ລິ້ງ ສຳຫລັບເຂົ້າຫາ

ອາຫານເກືອບ ຮອດເຄິ່ງນຶ່ງທີ່ຜະລິດ ຢູ່ໃນໂລກແມ່ນເນົ່າຖິ້ມ (ວີດິໂອແລະຮຽນພາສາອັງກິດນໍາ)


ການຈັດວາງ ແລະຮັກສາພືດຜັກໃນຮ້ານຄ້າຂອງສະຫະລັດ ໂດຍເນັ້ນໜັກການເຮັດໃຫ້ມັນງາມຕາ ແລະດຶງດູດໃຈຜູ້ຊື້ ຫລາຍການຄໍານຶງວ່າ ມັນຄວນຈະມີລົດຊາດແບບໃດ.
ອາຫານເກືອບຮອດເຄິ່ງນຶ່ງທີ່ຜະລິດຢູ່ໃນໂລກແມ່ນກາຍເປັນສິ່ງ ເສດເຫລືອທີ່ຕ້ອງເອົາໄປຖິ້ມ ຕາມລາຍງານໃໝ່ບົດນຶ່ງ. ສະຖາ ບັນວິສະວະກໍາດ້ານກົນຈັກຢູ່ໃນອັງກິດເວົ້າວ່າການຕັດອາຫານ
ທີ່ເສຍໄປນັ້ນລົງ ແມ່ນສໍາຄັນແລະຈໍາເປັນຫລາຍ ຖ້າຫາກວ່າ ໂລກເຮົາຢາກຕອບສະໜອງຄວາມຕ້ອງການດ້ານອາຫານໃຫ້
ໄດ້ ໃນຂະນະປະຊາກອນຂອງໂລກພວກເພີ້ມຂຶ້ນຢູ່ນັ້ນ. Henry
Ridgwell.

ໃນແຕ່ລະປີໂລກຜະລິດອາຫານປະມານ 4 ພັນລ້ານໂຕນ ແລະ
ປະມານ ນຶ່ງສ່ວນສາມ ຫາເຄິ່ງນຶ່ງ ແມ່ນກາຍເປັນສິ່ງເສດເຫລືອ
ໄປອີງຕາມລາຍງານຂອງສະຖາບັນວິສະວະກໍາ ດ້ານກົນຈັກຢູ່
ໃນອັງກິດ.

ທ່ານ Colin Brown ຜູ້ຮ່ວມຂຽນລາຍງານຮ່ວມເວົ້າວ່າ ສ່ວນ
ຫລາຍອາຫານທີ່ເສຍໄປນັ້ນ ແມ່ນເກີດຂຶ້ນຍ້ອນວິທີທີ່ເຮົາເກັບ
ກ່ຽວ, ວິທີເກັບມ້ຽນ ແລະຂົນສົ່ງອາຫານ.

ເບິ່ງວີດີໂອເລື້ອງນີ້ເປັນພາສາອັງກິດ ແລະຮຽນພາສາອັງກິດໄປພ້ອມ:



ທ່ານ Colin Brown ອະທິບາຍວ່າ:
ມັນມັກຈະເນົ່າຢູ່ເລື້ອຍໆ ສະນັ້ນເຮົາຕ້ອງໄດ້ເຮັດໃຫ້ມັນແຫ້ງ ເຮັດໃຫ້ມັນ
ເຢັນ ແລ້ວເຮົາຕ້ອງໄດ້ຂົນມັນໄປໄວໆ ແລະໃຊ້ມັນໄວເທົ່າທີ່ຈະໄວໄດ້. ສະ
ນັ້ນ ຂ້ອຍຄິດວ່າ ເມື່ອພວກເຮົາບໍ່ມີໂຄງລ່າງພື້ນຖານ ເຮົາກໍບໍ່ມີທາງລົດໄຟ,
ບໍ່ມີການຂົນສົ່ງທາງເຮືອ ກໍແມ່ນເຮົາເຮັດໃຫ້ມັນເສຍຫາຍ ທຸກເທື່ອທີ່ເຮົາ ເຄື່ອນຍ້າຍມັນ.”


ຢູ່ບັນດາປະເທດທີ່ມີເສດຖະກິດທີ່ຈະເລີນແລ້ວ ເຊັ່ນຢູ່ໃນທະວີບຢູໂຣບ ແລະສະຫະ
ລັດ ລາຍງານເວົ້າວ່າ ການປະຕິບັດທາງດ້ານການທາງການກະເສດ ທີ່ມີປະສິດທິ ພາບ
ດີກວ່າ ແມ່ນຮັບປະກັນວ່າ ອາຫານທີ່ຜະລິດອອກມາ ແມ່ນໄດ້ໄປເຖິງຜູ້ບໍລິໂພກຫລາຍ
ກວ່າ. ແຕ່ວ່າ ລາຍງານກໍໄດ້ອ້າງວ່າ ອາຫານຕັ້ງຫລາຍລ້ານໂຕນ ໄດ້ຖືກໂຍນຖິ້ມ ຍ້ອນ
ວ່າມັນກາຍ ມັນເກີນກໍານົດ ”ວັນຂາຍ” ຫລື ບາງຄັ້ງມັນກໍ ບໍ່ທັນໄດ້ຖືກນໍາອອກໄປວາງ
ຂາຍໃນຮ້ານຂາຍ ຫລື ຕະຫລາດ Supermarket ດ້ວຍຊໍ້າ.

ທ່ານ Colin Brown ກ່າວເພີ້ມອີກວ່າ:
“ແນ່ນອນວ່າ ເມື່ອມັນໄປ ເຖິງຮ້ານຕະຫລາດແລ້ວ ເຂົາເຈົ້າຕ້ອງໄດ້ຕົກ
ແຕ່ງມັນກ່ອນ ເພາະວ່າເຂົາເຂົ້າມີມາດຕະຖານສູງຫລາຍ ໃນເລື້ອງທີ່ວ່າ
ມັນຄວນຈະເປັນແນວໃດ ໂດຍບໍ່ຕ້ອງຄໍານຶງວ່າ ມັນຄວນຈະມີລົດຊາດແບບ
ໃດ ຫລືວ່າມັນຈະກິນໄດ້ບໍ່ ຫລືມີຄຸນຄ່າທາງໂພສະນາການຫລືບໍ່. ມີແຕ່ເປັນ
ຫ່ວງວ່າ ມັນຈະເບິ່ງງາມຫລືບໍ່. ສະນັ້ນເຂົເຈົ້າໂຍນມັນຖິ້ມຕັ້ງຫລວງຫລາຍ
ຍ້ອນພຽງແຕ່ຢ້ານວ່າ ມັນເບິ່ງບໍ່ໜ້າດຶງດູດໃຈຜູ້ຊື້ເທົ່ານັ້ນ.”


ທ່ານ Richard Dodd ຈາກສະມາຄົມພໍ່ຄ້າຂາຍຍ່ອຍ ຫລື British Retail Consortium
ຊຶ່ງຕາງໜ້າໃຫ້ແກ່ຕະຫລາດ supermarket ເວົ້າວ່າ ອັນນັ້ນ ມັນບໍ່ແມ່ນຄວາມຜິດຂອງ
ຮ້ານຄ້າ. ທ່ານ Richard Dodd ໃຫ້ຄວາມເຫັນວ່າ:

“ທີ່ຈິງແລ້ວ ສິ່ງເຫລົ່ານີ້ ແມ່ນກົດລະບຽບຂອງດ້ານການຕະຫລາດຂອງ ສະ ຫະພາບຢູໂຣບ ແລະພວກຂາຍຍ່ອຍແມ່ນໄດ້ຢູ່ໃນແຖວໜ້າຂອງການຜັກດັນ ໃຫ້ມີການຜ່ອນຜັນໃນລະບຽບເຫລົ່ານັ້ນ. ແລະມັນກໍເກີດຂຶ້ນອີ່ຫລີ. ເມື່ອປີ
2009 ພືດຜົນ 26 ຊະນິດແຕກຕ່າງກັນ ໄດ້ຖືກລຶບອອກຈາກລາຍການ ເຫລົ່ານັ້ນ.”


ອົງການຊ່ວຍເຫລືອ ແລະກຸສົນຫລາຍອົງການ ມີຄວາມຍິນດີນໍາບົດລາຍງານດັ່ງກ່າວ
ທີ່ໄດ້ເນັ້ນໃຫ້ເຫັນເຖິງອາຫານທີ່ເສບຫາຍກາຍເປັນ ສິ່ງເສດເຫລືອເປັນຈໍານວນ ຫລວງ
ຫລາຍ ໃນຂະນະທີ່ມີຄົນເປັນຫລາຍໆ ລ້ານຄົນທົນທຸກຕໍ່ການອຶດຫີວ ແລະການຂາດ
ທາດບໍາລຸງ.

ອົງການຊ່ວຍເຫລືອເດັກນ້ອຍ “Save the Children” ເວົ້າວ່າ ມີ ອາຫານພຽງພໍຢູ່ ໃນໂລກນີ້ ເພື່ອຈະເອົາໃຫ້ເດັກນ້ອຍທຸກຄົນກິນ ແຕ່ວ່າ ເດັກນ້ອຍ 2 ລ້ານ 3 ແສນ
ຄົນ ຍັງເສຍຊີວິດຍ້ອນຄວາມ ອຶດຫີວໃນແຕ່ ລະປີ. ທ່ານ Brendan Cox ຜູ້ອໍານວຍ
ການດ້ານນະໂຍບາຍຂອງ ອົງການດັ່ງກ່າວເວົ້າວ່າ:

ທ່ານ Brendan Cox ເວົ້າວ່າ:
”ຄອບຄົວທັງຫລາຍຕ້ອງໄດ້ເລືອກເອົາ ໃນລະຫວ່າງ ການເອົາອາຫານໃຫ້ ຕົນເອງກິນ ຫລືຈະເອົາໄວ້ໃຫ້ລູກກິນ. ມັນບໍ່ຄວນມີຜູ້ໃດ ທີ່ຕ້ອງໄດ້ທໍາ
ການຕັດສິນໃຈເຊັ່ນນັ້ນເລີຍ.”


ດິນ, ພະລັງງານ, ປຸຍ ແລະນໍ້າກໍໄດ້ ຖິ້ມເສຍໄປເຊັ່ນກັນ ໃນຂັ້ນ ຕອນດັ່ງກ່າວ, ອີງຕາມ
ຜູ້ຂຽນບົດລາຍງານ. ແຕ່ວ່າພວກເຂົາເຈົ້າ ເວົ້າວ່າມີຂໍ້ຄວາມອັນນຶ່ງອີກຢູ່ໃນຕົວເລກ
ເຫລົ່ານັ້ນ.

ທ່ານ Brendan Cox ກ່າວມ້ວນທ້າຍວ່າ: ”ຂໍ້ຄວາມທີ່ເປັນໄປໃນ ແງ່ດີທີ່ສຸດໃນນີ້ກໍຄືວ່າ
ໃນຂະນະທີ່ພວກເຮົາແມ່ນເສຍອາຫານໄປ ຍ້ອນມັນເນົ່າ ກໍມີການເພີ້ມຂຶ້ນຂອງ ພົນ
ລະເມືອງ ແລະຄວາມຕ້ອງ ການຢູ່ທົ່ວໂລກ ສະນັ້ນ ພວກເຮົາສາມາດຕອບສະໜອງ
ຄວາມ ຕ້ອງການເຫລົ່ານັ້ນໄດ້ ຖ້າຫາກພວກເຮົາຫລຸດຜ່ອນສິ່ງເສດເຫລືອລົງ. ພວກ
ເຮົາບໍ່ຈໍາເປັນຕ້ອງຕັດໄມ້ລົງ ແລະປູກພືດຜົນເພີ້ມຂຶ້ນຫລາຍ.”

ແລະໂດຍທີ່ມີພົນລະເມືອງຂອງໂລກທໍານາຍວ່າຈະເພີ້ມຂຶ້ນສູ່ຈຸດສູງສຸດເຖິງ 9 ພັນ
500 ລ້ານຄົນ ເມື່ອຮອດ ປີ 2075, ບົດລາຍງານສະຫລຸບ ວ່າການຫລຸດຜ່ອນອາ ຫານເສດເຫລືອ ຕ້ອງເປັນພາກສ່ວນນຶ່ງຂອງການວາງແຜນການເພື່ອຕອບສະ ໜອງ
ຄວາມຕ້ອງການດ້ານອາຫານ.

ເບິ່ງວີດິໂອລາຍງານນີ້ເປັນພາສາອັງກິດ:

XS
SM
MD
LG