ເຊົາເວົ້າເຖິງເລື່ອງລົດທີ່ແລ່ນໂດຍບໍ່ຕ້ອງມີຄົນຂັບຊາ! ແລ້ວໃຫ້ຫັນມາວາດພາບເບິ່ງ
ອະນາຄົດ ທີ່ອັ່ງອໍໄປດ້ວຍລົດທີ່ບິນໄດ້. ການອອກແບບຄັ້ງຫລ້າສຸດຂອງລົດປະເພດ
ດັ່ງກ່າວ ແມ່ນມາຈາກເນເທີແລນ ບ່ອນທີ່ບໍລິສັດແຫ່ງນຶ່ງມີແຜນທີ່ຈະນໍາເອົາການ
ປະສົມປະສານກັນລະຫວ່າງເຮືອບິນເຮລິຄອບເຕີນ້ອຍ ແລະລົດແຂ່ງອອກມາສູ່ສາຍ
ຕາຂອງປວງຊົນ. ຈອດຈ໌ ພິວຕິກ (George Putic), ນັກຂ່າວວີໂອເອ ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ສົມມຸດວ່າ ທ່ານມີເງິນເຫລືອແຮຖົງໄວ້ ປະມານ 6 ແສນໂດລາ ແລະມີບ່ອນເໝາະສົມ
ສໍາລັບໃຫ້ລົດບິນຂຶ້ນ ແລະລົງຈອດໄດ້ ລົດບິນໄດ້ ທີ່ມີສອງບ່ອນນັ່ງ ທີ່ຊື່ວ່າ ປາລ-ວີ
ລີເບີທີ (PAL-V Liberty) ລໍານີ້ ສາມາດທີ່ຈະເຮັດໃຫ້ທ່ານມີຄວາມເພີດເພີນໄດ້ຫລາຍ.
ການເຮັດລົດບິນໄດ້ນີ້ ແມ່ນອີງໃສ່ແນວຄວາມຄິດ ກ່ຽວກັບລົດຈັກທີ່ບິນໄດ້ທີ່ໃຊ້ໝາກ
ປິ່ນຕັ້ງຂຶ້ນຊື່ຢູ່ຂ້າງຫລັງນັ້ນ ເພື່ອພັກດັນມັນໃຫ້ແລ່ນໄປທາງໜ້າ ແລະໃຊ້ໃບພັດຢູ່ເທິງ
ຫົວທີ່ບໍ່ຕ້ອງໃຊ້ໄຟເພື່ອປິ່ນນັ້ນ ເຮັດໃຫ້ມັນຄຶງຕົວບິນຢູ່ເທິງອາກາດໄດ້.
ມີເຮືອບິນຈໍານວນນຶ່ງທີ່ຄ້າຍຄືກັນນີ້ຢູ່ ແຕ່ວ່າພາຫະນະຊະນິດນີ້ ມັນມີບ່ອນຂັບທີ່ມີ
ເຄື່ອງປົກຫຸ້ມໄວ້ ແລະມີຕີນໃຫຍ່ສາມຕີນເພື່ອໃຊ້ໃນເວລາຢຸດບິນແລ້ວຂັບໄປຕາມ
ຖະໜົນ.
ທ່ານ ໂຣເບີດ ດິງເຈິແມນສ໌ (Robert Dingemanse), ຫົວໜ້າບໍລິຫານຂອງບໍລິສັດ
ປາລ-ວີ ລີເບີທີ (PAL-V Liberty) ເວົ້າວ່າ ມັນມີຄວາມປອດໄພຫລາຍເພາະວ່າ
ໃນກໍລະນີທີ່ເຄື່ອງຈັກຂອງລົດບິນນີ້ຢຸດເຮັດວຽກ ໃບພັດທີ່ຢູ່ເທິງຫົວນັ້ນ ຈະໃຊ້ເປັນ
ຄືກັນກັບຈ້ອງ. ເພື່ອໃຫ້ມີຄວາມປອດໄພເພີ້ມຂຶ້ນ ລົດຈັກທີ່ບິນໄດ້ນີ້ມີເຄື່ອງຈັກສອງ
ໜ່ວຍ.
ທ່ານ ໂຣເບີດ ດິງເຈິແມນສ໌ ອະທິບາຍວ່າ “ສະນັ້ນ ເມື່ອໃດເຄື່ອງຈັກໜ່ວຍນຶ່ງ
ຫາກໃຊ້ການບໍ່ໄດ້ ຊຶ່ງກໍບໍ່ຄ່ອຍຈະເກີດຂຶ້ນດອກ ເພາະວ່າມັນເປັນເຄື່ອງຈັກ
ເຮືອບິນທີ່ໄດ້ຮັບການຮັບຮອງແບບເກີນຄວາມຕ້ອງການມາແລ້ວ, ແຕ່ຖ້າຫາກ
ວ່າມັນໃຊ້ການບໍ່ໄດ້ແທ້ ທ່ານກໍຍັງມີເຄື່ອງຈັກອີກໜ່ວຍນຶ່ງຢູ່ ແລະໂດຍການ
ໃຊ້ເຄື່ອງຈັກໜ່ວຍນີ້ ທ່ານກໍຍັງຈະສາມາດບິນໄປໄດ້ໄກຫລາຍເພື່ອຊອກຫາ
ບ່ອນທີ່ມັນຈະສາມາດລົງຈອດໄດ້.”
ລະບົບທຸກຢ່າງແມ່ນໄດ້ຮັບການທົດລອງຢ່າງລະອຽດລະອໍເພື່ອຮັບປະກັນຄວາມ
ກົດດັນທຸກປະເພດ.
ບໍລິສັດປາລ-ວີ ລີເບີທີ (PAL-V Liberty) ມີພວງມະໄລ ແລະຄັນເບກ ແລະຄັນ
ເລັ່ງແບບມາດຕະຖານ ໃນຂະນະທີ່ການຄວບຄຸມການບິນຍິ່ງງ່າຍໄປກວ່ານັ້ນອີກ
ຊຶ່ງມີການຄວບຄຸມຄັນເລັ່ງ ແລະຄັນໃສ່ເຈຍ.
ທ່ານດິງເຈິແມນສ໌ ອະທິບາຍເພີ້ມເຕີມວ່າ “ໂດຍການໃຊ້ຄັນເຈຍ ເຮົາກໍຈະສາ
ມາດບັງຄັບໃຫ້ໃບພັດປ່ຽນທິດທາງໄປມາໄດ້ ສະນັ້ນ ຖ້າເຮົາຫັກມັນໄປກໍ້າຊ້າຍ
ມັນກໍຈະໄປທາງຊ້າຍ ແລະຖ້າເຮົາປິ່ນມັນໄປກໍ້າຂວາ ມັນກໍຈະໄປທາງຂວາ.
ແລະຖ້າເຮົາຍູ້ມັນໄປທາງໜ້າ ມັນກໍຈະບິນໄປໄວຂຶ້ນ.”
ການປ່ຽນຈາກລົດໃຫ້ເປັນລົດບິນ ແລະມັນກໍກັບມາເປັນລົດອີກແມ່ນເປັນໄປ
ແບບອັດຕະໂນມັດຢ່າງເຕັມສ່ວນແລະຈະໃຊ້ເວລາພຽງແຕ່ 10 ນາທີເທົ່ານັ້ນ.
ມັນຂ້ອນຂ້າງວ່າຈະເປັນເຄື່ອງຈັກທີ່ຫີວກະຫາຍນໍ້າມັນທີ່ເຜົາໄໝ້ນໍ້າມັນທຳມະ
ດາທີ່ໃສ່ລົດ ປະມານ 7 ລິດ ຕໍ່ຊົ່ວໂມງໂດຍທີ່ມີການບິນໃນຄວາມໄວສູງສຸດ
ປະມານ 180 ກິໂລແມັດ ຕໍ່ຊົ່ວໂມງ ແລະນໍ້າມັນຖັງນຶ່ງ ແມ່ນໄປໄດ້ໃນລະດັບ
ປະມານ 500 ກິໂລແມັດ.
ຕ້ອງມີໃບອະນຸຍາດຂັບເຮືອບິນ ຈຶ່ງຈະຂັບລົດບິນນີ້ໄດ້ ແຕ່ວ່າການຝຶກຂັບ
ແມ່ນໄລ່ເປັນຊົ່ວໂມງ ແທນທີ່ຈະເປັນມື້.
ບໍລິສັດດັ່ງກ່າວໄດ້ຮັບເງິນຈ່າຍຂັ້ນຕົ້ນສໍາລັບການຂາຍລົດບິນໃນຄັ້ງທໍາອິດ
ນີ້ແລ້ວ ຊຶ່ງຄາດວ່າຈະອອກມາສູ່ຕະຫຼາດໃນປີ 2019 ນີ້.