ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າໂຄງການອາຫານ ຂອງ ສປຊ ເວົ້າວ່າ ໂລກກໍາລັງປະເຊີນ 2 ວິກິດການ: ໂຄວິດ-19 ແລະໄພອຶດຫິວ


ພວກອາສາສະໝັກແບບເປົາອາຫານໄປແຈກຢາຍໃຫ້ ຄົນທຸກຈົນໃນໄລຍະປິດເມືອງ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19 (COVID-19), ຢູ່ແຂວງ Lagos ຂອງໄນຈີເຣຍ (ວັນທີ 9 ເມສາ, 2020)
ພວກອາສາສະໝັກແບບເປົາອາຫານໄປແຈກຢາຍໃຫ້ ຄົນທຸກຈົນໃນໄລຍະປິດເມືອງ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19 (COVID-19), ຢູ່ແຂວງ Lagos ຂອງໄນຈີເຣຍ (ວັນທີ 9 ເມສາ, 2020)

ຫົວໜ້າດ້ານອາຫານຂອງອົງການສະຫະປະຊາຊາດ ກ່າວໃນວັນອັງຄານວານນີ້ ວ່າ ໃນຂະນະທີ່ໂລກເຮົາກໍາລັງຕໍ່ສູ້ກັບການລະບາດລະດັບໂລກຂອງໄວຣັສ ໂຄ ໂຣນາ ຢູ່ນີ້ ມັນກໍຍັງຕົກຢູ່ໃນສະພາບທີ່ສ່ຽງ ຕໍ່ໄພອຶດຫິວອີກດ້ວຍ.

“ພົນລະເຮືອນຫລາຍລ້ານຄົນທີ່ອາໄສຢູ່ບັນດາປະເທດທີ່ມີການຂັດແຍ້ງກັນ ຊຶ່ງ ລວມມີແມ່ຍິງ ແລະເດັກນ້ອຍຫລາຍຄົນນັ້ນ ກໍາລັງປະເຊີນກັບການຖືກຜັກດັນ ໃຫ້ຕົກໄປຢູ່ໃນສະພາບອຶດຫິວ ໂດຍມີຄວາມຢ້ານກົວກັນວ່າ ຈະເກີດໂຣກອຶດຢາກ ທີ່ອາດເປັນໄປໄດ້ຢ່າງແທ້ຈິງ ແລະເປັນອັນຕະລາຍຫລາຍ,” ນັ້ນຄືຄໍາ ເວົ້າ ຂອງທ່ານ ເດວິດ ບີສລີ (David Beasley), ຫົວໜ້າບໍລິຫານຂອງໂຄງ ການອາຫານໂລກທີ່ ກ່າວຢູ່ໃນກອງປະຊຸມທາງໄກຂອງສະພາຄວາມໝັ້ນຄົງ ຂອງ ອົງການສະຫະປະ ຊາຊາດວ່າ.

ທ່ານບີສລີ ເວົ້າວ່າ ຄົນ 821 ລ້ານຄົນຢູ່ທົ່ວໂລກແມ່ນມີຄວາມອຶດຫິວຕະຫຼອດ ມາເປັນເວລາດົນນານແລ້ວ ແລະ 135 ລ້ານຄົນແມ່ນໄດ້ປະສົບກັບວິກິດການ ດ້ານໄພອຶດຫິວໃນຫລາຍລະດັບ. ໂດຍທີ່ມີພະຍາດ ໂຄວິດ-19 ກະທົບໃສ່ເພີ້ມ ເຂົ້າໄປ ອີກ130 ລ້ານຄົນອາດຈະຖືກຜັກດັນເຂົົ້າໄປຢູ່ໃນສະພາບເປັນໂຣກອຶດ ຫິວພາຍໃນທ້າຍປີ 2020 ນີ້ກໍເປັນໄດ້.

ທ່ານເຕືອນວ່າ “ຢູ່ໃນສະຖານະການທີ່ຮ້າຍແຮງທີ່ສຸດ ພວກເຮົາອາດຈະເຫັນວ່າ ມີໂຣກອຶດຫິວອາຫານ ຢູ່ໃນປະມານ 30 ກວ່າປະເທດ.”

ຢູ່ໃນລາຍງານທີ່ເຜີຍແຜ່ອອກມາໃນວັນອັງຄານວານນີ້ ໂດຍເຄືອຂ່າຍຕ້ານວິກິດ ການດ້ານອາຫານ ຊຶ່ງເປັນແນວໂຮມຂອງອົງການສະຫະປະຊາຊາດ, ອົງການ ລັດຖະບານ ແລະອົງການບໍ່ຂຶ້ນກັບລັດຖະບານ ບອກວ່າສາເຫດທີ່ພາໃຫ້ ມີໄພ ອຶດຫິວເພີ້ມຂຶ້ນ ແມ່ນເປັນຍ້ອນຜົນກະທົບຢ່າງໜັກທາງເສດຖະກິດ, ການຂັດ ແຍ້ງກັນ, ໄພແຫ້ງແລ້ງ ແລະເຫດການອື່ນໆ ທີ່ກ່ຽວຂ້ອງ ກັບເລື້ອງດິນຟ້າອາ ກາດ.

ເຄືອຂ່າຍດັ່ງກ່າວເວົ້າວ່າ ການຫລຸດລົງຂອງການເຄື່ອນໄຫວທາງເສດຖະກິດ ແລະການຈໍາກັດທາງດ້ານການຄ້າ “ຂ້ອນຂ້າງວ່າຈະເຮັດໃຫ້ງົບປະມານຂອງ ຊາດຫລຸດລົງ, ເຮັດໃຫ້ລາຍຮັບຂອງຄອບຄົວຕົກລົງ ແລະອາດຈະພາໃຫ້ລາຄາ ສິນຄ້າຖີບຕົວສູງຂຶ້ນ.”

ບົດລາຍງານນັ້ນ ຍັງໄດ້ເຕືອນອີກວ່າ “ຕ່ອງໂສ້ສະໜອງອາຫານທີ່ສໍາຄັນທີ່ສຸດ” ອາດຈະຖືກເຮັດໃຫ້ຢຸດສະງັກລົງ, ໂດຍສະເພາະແມ່ນ “ຢູ່ໃນບັນດາປະເທດທີ່ ຂາດເຂີນແຫລ່ງຊັບພະຍາກອນຊ່ວຍເຫລືອ ແລະໄດ້ຮັບຜົນກະທົບງ່າຍ,” ເຊັ່ນ ປະເທດຊູດານໃຕ້, ເຢເມັນ ແລະອັຟການິສຖານນັ້ນ.

ເຄິ່ງນຶ່ງຂອງຄົນ 135 ລ້ານຄົນ ທີ່ນອນຢູ່ໃນບົດລາຍງານສະບັບນີ້ ແມ່ນອາໄສ ຢູ່ໃນທະວີບອາຟຣິກາ, 43 ລ້ານຄົນອາໄສຢູ່ໃນທະວີບເອເຊຍແລະເຂດຕາເວັນ ອອກກາງ ແລະຫລາຍວ່າ 18 ລ້ານຄົນ ແມ່ນອາໄສຢູ່ໃນຂົງເຂດອາເມຣິກາລາ ຕິນ ແລະທະເລຄາຣິບຽນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG