີ​ແນັດ, ເພີ່ມ​ໂຮງ​ເຮັດ​ຕົວ​ລົດ​ຍົນ ແລະ ສີໃສ່​ໂຮງ​ງານ​ຂອງ​ເຂົາ​ເຈົ້າ​ຢູ່ນອກ​ນະ​ຄອນຫຼວງ ຮ່າ​ໂນ​ຍ, ແລະ ເພີ່ມ​ກຳ​ລັງ​ແຮ​ງ​ງານ​ຂຶ້ນ​ເປັນ​ສອງ​ເທົ່າ​ເຖິງ​ປະ​ມານ 1,000 ຄົນ, ອີງ​ຕາມ​ການ​ກ່າວ​ຂອງ​ບໍ​ລິ​ສັດ ຝອດ ຫວຽດ​ນາມ ໃນ​ອາ​ທິດ​ທີ່​ຜ່ານ​ມາ. ປະ​ເທດ​ທີ່​ຕັ້ງ​ຢູ່​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ນັ້ນ​ແມ່ນ​ນຶ່ງ​ໃນ​ຕະຫຼາດ​ທີ່​ໃຫຍ່​ທີ່​ສຸດ​ສຳ​ລັບ​ລົດ​ຈາກ​ຢູ່​ໃນ​ໂລກ, ແຕ່​ລົດ​ໃຫຍ່​ແມ່ນ​ກຳ​ລັງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຍິ່ງ​ຂຶ້ນ ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ ຫວຽດ​ນາມ ຈຳ​ນວນຫຼາຍ​ຂຶ້ນ​ມີ​ເງິນ​ທີ່​ຈະ​ຊື້​ມັນ​ເພື່ອ​ການ​ໃຊ້​ສ່ວນ​ຕົວ ຫຼື ຂັບ​ໃຫ້​ບໍ​ລິ​ສັດ Grab ແລະ Uber ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້.

ໃນ​ປະ​ເທດ​ທີ່​ມີ​ປະ​ຊາ​ຊົນຫຼາຍກວ່າ 90 ລ້ານ​ຄົນ​ນັ້ນ, ການ​ຂາຍ​ລົດ​ໃຫຍ່​ໄດ້​ມີ​ເຖິງ 322,322 ຄັນ​ຮອດ​ເດືອນ​ທັນ​ວາ​ຂອງ​ປີ​ກາຍນີ້, ເປັນ​ການ​ເພີ່ມ​ຂຶ້ນ 12 ເປີ​ເຊັນ​ທຽບ​ໃສ່​ປີ​ກ່ອນ​ໜ້າ​ນັ້ນ, ອີງ​ຕາມ​ສະ​ມາ​ຄົມ​ຜະ​ລິ​ດ​ລົດ​ຍິນ ຫວຽດ​ນາມ ຫຼື VAMA.

ທ່ານ ຟາມ ວັນ ຊຸ່ງ, ຜູ້​ຈັດ​ການ​ໃຫຍ່​ທີ່​ບໍ​ລິ​ສັດ ຝອດ ຫວຽດ​ນາມ ໄດ້​ກ່າວ​ວ່າ “ການ​ລົງ​ທຶນ​ໃໝ່​ໃນ​ການ​ຜະ​ລິດ​ໃນ​ທ້ອງ​ຖິ່ນ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຕີບ​ໂຕ​ຍິງກວ່າ​ເກົ່າ.” ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ມີ​ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ເປັນ​ນຶ່ງ​ໃນ​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ແຫ່ງ​ທຳ​ອິດ ທີ່​ໄດ້​ລົງ​ທຶນ​ໃນ ຫວຽດ​ນາ​ມ ໃນ​ປີ 1995.”

ບໍ​ລິ​ສັດ​ຜະ​ລິດ​ລົດ​ຂອງ ສະ​ຫະ​ລັດ ດັ່ງ​ກ່າວ​ໄດ້​ເຂົ້າ​ໄປ​ໃນ ຫວຽດ​ນາມ ຫຼັງ​ຈາກ​ລັດ​ຖະ​ບານ ວໍ​ຊິງ​ຕັນ ໄດ້​ສິ້ນ​ສຸດ​ການ​ເກືອດ​ຫ້າມ​ຕໍ່​ປະ​ເທດ ທີ່​ໄດ້​ເອົາ​ຊະ​ນະ​ເຂົາ​ເຈົ້າ​ສອງ​ທົດ​ສະ​ວັດ​ກ່ອນ​ໜ້ານີ້​ໃນ​ສົງ​ຄາມ ຫວຽດ​ນາມ.

ບໍ​ລິ​ສັດ​ ຝອດ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຂະ​ຫຍາຍ​ການ​ລົງ​ທຶນ​ອອກ​ໄປ​ໃນ​ສອງ​ປີ​ຂ້າງ​ໜ້າ ແລະ ຈຳ​ນວນ​ເກືອບ​ສາມ​ເທົ່າເປັນ​ລົດ 40,000 ຄັນ​ຕໍ່​ປີ, ຢູ່​ໂຮງ​ງານ​ຂອງ​ເຂົາ​ເຈົ້າ​ໃນ​ແຂວງ ຮາຍ ເຊື່ອງ ທາງ​ພາກ​ເໜືອ​ຂອງ​ປະ​ເທດ.

Ford Vietnam has announced it is investing $82 million to increase production, which will speed up the transition to cars in a communist nation known more for the iconic motorbike.

The automaker will use the money to buy machines like internet-connected robots, add a body-and-paint shop to its factory outside Hanoi, and nearly double its workforce to approximately 1,000 people, Ford Vietnam said last week. The Southeast Asian nation is one of the biggest markets for motorbikes in the world, but cars are increasingly popular as more Vietnamese have the money to buy them for private use or to drive for Grab, the Uber of Southeast Asia.

In a nation of more than 90 million people, car sales reached 322,322 last year as of December, up 12% compared to the prior year, according to the Vietnam Automobile Manufacturers Association, or VAMA.

"The new investment in local production will help us grow even further," Pham Van Dung, managing director at Ford Vietnam, said. He
added: "We take pride in having been one of the first foreign companies to invest in Vietnam in 1995."

The U.S. carmaker entered Vietnam after Washington ended its trade embargo on the nation that had defeated it two decades prior in the Vietnam War.

Ford Vietnam said it would spread out the investment over two years and nearly triple the capacity, to 40,000 vehicles a year, at its factory in northern Hai Duong province.

XS
SM
MD
LG