ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຖະໜົນຫົນທາງ ແລະຂົວ ໃນແຂວງຫລວງ​ພະ​ບາງ ເສຍຫາຍໜັກ ຍ້ອນໄຕ້ຝຸ່ນ Kalmaegi


ນ້ຳຢ່າງຫລວງຫຼາຍ ທີ່​ໄຫລ​ລົງ​ມາ​ຈາກ​ເຂດພື້ນທີ່​ສູງ ​ເຂົ້າຖ້ວມ​ບ້ານ​ເຮືອນ​ ​ແລະ​ທຳລາຍ​ຊັບ​ສິນ ​ຂອງ​ປະຊາຊົນ​ຢ່າງ​ໄວ​ວາ.​
ນ້ຳຢ່າງຫລວງຫຼາຍ ທີ່​ໄຫລ​ລົງ​ມາ​ຈາກ​ເຂດພື້ນທີ່​ສູງ ​ເຂົ້າຖ້ວມ​ບ້ານ​ເຮືອນ​ ​ແລະ​ທຳລາຍ​ຊັບ​ສິນ ​ຂອງ​ປະຊາຊົນ​ຢ່າງ​ໄວ​ວາ.​

​ເກີດ​ໄພ​ນ້ຳຖ້ວມ​ຢ່າງ​ກະທັນຫັນ ​ໃນ​ເຂດ​ເທດສະບານ​ເມືອງ​ມໍລະດົກ​ໂລກ ຫລວງ​ພະ​ບາງ​ໂດຍ​ນອກຈາກ​ຈະ​ເປັນ​ຍ້ອນ​ພາຍຸ​ໄຕ້​ຝຸ່ນ​ແລ້ວ ກໍ​ຍັງ​ເຊື່ອ​ວ່າ ​ເປັນ​ຍ້ອນ​ການ​ຕັດ​ໄມ້​ທຳລາຍ​ປ່າ​ຢ່າງ​ໜັກໜ່ວງ​ອີກ​ດ້ວຍ.


ທ່ານ​ຄຳ​ສີ ສຸວັນ​ທອງ ຮອງ​ຫົວໜ້າ​ຂະ​ແໜງ​ຄຸ້ມ​ຄອງ​ທາງບົກ
ພະ​ແນ​ກ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ​ແຂວງ​ຫລວງ​ພະ​ບາງ ​ໄດ້​
ຖະ​ແຫລ​ງລາຍ​ງານ​ວ່າ ​ໄພ​ນ້ຳຖ້ວມ​ຢ່າງ​ກະທັນຫັນ​ ທີ່​ເກີດຈາກ​ພາຍຸ​ໄຕ້​ຝຸ່ນ Kalmaegi
ທີ່​ພັດ​ເຂົ້າ​ເຂດ​ແຂວງ​ໃນ​ພາກ​ເໜືອ​ຂອງ​ລາວ​ ລະຫວ່າງ​ວັນ​ທີ 16-17 ກັນຍາ​ທີ່​ຜ່ານ​ມານັ້ນ
​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ຖະໜົນ​ທີ່​ເຊື່ອມ​ຕໍ່ ລະຫວ່າງ​ເມືອງ​ຕ່າງໆທັງ 12 ​ເມືອງ​ ໃນ​ແຂວງ​ຫລວງ
ພະບາງ ຫຼາຍ 10 ​ເສັ້ນທາງ​ ​ເສຍ​ຫາຍແລະ​ເປ​ເພ​ຢ່າງ​ໜັກ.

ທັງ​ນີ້​ໂດຍ​ຈາກ​ການ​ປະ​ເມີນ​ເບື້ອງຕົ້ນພົບ​ວ່າ ທັງ​ຖະໜົນ ​ແ​ລະ​ຂົວ​ທີ່​ເປ​ເພ​ໄປ​ນັບ 10 ​ແຫ່ງ​
ນັ້ນ ຄິດ​ເປັນ​ມູນ​ຄ່າ​ການ​ເສຍ​ຫາຍ​ລວມກັນ​ເກືອບ​ເຖິງ 100 ຕື້​ກີບ ຊຶ່ງ​ເມື່ອ​ລວມກັບ​ຜົນ​ເສຍ​
ຫາຍ ທີ່​ເກີດ​ຂຶ້ນກັບ​ອາຄານ ສຳນັກງານ​ຂອງ​ລັດ ລະບົບ​ໂຄງຂ່າຍ​ພື້ນຖານ ບ້ານ​ເຮືອນ ​ແລະ ​ພື້ນ​ທີ່​ການ​ກະ​ເສດຂອງ​ປະຊາຊົນ ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ດ້ວຍ​ນັ້ນ ກໍ​ໄດ້​ມີ​ການ​ປະ​ເມີນ​ໃນ​ຂັ້ນ​ເບື້ອງ​ຕົ້ນ​ວ່າ ຈະ​ຕ້ອງ​ນຳ​ໃຊ້​ງົບປະມານ​ບໍ່​ນ້ອຍ​ກວ່າ 150 ຕື້​ກີບ ​ເພື່ອ​ຟື້ນ​ຟູ​ສະພາບ​ການ​ໃນ​ລະຍະ​ສະ​ເພາະ​ໜ້າ​ນີ້.

ການ​ເກີດ​ໄພ​ນ້ຳຖ້ວມ​ຢ່າງ​ກະທັນຫັນ​ໃນ​ຄັ້ງນີ້ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ເຂດ​ເທດສະບານ​
ເມືອງ​ມໍລະດົກ​ໂລກ​ຫລວງ​ພະ​ບາງ​ນັ້ນ ນັບ​ເປັນຄັ້ງທຳ​ອິດ​ທີ່​ມີ​ປະລິມານ​ນ້ຳຢ່າງຫລວງຫຼາຍ
ທີ່​ໄຫລ​ລົງ​ມາ​ຈາກ​ເຂດພື້ນທີ່​ສູງ ​ເຂົ້າຖ້ວມ​ບ້ານ​ເຮືອນ​ ​ແລະ​ທຳລາຍ​ຊັບ​ສິນ​ຂອງ​ປະຊາຊົນ​
ຢ່າງ​ໄວ​ວາ​ຈົນຕັ້ງຮັບ​ບໍ່​ທັນ ຊຶ່ງ​ເຊື່ອ​ວ່າ ມີ​ສາ​ເຫດ​ສຳຄັນ​ປະການ​ໜຶ່ງ ມາ​ຈາກ​ການ​ຕັດ​ໄມ້​
ທຳລາຍ​ປ່າ​ໄປ​ຢ່າງ​ຫລວງຫຼາຍນັ້ນ​ເອງ.

ຖະໜົນສາຍໜຶ່ງ ໃນແຂວງຫລວງພະບາງ ຖືກນ້ຳພັດເປເພໄປສ່ວນໜຶ່ງ.
ຖະໜົນສາຍໜຶ່ງ ໃນແຂວງຫລວງພະບາງ ຖືກນ້ຳພັດເປເພໄປສ່ວນໜຶ່ງ.

​ໂດຍ​ກ່ອນ​ໜ້າ​ນີ້ ທ່ານ​ດວງ​ດີ ອຸດທະ​ຈັກ ສະມາຊິກ​ສະພາ​ແຫ່ງ
​ຊາດ​ລາວ ຈາກ​ເຂດ​ນະຄອນຫລວງ​ວຽງ​ຈັນ ​ໄດ້​ຕັ້ງຂໍ້​ສົງ​ໄສ​ຕໍ່​
ນະ​ໂຍບາຍ​ກ່ຽວ​ກັບ​ປ່າ​ໄມ້​ ຂອງ​ລັດຖະບານ​ລາວ​ໃນໂອ​ກາດ​
ການ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງທີ 7 ຂອງ​ສະພາ​ແຫ່ງ​ຊາດ​ລາວ​
ຊຸດ​ທີ 7 ວ່າ ການ​ບໍລິຫານ​ງານ​ ໃນ​ດ້ານ​ປ່າ​ໄມ້​ໃນ​ລະຍະ​ທີ່​ຜ່ານ
​ມາ​ຍັງ​ຂາດ​ຄວາມ​ຊັດ​ເຈນ ທັງ​ກໍ​ຈະ​ຍັງ​ຂັດ​ແຍ້​ງກັບ​ເປົ້າໝາຍ​ທີ່​
ຈະ​ເພີ້​ມຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້​ໃຫ້ຫຼາຍຂຶ້ນອີກ​ດ້ວຍ ດັ່ງ​ທີ່
ທ່ານດວງ​ດີ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ:

“ກະ​ແມ່ານ​ວ່າ​ປະຊາຊົນ​ຂັດ​ຂ້ອງ​ວ່າ​ ​ເປັນ​ແນວ​ໃດ ອັນ​
ລັດຖະບານ​ນີ້ ຄື​ຈັ່ງວ່າ​ປ່ອຍ​ ໃຫ້​ຂຸດ​ຄົ້ນ​ໄມ້ຫຼາຍ​ແທ້ ຂົນ​
ໝົດ​ມື້​ໝົດ​ຄືນ ຈັກ​ໄປ​ທາງ​ເລກ 7 ​ໄປ​ທາງນ້ຳກັ້ນ ​ໄປທາງ​ ເລກ 12 ​ໄປ​ທາງ​ເລກ 9 ​ແລະ​ວ່າ​ເລື້ອງ​ນີ້ ຜູ້​ແທນ​ຫລວງ​ນ້ຳທາ ກະ​ວ່າ​ໄປ​ທາງ​ພຸ້ນ​ອີກ.”

ທາງ​ດ້ານ​ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ກໍ​ຍອມຮັບ​ວ່າ ​ໃນ​ປັດຈຸບັນ​ຍັງ​ມີ​ການ
​ລັກລອບ​ຕັດ​ໄມ້​ໂດຍ​ຜິດ​ກົດໝາຍ​ເກີດ​ຂຶ້ນຢ່າງ​ກວ້າງ​ຂວາງ ​ໂດຍ​ເງື່ອນ​ໄຂ​ສຳຄັນ​ທີ່​ເຮັດ​ໃຫ້​
ສະພາບ​ການ​ດັ່ງກ່າວ​ສາມາດ​ເກີດ​ຂຶ້ນ​ໄດ້​ກໍ​ຄື​ການ​ປະຕິບັດ​ໜ້າ​ທີ່​ຢ່າງ​ຖືກຕ້ອງ​ຂອງ​ພະນັກງານ ​ລັດຖະບານ ​ໃນ​ທຸກ​ລະດັບ​ຊັ້ນ ດັ່ງ​ທີ່​ທ່ານ​ທອງ​ສິງ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ເລື້ອງ​ການ​ຕັດ​ໄມ້ ມີ​ນະ​ໂຍບາຍໃຫ້​ຍຸດຕິ​ການ​ຕັດ​ໄມ້​ນີ້​ແມ່ນ​ໄດ້​ອອກ​ມາ​ດົນ​ແລ້ວ
ຂ້າພະ​ເຈົ້າ​ເປັນ​ກຳມະການ​ສູນ​ກາງ​ນີ້ ກະ​ຫ້າ​ຫົກ​ສະ​ໄໝ​ແລ້ວ ​ແລະ​ກະ​ໄດ້​ຍິນ​ສະ​
ໄໝ​ໃດ ກະ​ເວົ້າກັນ ກໍ​ໄດ້​ປືກສາ​ຫາລື​ເວົ້າ​ເລື້ອງ​ການ​ຍຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່
ຍຸດຕິ​ການ​ຕັດ​ໄມ້ ​ແຕ່​ວ່າ​ບໍ່​ມີ​ເວລາ​ໃດ​ຍຸດຕິ​ໄດ້.”

ກ່ອນໜ້ານີ້ ກະຊວງກະສິກຳ ປາໄມ້ ລາຍງານວ່າ ໜ່ວຍຕຳຫລວດ ສະເພາະກິດສາມາດ
ຢຶດໄມ້ ທີ່ລັກລອບຕັດໄດ້ 8 ແສນກວ່າແມັດກ້ອນ ໃນຊ່ວງ 6 ເດືອນທຳອິດ ຂອງແຜນການ
ປະຈຳປີ 2013-2014 ນີ້ ໂດຍໄມ້ທີ່ຢຶດໄດ້ດັ່ງກ່າວນີ້ ຖືເປັນປະລິມານ ທີ່ຫຼາຍກວ່າໄມ້ ທີ່
ຖືກຕັດຢ່າງຖືກຕ້ອງຕາມກົດໝາຍ ໃນລະຍະດຽວກັນນີ້ ເຖິງ 8 ເທົ້າຕົວ ເນື່ອງຈາກວ່າ ໃນ
ຕະຫລອດແຜນການປີ 2013-2014 ນີ້ ລັດຖະບານລາວ ໄດ້ອະນຸມັດໂຄວຕາໄມ້ລວມ 1
ລ້ານກວ່າແມັດກ້ອນ ແຕ່ວ່າໄດ້ມີການຕັດໄມ້ໄປແລ້ວ ໃນປະລິມານລວມພຽງ 1 ແສນກວ່າ
ແມັດກ້ອນເທົ່ານັ້ນ.

XS
SM
MD
LG