ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຫລົບໜີໄປຂອງຄົນ ຮົງກົງ ຄືຂອງຂວັນ ທີ່ທ່ານ ‘ສີ ຈິ້ນຜິງ ເອົາໃຫ້ແກ່ໂລກ’


ທ່ານ Jimmy Lai, ຜູ້ມີອິດທິພົນໃນວົງການຂ່າວສານ ໄປເຖິງສະຖານີຕໍາຫລວດເພື່ອເຂົ້າໄປລາຍງານຕົວຊຶ່ງເປັນການປະຕິບັດສ່ວນນຶ່ງຕາມເງື່ອນໄຂໃນການປະກັນຕົວຂອງເພິ່ນອອກຈາກການຄຸມຂັງຢູ່ໃນຮົງກົງ ໃນວັນທີ 1 ກັນຍາ, 2020
ທ່ານ Jimmy Lai, ຜູ້ມີອິດທິພົນໃນວົງການຂ່າວສານ ໄປເຖິງສະຖານີຕໍາຫລວດເພື່ອເຂົ້າໄປລາຍງານຕົວຊຶ່ງເປັນການປະຕິບັດສ່ວນນຶ່ງຕາມເງື່ອນໄຂໃນການປະກັນຕົວຂອງເພິ່ນອອກຈາກການຄຸມຂັງຢູ່ໃນຮົງກົງ ໃນວັນທີ 1 ກັນຍາ, 2020

ສອງເດືອນພາຍຫລັງທີ່ກົດໝາຍແຫ່ງຄວາມໝັ້ນຄົງຂອງ ຈີນ ມີຜົນບັງຄັບໃຊ້ ໃນ ຮົງກົງ ເມືຶອງດັ່ງກ່າວແມ່ນໄດ້ປະສົບຄວາມຫຍຸ້ງຍາກໃນການປັບຕົວໃຫ້ເຂົ້າກັບສະພາບການປົກກະຕິແບບໃໝ່.

ການບຸກລຸກຂອງລັດຖະບານເຂົ້າໄປໂຮງການຂອງໜັງສືພິມຕ່າງໆ ໄດ້ເລີ້ມຂຶ້ນໃນວັນທີ 10 ສິງຫາ ເມື່ອເຈົ້າໜ້າທີ່ນອກເຄື່ອງແບບຫລາຍສິບຄົນໄດ້ໄປທີ່ຫ້ອງການໜັງສືພິມ Apple Daily ຊຶ່ງເປັນໜັງສືພິມທ້ອງຖິ່ນແຫ່ງນຶ່ງ. ໃນຕອນເຊົ້າໆ ຂອງມື້ນັ້ນ ເຂົາເຈົ້າໄດ້ຈັບກຸມທ່ານ ຈິມມີ ລາຍ, ຜູ້ມີອິດທິພົນທາງດ້ານຂ່າວສານ ທີ່ສະໜັບສະໜຸນປະຊາທິປະໄຕ ແລະເປັນເຈົ້າຂອງບໍລິສັດ Next Digital ຊຶ່ງ ເປັນບໍລິສັດແມ່ຂອງໜັງສືພິມ Apple Daily ນັ້ນ ໃນຂໍ້ຫາວ່າສໍ້ໂກງ ແລະຮ່ວມມືກັນກັບອໍານາດຕ່າງປະເທດ ຊຶ່ງເປັນການເຮັດຜິດກົດໝາຍຕາມທີ່ລະບຸໄວ້ໃນກົດໝາຍຄວາມໝັ້ນຄົງຂອງຊາດໃໝ່.

ການເຄື່ອນໄຫວທີ່ກະທໍາຕໍ່ທ່ານລາຍ ແລະໜັງສືພິມ Apple Daily ມີຂຶ້ນໃນນຶ່ງອາທິດ ຫລັງຈາກສະຫະລັດໄດ້ວາງມາດຕະການລົງໂທດຕໍ່ທ່ານນາງ ແຄຣີ ແລມ, ຫົວໜ້າຜູ້ບໍລິຫານຂອງຮົງກົງ ແລະເຈົ້າໜ້າທີ່ຮັກສາຄວາມສະຫງົບ ແລະເຈົ້າໜ້າທີ່ລັດຖະບານຄົນອື່ນອີກ 10 ທ່ານ ທີ່ໄດ້ “ທໍາລາຍສິດໃນການປົກຄອງຕົນ ເອງຂອງຮົງກົງ ແລະຈໍາກັດສິດເສລີພາບໃນການປາກເວົ້າ ຫລືໂຮມຊຸມນຸມກັນຂອງພົນລະເມືອງ ຮົງກົງ.”

ຫົວໜ້າບໍລິຫານຂອງບໍລິສັດ Next Digital, ທ່ານກິມ-ຮຸງ ເຈີງ (Kim-hung Cheung), ທ່ານຣອຍສຕັນ ໂຈວ (Royston Chow), ຫົວໜ້າດ້ານການເງິນ, ແລະທ່ານ ຕັດ-ເຄວັນ ໂຈວ (Tat-kuen Chow), ຫົວໜ້າຝ່າຍດໍາເນີນກິດຈະ ການ ກໍໄດ້ຖືກຈັບກຸມເຊັ່ນກັນ. ທ່ານລາຍ ແລະຫົວ ໜ້າຜູ້ບໍລິຫານຄົນອື່ນໆ ໄດ້ຖືກ ປ່ອຍຕົວໂດຍມີເງິນຄໍ້າປະກັນຕົວ.

ບັນດາເຈົ້າໜ້າທີ່ໄດ້ອອກໝາຍຈັບທ່ານ ມາກ ໄຊມອນ (Mark Simon), ມືຂວາຂອງທ່ານລາຍ ແລະເປັນຄົນສັນຊາດອາເມຣິກັນ ຊຶ່ງປັດຈຸບັນນີ້ ຢູ່ໃນ ສະຫະລັດ ໂດຍທີ່ຊັບສິນຂອງທ່ານຖືກຢຶດຢູ່ໃນຮົງກົງ. ທ່ານ ໄຊມອນ (Simon) ທີ່ຖືວ່າ ຮົງກົງເປັນບ້ານຂອງຕົນພາຍຫລັງທີ່ໄດ້ໄປອາໄສຢູ່ທີ່ນັ້ນໄດ້ສອງທົດສະວັດແລ້ວ ເວົ້າວ່າ ຕົນຈະບໍ່ກັບໄປຫັ້ນອີກ.

ທ່ານກ່າວຕໍ່ວີໂອເອພະແນກພາສາຈີນກາງໃນການສໍາພາດພິເສດວ່າ “ຮົງກົງ ເປັນບ້ານຢູ່ທີ່ຂ້ອຍເລືອກ. ຈະເວົ້າອີກຢ່າງນຶ່ງກໍແມ່ນວ່າ ຂ້ອຍຮັກ ຮົງກົງ. ມັນເຮັດໃຫ້ຂ້ອຍເສົ້າໃຈແທ້ໆ ເມື່ອຮູ້ວ່າ ຂ້ອຍບໍ່ສາມາດກັບໄປຍັງທີ່ນັ້ນໄດ້ອີກ ບາງທີກໍອາດຈະເປັນເວລາອີກດົນເລີຍ.”

ການກັບຄືນໄປມີຄວາມໝາຍວ່າຈະພົບບັນຫາທາງກົດໝາຍ ທີ່ທ່ານ ໄຊມອນ (Simon) ເອີ້ນວ່າ ເປັນການ “ເຮັດໃຫ້ມີຄວາມຫັນເຫຄວາມສົນໃຈ” ສໍາລັບທຸກຄົນ ຊຶ່ງເປັນບາງ ສິ່ງບາງຢ່າງທີ່ທ່ານບໍ່ຢາກໃຫ້ເປັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG