ລະດູການຄົນເປັນໄຂ້ຫວັດໃຫຍ່ໄດ້ເລີ້ມຂຶ້ນແລ້ວ ຢູ່ໃນຊີກໂລກເໜືອ. ເຖິງແມ່ນວ່າມັນຈະຢູ່ໃນຂັ້ນຕອນຕົ້ນໆ ຂອງລະດູການກໍຕາມ ແຕ່ກໍມີລາຍງານມາ ວ່າມີ 2 ຄົນແລ້ວ ທີ່ເສຍຊີວິດໄປ ຍ້ອນພະຍາດນີ້. ຜູ້ນຶ່ງແມ່ນເດັກນ້ອຍ ແລະອີກຜູ້ນຶ່ງແມ່ນຜູ້ໃຫຍ່ທີ່ມີອາການປ່ວຍຊຳເຮື້ອມາແຕ່ດົນນານ ແຕ່ກໍປາກົດວ່າຜູ້ຄົນທີ່ມີສຸຂະພາບແຂງແຮງດີ ກໍຍັງເສຍຊີວິດຍ້ອນໂຣກໄຂ້ຫວັດໃຫຍ່ ນີ້ຄືກັນ. Carol Pearson ນັກຂ່າວຂອງວີໂອເອ ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັດນດັບຕໍ່ໄປ.
ຄົນທີ່ຂ້ອນຂ້າງວ່າຈະເສຍຊີວິດຍ້ອນໄຂ້ຫວັດໃຫຍ່ມັກຈະແມ່ນຄົນທີ່ຍັງນ້ອຍໆ ແລະແກ່ຊະລາຫລາຍແລ້ວ.
ສ່ວນຄົນອື່ນໆ ທີ່ສ່ຽງໄພຕໍ່ການເປັນພະຍາດນີ້ ແມ່ນແມ່ຍິງທີ່ຖືພາ ແລະພວກທີ່ມີໂຣກຊຳເຮື້ອ. ແຕ່ກໍປາກົດວ່າຜູ້ຄົນທີ່ມີສຸຂະພາບແຂງແຮງກໍຍັງເສຍຊີວິດຍ້ອນໂຣກໄຂ້ຫວັດໃຫຍ່ນີ້ເຊັ່ນກັນ.
ນາງເຈນ ລຸດວິນ (Jen Ludwin) ບໍ່ໄດ້ເປັນຫ່ວງຫຍັງເລີຍ ໃນຕອນທີ່ລາວຍ່າງເຂົ້າມາຍ້ອນເປັນໄຂ້ຫວັດໃຫຍ່. ລາວມີອາຍຸໄດ້ 23 ປີ ແລະກໍມີສຸຂະພາບແຂງແຮງດີຍົກເວັ້ນແຕ່ເປັນໄຂ້ນີ້ເທົ່ານັ້ນ.
ນາງ ເຈນ ລຸດວິນ (Jen Ludwin), ຄົນເຈັບຢູ່ສູນການແພດ ເວັກຊ໌ເນີ (Wexner) ຂອງມະຫາວິທະຍາໄລລັດໂອຮາຍໂອເວົ້າວ່າ:
"ຂ້ອຍຄິດວ່າ, ເຈົ້າຮູ້ບໍໍ່, ຂ້ອຍຈະນອນຢູ່ເທິງຕຽງນີ້ 7 ມື້ ແລະຂ້ອຍກໍຈະສູ້ກັບມັນໃຫ້ຫາຍໄປ ແລະຂ້ອຍກໍຈະ ‘ດີລະບັດນັ້ນ’. ແຕ່ວ່າ ຂ້ອຍຄິດຜິດຂະໜາດເລີຍ."
ອະໄວຍະວະຂອງນາງ ລຸດວິນ (Ludwin) ເລີ້ມອ່ອນແອລົງ, ລວມທັງປອດຂອງນາງອີກດ້ວຍ. ນາງເລົ່າສູ່ຟັງວ່າ:
"ຂ້ອຍຕົກຢູ່ໃນສະພາບທີ່ຖືກກະທົບຢ່າງແຮງຈາກການຕິດເຊື້ອຢູ່ແລ້ວ ແລະ ເຫັນວ່າອະໄວຍະວະຕ່າງໆຂອງຂ້ອຍເລີ້ມເຮັດວຽກບໍ່ໄດ້. ນອກຈາກນັ້ນແລ້ວ, ຂ້ອຍກໍມີ ARDS (Acute respiratory distress syndrome), ທີ່ເປັນອາການທີ່ເຮັດໃຫ້ການຫາຍໃຈມີບັນຫາຢ່າງແຮງ ແລະຈາກນັ້ນ ກໍແມ່ນ DIC (Disseminated intravascular coagulation) ທີ່ເຮັດໃຫ້ຂ້ອຍມີເລືອດຕົກໃນ ແລະເລືອດກ້າມຢູ່ຕາມຕີນຕາມມື. ແລະອາການສົນທັງໝົດເຫລົ່ານັ້ນຮວມເຂົ້າກັນພາໃຫ້ມີເນື້ອທີ່ເນົ່າຢູ່ຕາມແຂນຂາຂອງຂ້ອຍ, ແລະຂ້ອຍກໍໄດ້ກາຍເປັນ ຄົນຖືກຕັດແຂນ ຕັດຂາອອກໃຫ້ກຸດໄປ."
ດຣ. ເອີຣິກ ແອັດຄິນສ໌ (Eric Adkins), ທີ່ສູນກາງການແພດເວັກສ໌ເນີ ຂອງ ມະຫາວິທະຍາໄລລັດໂອຮາຍໃຫ້ຄຳເຫັນວ່າ:
"ປະຕິກິລິຍາຕອບໂຕ້ຂອງຮ່າງກາຍຕໍ່ການຕິດເຊື້ອໂດຍພື້ນຖານແລ້ວ ແມ່ນເປັນການຕອບໂຕ້ຄືນທີ່ມີການອັກເສບຢ່າງໃຫຍ່ ທີ່ສາມາດພາໃຫ້ເກີດບັນຫາຕ່າງໆໄດ້ຫລາຍຢ່າງຢູ່ໃນອະໄວຍະວະທັງຫລາຍ.”
ແຕ່ວ່າ ເປັນຫຍັງຄົນທີ່ມີສຸຂະພາບສົມບູນດີຈຶ່ງເກີດມີບັນຫາໃນຫົວໃຈທີ່ສືບເນື່ອງມາຈາກການເປັນໄຂ້ຫວັດໃຫຍ່? ພວກນັກຄົ້ນຄວ້າໃນໂຮງຮຽນແພດສາດຂອງລັດໂອຮາຍໂອ ພົບວ່າມີການເຊື່ອມໂຍງກັນລະຫວ່າງພະຍາດເຫລົ່ານີ້.
ດຣ. ເຈກັບ ຢຸນທ໌ (Jacob Yount) ຈາກໂຮງຮຽນແພດສາດຂອງມະຫາວິທະຍາໄລລັດໂອຮາຍໂອເວົ້າວ່າ:
"ພວກເຮົາຜະລິດທາດໂປຣຕິນອັນນີ້ ແລະມັນສະກັດກັ້ນບໍ່ໃຫ້ເຊື້ອໄວຣັສ ເຂົ້າ ໄປໃນແຊລຂອງພວກເຮົາ."
ດຣ. ຢຸນທ໌ (Yount) ແລະທີມງານນັກຄົ້ນຄວ້າຂອງເພິ່ນໄດ້ພົບວ່າບາງຄົນກໍມີການປ່ຽນແປງທາງພັນທຸກຳທີ່ສະກັດກັ້ນການຜະລິດທາດໂປຣຕິນອັນນັ້ນ, ແລະເມື່ອບໍ່ມີມັນແລ້ວ ເຊື້ອໄວຣັສໄຂ້ຫວັດໃຫຍ່ກໍອາດຈະເຂົ້າໄປເຮັດໃຫ້ຫົວໃຈຕິດເຊື້ອພະຍາດນີ້ ແລະພາໃຫ້ເກີດໂຣກຫົວໃຈລົ້ມແຫລວ.
ດຣ. ຢຸນທ໌ (Yount) ເວົ້າອີກວ່າ:
"ທີ່ຈິງແລ້ວ ມັນສາມາດທີ່ຈະສະກັດກັ້ນກະແສໄຟຟ້າທີ່ກຳລັງເດີນຜ່ານຫົວໃຈນັ້ນໄດ້."
ການຄົ້ນພົບດັ່ງກ່າວອາດຈະຊ່ວຍບັນດາທ່ານໝໍໃຫ້ສາມາດປິ່ນປົວຄົນປ່ວຍເປັນພະຍາດໄຂ້ຫວັດໃຫຍ່ໄດ້ໃນອະນາຄົດ.
ດຣ. ແອັດຄິນສ໌ (Adkins) ກ່າວມ້ວນທ້າຍວ່າ:
"ຖ້າຫາກທ່ານຮູ້ລ່ວງໜ້າວ່າ ພວກເຂົາເຈົ້າຂາດພັນທຸກຳ ແລ້ວທ່ານກໍອາດຈະສາມາດຈັດການປິ່ນປົວທາງການແພດຂອງທ່ານໃຫ້ແຕກຕ່າງອອກໄປໄດ້."
ແຕ່ວ່າ ດຽວນີ້ ການປ້ອງກັນທີ່ດີທີ່ສຸດກໍຄືໄປສັກຢາກັນໄຂ້ຫວັດໃຫຍ່. ພວກນັກຄົ້ນຄວ້າເວົ້າວ່າ ຫລາຍລ້ານຄົນຢູ່ທົ່ວໂລກ ຊຶ່ງລວມທັງປະມານ 1 ສ່ວນ 5 ຂອງ ຄົນທີ່ມີເຊື້ອສາຍຈີນ ອາດຈະມີການປ່ຽນແປງທາງກຳມະພັນນີ້. ບັດນີ້ ພວກນັກວິທະຍາສາດໄດ້ເຂົ້າໃຈແລ້ວວ່າແມ່ນຫຍັງສາມາດເຮັດໃຫ້ເກີດບັນຫາໄດ້ແລ້ວ, ເຂົາເຈົ້າກຳລັງຊອກຫາວິທີການປິ່ນປົວທີ່ອາດຈະປ້ອງກັນ ຫລືຕ່າວປີ້ນອາການສັບສົນຂອງຫົວໃຈນັ້ນ ໄດ້ໃນອະນາຄົດ.