ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

5 ຄົນ ເສຍຊີວິດ ໃນເຫດວາງລະເບີດ ຢູ່ອິນເດຍ


ຜູ້ເຄາະຮ້າຍຄົນນຶ່ງ ໃນເຫດລະເບີດແຕກ ຢູ່ອິນເດຍ, ວັນທີ 27 ຕຸລາ 2013.
ຜູ້ເຄາະຮ້າຍຄົນນຶ່ງ ໃນເຫດລະເບີດແຕກ ຢູ່ອິນເດຍ, ວັນທີ 27 ຕຸລາ 2013.
ເຈົ້າໜ້າ​ທີ່​ອິນ​ເດຍ ​ເວົ້າ​ວ່າ ມີຄົນ​ນຶ່ງ​ເສຍ​ຊີວິດ ຫຼັງຈາກ​ລະ​ເບີດ​ນ້ອຍ 5 ລູກ​ໄດ້​ແຕກ​ຂຶ້ນ ຢູ່​ເມືອງຫຼວງຂອງ​ລັດນຶ່ງ​ໃນ​ພາ​ກຕາ​ເວັນ​ອອກ​ຂອງ​ອິນ​ເດຍ.

​ເຈົ້າໜ້າ​ທີ່​ເວົ້າ​ວ່າລະ​ເບີດ​ໄດ້​ແຕກ​ຂຶ້ນຕິດ​ຕໍ່​ກັນເມື່ອ​ວັນ​ອາທິດ​ມື້​ນີ້ ຢູ່ທົ່ວ​ເມືອງ Patna ​ເມືອງຫຼວງຂອງ​ລັດ Bihar ບໍ່​ດົນກ່ອນ​ໜ້າຜູ້​ສະ​ໜັກເລືອກ​ຕັ້ງ​ເອົາຕໍາ​ແໜ່​ງນາຍົກ​ລັດ ຖະມົນຕີ​ຂອງ​ພັກ​ຝ່າຍ​ຄ້ານ​ໃຫຍ່ ມີ​ກໍານົດ​ຈະ​ກ່າວ​ຄໍາ​ປາ​ໄສ.

​ເຫດລະ​ເບີດ​ ຢູ່ສະຖາ​ນີລົດໄຟ​ແຫ່ງ​ນຶ່ງ ​ໄດ້​ສັງຫານ​ນຶ່ງ​ຄົນ.

ຕໍາຫຼວດ​ເວົ້າ​ວ່າ ປະຊາຊົນຫຼາຍພັນ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ ຢູ່​ທີ່​ເມືອງ Patna ​ເພື່ອ​ໂຮມ​ຊຸມ
ນຸມ​ກັນ​ໂຄສະນາ​ຫາ​ສຽງ ​ໃຫ້ທ່ານ Narendra Modi ຜູ້ສະໝັກ​ເລືອກ​ຕັ້ງ​ເອົາ​ຕໍາ​ແໜ່​ງ
ນາຍົກລັດຖະມົນຕີ ຂອງ​ພັກຊາດ​ນິຍົມ​ຮິນ​ດູ Bharatiya Janata ​ໃນ​ການ​ເລືອກ​ຕັ້ງ​ ທີ່
ກໍານົດຈະ​ມີ​ຂຶ້ນ​ໃນ ເດືອ​ນພຶດສະພາ ປີ 2014 ນີ້.

ການ​ໂຮມ​ຊຸມນຸມ​ກັນ ​ໄດ້​ດໍາ​ເນີນ​ໄປ​ຕາມ​ກໍານົດ.




A series of bomb explosions has killed at least five people and wounded more than 80 in eastern India.

The chief minister of Bihar state says at least some of the bombs appeared to be attacks on a rally for an opposition candidate for prime minister.

At least six explosions were reported Sunday across Patna, the capital of Bihar state, shorty before the opposition candidate was to make a speech. The chief minister of Bihar said security was tight for the rally, and there was no prior intelligence about the bomb attacks.

Thousands of people had gathered in Patna for the rally organized by the Hindu nationalist Bharatiya Janata Party. National elections are due by May 2014. The rally went ahead as scheduled.
XS
SM
MD
LG