ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໓ ກຸມພາ ໒໐໒໕

ສໍາລັບຊາວຕ່າງດ້າວຢູ່ໃນ ຢູເຄຣນ ການເລືອກຕັ້ງທີ່ຫ່າງໄກຂອງ ອາເມຣິກາ ສົ່ງຜົນກະທົບຕໍ່ບ້ານເກີດຂອງພວກເຂົາເຈົ້າ


ສໍາລັບຊາວຕ່າງດ້າວຢູ່ໃນຢູເຄຣນ ການເລືອກຕັ້ງທີ່ຫ່າງໄກຂອງ ອາເມຣິກາ ສົ່ງຜົນກະທົບຕໍ່ບ້ານເກີດຂອງພວກເຂົາເຈົ້າ.

ຜົນໄດ້ຮັບຂອງການເລືອກຕັ້ງ ສະຫະລັດ ແລະ ຄວາມເປັນໄປໄດ້ ກ່ຽວກັບ ການປ່ຽນແປງສໍາລັບນະໂຍບາຍການຕ່າງປະເທດຂອງ ວໍຊິງຕັນ ແມ່ນມີຄວາມສໍາຄັນເປັນພິເສດຕໍ່ຊາວ ອາເມຣິກັນ ສາມລ້ານຄົນທີ່ມີສິດລົງ ຄະແນນສຽງໃນການເລືອກຕັ້ງປະທານາທິບໍດີໃນອາທິດໜ້ານີ້. ມີພຽງບໍ່ເທົ່າໃດ ແຫ່ງທີ່ຜົນອອກມາແມ່ນແຈ່ມແຈ້ງກວ່າໃນ ຢູເຄຣນ, ບ່ອນ​ທີ່ຊາວ ອາເມຣິກັນ ບໍ່ເທົ່າໃດພັນຄົນ ດ້ວຍເຫດຜົນຕ່າງໆຫຼາຍຢ່າງ, ເລືອກທີ່ຈະດໍາລົງ ຊີວິດຢູ່ທີ່ ນັ້ນ ລຸນຫຼັງການຮຸກຮານເຕັມອັດຕາຂອງ ຣັດເຊຍ.

ນຶ່ງໃນ​ຈຳນວນ​ຜູ້ມີສິດ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ຈາກ​ຕ່າງປະ​ເທດ​ໃນ​ປີ​ນີ້​ແມ່ນ ນາງ ແອນນາ ເບລໂລເຄີ (Anna Belokur), ໂດຍນາງເປັນນຶ່ງ​ໃນ​ຈຳນວນ​ຊາວ​ອາ​ເມຣິກັນ​ປະມານ 6 ພັນ​ຄົນ​ທີ່​ອາ​ໄສ​ຢູ່ໃນ ​ຢູ​ເຄຣນ. ນາງເປັນຜູ້ ຈັດການຂອງອົງການສື່ມວນຊົນອິດສະຫຼະ The Kyiv Independent, ເຊິ່ງເປັນສື່ສັງຄົມອອນໄລນ໌ພາສາອັງກິດ, ແລະນາງເວົ້າວ່າ ການເຊື່ອມຕໍ່ ລະຫວ່າງນາງກັບປະເທດ ຢູເຄຣນ ແມ່ນເລິກເຊິ່ງຫຼາຍ.

ນາງ ແອນນາ ເບລໂລເຄີ, ຊາວຕ່າງດ້າວອາ​ເມ​ຣິກັນທີ່ອາໄສຢູ່ໃນຢູເຄຣນ:

“ປັດຈຸບັນນີ້, ຂ້າ​ພະ​ເຈົ້າ​ຫາກໍ​ອາ​ໄສ​ຢູ່​ໃນ ຢູເຄຣນ ໄດ້ພຽງນຶ່ງ​ປີ. ຂ້າພະເຈົ້າ ຢູ່ທີ່ນີ້ບາງ​ຄັ້ງ​ບາງ​ຄາວກ່ອນສົງຄາມເລີ້ມຕົ້ນ​ຂຶ້ນ, ແລະພໍ່ຂອງຂ້າພະເຈົ້າ ເພິ່ນເປັນຊາວຢູເຄຣນ, ສະນັ້ນ, ຄອບຄົວຂອງຂ້າພະເຈົ້າຈຶ່ງຂ້ອນ​ຂ້າງວ່າ​ມີຮາກເຫງົ້າ​ຢູ່​ທີ່ນີ້. ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ ຖ້າຂ້າພະ​ເຈົ້າຫາກຢາກ​ເປັນ​ນັກ​ຂ່າວ​ຕິດຕາມ​ສົງຄາມດັ່ງກ່າວ​ນີ້, ຂ້າພະ​ເຈົ້າກໍຕ້ອງ​ຢູ່​ທີ່​ນີ້.”

ນາງ ເບລໂລເຄີ ກ່າວ​ວ່າ ມັນ​ເປັນ​ເລື່ອງ​ໜ້າເສົ້າ​ທີ່​ໄດ້​ເຫັນ ​ຢູ​ເຄຣນ ​ໃຊ້​ເປັນ​ຫົວ​ຂໍ້​ສົນ​ທະ​ນາໃນ​ການ​ໂຄສະນາ​ຫາ​ສຽງ​ທາງ​ການ​ເມືອງ​ຂອງ​ສະຫະລັດ ເພາະ​ນາງ​ເຊື່ອ​ວ່າ​ການ​ຕໍ່ສູ້​ເພື່ອ​ ຢູເຄຣນ ຈະ​ຖືກ​ປະຖິ້ມ.

ການສໍາຫຼວດໂດຍອົງການ Gallup ແລະມະຫາວິທະຍາໄລແມຣີແລນໃນປີນີ້ ສະແດງໃຫ້ເຫັນວ່າ ຊາວອາເມຣິກັນສ່ວນໃຫຍ່ທີ່ຖືກສໍາຫຼວດຄິດວ່າ ສະຫະລັດ ຄວນສືບຕໍ່ຊ່ວຍເຫຼືອ ຢູເຄຣນ ເຖິງວ່າຈະມີບັນ​ຫາການເມືອງຕ່າງໆກໍຕາມ.

ນາງ ແອນນາ ເບລໂລເຄີ, ຊາວຕ່າງດ້າວອາ​ເມ​ຣິກັນທີ່ອາໄສຢູ່ໃນ ຢູເຄຣນ:

“ໃນເວລາທີ່ຂ້າພະເຈົ້າສົນທະນາກັບຄົນ​ໃນ​ບ້ານທັງສອງຝ່າຍ ກ່ຽວກັບ ການເມືອງ, ຂ້າພະເຈົ້າໄດ້ຍິນຄວາມເຫັນອົກເຫັນໃຈຫຼາຍສໍາລັບ ຢູເຄຣນ ແລະ ມີຄວາມກັງວົນຫຼາຍກ່ວາສິ່ງທີ່ໄດ້ນໍາສະເໜີໃນເຄືອຂ່າຍຂ່າວຈຳ​ນວນນຶ່ງດ້ວຍ.”

ນາງ ເບລໂລເຄີ ວາງແຜນທີ່ຈະລົງຄະແນນສຽງ​ລ່ວງໜ້າຜ່ານທາງອອນລາຍ. ນາງເວົ້າວ່າ ບໍ່ວ່າຜົນໄດ້ຮັບຈະເປັນແນວໃດ, ການຕັດສິນໃຈຂອງນາງກໍ ຈະບໍ່ປ່ຽນແປງ.

ນາງ ແອນນາ ເບລໂລເຄີ, ຊາວຕ່າງດ້າວອາ​ເມ​ຣິກັນທີ່ອາໄສຢູ່ໃນ ຢູເຄຣນ:

“ຂ້າ​ພະ​ເຈົ້າ​ໄດ້​ຍິນລັດຖະບານກີຢິບ ແລະອົງການ NATO ພ້ອມທັງ​ສະ​ຖານ​ທີ່​ອື່ນໆ​ເວົ້າ​ວ່າ ຜູ້​ໃດກໍຕາມທີ່​ຖືກ​ເລືອກ​ ​ຜູ້ນັ້ນແມ່ນຄົນທີ່​ພວກ​ເຮົາ​ຈະ​ຕ້ອງຮັບ​ມື ນໍາ. ສະນັ້ນ, ຂ້າພະເຈົ້າຈຶ່ງພະຍາຍາມເອົາທັດສະນະຄະຕິນັ້ນທີ່ ບໍ່ວ່າຜົນ ໄດ້ຮັບຈະອອກມາເປັນແບບໃດກໍ່ຕາມ, ພວກເຮົາຈະສູ້ຕໍ່ໄປ.”

ທ່ານ ສຕີເວັນ ມົວ (Steven Moore) ແລກ​ປ່ຽນທັດສະນະດັ່ງກ່າວນັ້ນ, ເຊິ່ງທ່ານ​ເປັນ​ສະມາຊິກ​ພັກຣີພັບ​ບລິ​ກັນ ແລະ​ເປັນ​ອະດີດ​ຫົວໜ້າ​ພະນັກ​ງານ​ຢູ່​ຫໍລັດຖະສະພາ, ທີ່​ປັດຈຸບັນນີ້ ​ອາ​ໄສ​ຢູ່​ໃນ ​ຢູ​ເຄຣນ ແລະ​ເຮັດ​ວຽກ​ໃນໜ້າທີ່​ເປັນອາສາ​ສະໝັກ.

ທ່ານ ມົວ ຜູ້ກໍ່ຕັ້ງໂຄງການເສລີພາບສໍາລັບຊາວຢູເຄຣນ ເປັນອົງການບໍ່ຂຶ້ນກັບ ລັດຖະບານ ຫຼື NGO Ukrainian Freedom Project ທີ່ຕັ້ງຢູ່ໃນ ສະຫະລັດ, ເຊິ່ງໃຫ້ການຊ່ວຍເຫຼືອດ້ານມະນຸດສະທໍາແກ່ພົນລະເຮືອນ ແລະອຸ ປະກອນທີ່ບໍ່ເປັນອັນຕະລາຍຕໍ່ທະຫານອາສາສະໝັກ.

ທ່ານ​ກ່າວ​ວ່າ ຢູ​ເຄຣນ ​ຕ້ອງການ​ການ​ສະໜັບສະໜູນ​ຈາກ​ພັກ​ເດ​ໂມ​ແຄຣັດ ແລະ ​ພັກຣີພັບ​ບລິ​ກັນ.

ທ່ານ ສຕີເວັນ ມົວ, ຈາກໂຄງການເສລີພາບສໍາລັບຊາວຢູເຄຣນ ກ່າວວ່າ:

“ບໍ່​ມີ​ບ່ອນໃດໃນໂລກ​ທີ່ ຢູ​ເຄ​ຣນ ຈະ​ໄດ້​ຮັບໃນ​ສິ່ງ​ທີ່​ຕົນ​ຕ້ອງ​ການ​ຈາກ​ສະ​ຫະ​ລັດ ໂດຍ​ຜ່ານ​ການ​ສະ​ໜັບ​ສະ​ໜູນຝ່າຍ​ດຽວ. ສິ່ງນີ້ເກີດຂຶ້ນບໍ່ໄດ້. ດັ່ງນັ້ນ, ຢູເຄຣນ ຕ້ອງ​ເປັນສອງຝ່າຍ. ມີໂອກາດປະມານ 70 ເປີເຂັນທີ່ທຳນຽບຂາວ ແລະລັດຖະສະພາຈະແຕກແຍກກັນ.”

ທ່ານ ມົວ ເຊື່ອວ່າ ອາເມຣິກາ ບໍ່ເຄີຍຖືກແບ່ງແຍກກັນຈັກເທື່ອໃນຊີວິດຂອງ ທ່ານ, ເຊິ່ງນັ້ນ ເປັນຄວາມເຊື່ອທີ່ໄດ້ຮັບການສະໜັບສະໜູນຈາກການສໍາຫຼວດຄວາມ​ຄິດ​ເຫັນກ່ອນການເລືອກຕັ້ງ.

ທ່ານ ສຕີເວັນ ມົວ, ຈາກໂຄງການເສລີພາບສໍາລັບຊາວຢູເຄຣນ ກ່າວວ່າ:

“ຣັດເຊຍ ໄດ້ຮັບໃນສິ່ງທີ່ພວກເຂົາຕ້ອງການໃນຮອບການເລືອກຕັ້ງຄັ້ງນີ້, ເຊິ່ງເປັນຄວາມວຸ່ນວາຍ ແລະເປັນຄວາມຜິດປົກກະຕິຢູ່ໃນ ສະຫະລັດ.”

ທ່ານ ມົວ ໄດ້ທໍາການປ່ອນບັດລົງຄະແນນສຽງໃນການເດີນທາງໄປ ສະຫະລັດ ຄັ້ງທີ່​ຜ່ານ​ມາຂອງທ່ານ.

ທ່ານ ສຕີເວັນ ມົວ, ຈາກໂຄງການເສລີພາບສໍາລັບຊາວຢູເຄຣນ ກ່າວວ່າ:

“ຂະນະນີ້, ພວກເຮົາຢູ່ໃນຊ່ວງຂອງສົງຄາມໂລກ. ແລະມີພຽງຄົນດຽວທີ່ໃຊ້ ຂໍ້ມູນດັ່ງກ່າວນັ້ນແມ່ນ ສັດຕູຂອງພວກເຮົາ ແລະປະຊາຊົນຊາວຢູເຄຣນ. ສະນັ້ນ, ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ຈະ​ກຳນົດ​ວິທີ​ທີ່​ອາ​ເມຣິ​ກາ​ຕອບ​ໂຕ້​ຕໍ່​ສົງຄາມ​ໂລກ.”

ຄົນຕ່າງດ້າວອື່ນໆຄື ທ່ານ ຈອນ ເຊັນເນັດທ໌ (John Sennett) ແລະ ພັນລະຍາຂອງລາວ, ໄດ້ທໍາການຕັດສິນໃຈທີ່ຈະບໍ່ລົງຄະແນນສຽງໃນຄັ້ງນີ້.

ທ້າວ ເຊັນເນັດທ໌ ເຮັດວຽກດ້ານໂລຈິສຕິກທາງສາຍການບິນ ແລະເປັນອາສາ ສະໝັກຢູ່ໃນ ຢູເຄຣນ. ສໍາລັບລາວ, ສໍາຄັນທີ່ສຸດ ແມ່ນຄວາມເປັນກາງ.

ທ່ານ ຈອນ ເຊັນເນັດທ໌, ຊາວຕ່າງດ້າວອາ​ເມ​ຣິກັນທີ່ອາໄສຢູ່ໃນ ຢູເຄຣນ:

“ສໍາລັບພວກເຮົາຢູ່ທີ່ນີ້, ມັນເປັນພຽງເກມການລໍຖ້າ. ເຈົ້າຮູ້, ບໍ່ວ່າເຈົ້າມັກໃຜ ຫຼື ເຈົ້າບໍ່ມັກໃຜ, ເພາະວ່າ ໃຜກໍຕາມທີ່ຊະນະ ນັ້ນແມ່ນຄົນທີ່ພວກເຮົາຈະຕ້ອງ ຮ່ວມງານນຳ.”

ທ່ານ ເຊັນເນັດທ໌ ກ່າວ​ວ່າ ໝູ່ຊາວ​ຢູ​ເຄຣນ​ຂອງ​ທ່ານ​ມັກ​ຮ້ອງ​ຂໍ​ໃຫ້​ທ່ານເດົາ​ຜົນ​ການ​ເລືອກ​ຕັ້ງໃຫ້ຟັງ, ເຊິ່ງລາວຕອບພຽງວ່າ “ມັນແມ່ນອາເມຣິກາ, ແລະບໍ່ມີ ໃຜຈະມີຄໍາຕອບໄດ້ ຈົນກ່ວາຈະເຖິງມື້ເລືອກຕັ້ງ.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

The outcome of the U.S. election and the possible changes in Washington’s foreign policy are of special significance to the three million American expatriates eligible to vote in next week’s presidential elections. In few places is that outcome more tangible than in Ukraine, where a few thousand Americans have, for various reasons, chosen to live after Russia’s full-scale invasion. For VOA, Lesia Bakalets spoke to some of them and has this report from Kyiv.

Among those casting absentee ballots from overseas this year is Anna Belokur, one of an estimated six thousand Americans living in Ukraine. She is a social media manager with The Kyiv Independent, an English-language online publication, and she says her personal connection to Ukraine is a deep one.

Anna Belokur, American Expat.

“I've been living in Ukraine for just over a year now. I was here a bit on and off before the war started, and my dad is Ukrainian, so I had kind of roots on that side of my family. I felt that if I wanted to be a journalist covering this war, I had to be here”.

Belokur says it is heartbreaking to see Ukraine used as a talking point in U.S. political campaigns because she believes the struggle of Ukraine is being left out.

Polls this year by Gallup and the University of Maryland suggest a slight majority of Americans surveyed think the US should keep helping Ukraine despite the politics.

Anna Belokur, American Expat.

“When I talk to people at home on both ends of the political spectrum, I do hear a lot more empathy for Ukraine and a lot more concern than what is presented on certain news networks.”

Belokur plans to vote absentee online. She says no matter the outcome, her resolve will not change.

Anna Belokur, American Expat.

“I hear Kyiv and NATO and various other places saying that whoever's elected is who we will have to deal with. So, I try to take that attitude of whatever the outcome, we're going to keep fighting.”

Steven Moore shares that view. He is a Republican and former chief of staff on Capitol Hill who now lives in Ukraine and works as a volunteer.

Moore founded the US-based NGO Ukraine Freedom Project, which provides humanitarian aid to civilians and non-lethal equipment to military volunteers.

He says Ukraine needs the support of both Democrats and Republicans.

Steven Moore, Ukraine Freedom Project.

“There is not a world where Ukraine gets what it wants from the United States through the support of only one party. This does not happen. So, Ukraine needs to be bipartisan. There's about a 70% chance that the White House and Congress will be divided.”

Moore believes America has never been so divided in his lifetime – a belief backed by polls in the run-up to the election.

Steven Moore, Ukraine Freedom Project.

“The Russians are getting what they want in this election cycle, which is chaos and disorder in the United States.”

Moore cast his ballot in his last trip to the U.S.

Steven Moore, Founder of the Ukraine Freedom Project NGO.

“Right now, we are in a global war. And the only people acting on that information are our adversaries and the Ukrainians. So, this election will dictate how America responds to a global war”.

Other expats, like John Sennett and his wife, decided not to vote this time.

Sennett in airline logistics and volunteering in Ukraine. For him, neutrality is key.

John Sennett, American Expat.

“For us here, it's just a waiting game. // You know, don't be too vocal about who you like or who you don't like because whoever wins is who we're going to have to work with.”

Sennett says his Ukrainian friends often ask him to predict the election outcome. He simply responds, “it’s America, and nobody will have answers until it’s election day.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG