ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ໄດ້​ກາຍ​ເປັນ​ສິ່ງ​ທ້າ​ທາຍ​ສຳ​ລັບ​ນັກ​ສຶກ​ສາ​ການ​ຂ່າວ​ບາງ​ຄົນ ​ໃນ ຮົງ​ກົງ


ຜູ້​ປະ​ທ້ວງ​ຢືນ​ຢູ່​ທາງຫຼັງ​ປະ​ຕູ​ຄ​ຸກ​ປອມ ດ້ວຍ​ຮູບ​ຂອງ​ນັກ​ໂທດ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ​ທີ່​ຈະ​ຖືກ​ດຳ​ເນີນ​ຄະ​ດີ​ພາຍ​ໃຕ້​ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ໃນ​ຮົງ​ກົງ, 19 ກັນ​ຍາ 2021.
ຜູ້​ປະ​ທ້ວງ​ຢືນ​ຢູ່​ທາງຫຼັງ​ປະ​ຕູ​ຄ​ຸກ​ປອມ ດ້ວຍ​ຮູບ​ຂອງ​ນັກ​ໂທດ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ​ທີ່​ຈະ​ຖືກ​ດຳ​ເນີນ​ຄະ​ດີ​ພາຍ​ໃຕ້​ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ໃນ​ຮົງ​ກົງ, 19 ກັນ​ຍາ 2021.

ຈາກວິ​ຊາ​ພາກ​ບັງ​ຄັບ​ ກ່ຽວ​ກັບ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຫາ​ຄວາມບໍ່​ແນ່ນອນ ກ່ຽວ​ກັບ ສິ່ງ​ທີ່​ສາ​ມາດ​ສົ​ນ​ທະ​ນາໄດ້ ກ່ຽວ​ກັບ ກົດ​ໝາຍ​ໃໝ່​ຂອງ ຮົງ​ກົງ, ບັນ​ດາ​ນັກ​ສຶກ​ສາ​ການ​ຂ່າວ ແລະ ອາ​ຈານ​ສານ​ສື່ມວນ​ຊົນ​ແມ່ນ​ກຳ​ລັງ​ຮັບ​ມື​ກັບ​ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ.

ນັກ​ສຶກ​ສາ​ກາ​ນ​ຂ່າວ​ບາງ​ຄົນ​ໄດ້​ກ່າວ​ວ່າ ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທີ່​ຖືກ​ຮັບ​ຜ່ານ​ໃນ​ປີ 2020 ແມ່ນ​ຄື “ຊ້າງ​ຢູ່​ໃນ​ຫ້ອງ” ເວ​ລາ​ເວົ້າ​ເຖິງ​ການ​ໂຕ້​ວາ​ທີ ແລະ ການ​ສົນ​ທະ​ນາ​ໃນ​ຫ້ອງ​ຮຽ​ນ.

ລັດ​ຖະ​ບານ​ຈີນ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ນຳ​ສະ​ເໜີ​ກົດ​ໝາຍ​ດັ່ງ​ກ່າວ ​ເພື່ອ​ນຳ​ເອົາ​ຄວາມ​ໝັ້ນ​ຄົ​ງ​ມາ​ສູ່​ສັງ​ຄົມ ຫຼັງ​ຈາກ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ໃນ​ປີ 2019. ມັນ​ຈະ​ລົງ​ໂທດ​ ການແບ່ງ​ແຍກ​ດິນ​ແດນ, ລັດ​ທິ​ກໍ່​ການ​ຮ້າຍ ແລະ ການ​ສົມ​ຮູ້​ຮ່ວມ​ຄິດ​ກັບ​ກຳ​ລັງ​ຕ່າງ​ປະ​ເທດ ແລະ ຈະ​ມີ​ໂທດ​ທີ່​ໜັກຫຼາຍ.

ຜູ້​ປະ​ທ້ວງ, ນັກ​ຂ່າວ ແລະ ບັນ​ດາ​ສະ​ມາ​ຊິກ​ສະ​ພາຫຼາຍກວ່າ 100 ຄົນ​ແມ່ນ​ຖືກ​ກັກ​ຂັງ ​ພາຍ​ໃຕ້​ກົດ​ໝາຍ​ດັ່ງ​ກ່າວ​ແລ້ວ.

ຫ້ອງ​ການ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ ຮົງ​ກົງ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ​ປີ​ກາຍນີ້​ວ່າ ລັດ​ຖະ​ບານ​ຂອງ​ເມືອງ​ດັ່ງ​ກ່າວ​ແມ່ນ​ມີ​ຄວາມ​ມຸ່ງ​ໝັ້ນ​ຢ່າງ​ແຂງ​ແກ່ນ​ເພື່ອ​ປົກ​ປ້ອງ​ເສ​ລີ​ພາບ​ໃນ​ການ​ອອກ​ຂ່າວ.

From compulsory classes on national security to uncertainty over what can be discussed about Hong Kong’s new laws, journalism students and media professors are navigating a difficult landscape.

Some journalism students have said that a National Security Law passed in 2020 is like “the elephant in the room” when it comes to class debates and discussions.

The Chinese government said it introduced the law to bring stability after anti-government protests in 2019. It criminalizes secession, terrorism, and collusion with foreign forces and carries hefty sentences.

Already more than 100 protesters, journalists and lawmakers have been detained under the act.

Hong Kong’s national security bureau told VOA last year the city’s government is firmly committed to safeguarding press freedom.

XS
SM
MD
LG