ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ວິ​ເຄາະ​ກ່າວ​ວ່າ ສິ່ງ​ປົກ​ກະ​ຕິ​ໃໝ່​ແມ່ນ​ຄວາມບໍ່​ແນ່ນອນ ສຳ​ລັບ​ທະ​ເລ​ສາບ ຕົງ​ເລ​ ສາບ ທີ່​ມີ​ຄວາມ​ສຳ​ຄັນ​ຂອງ​ກຳ​ປູ​ເຈຍ


ປະ​ຊາ​ຊົນ​ຊື້​ປາ​ຢູ່​ແຄມ​ຝັ່ງ​ຂອງ​ແມ່​ນ້ຳ ຕົ​ງ​ເລ ສາບ ໃນ​ລະ​ດູ​ການ​ເກັບ​ກ່ຽວ​ປາ, ໝູ່​ບ້ານ ຕຸ​ລ ອຳ​ປິ​ລ໌, ນອກນ​ະ​ຄອນຫຼວງ ພະ​ນົມ​ເປັນ, ກຳ​ປູ​ເຈຍ, 3 ມັງ​ກອນ 2023.
ປະ​ຊາ​ຊົນ​ຊື້​ປາ​ຢູ່​ແຄມ​ຝັ່ງ​ຂອງ​ແມ່​ນ້ຳ ຕົ​ງ​ເລ ສາບ ໃນ​ລະ​ດູ​ການ​ເກັບ​ກ່ຽວ​ປາ, ໝູ່​ບ້ານ ຕຸ​ລ ອຳ​ປິ​ລ໌, ນອກນ​ະ​ຄອນຫຼວງ ພະ​ນົມ​ເປັນ, ກຳ​ປູ​ເຈຍ, 3 ມັງ​ກອນ 2023.

ສະ​ພາບ​ອາ​ກາດ​ປ່ຽນ​ແປງ ແລະ ເຂື່ອນ​ຢູ່​ເທິງ​ຕົ້ນ​ນ້ຳ​, ເຊິ່ງ​ສ່ວນຫຼາຍ​ຖືກ​ຄວບ​ຄຸມ​ໂດຍ ຈີນ ນັ້ນ, ແມ່ນ​ກຳ​ລັງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ທະ​ເລ​ສາບ ຕົງ​ເລ ສາບ ຂະ​ໜາດ​ໃຫຍ່​ຂອງ ກຳ​ປູ​ເຈຍ ແລະ ຊຸມ​ຊົນ​ທີ່​ອາ​ໄສ​ຢູ່​ອ້ອມ​ຂ້າງ​ມັນ, ເຮັດ​ໃຫ້​ການ​ສະ​ໜອງ​ທາດ​ໂປ​ຣ​ທີນ​ຂອງ​ປະ​ເທດ ແລະ ​ລະ​ບົບ​ນິວ​ເດ​ຂອງແມ່​ນ້ຳ​ຂອງ​ທີ່ກວ້າງ​ໃຫຍ່ ມີ​ຄວາມ​ສ່ຽງ.

ສາມ​ປີ​ຈາກ 2019-2021 ແມ່ນ​ຊ່ວງ​ເວ​ລາ​ທີ່​ແຫ້ງ​ແລ້ງ​ທີ່​ສຸດ​ເປັນປະ​ຫວັດ​ການ. ​ການຂຶ້ນໆ​ລົງໆຂອງ​ນ້ຳ​ທີ່​ສຳ​ຄັນ​ຂອງ​ທະ​ເລ​ສາບ ຕົງເລ​ ສາບ ປະ​ກົດ​ວ່າ​ກຳ​ລັງ​ຕາຍ​ລົງ, ພ້ອມ​ກັບ​ຄັງ​ປາ​ທີ່​ອຸ​ດົມ​ສົມ​ບູນ​ຂອງ​ທະ​ເລ​ສາບ​ນັ້ນ. ນ້ຳ​ປົກ​ກະ​ຕິ​ຈະ​ໄຫຼ​ລົງ​ສູ່​ທະ​ເລ​ສາບ ຕົງ​ເລ ສາບ ເປັນ​ເວ​ລາ 120 ວັນ​ໃນ​ລະ​ດູ​ຝົນ, ມີ​ນ້ຳ​ສູງຂຶ້ນ 6 ເທົ່າ​ກ່ອນ​ຈະ​ໄຫຼກັບ​ຄືນ​ໄປ​ໃນ​ແມ່​ນ້ຳ​ຂອງ ໃນ​ເວ​ລາ​ທີ່​ລະ​ດູ​ຝົນ​ສິ້ນ​ສຸດ​ລົງ, ຕາມ​ທຳ​ມະ​ດາ​ຈະ​ເປັນ​ທ້າຍ​ເດືອນ​ກັນ​ຍາ. ການ​ປ່ຽນ​ແປງ​ດັ່ງ​ກ່າວນີ້​ແມ່ນການ​ຂຶ້ນໆ​ລົງໆ​ຂອງ​ນ້ຳ.

ແລະ​ໃນ​ໄລຍະ​ສອງ​ປີ​ທີ່​ຜ່ານ​ມາ ​ໄດ້​ມີ​ຝົນຫຼາຍກວ່າ​ເກົ່າ​ນັ້ນ, ການ​ຂະ​ຫຍາຍ​ຕົວ​ຂອງ​ທະ​ເລ​ສາບ​ໃນ​ລະ​ດູ​ຝົນ​ທີ່​ເກືອບ​ເປັນ​ປົກ​ກະ​ຕິ ແລະ ການ​ໄຫຼ​ກັບ​ຄືນ​ຕາ​ມ​ປົກ​ກະ​ຕິນັ້ນ, ການ​ບັນ​ເທົາ​ຊົ່ວ​ຄາວ​ດັ່ງ​ກ່າວ​ແມ່ນບໍ່​ສາ​ມາດ​ທົດ​ແທນ​ຜົນ​ກະ​ທົບ​ໄລ​ຍະ​ຍາວ​ຂອງ​ທະ​ເລ​ສາບ​ທີ່​ກຳ​ລັງ​ປະ​ເຊີນ​ກັບ​ວິ​ກິດ​ການ​ໄດ້, ບັນ​ດາ​ນັກ​ຊ່ຽວ​ຊານ ແລະ ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ພາກ​ພາ​ສາ​ຂະ​ເໝນ.

ທ່ານ ບ​ຣາຍ​ແອນ ອາຍ​ເລີ, ຜູ້​ທີ່​ກຳ​ກັບ​ໂຄງ​ການ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ພະ​ລັງ​ງານ, ນ້ຳ ແລະ ຄວາມ​ຍືນ​ຍົງ​ຂອງ​ສູນກາງ ສ​ຕິມ​ສັນ ກ່າວ​ວ່າ “ສິ່ງ​ປົກ​ກະ​ຕິ​ໃໝ່​ແມ່ນ​ຄວາມບໍ່​ແນ່ນອນ. ຄວາ​ມ​ສາ​ມາດ​ໃນ​ການ​ຄາດ​ຄະ​ເນ ກ່ຽວ​ກັບ ການ​ຂະ​ຫຍາຍ​ຕົວ​ແບບ​ດັ້ງ​ເດີມ​ທີ່​ເກີດ​ຂຶ້ນ​ເກືອບ​ທຸກໆ​ລະ​ດູ​ຝົນ, ຫຼື ທຸກໆ​ລະ​ດູ​ມໍ​ລະ​ສຸມ, ແມ່​ນບໍ່​ສາ​ມາດ​ໄວ້​ວາງ​ໃຈ​ໄດ້.” ສູນ​ກາງ ສ​ຕິມ​ສັນ ແມ່ນ​ຕັ້ງ​ຢູ່​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Declining Fish Stocks Threaten Cambodian Way of Life
please wait

No media source currently available

0:00 0:02:08 0:00

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG