ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນຕ່າງປະເທດທີ່ອາໄສຢູ່ ໄທ ພົບຄວາມຫຍຸ້ງຍາກ ໃນການໄດ້ຮັບຢາວັກຊີນກັນ COVID-19


ທ່ານໝໍຄົນນຶ່ງນັບແກ້ວຢາວັກຊີນກັນ COVID-19 ຂອງ AstraZeneca-Oxford. 8 ກຸມພາ, 2021.
ທ່ານໝໍຄົນນຶ່ງນັບແກ້ວຢາວັກຊີນກັນ COVID-19 ຂອງ AstraZeneca-Oxford. 8 ກຸມພາ, 2021.

ການເຂົ້າຫາຢາວັກຊີນກັນ COVID-19 ຂອງປະຊາຊົນໃນປະເທດ ໄທ ແມ່ນຖືວ່າຍາກຫຼາຍໂດຍ ບໍ່ຕ້ອງເວົ້າເຖິງເລີຍຄົນຕ່າງປະເທດ. ໃນຂະນະທີ່ປະຊາກອນໃນປະເທດດັ່ງກ່າວມີພຽງ 5 ເປີເຊັນເທົ່ານັ້ນທີ່ໄດ້ສັກຢາວັກຊີນຄົບແລ້ວ.

ເມື່ອສົມທຽບໃສ່ກັບປະເທດ ລາວ, ຄົນຢູ່ ລາວ ແມ່ນມີໂອກາດໄດ້ສັກຢາວັກຊີນກັນໂຄວິດຫຼາຍກວ່າ. ແຕ່ສຳລັບຄົນຢູ່ ໄທ ນັ້ນເຂົາເຈົ້າສາມາດສັກຢາໂດຍບໍ່ເສຍຄ່າໃຊ້ຈ່າຍ ຫຼືວ່າຈະຊື້ຢາວັກຊີນເອົາເອງ. ເຖິງແມ່ນຈະຈົກເງິນຈາກຖົງຊື້ເອງນັ້ນ ເຂົາເຈົ້າກໍບໍ່ໄດ້ຮັບຢາວັກຊີນງ່າຍໆ.

ຄົນລາວທີ່ສຶກສາຢູ່ປະເທດ ໄທ ໄດ້ກ່າວຕໍ່ວີໂອເອພາກພາສາລາວ ກ່ຽວກັບ ການສັກຢາວັກຊີນໃນປະເທດດັ່ງກ່າວວ່າ “ສຳລັບສັກຢານ້ອງຍັງບໍ່ທັນໄດ້ສັກເທື່ອເພາະວ່າທາງການ ໄທ ເພິ່ນຍັງບໍ່ທັນໄດ້ມີນະໂຍບາຍ ເພາະວ່າເພິ່ນຈະຕ້ອງໃຫ້ລົງທະບຽນ ຄືກັບວ່າຈອງວັກຊີນໄວ້ກ່ອນແບບຊີ້ຫັ້ນນະຈະນັດມື້ມາສັກ. ສຳລັບປະຊາຊົນຄົນລາວທີ່ວ່າ ຫຼືວ່າ ຄົນຕ່າງປະເທດທີ່ວ່າຢູ່ໃນນີ້ເອງຍັງບໍ່ທັນໄດ້ຮັບວັກຊີນຟຣີເທື່ອ ແຕ່ວ່າໃຜທີ່ຢາກຈະເສຍເງິນກໍຈະຕ້ອງໄດ້ຈອງຄືກັນເນາະ ຈະຕ້ອງຈອງນຳໂຮງໝໍເອກະຊົນບໍ່ແບບຊີ້. ແຕ່ວ່າກະຍັງເປັນເລື່ອງທີ່ຫຍຸ້ງຍາກຫຼາຍກັບການເຂົ້າເຖິງວັກຊີນ, ຈະໄດ້ຮັບວັກຊີນຫັ້ນນະ.”

ຢູ່ປະເທດ ລາວ, ລັດຖະບານແມ່ນໄດ້ຮັບການຊ່ວຍເຫຼືອດ້ານວັກຊີນຫຼາຍຊະນິດຜ່ານໂຄງການ COVAX. COVAX ແມ່ນການນຳພາຮ່ວມກັນໂດຍ Gavi ຊຶ່ງແມ່ນ​ພັນທະມິດດ້ານ​ວັກຊີນ, ອົງ ການ WHO ແລະ CEPI ທີ່​ເຮັດວຽກຮ່ວມກັບອົງການຢູນິເຊັຟ​, ທະນາຄານໂລກ, ອົງການຈັດຕັ້ງສັງຄົມ​, ຜູ້ຜະລິດ ແລະ ອື່ນໆ.

ໃນວັນທີ 19 ກໍລະກົດທີ່ຜ່ານມາ, ລັດຖະບານ ລາວ ກໍໄດ້ຮັບການຊ່ວຍເຫຼືອ ຢາວັກຊີນກັນໂຄວິດ Johnson & Johnson 1,008,000 ໂດສ ຈາກປະ ຊາຊົນ ສະຫະລັດ ອາເມຣິກາ.

XS
SM
MD
LG