ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໗ ທັນວາ ໒໐໒໕

ຜູ້ມີອາຊີບຫາປາລາວ ຢູ່ທີ່ເຂດຕອນລຸ່ມ ຂອງເຂື່ອນໄຊຍະບູລີ ຈັບປາໃນແຕ່ລະມື້ ໄດ້ພຽງເລັກນ້ອຍເທົ່ານັ້ນ


ພາບຂອງເຂື່ອນໄຊຍະບູລີ ທີ່ສ້າງຢູ່ໃນແມ່ນໍ້າຂອງ.
ພາບຂອງເຂື່ອນໄຊຍະບູລີ ທີ່ສ້າງຢູ່ໃນແມ່ນໍ້າຂອງ.

ຜູ້ມີອາຊີບຫາປາລາວຢູ່ທີ່ເຂດຕອນລຸ່ມຂອງເຂື່ອນໄຊຍະບູລີ ຈັບປາໄດ້ພຽງເລັກນ້ອຍເທົ່ານັ້ນ ໃນແຕ່ລະມື້ ເຊິ່ງເປັນຜົນກະທົບໂດຍກົງຈາກການປ່ອຍຫຼືບໍ່ປ່ອຍ ນໍ້າຈາກເຂື່ອນໄຟຟ້າໄຊຍະບູລີ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.

please wait

No media source currently available

0:00 0:04:24 0:00
ລິງໂດຍກົງ

ທ້າວຮ່ຽງ ແລະທ້າວແສງອາທິດ, ສອງອ້າຍນ້ອງຜູ້ມີອາຊີບຫາປາພື້ນບ້ານໃນແມ່ນໍ້າຂອງຕອນລຸ່ມ ຂອງໂຄງການເຂື່ອນໄຟຟ້ານໍ້າຕົກໄຊຍະບູລີເປີດເຜີຍວ່າ ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ພວກຕົນຈັບປາໄດ້ໜ້ອຍລົງນັບມື້ ແລະໃນບາງອາທິດຈັ ບປາບໍ່ໄດ້ເລີຍກໍມີ ຍ້ອນວ່າປະລິມານແລະລະດັບນໍ້າໃນແມ່ນໍ້າຂອງໄດ້ມີການປັບຂຶ້ນລົງຢ່າງບໍ່ປົກກະຕິ ທີ່ເກີດຈາກການປ່ອຍ ຫຼືບໍ່ປ່ອຍນໍ້າຈາກເຂື່ອນໄຟຟ້ານໍ້າຕົກໄຊຍະບູລີເປັນປັດໄຈສໍາຄັນ ແລະກໍໄດ້ສົ່ງຜົນກະທົບໂດຍກົງຕໍ່ປາ ແລະສັດນໍ້າຕ່າງໆໃນເຂດລຸ່ມຂອງເຂື່ອນ, ດັ່ງທີ່ສອງອ້າຍນ້ອງຜູ້ມີອາຊີບຫາປາໄດ້ຢືນຢັນວ່າ:

“ໝົດອາທິດກໍໄດ້ແຕ່ໂຕດຽວ ຄົນຫາປາຄົນອື່ນໆກໍເປັນຄືກັນ ຫາປາກໍຫາຍາກຄືກັນ ເພາະວ່າດຽວນີ້ ມັນມີເຂື່ອນກັນນໍ້າໄວ້ ປາມັນກໍຂຶ້ນມາວາງໄຂ່ ຫຼືວາງຫຍັງມັນກໍຈະລໍາບາກ ມັນກໍຈະເຮັດໃຫ້ຈໍານວນປາມັນກໍຈະຫຼຸດລົງເພາະວ່ານໍ້າ ມັນກໍຈະຂຶ້ນບໍ່ປົກກະຕິ, ບໍ່ຮອດລະດູການຂຶ້ນມັນກໍຂຶ້ນ ບໍ່ຮອດຍາມແຫ້ງມັນກໍແຫ້ງ, ມັນຈະເຮັດໃຫ້ການຫາປາລໍາບາກ.”

ພ້ອມກັນນີ້ ຄະນະຜູ້ຊ່ຽວຊານ ຈາກສູນວິທະຍາສາດການປັບໂຕຕໍ່ສະພາບອາ ກາດ ສໍານັກງານສໍາຫຼວດດ້ານທໍລະນີວິທະຍາແຫ່ງສະຫະລັດອາເມຣິກາ ແລະຄະນະໂຕແທນເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນໍ້າຂອງ ໄດ້ຮ່ວມມືກັນເກັບກໍາຂໍ້ມູນພາກສະໜາມ ເພື່ອການສຶກສາວິໄຈກ່ຽວກັບຜົນກະທົບຈາກເຂື່ອນເທິງແລວແມ່ນໍ້າຂອງໃນລາວ ເມື່ອວັນທີ 27 ກັນຍາ- 26 ຕຸລາ 2022ຜ່ານມາ, ໂດຍເປັນການເກັບກໍາຂໍ້ມູນສະພາບການໂຕຈິງຢູ່ບັນດາກຸ່ມບ້ານທີ່ຕັ້ງຢູ່ແຄມຝັ່ງແມ່ນໍ້າຂອງ ໃນເຂດອໍາເພີສັງຄົມ ຈັງຫວັດໜອງຄາຍ, ເຊິ່ງໄດ້ຮັບຜົນກະທົບຈາກສະພາບແວດລ້ອມທີ່ປ່ຽນແປງໄປຢ່າງສົມບູນນັບຕັ້ງແຕ່ເຂື່ອນໄຊຍະບູລີໄດ້ເລີ້ມການຜະລິດໄຟຟ້າໃນທ້າຍປີ 2019 ເປັນຕົ້ນມາ, ດັ່ງທີ່ທ່ານນາງອ້ອມບຸນ ທິບສຸນາ ແກນນໍາເຄືອຂ່າຍປະຊາຊົນໄທ 8 ຈັງຫວັດ ໃນລຸ່ມແມ່ນໍ້າຂອງໄດ້ໃຫ້ການຢືນຢັນວ່າ:

“ເດືອນກໍລະກົດ ເປັນລະດູການວາງໄຂ່ຂອງປາ, ປາກົດວ່າ ນະມື້ທີ່ເຂົາເຈົ້າທົດລອງປັ່ນໄຟ ເພື່ອຜະລິດກະແສໄຟຟ້າສົ່ງໄທນັ້ນ ນໍ້າໄດ້ຫຼຸດຮວບຮາບລົງໄປໃນຄືນດຽວເລີຍ 4 ແມັດ, ບັນດາປາທີ່ລ້ຽງໃສ່ກະຊັງກໍໄດ້ຮັບຜົນກະທົບເຕັມໆເລີຍ, ປາກໍນັອກນໍ້າທັນທີ, ແລ້ວກໍໂດຍບໍ່ມີການເຕືອນມາກ່ອນ ທ້າຍເດືອນຕຸລາ ປີ 2020 ຈົນເຖິງຕົ້ນປີ 2021 ຍາວຮອດເດືອນພຶດສະພານີ້ ເກີດປາກົດການນໍ້າໃສ ເກີດປາກົດການນໍ້າແຫ້ງ ແລ້ວນັກວິຊາການກໍບອກວ່າ ນໍ້າໃສນີ້ ບໍ່ແມ່ນສິ່ງທີ່ດີສໍາລັບປາ.”

ໂດຍການສຶກສາວິໄຈໃນເທື່ອນີ້ພົບວ່າ ຜົນກະທົບທີ່ເກີດຂຶ້ນຢ່າງຈະແຈ້ງ ກໍຄືການປ່ຽນແປງຂອງລະບົບນິເວດ, ໂດຍເຫັນໄດ້ຈາກການຕາຍຂອງໄຄນໍ້າ, ຜູ້ມີອາຊີບຫາປາຈັບປາໄດ້ໜ້ອຍລົງກວ່າ 50 ເປີເຊັນ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຄວາມໝັ້ນຄົງທາງດ້ານອາຫານຂອງປະຊາຊົນ, ພ້ອມກັນນີ້ກໍຍັງພົບການປ່ຽນແປງໃນການໄຫຼຂອງນໍ້າທີ່ບໍ່ສາມາດຄາດການໄດ້ເລີຍ ເພາະມີເງື່ອນໄຂຂຶ້ນຢູ່ກັບການປ່ອຍນໍ້າຈາກເຂື່ອນໄຊຍະບູລີເປັນຫຼັກ ພ້ອມທັງຍັງພົບບັນຫາການກັດເຊາະຕາຝັ່ງ ທີ່ສົ່ງຜົນກະທົບຕໍ່ທີ່ຢູ່ອາໄສ ແລະທີ່ດິນທໍາກິນຂອງປະຊາຊົນຮຸນແຮງຂຶ້ນນັບມື້ອີກດ້ວຍ.

ໃນປັດຈຸບັນ ມີເຂື່ອນໄຟຟ້າເທິງແລວແມ່ນໍ້າຂອງ ຈໍານວນ 11 ໂຄງການ ໃນແຂວງຢຸນນານຂອງຈີນ ກັບ 2 ໂຄງການໃນລາວ ທີ່ຜະລິດພະລັງງານໄຟຟ້າແລ້ວ ແລະຍັງອີກ 7 ໂຄງການໃນລາວ ກັບ 2 ໂຄງການໃນກໍາປູເຈຍທີ່ກໍາລັງກໍ່ສ້າງ ຫຼືວ່າໄດ້ວາງແຜນການທີ່ຈະລົງມືກໍ່ສ້າງໃນໄວໆນີ້ເຊັ່ນ ເຂື່ອນຫຼວງພະບາງ, ເຂື່ອນປາກແບງ ແລະເຂື່ອນປາກລາຍໃນລາວທີ່ມີກໍນົດການກໍ່ສ້າງໃຫ້ສໍາເລັດສົມບູນໃນປີ 2027 ກັບປີ 2029 ແລະປີ 2033 ຕາມລໍາດັບ.

ໂດຍຫຼ້າສຸດ ລັດຖະບານໄທກໍຕົກລົງຈະຮັບຊື້ໄຟຟ້າຈາກລາວ ເພີ້ມຂຶ້ນຈາກ 9,000 ເປັນ 10,500 MW ພາຍໃນປີ 2035, ຫາກແຕ່ວ່າເຄືອຂ່າຍປະຊາ ຊົນໄທ 8 ຈັງຫວັດໃນລຸ່ມແມ່ນໍ້າຂອງໄດ້ຄັດຄ້ານການຕົກລົງດັ່ງກ່າວ ເພາະໄທມີໄຟຟ້າເກີນຄວາມຕ້ອງການ ຮອດ 19,000 MW ເຊິ່ງຄິດເປັນ 51 ເປີເຊັນຂອງໄຟຟ້າທີ່ໄທນໍາໃຊ້ທັງໝົດ ຈຶ່ງບໍ່ຈໍາເປັນຈະຕ້ອງຊື້ໄຟຟ້າຈາກລາວເພີ້ມຂຶ້ນແຕ່ຢ່າງໃດ ແລະການກໍ່ສ້າງເຂື່ອນເທິງແລວແມ່ນໍ້າຂອງໃນລາວ ຍັງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງອີກດ້ວຍ.

XS
SM
MD
LG