ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ປະ​ມົງ ​ແຂວງ​ຈຳ​ປາ​ສັກ ຈັບ​ປາ​ໄດ້ ​ໜ້ອຍ​ລົງ ຍ້ອນ​ການ​ສ້າງ​ເຂື່ອນ ໃສ່​ນ້ຳ​ຂອງ


ພວກຫາປາ ໃນເຂດຄອນພະເພັງ
ພວກຫາປາ ໃນເຂດຄອນພະເພັງ
ຊາວປະມົງໃນແຂວງຈຳປາສັກສາມາດຫາປາໃນແມ່ນ້ຳຂອງ
ໄດ້ໜ້ອຍລົງ ໂດຍເຊື່ອກັນວ່າ ມີສາເຫດ ມາຈາກການກໍ່ສ້າງ
ເຂື່ອນເທິງແນວແມ່ນ້ຳຂອງ ທັງໃນຈີນແລະໃນລາວ.


ຊາວປະມົງ ໃນແຂວງຈຳປາສັກ ທີ່ບໍ່ປະສົງຈະອອກນາມ ໄດ້ໃຫ້
ການຢືນຢັນວ່າ ການຫາປາຢູ່ໃນເຂດຄອນພະເພັງ ສີພັນດອນຢູ່
ທີ່ເຂດເມືອງໂຂງ ແຂວງຈຳປາສັກກຳລັງປະເຊີນກັບບັນຫາການ
ຫາປາໄດ້ໜ້ອຍລົງເລື້ອຍໆ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາແລ້ວ.

ໂດຍຊາວປະມົງຄົນດັ່ງກ່າວ ໄດ້ໃຫ້ການຢືນຢັນວ່າ ລາວເຄີຍຫາປາໄດ້ໃນປະລິມານລວມ
ເຖິງ 1 ໂຕນ ໃນແຕ່ລະມື້ ແຕ່ນັບຈາກປີ 2012 ເປັນຕົ້ນມາ ກໍ່ປາກົດວ່າ ສາມາດຫາປາໄດ້
ບໍ່ເຖິງ 10 ກິໂລກາມເທົ່ານັ້ນໃນແຕ່ລະວັນ ໂດຍເຊື່ອວ່າສາເຫດທີ່ເຮັດໃຫ້ຫາປາໄດ້ໜ້ອຍ
ລົງນັ້ນ ກໍຄືການທີ່ມີຊາວປະມົງຫລາຍຂື້ນແລະໄດ້ຍາດແຍ່ງກັນຫາປາເພື່ອນຳໄປຂາຍໃຫ້ ກັບພໍ່ຄ້າຄົນກາງ ທີ່ເພີ້ມຂື້ນນັບມື້ເຊັ່ນດຽວກັນ ດັ່ງທີ່ຊາວປະມົງຄົນດັ່ງກ່າວນີ້ ໄດ້ກ່າວຢືນ
ຢັນວ່າ:

“ຕົກມາໃນປັດຈຸບັນນີ້ ບໍ່ມີ ຫາຢາກຍາກແນ່ ແຕ່ວ່າຫາກໄດ້ເປັນບາງຄັ້ງ ຄັນວ່າ ຍາມ
ປາແກນິເອີ້ ໄດ້ອີ່ຫລີ ພວກເຂົາມີຫລີ່ມີຕ້ອນ ກະແມ່ນໄດ້ ມື້ລະໂຕນສອງໂຕນ ກະໄດ້
ໃດ໋ ພວກທີ່ຫາກີນຢູ່ນຳຕາຝັ່ງຕາເຫວ ດຽວນີ້ ກະບໍ່ຄືແຕ່ເກົ່າ ມັນກະຫລຸດ ນ້ອຍຖອຍ
ໄປປາ ເພາະວ່າຕະກີ້ ມັນບໍ່ມີຄົນຊື້ປາແຕ່ເຂົາຕັ້ງຕູ້ຊື້ປາມານີ້ໄດ້ຄ່ຳມື້ຄ່ຳ ໄດ້ຄືນມື້ຄືນ ໂຕນີ້ມາມັນຢາກສ້ວຍລົງເລີຍປານີ້”


ການຫາປາ ຢູ່ຄອນພະເພັງ
ການຫາປາ ຢູ່ຄອນພະເພັງ
ທາງດ້ານເຄືອຂ່າຍປະຊາຊົນໄທເພື່ອການອະນຸລັກແມ່ນ້ຳຂອງ
ກໍໍເຊື່ອວ່າ ສາເຫດທີ່ສຳຄັນທີ່ເຮັດໃຫ້ຊາວປະມົງໃນລາວຫາປາ
ໄດ້ໜ້ອຍລົງນັ້ນກໍເປັນຍ້ອນການກໍ່ສ້າງເຂື່ອນເທິງແນວແມ່ນ້ຳ
ຂອງໃນເຂດຈີນ ທີ່ສ້າງສຳເລັດແລ້ວ 5 ໂຄງການ ຈາກແຜນ
ການ ທີ່ວາງໄວ້ທັງໝົດ 8 ໂຄງການ ສ່ວນຢູ່ໃນລາວເອງ ກໍມີ
ການ ກໍ່ສ້າງເຂື່ອນໄຊຍະບູລີ ແລະເຂື່ອນດອນສະຫົງ ຈຶ່ງເຮັດ
ໃຫ້ສະພາບແວດລ້ອມທຳມະຊາດ ໃນເຂດຕອນລຸ່ມແມ່ນ້ຳຂອງ
ປ່່ຽນແປງໄປແລະຜົນທີ່ຕາມມາກໍຄືການອົບພະຍົບຂອງປານັ້ນ
ເອງ.

ກ່່ອນໜ້ານີ້ກອງປະຊຸມວາລະພິເສດ ຂອງຄະນະກຳມະການແມ່່ນ້ຳຂອງ (MRC) ທີ່ໄດ້ມີ ຂື້ນເມື່ອບໍ່ນານມານີ້ ຢູ່ນະຄອນວຽງຈັນ ໄດ້ມີມະຕິຕົກລົງ ໃຫ້ນຳສະເໜີ ໂຄງການກໍ່ສ້າງ ເຂື່ອນດອນສະຫົງເຂົ້າສູ່ການພິຈາລະນາ ໃນກອງປະຊຸມລະດັບລັດຖະມົນຕີຈາກ 4 ປະ ເທດສະມາຊິກຂອງ MRC ທີ່ປະກອບດ້ວຍລາວ ໄທ ກຳປູເຈຍແລະຫວຽດນາມທີ່ກຳນົດ ຈະມີຂື້ນໃນເດືອນເມສານີ້ ຢູ່່ປະເທດຫວຽດນາມ.

ໂດຍສາເຫດ ທີ່ຕ້ອງມີການນຳສະເໜີດັ່ງກ່າວ ກໍເນື່ອງຈາກວ່າ ກອງປະຊຸມວາລະພິເສດ
ຂອງ MRC ດັ່ງກ່າວ ຍັງມີຄວາມເຫັນທີ່ແຕກຕ່າງກັນໃນການບັງຄັບໃຊ້ຂໍ້ຕົກລົງວ່າດ້ວຍ ການໃຊ້ປະໂຫຍດ ຈາກແມ່ນ້ຳຂອງທີ່ມີຕໍ່ເຂື່ອນດອນສະຫົງ ທີ່ຈະກໍ່ສ້າງເທິງແນວແມ່ນ້ຳ ຂອງໃນແຂວງຈຳປາສັກຂອງລາວ.

ແຜນທີ່ ການສ້າງເຂື່ອນດອນສະຫົງ
ແຜນທີ່ ການສ້າງເຂື່ອນດອນສະຫົງ
ກໍຄືໃນຂະນະທີ່ຜູ້ແທນຂອງທາງການກຳປູເຈຍ ແລະຫວຽດ
ນາມເຫັນວ່າທາງການລາວຈະຕ້ອງນຳສະເໜີໂຄງການເຂົ້າ
ສູ່ຂະບວນການປຶກສາຫາລື ໃນ MRC ກ່ອນທີ່ຈະລົງມື ກໍ່
ສ້າງ ເພາະເປັນການກໍ່ສ້າງເຂື່ອນເທິງແມ່ນ້ຳຂອງ ທັງໂຄງ
ການນັ້ນ ທາງການລາວກັບໄດ້ໃຫ້ເຫດຜົນວ່າເຂື່ອນດອນ
ສະຫົງ ຈະບໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດໃນ
ແມ່ນ້ຳຂອງຈຶ່ງສາມາດທີ່ຈະລົງມືກໍ່ສ້າງໄດ້ດ້ວຍການແຈ້ງ
ໃຫ້ປະເທດສະມາຊິກໃນMRC ຮັບຮູ້ເທົ່ານັ້ນ.

ນອກຈາກນີ້ ທ່ານວິຣະພົນ ວິຣະວົງ ຮອງລັດຖະມົນຕີກະ
ຊວງພະລັງງານແລະບໍ່ແຮ່ ກໍຢືນຢັນວ່າ ໂຄງການເຂື່ອນດອນສະຫົງ ໄດ້ຜ່ານການສຶກສາ ແລະອອກແບບກໍ່ສ້າງ ຢ່າງໄດ້ມາດຕະຖານສາກົນ ໃນທຸກໆດ້ານແລ້ວ ຈຶ່ງເຊື່ອໝັ້ນວ່າ ເຂື່ອນດອນສະຫົງ ຈະບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ໃນເຂດຕອນລຸ່ມຂອງ ແມ່ນ້ຳຂອງຢ່າງແນ່ນອນ.

ທາງດ້ານບໍລິສັດ Mega First Corporation Berhad ຈາກມາເລເຊຍ ຜູ້ລົງທຶນໃນໂຄງ ການກໍຢືນຢັນວ່າ ໄດ້ສຶກສາເພື່ອປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະສັດ ນ້ຳຢ່າງຮອບດ້ານແລ້ວຈຶ່ງເຮັດໃຫ້ບໍລິສັດ ໄດ້ຕັດສິນໃຈລົງທຶນ 600 ລ້ານໂດລາ ເພື່ອດຳ ເນີນການກໍ່ສ້າງເຂື່ອນດອນສະຫົງ ຂະໜາດ 260 ເມກາວັດ ໃຫ້ແລ້ວສຳເລັດ ພາຍໃນປີ
2016 ຕໍ່ໄປແຕ່ວ່າການທີ່ກອງປະຊຸມວາລະພິເສດຂອງ MRC ໄດ້ສະເໜີໂຄງການເຂື່ອນ ດອນສະຫົງເຂົ້າສູ່ການພິຈາລະນາຂອງກອງປະຊຸມລັດຖະມົນຕີ MRC ດັ່ງກ່າວ ຈຶ່ງເຮັດ ໃຫ້ຕ້ອງລໍຖ້າຜົນຂອງການພິຈາລະນາຈາກກອງປະຊຸມເສຍກ່ອນ ໝາຍຄວາມວ່າບໍລິສັດ ຜູ້ລົງທຶນ ຈະຕ້ອງຢຸດການດຳເນີນງານ ໃນທຸກໆດ້ານ ໃນລະຍະນີ້ນັ້ນເອງ.
XS
SM
MD
LG