ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

່​ຄູ່​ຮ່ວມ​ທາງດ້ານຄວາມໝັ້ນຄົງ Five Eyes ຈັດການປະຊຸມທີ່ປະເທດນິວຊີແລນ


ແຜນທີ່ປະເທດນິວຊີແລນ.
ແຜນທີ່ປະເທດນິວຊີແລນ.

ບັນດານັກການເມືອງຈາກ 5 ປະເທດກຸ່ມພັນທະມິດ Five Eyes ກໍາລັງປະຊຸມກັນ ຢູ່ໃນນະຄອນຫຼວງວິລລິງຕັນ ຂອງນິວຊີແລນ, ເຊິ່ງຫົວຂໍ້ທີ່ສໍາຄັນໃນວາລະການປະຊຸມຄັ້ງນີ້ ກ່ຽວກັບການຍົກ​ຍ້າຍ​ຖິ່ນ​ຖານ ແລະຄວາມໝັ້ນຄົງ. ກຸ່ມດັ່ງກ່າວນັ້ນ​ປະ​ກອບ​ດ້ວຍ ສະຫະລັດ, ອັງກິດ, ການາດາ, ອອສເຕຣເລຍ ແລະ ນິວຊີແລນ. ຟີລ ເມີເຊີ ມີລາຍງານເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ..

Five Eyes ​ແມ່ນ​ເປັນຂໍ້ຕົກລົງ ແບ່ງປັນຂໍ້ມູນສືບລັບ ລະຫວ່າງ 5 ປະເທດພັນທະມິດປະຊາທິປະໄຕ ທີ່ເວົ້າພາສາອັງກິດ. ລັດຖະມົນຕີກະຊວງພາຍໃນຂອງອັງກິດ ທ່ານຊູເອລລາ ເບຣເວີແມນ (Suella Braverman) ແມ່ນນຶ່ງໃນຈໍານວນຜູ້ເຂົ້າຮ່ວມປະຊຸມຢູ່ນະຄອນຫຼວງວີລລິງຕັນ ໃນປະເທດນິວຊີແລນເຊັ່ນກັນ.

ສົງຄາມຢູ່ໃນຢູເຄຣນ ແລະການກ້າສະແດງອອກທີ່ເພີ້ມຂຶ້ນຂອງຈີນ, ຄາດການ ວ່າ ຈະຖືກຫາລື​ກັນຢູ່ໃນການສົນທະນາລະດັບລັດຖະມົນຕີຂອງ 5 ປະເທດໃນນະຄອນຫຼວງວີລລິງຕັນ ເມື່ອວັນພຸດແລ້ວນີ້. ນອກຈາກນັ້ນ, ໃນວາລະການປະ ຊຸມຢູ່ໃນນະຄອນຫຼວງຂອງນິວຊີແລນ ຍັງມີຫົວຂໍ້ກ່ຽວກັບຄວາມໝັ້ນຄົງ ທາງດ້ານໄຊເບີ້, ການລ່ວງລະເມີດທາງເພດຕໍ່ເດັກນ້ອຍ ແລະ ການການສືບລັບຂອງຕ່າງປະເທດ ຢູ່ທີ່ມະຫາວິທະຍາໄລຕ່າງໆ. ບັນດາຜູ້ແທນ ຍັງຄາດການວ່າຈະຫາລືກ່ຽວກັບການອົບພະຍົບ ແລະການວາງແຜນຕ່າງໆທາງດ້ານແຮງ ງານລະຫວ່າງບັນປະເທດພັນທະມິດນໍາກັນອີກດ້ວຍ.

ທ່ານນາງແອນ-ມາຣີ ເບຣດດີ້ (Anne-Marie Brady), ສາດສະດາຈານໃນພະແນກວິທະຍາສາດການເມືອງ ແລະການພົວພັນລະຫວ່າງປະເທດ ຢູ່ທີ່ມະ ຫາວິທະຍາໄລ ແຄນເທີເບີຣີ (Canterbury). ນາງບອກ VOA ໃນວັນພຸດແລ້ວນີ້ວ່າ ພັນທະມິດ Five Eyes ມີສ່ວນສໍາຄັນໃນການດໍາເນີນງານເພື່ອຮັກສາຄວາມໝັ້ນຄົງຢູ່ໃນທົ່ວໂລກ, ເຊິ່ງ ທ່ານນາງກ່າວວ່າ:

“ເນື່ອງຈາກລະບຽບລະຫວ່າງປະເທດ ດໍາເນີນໄປຕາມກົດໝາຍ ທີ່ຢູ່ພາຍໃຕ້ການຂົ່ມ​ຂູ່ໂດຍການປະພຶດຂອງ ຣັດເຊຍ ແລະ ຈີນ ພ້ອມທັງວິທີທີ່ພວກເຂົາໃຊ້ຢູ່ໃນສະຖານະຕ່າງໆຂອງພວກເຂົານັ້ນໄປໃນທາງທີ່ຜິດ ຢູ່ໃນອົງການຕ່າງໆລະຫວ່າງປະເທດເຊັ່ນ ສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ, ເຊິ່ງໄດ້ນໍາໄປສູ່ການເພີ້ມໂອກາດໃນການລວມກຸ່ມ ເພື່ອຜົນປະໂຫຍດຂອງບັນ ດາປະເທດຕ່າງໆ. ຄວາມສໍາພັນຂອງ 5 ປະເທດ ໃນກຸ່ມ Five Eyes ມີຄວາມສໍາພັນທີ່ສໍາຄັນທີ່ສຸດ ແລະກ່ຽວຂ້ອງກັນທີ່ສຸດ ຢູ່ໃນສະພາບແວດລ້ອມທາງສາກົນ ທີ່ມີຄວາມທ້າທາຍຢ່າງຫຼວງຫຼາຍ.”

ພັນທະມິດ Five Eyes ເລີ້ມຕົ້ນຂຶ້ນທໍາອິດລະຫວ່າງ ສະຫະລັດແລະ ອັງກິດ ຫຼັງຈາກສົງຄາມໂລກຄັ້ງທີສອງ. ໃນຫຼາຍທົດສະວັດຕໍ່ມາ, ມັນໄດ້ຂະຫຍາຍໂຕອອກ ເຊິ່ງລວມມີ ການາດາ, ອອສເຕຣເລຍ ແລະ ນິວຊີແລນ ເຂົ້າຮ່ວມນໍາ, ໂດຍກຸ່ມດັ່ງກ່າວນີ້ ມີຊື່ສຽງໃນດ້ານການປິດລັບ.

ໃນຊ່ວງຕົ້ນປີນີ້, ກຸ່ມດັ່ງກ່າວ ໄດ້ຕ້ອງຕິຕໍ່ ຈີນ ກ່ຽວກັບການໂຈມຕີທາງດ້ານໄຊເບີ້ ໃນຫວ່າງໝໍ່ໆມານີ້ ເຊິ່ງມີເປົ້າໝາຍໃສ່ “ພື້ນຖານໂຄງລ່າງທີ່ສໍາຄັນ” ຂອງສະຫະລັດ. ປັກກິ່ງ ຕອບໂຕ້ໂດຍກ່າວຫາຕໍ່ກຸ່ມທີ່ໃຊ້ພາສາອັງກິດນີ້ວ່າ ກໍາລັງກະຈາຍຂໍ້ມູນທີ່ບໍ່ຖືກຕ້ອງ.

ໃນອາທິດນີ້, ນາຍົກລັດຖະມົນຕີຂອງນິວຊີແລນ ທ່ານຄຣິສ ຮິບກິນສ໌ (Chris Hipkins) ໄດ້ເດີນ​ທາງ​ໄປ​ຢ້ຽມ​ຢາມຈີນ ຢ່າງເປັນທາງການ. ໃນວັນອັງຄານ, ທ່ານໄດ້ພົບປະກັບປະທານປະເທດຈີນ ທ່ານສີ ຈິ້ງຜິງ. ຜູ້ນໍາທັງສອງປະເທດ ຮັບຮູ້ເຖິງມິດຕະພາບສອງຝ່າຍ. ໃນນັ້ນ, ພວກເຂົາເຈົ້າໄດ້ຫາລື ກ່ຽວກັບການຄ້າ, ຄວາມສໍາພັນລະຫວ່າງປະເທດ ແລະສົງຄາມຢູ່ໃນຢູເຄຣນ.

ທ່ານຮິບກິນສ໌ ກ່າວຢູ່ໃນຖະແຫຼງການວ່າ “ຄວາມສໍາພັນກັບຈີນ ແມ່ນນຶ່ງທີ່​ມີຄວາມສໍາຄັນທີ່ສຸດ ແລະກວ້າງຂວາງທີ່ສຸດ” ຂອງປະເທດທ່ານ.

ການສົ່ງອອກຂອງ ນິວຊີແລນ ໄປ ຈີນ ມີມູນຄ່າຫຼາຍກວ່າ 12.8 ຕື້ໂດລາ, ຫຼື ມີຈໍານວນເທົ່າກັບ 1 ສ່ວນ 4 ໃນລາຍຮັບລວມທັງໝົດ ໃນ​ການ​ສົ່ງ​ອອກຂອງປະເທດ, ອີງຕາມຂໍ້ມູນຈາກລັດຖະບານ.

Politicians from the Five Eyes alliance are meeting in the New Zealand capital, Wellington, where migration and security are top of the agenda. The grouping includes the United States, Britain, Canada, Australia and New Zealand. Phil Mercer reports.

The Five Eyes alliance is an intelligence-sharing accord among five English-speaking democracies. British Home Secretary Suella Braverman is among those attending meetings in Wellington, New Zealand.

The war in Ukraine and China’s growing assertiveness are expected to be discussed at the five-country ministerial talks Wednesday in Wellington. Also on the agenda in the New Zealand capital are cyber security, child sex abuse and foreign espionage at universities. Delegates are also expected to discuss migration and labor mobility schemes between alliance countries.

Anne-Marie Brady is a professor in the department of Political Science and International Relations at New Zealand’s University of Canterbury.

She told VOA Wednesday that the Five Eyes alliance has an important part to play in maintaining global security.

BRADY ACT

“Because the rules based international order is under such threat by the behavior of Russia and China and the way they misuse their positions in international organizations such as the (U.N.) Security Council, that is leading to increasing prominence of groupings of interested states. That relationship of the five countries in Five Eyes is very important and relevant in a very challenging international environment.”

The Five Eyes alliance began between the United States and Britain in the aftermath of the Second World War. Over the next decade, it was expanded to include Canada, Australia and New Zealand. It has had a reputation for secrecy.

Earlier this year, it blamed China for recent cyber-attacks targeting "critical infrastructure" in the U.S. Beijing responded by accusing the English-speaking grouping of spreading disinformation.

New Zealand Prime Minister Chris Hipkins has been in China this week on an official visit. Tuesday, he met Chinese President Xi Jinping. Both leaders acknowledged the importance of the bilateral relationship. They discussed trade, international relations and the war in Ukraine.

Hipkins said in a statement that his country’s “relationship with China is one of our most significant and wide-ranging.”

New Zealand’s exports to China are worth more than $12.8 billion, or a quarter of the country's total export earnings, according to government data.

XS
SM
MD
LG